ຂີດໝາຍ 40 ປີຂອງຫວຽດນາມ ໃນການພົວພັນດ້ານການທູດຫຼາຍຝ່າຍ

(VOVWORLD) -ປີ 2017, ເປັນຂີດໝາຍ 40 ປີແຫ່ງການເຂົ້າເປັນສະມາຊິກສະຫະປະຊາຊາດ, ເຊິ່ງແມ່ນອົງການສາກົນທີ່ໃຫຍ່ກວ່າໝູ່ໃນທົ່ວໂລກ. ຈາກປະເທດນ້ອຍບໍ່ ພຽງແຕ່ໄດ້ຮູ້ຈັກຜ່ານສົງຄາມ ແລະ ຄວາມທຸກຍາກອຶດຫິວ, ມາຮອດປະຈຸບັນ ຫວຽດນາມ ໄດ້ກາຍເປັນປະເທດທີ່ມີສິດມີສຽງໃນສະຫະປະຊາຊາດ, ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາປະເທດທີ່ມີຄວາມມານະພະຍາຍາມໃຫຍ່ຫຼວງທີ່ສຸດໃນການປະຕິບັດບັນດາເປົ້າໝາຍສະຫັດສະວັດ ເຊິ່ງສະຫະປະຊາຊາດ ວາງອອກ.

ຂີດໝາຍ 40 ປີຂອງຫວຽດນາມ ໃນການພົວພັນດ້ານການທູດຫຼາຍຝ່າຍ - ảnh 1

ທ່ານອະດີດເອກອັກຄະລັດຖະທູດ ໂງກວາງຊວນ

(ພາບ: Chinhphu.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກສະຫະປະຊາຊາດ (20 ກັນຍາ 1977 – 20 ກັນຍາ 2017), ນັກຂ່າວ ເຈົາແອງ, ມີບົດຂຽນດ້ວຍຫົວຂໍ້ວ່າ “ຂີດໝາຍ 40 ປີຂອງຫວຽດນາມ ໃນການພົວພັນດ້ານການທູດຫຼາຍຝ່າຍ”.

        ກ່ອນນີ້ 40 ປີ, ຫວຽດນາມ ໄດ້ເຂົ້າເປັນສະມາຊິກສະຫະປະຊາຊາດ ຢ່າງເປັນທາງການ. ນີ້ແມ່ນເຫດການເປີດສັງກາດໃໝ່ໃນນະໂຍບາຍ “ຫັນເປັນຫຼາຍຝ່າຍ” “ຫັນເປັນຫຼາຍຮູບຫຼາຍແບບ” ໃນການພົວພັນການຕ່າງປະເທດຂອງຫວຽດນາມ. ຜ່ານບັນດາໄລຍະທາງ, ພ້ອມກັບການປະກອບສ່ວນຢ່າງຕັ້ງໜ້າ, ຫວຽດນາມ ກໍໄດ້ຮັບການໜູນຊ່ວຍທີ່ສຳຄັນຂອງສະຫະປະຊາຊາດ ແລະ ທີ່ຕັ້ງບົດບາດຂອງຫວຽດນາມ ຍາມໃດກໍ່ໄດ້ຮັບການຍົກສູງຂຶ້ນບົນເວທີສາກົນ.

ບາດກ້າວຫັນປ່ຽນທີ່ຕັ້ງບົດບາດຂອງຫວຽດນາມ

        ຫວຽດນາມ ເຂົ້າເປັນສະມາຊິກສະຫະປະຊາຊາດ ຢູ່ໃນໄລຍະຫຍຸ້ງຍາກ ຍ້ອນຫາກໍ່ຜ່ານຜ່າສົງຄາມທີ່ແກ່ຍາວ ແລະ ໃນທົດສະວັດໜຶ່ງທີ່ຖືກປິດລ້ອມ, ຂວ້ຳບາດ. ເລື່ອງກຳນົດ ເຂົ້າເປັນສະມາຊິກສະຫະປະຊາຊາດ ແມ່ນແນໃສ່ຊ່ວຍແກ້ໄຂການຖືກປິດລ້ອມ, ຂວ້ຳບາດ, ຕໍ່ສູ້ປົກປ້ອງບັນດາຜົນປະໂຫຍດອັນອັນແທ້ຈິງຂອງຫວຽດນາມ, ປະກອບສ່ວນປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ ພ້ອມທັງຍາດແຍ່ງບັນດາແຫຼ່ງກຳລັງເພື່ອຍູ້ແຮງການພັດທະນາເສດຖະກິດ - ສັງຄົມ, ຫວຽດນາມ ໄດ້ເປັນເຈົ້າການເຂົ້າຮ່ວມບັນດາວຽກງານລວມຂອງສະຫະປະຊາຊາດ ບົນຫຼັກການເພິ່ງຕົນເອງ, ກຸ້ມຕົນເອງ, ເປັນເຈົ້າຕົນເອງ, ຖືເອົາຜົນປະໂຫຍດຂອງຊາດແມ່ນເໜືອກວ່າສິ່ງໃດໝົດ, ພ້ອມທັງເຄົາລົບຜົນປະໂຫຍດອັນເປັນທຳຂອງທຸກໆສະມາຊິກ.

        ຍ້ອນຢືດໝັ້ນກັບແນວທາງການຕ່າງປະເທດ, ການທູດຫຼາຍຝ່າຍ, ຫວຽດນາມ ໄດ້ມີບາດກ້າວທີ່ໃຫຍ່ຫຼວງ ດ້ວຍບັນດາເຫດການໄດ້ຮັບຖືວ່າເປັນບາດລ້ຽວຄື: ຫັນການພົວພັນທາງການທູດກັບອາເມລິກາ ເປັນປົກກະຕິ, ເຂົ້າເປັນສະມາຊິກອາຊຽນ, ລົງນາມໃນສັນຍາແມ່ວ່າດ້ວຍເສດຖະກິດກັບສະຫະພາບເອີລົບ (ອີຢູ), ເຂົ້າເປັນສະມາຊິກຂອງອົງການການຄ້າໂລກ (WTO)… ແລະ ຫວຽດນາມ ຄ່ອຍໆມີບັນດາທີ່ຕັ້ງບົດບາດທີ່ສຳຄັນໃນອົງການສະຫະປະຊາຊາດ. ທ່ີຕັ້ງຂອງຫວຽດນາມ ເລີ່ມມີການປ່ຽນແປງ ແລະ ເຕີບໃຫຍ່. ທ່ານ ໂງກວາງຊວນ, ອະດີດເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະປະຊາຊາດໄລຍະ 1993 – 1999 ທັງແມ່ນຜູ້ໄດ້ຕິດພັນກັບການພົວພັນການທູດຫຼາຍຝ່າຍເປັນເວລາຫຼາຍປີໄດ້ແບ່ງປັນວ່າ.

        “ກໍ່ຍ້ອນໄລຍະຫຼັງ 1991 – 1993, ພວກເຮົາມີການເຄື່ອນໄຫວເພິ່ງຕົນເອງ, ກຸ້ມຕົນເອງ, ເປັນເຈົ້າຕົນເອງ, ມານະພະຍາຍາມດ້ວຍຕົນເອງເພື່ອເຄື່ອນໄຫວບົນພື້ນຖານຜົນປະໂຫຍດຂອງຕົນ ຕິດພັນກັບຜົນປະໂຫຍດຂອງເພື່ອນມິດສາກົນ, ເພື່ອໃຫ້ເຂົາເຈົ້າເຫັນວ່າ ຫວຽດນາມ ແມ່ນປະເທດໜຶ່ງ, ເປັນສະມາຊິກໜຶ່ງທີ່ມີຄວາມຮັບຜິດຊອບໃນສະຫະປະຊາຊາດ, ເປັນຄູ່ຮ່ວມມືທີ່ເຫັນໄດ້ຄວາມສາມາດບົ່ມຊ້ອນໃນການພັດທະນາ ແລະ ມີຄວາມໄວ້ເນື້ອເຊື່ອໃຈ. ພວກເຮົາໄດ້ຜ່ານຜ່າໄລຍະໜຶ່ງຄືແນວນັ້ນ. ແລະຮອດປີ 2008 – 2009, ພວກເຮົາໄດ້ປະຕິບັດສຳເລັດໜ້າທີ່ຂອງສະມາຊິກບໍ່ປະຈຳການຂອງສະພາຄວາມໝັ້ນຄົງເປັນຢ່າງດີ. ປະຈຸບັນ, ພວກເຮົາໄດ້ມີຄວາມໝັ້ນແກ່ນເມື່ອເຂົ້າຮ່ວມບໍ່ວ່າກົນໄກຊີ້ນຳໃດຂອງສະຫະປະຊາຊາດ. ການພົວພັນດ້ານການທູດຫຼາຍຝ່າຍເວົ້າລວມ ແລະ ທີ່ຕັ້ງບົດບາດຂອງຫວຽດນາມ ໃນສະຫະປະຊາຊາດ ໄດ້ມີການປ່ຽນແປງຢ່າງຈະແຈ້ງ, ເປັນທີ່ຊື່ນຊົມ”.

ຮັບປະກັນສິດ ແລະ ຜົນປະໂຫຍດໃນວິວັດແຫ່ງການພັດທະນາ

        ໃນໄລຍະ 40 ປີຜ່ານມາ, ການເຂົ້າເປັນສະມາຊິກສະຫະປະຊາຊາດ ໄດ້ນຳມາໃຫ້ຫວຽດນາມ ຜົນງານໃຫຍ່ຫຼວງຫຼາຍຢ່າງ. ສະຫະປະຊາຊາດໄດ້ຕັ້ງໜ້າໜູນຊ່ວຍຫວຽດນາມ ໃນບັນດາກິດຈະກຳພັດມະນາດ້ານຊີວິດສັງຄົມ, ສຸມໃສ່ດຶງດູດແຫຼ່ງກຳລັງສຳລັບພາລະກິດປ່ຽນແປງໃໝ່, ປ່ຽນໃໝ່ນະໂຍບາຍພັດທະນາເສດຖະກິດ, ສັງຄົມ. ຈາກການໜູນຊ່ວຍດ້ານເຕັກນິກ, ຮ່ວມມືຫວຽດນາມ - ສະຫະປະຊາຊາດ ໄດ້ຄ່ອຍໆຫັນໄປສູ່ການສຸມໃສ່ໜູນຊ່ວຍໃນຫຼາຍຂົງເຂດທີ່ມີຄວາມຈຳເປັນດ້ານເສດຖະກິດ, ສ້າງລະບອບລະບຽບການ, ກົດໝາຍ, ແກ້ໄຂຫຼາຍບັນຫາສັງຄົມທີ່ຮີບດ່ວນຫຼາຍບັນຫາ, ໜູນຊ່ວຍຫວຽດນາມ ບົນເສັ້ນທາງການເຊື່ອມໂຍງ.

        ໃນ 5 ປີມໍ່ໆມານີ້, ການພົວພັນລະຫວ່າງຫວຽດນາມ - ສະຫະປະຊາຊາດ ໄດ້ມຸ່ງໄປເຖິງການຍົກສູງຄຸນນະພາບພັດທະນາ ດ້ວຍ 3 ບຸລິມະສິດຈຸດສຸມແມ່ນ ເຕີບໂຕແບບຍືນຍົງ, ເພີ່ມທະວີການຊົມໃຊ້ບັນດາການບໍລິການທີ່ຈຳເປັນທີ່ມີຄຸນນະພາບສູງ, ອຸປະກະລະສັງຄົມ ແລະ ຊຸກຍູ້ການບໍລິຫານສາທາລະນະ ເພື່ອແນໃສ່ໜູນຊ່ວຍຫວຽດນາມ ປະຕິບັດບັນດາຍຸດທະສາດພັດທະນາຢ່າງມີປະສິດທິຜົນ. ຕາມທ່ານອະດີດເອກອັກຄະລັດຖະທູດ ໂງກວາງຊວນ ແລ້ວ, ການພົວພັນລະຫວ່າງຫວຽດນາມ - ສະຫະປະຊາດ ອາດຈະໄດ້ຮັບຖືວ່າ ເປັນແບບຢ່າງຂອງການຮ່ວມມືທີ່ບັນລຸຜົນສຳເລັດໃນໂລກ.

        “ອາດເວົ້າໄດ້ວ່າ, ສະຫະປະຊາຊາດ ໜູນຊ່ວຍຫວຽດນາມ ໃນຫຼາຍດ້ານຄືພື້ນຖານດ້ານວັດຖຸ, ແຫຼ່ງຊັບພະຍາກອນມະນຸດ. ສະຫະປະຊາຊາດ ໄດ້ກະກຽມໃຫ້ພວກເຮົາບັນດາເງື່ອນໄຂເພື່ອກ້າວເຂົ້າສູ່ໄລຍະແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງເຂົ້າກັບສາກົນ, ເຄື່ອງໝາຍການຄ້າຫວຽດນາມ ໄດ້ຖືກສ້າງຂຶ້ນບົນພື້ນຖານນີ້. ໃນການຮ່ວມມື 2 ຝ່າຍລະຫວ່າງຫວຽດນາມ ແລະ ບັນດາປະເທດມີບາງຄັ້ງກໍ່ສະໜິດຕິດພັນໜັກແໜ້ນ, ບາງຄາວກໍ່ຖືກຕັດຕອນ, ໝາຍຄວາມວ່າມີເວລາປະສົບກັບຄວາມຫຍຸ້ງຍາກ. ເຖິງຢ່າງໃດກໍ່ຕາມ, ອາດສາມາດເວົ້າໄດ້ວ່າ ການຮ່ວມມືລະຫວ່າງຫວຽດນາມ ແລະ ສະຫະປະຊາຊາດ ຍາມໃດກໍ່ບືນຕົວຂຶ້ນ, ຕັ້ງໜ້າ, ພາວະວິໄສ ແລະ ກະຈ່າງແຈ້ງ”.

        ຜ່ານໄລຍະ 40 ປີ, ການພົວພັນລະຫວ່າງຫວຽດນາມ - ສະຫະປະຊາຊາດ ດ້ວຍບັນດາບາດກ້າວພັດທະນາບຸກທະລຸໃນທຸກຂັ້ນ ແລະ ໃນຫຼາຍລະດັບທີ່ແຕກຕ່າງກັນ, ໄດ້ຍົກສູງບົດບາດທີ່ຕັ້ງຂອງຫວຽດນາມ ບົນເວທີການເມືອງຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສຳຄັນເຂົ້າໃນການຮັກສາພື້ນຖານສັນຕິພາບ, ສະຖຽນລະພາບຂອງຫວຽດນາມ ຢູ່ພາກພື້ນ ແລະ ໃນໂລກ, ນຳມາເຊິ່ງຄວາມເອກອ້າງຖະນົງໃຈໃຫ້ແກ່ຊາດຫວຽດນາມ ໃນອົງການທີ່ມີຂອບຂະໜາດໃຫຍ່ກວ່າໝູ່ໃນໂລກ. ໃນສະພາບການພົວພັນສາກົນທີ່ສັບສົນຄືໃນປະຈຸບັນ, ການປະພຶດລະຫວ່າງປະເທດໃຫຍ່ ແລະ ບັນດາປະເທດນ້ອຍ ພວມຄອບງຳຄວາມເປັນລະບຽບຮຽບຮ້ອຍການພົວພັນສາກົນ, ພ້ອມກັບບັນດາກຳລັງກ້າວໜ້າ, ຫວຽດນາມ ສືບຕໍ່ຕັ້ງໜ້າເຂົ້າຮ່ວມ, ເປັນເຈົ້າການຢູ່ບັນດາເວທີປາໄສຫຼາຍຝ່າຍ ໃນນັ້ນມີສະຫະປະຊາຊາດ, ຕໍ່ສູ້ ແລະ ປົກປ້ອງບັນດາຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ຄື ຫຼັກການຄວາມສະເໝີພາບກ່ຽວກັບອະທິປະໄຕ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງບັນດາປະເທດ, ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ອາວຸດ, ພ້ອມທັງປົກປ້ອງຜົນປະໂຫຍດຂອງບັນດາປະເທດທີ່ພວມພັດທະນາ ໃນນັ້ນມີຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ