ຂີດໝາຍ 40 ປີແຫ່ງການຮ່ວມມືຫວຽດນາມ-ສິງກະໂປ

(vovworld)- ວັນ​ທີ 11/9, ທ່ານ​ນາຍົກລັດຖະມົນຕີສິງກະ​ໂປ ຫຼີຊຽນຫຼົງ ​ເລີ່​ມຕົ້ນການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ. ການ​ຢ້ຽມຢາມ​ຫວຽດນາມ ຂອງທ່ານ​ນາຍົກລັດຖະມົນຕີສິງກະ​ໂປ ຫຼີຊຽນຫຼົງ ດຳ​ເນີນ​ໄປ​ກົງ​ກັບ​ໂອກາດ​ສອງ​ປະ​ເທດສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງສາຍ​ພົວພັນ​ທາງ​ການ​ທູດ, ​ແມ່ນ​ຂີດ​ໝາຍ​ທີ່​ມີ​ຄວາມ​ໝາຍ, ​ເປີດ​ບັນດາ​ແງ່​ຫວັງ ​ແລະ ກາ​ລະ​ໂອກາດ​ຮ່ວມ​ມື​ໃໝ່​ ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ-​ສິງ​ກະ​ໂປ.

ຂີດໝາຍ 40 ປີແຫ່ງການຮ່ວມມືຫວຽດນາມ-ສິງກະໂປ - ảnh 1

ທ່ານ​ຫຼີຊຽນຫຼົງຢ້ຽມຢາມ​ຫວຽດນາມຄັ້ງທີ 2

(ພາບ: vnexpress.net)

  ຫວຽດນາມ ​ແລະ ສິງກະ​ໂປ ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດນັບ​ແຕ່​ວັນ​ທີ 1/8/1973, ​ໃນ 40 ປີຜ່ານມາ,​ ໝາກຜົນ​ທີ່​ພົ້ນ​ເດັ່ນ​ທີ່​ສຸດ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ແມ່ນ​ການ​ພັດ​ທະນາ​ຂອງ​ສາຍ​ພົວພັນ​ດ້ານ​ການ​ເມືອງ​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຮອບດ້ານ​ໃນ​ທຸກ​ຂົງ​ເຂດ. ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງຫວຽດນາມ ​ແລະ ສິງກະ​ໂປ ກໍ່​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ແຮງ. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມກວາງ​ວິ​ງ ​ໃຫ້​ຂໍ້​ສັງ​ເກດ​ວ່າ:

 

 “​​​ອາດ​ເວົ້າ​ໄດ້​ວ່າ, ​ໃນ 40 ປີ​ຜ່ານ​ມາ, ການ​ພົວພັນ​ຮ່ວມ​ມື ຫວຽດນາມ ​ແລະ ສິງກະ​ໂປ ​ມີ​ບາດກ້າວ​ພັດທະນາ​ກ້າວ​ກະ​ໂດດ​ຂັ້ນ. ສິງກະ​ໂປ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ເປີດ​ສາກ​ການ​ຮ່ວມ​ມື ​ແລະ ໜູນ​ຊ່ວຍ​ຫວຽດນາມ ​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່. ​ໃນ​ຫຼາຍ​ປີຜ່ານມາ, ສິງກະ​ໂປ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ. ​ໄລ່​ຮອດ​ທ້າຍ​ປີ 2012,​ ວົງ​ເງິນ​ການ​ຄ້າສອງ​ຝ່າຍ​ໄດ້​ຂຶ້ນ​ເຖິງ 9,6 ຕື້ USD. ຮອດ​ເດືອນ 7/2013, ສິງກະ​ໂປ​ ມີ​ກ່ວາ 1100 ​ໂຄງການ​ລົງທຶນ​ຢູ່​ຫວຽດນາມ ດ້ວຍ​ຍອດ​ມູນ​ຄ່າ​ກ່ວາ 24 ຕື້ USD“.

ຂີດໝາຍ 40 ປີແຫ່ງການຮ່ວມມືຫວຽດນາມ-ສິງກະໂປ - ảnh 2

ເຂດ​ອຸດສາຫະກຳ​ຫວຽດນາມ-​ສິງກະ​ໂປ

(ພາບ: nhadatchinhchu.com)

  ປະຈຸ​ບັນ, ຫວຽດນາມ ​ແລະ ສິງກະ​ໂປ ​ໄດ້​ລົງ​ນາມ​ໃນ​ສັນຍາ, ຂໍ້​ຕົກລົງ​ຮ່ວມ​ມື​ປະມານ 20 ສະບັບ. ພິ​ເສດ, ບັນດາ​ເຂດ​ອຸດສາຫະກຳ ຫວຽດນາມ ​ແລະ ສິງກະ​ໂປ ຖື​ກຖືວ່າ​ແມ່ນ​ແບບຢ່າງ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດ​ກ້ວາງ. ນອກຈາກ​ນັ້ນ​ແລ້ວ, ສອງ​ຝ່າຍ​ພວມ​ຍາດ​ແຍ່ງ​ໂອກາດ​ຍູ້​ແຮງ​ການ​ຮ່ວມ​ມື​ໃນບັນດາ​ຂົງ​ເຂດ​ຊື່ງ ​ ສິງກະ​ໂປ ມີ​ທ່າ​ແຮງ ແລະ ຫວຽດນາມ ມີ​ຄວາມ​ຕ້ອງການ​ຄື: ການ​ສຶກສາ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ…. ທ່ານ Lim Hong Kieng ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າສິງກະ​ໂປ ​ ຢືນຢັນ​ວ່າ:

     “ບັນດາ​ວິ​ສາ​ຫະກິດ​ສິງກະ​ໂປ ​ເຫັນ​ວ່າ​ຫວຽດນາມ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃຫ່ຍຫຼວງ ​ແລະ ປາດ​ຖະໜາ​ຢາກ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ວິວັດ​ການ​ພັດທະນາ​ເສດຖະກິດ​ຂອງ​ຫວຽດນາມ. ຍ້ອນ​ເຫດ​ນັ້ນ, ຫຼາຍ​ບໍລິສັດ​ໄດ້​ ເຂົ້າມາລົງທຶນ​​ຢູ່ຫວຽດນາມ ​ແລະ ບັນລຸ​ໄດ້​ໝາກຜົນ​ທີ່​ດີ“.

   ບໍ່​ພຽງ​ແຕ່​ຂອງ​ເຂດຮ່ວມ​ມື​ສອງ​ຝ່າຍ​ເທົ່ານັ້ນ, ຫວຽດນາມ ​ແລະ ສິງກະ​ໂປ ຍັງ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂອບ​ເຂດ​ຮ່ວມ​ມື​ຫຼາຍ​ຝ່າຍ​ອີກ​ດ້ວຍ. ພິ​ເສດ, ສອງ​ຝ່າຍ​ໄດ້​ຕັ້ງໜ້າ​ສົມທົບ​ກັນ​ຍູ້​ແຮງ​ບັນດາ​ຄວາມ​ມານະ​ພະຍາ ຍາມ​ຂອງ​ອາ​ຊຽນ ກ່ຽວ​ກັບ​ການ​ສ້າງ​ປະຊາ​ຄົມ. ສອງ​ປະ​ເທດ​ກໍ່​ສະໜັບສະໜູນ​ຫຼັກໝັ້ນຂອງ​ອາ​ຊຽນ ກ່ຽວ​ກັບ​ການ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ຄວາມ​ເສລີ​​ໃນການ​ເດີນ​​ເຮືອ​ຢູ່ທະ​ເລຕາ​ເວັນ​ອອກ, ​ແກ້​ໄຂ​ບັນດາ​ການ​ພິພາດ​​ໂດຍ​ສັນຕິ​ວິທີ​ບົນ​ພື້ນຖານ​ກົດໝາຍ​ສາກົນ.

  ​ໃນ​ເດືອນ 9/2011, ​ໃນ​ການ​ຢ້ຽມຢາມທາງ​ລັດຖະກິດ​​ ສິງກະ​ໂປ ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ຫຼັກການນຳ​ການ​ພົວພັນ​ສອງ​ປະ​ເທດ​ຈາກ​ການ​ຮ່ວມ​ມື​ຮອບດ້ານ​ໃນ​ສັດຕະວັດ​ທີ 21 ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ​ໃນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າ​ງ​ເປັນ​ທາງ​ການຂອງ​ທ່ານ ນາຍົກລັດຖະ ມົນຕີສິງກະ​ໂປ ຫຼີຊຽນຫຼົງ ຄັ້ງນີ້, ດ້ວຍ​ບັນດາ​ໝາກຜົນ​ບັນລຸ​ໄດ້​ໃນ 40 ປີຜ່ານມາ, ສອງ​ຝ່າຍ​ຍິ່ງ​ມີ​ທ່າ​ຊຸກຍູ້ການ​ພົວພັນ​ກ່ວາ​ອີກ. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມກວາງ​ວິ​ງ ຖື​ວ່າ:

 “​ການ​ພົວພັນ​ດ້ານ​ການ​ເມືອງ​ລະຫວ່າງ​ສອງ​ຝ່າຍ​ແມ່ນ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທີ່​ສຸດ ​ແລະ ຕ້ອງ​ສືບ​ຕໍ່ຮັດ​ແໜ້ນ​ຫຼາຍກວ່າອີກ. ບັນດາ​ທ່າ​ແຮງ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ພິ​ເສ​ດ​ແມ່ນ​ດ້ານ​ເສດຖະກິດ ຕ້ອງສືບ​ຕໍ່​ໄດ້​ຮັບ​ການ​ຊຸກຍູ້ ພ້ອມ​ທັງ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ສົມທົບ​ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ​ກ່ວາ​ອີກ“.

   ການ​ຢ້ຽມຢາມ​ຫວຽດນາມ ຢ່າ​ງ​ເປັນ​ທາງ​ການຂອງ​ທ່ານນາຍົກລັດ ຖະມົນຕີສິງກະ​ໂປ ຫຼີຊຽນຫຼົງ ​ແຕ່​ວັນ​ທີ 11-13/9 ອາດ​ຈະ​ຮັບ​ຖື​ວ່າ ​ແມ່ນ​ຂີດ​ໝາຍ​ສຳຄັນ​ໃນ​ໂອກາດສອງ​ປະ​ເທດສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງສາຍ​ພົວພັນ​ທາງ​ການ​ທູດ, ສ້າງ​​ກຳນົດ​ທິດ​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ-​ສິງກະ​ໂປ, ທັງ​ຂອບ​ເຂດສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ​ໃນ​ລະດັບ​ສູງ​ໃໝ່./.

ຕອບກັບ

ຂ່າວ/ບົດ​ອື່ນ