ຂີ​ດ​ໝາຍ TECHFES 2020

(VOVWORLD) - ວັນບຸນ starup ປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ (TECHFES Viet Nam) 2020 ໄດ້ອັດລົງ ພາຍຫຼັງໄດ້ດຳເນີນມາເປັນເວລາ 3 ວັນ. ເຫດການປະຈຳປີດັ່ງກ່າວ ໄດ້ສະແດງໃຫ້ເຫັນ ວິວັດການພັດທະນາຢ່າງແຮງຂອງລະບົບຊີວະພາບ start up ປ່ຽນແປງໃໝ່ປະດິດຄິດສ້າງຂອງຫວຽດນາມ, ພ້ອມທັງແມ່ນບາດກ້າວເດີນໃໝ່ໃນວິວັດການເຊື່ອມໂຍງເຂົ້າກັບສາກົນ.
ຂີ​ດ​ໝາຍ TECHFES 2020 - ảnh 1

ເວທີປາໄສຂັ້ນສູງກ່ຽວກັບລະບົບຊີວະພາບ start up ໝ່ປະດິດຄິດສ້າງຈັດຂຶ້ນໃນວັນທີ 28/11 ຢູ່ຮ່າໂນ້ຍ (ພາບ:  congthuong.vn)

    ດ້ວຍຫົວຂໍ້ “ຮັບມື-ຫັນປ່ຽນ-ບຸກທະລຸ”, TECHFEST 2020 ໄດ້ດຶງດູດບັນດາ start up, ບັນດານັກຊ່ຽວຊານ, ນັກລົງທຶນ, ບັນດາອົງການຈັດຕັ້ງໜູນຊ່ວຍ start up ແຖວໜ້າຢູ່ພາຍໃນ ແລະ ຕ່າງປະເທດ ແລະ ບັນດາເພື່ອນໜຸ່ມທີ່ມີຄວາມສົນໃຈກ່ຽວກັບ starup.

  ບັນດາໝາຜົນທີ່ປະທັບໃຈ

   TECHFEST 2020 ໄດ້ຮັບການຕີລາຄາສູງຈາກປະຊາຄົມ starup, ພິເສດແມ່ນມີ40 ການເຄື່ອນໄຫວໃນຊຸມວັນຈັດເຫດການດັ່ງກ່າວ, ໃນນັ້ນ, ໜ້າເອົາໃຈໃສ່ແມ່ນ ເວທີປາໄສໂອ້ລົມສົນທະນາຂອງທ່ານນາຍົກລັດຖະມົນຕີກັບຊາວໜຸ່ມ ແລະ ວິສາຫະກິດ start up ປ່ຽນແປງໃໝ່ປະດິດຄິດສ້າງ; ເວທີປາໄສຂັ້ນສູງ “ເຊື່ອມຕໍ່ແຫຼ່ງກຳລັງໜູນຊ່ວຍ start up ປ່ຽນແປງໃໝ່ປະດິດຄິດສ້າງ”. ຄວາມດຶງດູດຂອງ TECHFEST ປີນີ້ສະແດງອອກຢ່າງຈະແຈ້ງ ຂະນະທີ່ມີການເຂົ້າຮ່ວມຂອງກ່ວາ 6500 ຄົນ. ໜ້າເອົາໃຈໃສ່ຄື ມີກ່ວາ 120 ວາລະປະຊຸມເຊື່ອມຕໍ່ ດ້ວຍຍອດຈຳນວນທຶນເອົາໃຈໃສ່ລົງທຶນປະມານ 14 ລ້ານ USD. ໃນສະພາບໂລກ ລະບາດໂຄວິດ 19 ໄດ້ກໍ່ໃຫ້ເກີດ ບັນດາການກະທົບທີ່ຫຍໍ້ທໍ້ຕໍ່ພື້ນຖານເສດຖະກິດນັ້ນ, ບັນດາຕົວເລກດັ່ງກ່າວ ແມ່ນໄດ້ສະແດງໃຫ້ເຫັນວ່າ ບັນດານັກລົງທຶນ ໄດ້ສະຫງວນຄວາມເອົາໃຈໃສ່ທີ່ໃຫ່ຍຫຼວງຕໍ່ start up , ໂອກາດ ແລະ ແຫຼ່ງກຳລັງໃຫ້ແກ່ການປ່ຽນແປງໃໝ່ປະດິດຄິດສ້າງຢູ່ຫວຽດນາມ ຍັງສືບຕໍ່ພັດທະນາ. ກ່ຽວກັບຄວາມສາມາດບົ່ມຊ້ອນຂອງລະບົບຊີວະພາບ start up ປ່ຽນແປງໃໝ່ປະດິດຄິດສ້າງ ຫວຽດນາມ, ທ່ານຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ເຈິ່ນວັນຕຸ່ງ ຖືວ່າ:

   ແຫຼ່ງກຳລັງໃຫ່ຍຫຼວງທີ່ສຸດຂອງຫວຽດນາມ ໃນປະຈຸບັນ ແມ່ນແຫຼ່ງກຳລັງປະດິດຄິດສ້າງ. ຊື່ງມີຢູ່ໃນບັນດາເພື່ອໜຸ່ມ, ນັກຮຽນ, ນັກສຶກສາ…ນັ້ນກໍ່ແມ່ນກຳລັງແຮງຂອງພວກເຮົາ, ແມ່ນຄວາມສາມາດບົ່ມຊ້ອນ, ພະລັງງານຂອງພວກເຮົາໃນການພັດທະນາເສດຖະກິດ ສັງຄົມໃນໄລຍະຈະມາເຖິງ. ຜ່ານເຫດການ TECHFESH 2020 , ພວກເຮົາເຫັນໄດ້ບັນດາແນວຄິດປະດິດຄິດສ້າງຂອງຫວຽດນາມ ແມ່ນອຸດົມສົມບູນທີ່ສຸດ.

ຂີ​ດ​ໝາຍ TECHFES 2020 - ảnh 2 ທ່ານຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ເຈິ່ນວັນຕຸ່ງກ່າວຄຳເຫັນທີ່ພິທີອັດ TECHFEST 2020 (ພາບ: baotainguyenmoitruong.vn)

    ບັນດາການໂອ້ລົມສົນທະນາ, ກອງປະຊຸມສຳມະນາຄັ້ງຕ່າງໆທີ່ມີຫົວເລື່ອງສະເພາະໄດ້ຖືກຈັດຂຶ້ນ ໂດຍມີການເຂົ້າຮ່ວມ, ແບ່ງປັນ, ປຶກສາຫາລືຂອງບັນດານັກຄຸ້ມຄອງ, ນັກລົງທຶນ, ບັນດາວິສາຫະກິດທີ່ໄດ້ start up ສຳເລັດຜົນ, ຖັນແຖວຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ບັນດານັກຊ່ຽວຊານ ແລະ ອົງການຈັດຕັ້ງສາກົນ ໄດ້ເພີ່ມລັກສະນະເຊື່ອມຕໍ່ ລະຫວ່າງບັນດາພາກສ່ວນຂອງລະບົບຊີວະພາບພາຍໃນປະເທດ; ເຊື່ອມຕໍ່ນັກຊ່ຽນຊານ, ຊາວຫວຽດນາມ ທີ່ປະສົບຜົນສຳເລັດຢູ່ຕ່າງປະເທດ ຮ່ວມແຮງຮ່ວມໃຈສ້າງລະບົບຊີວະພາບ start up ປ່ຽນແປງໃໝ່ປະດິດຄິດສ້າງຫວຽດນາມ ໃຫ້ພັດທະນາຢ່າງແຮງກ່ວາອີກ.

ປັບຕົວເຂົ້າກັບເຕັກໂນໂລຊີທັນສະໄໝ

  ວັນບຸນ start up ປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດປີນີ້  ໄດ້ສະແດງໃຫ້ເຫັນຈິດໃຈບຸກທະລຸ ຂອງປະຊາຄົມປ່ຽນແປງໃໝ່ປະດິດຄິດສ້າງຢູ່ຫວຽດນາມ. ຫຼາຍຜະລິດຕະພັນ, ແນວຄວາມຄິດປະດິດຄິດສ້າງຂອງ start up, ນັກຮຽນ ນັກສຶກສາ, ບັນດາຮາກຖານການສຶກສາບຳລຸງສ້າງວິຊາຊີບ, ຂອງບັນດານັກປະດິດຄິດສ້າງ….ໄດ້ຮັບຄວາມເອົາໃຈໃສ່ຈາກບັນດານັກຊ່ຽວຊານ, ນັກລົງທຶນ. ປະຊາຄົມບັນດານັກວິທະຍາສາດ, ນັກປະດິດສ້າງຫວຽດນາມ ນັບມື້ນັບໄດ້ສ້າງຂີດໝາຍໃນແຜນທີ່ຂອງໂລກ. ນັກປະດິດຄິດສ້າງ ເຈິ່ນດິນຢາວ, ຜູ້ປະດິດສ້າງລະບົບແກ້ໄຂຄວັນຂອງເຕົ່າເຜົາ, ກິດຈະກຳໄດ້ຮັບຫຼຽນຄຳ ໃນງານແຂ່ງຂັນປະດິດຄິດສ້າງສາກົນ 2020 ໂດຍສະຫະສະມາຄົມປະດິດຄິດສ້າງ ແລະ ຊັບສິນທາງພູມປັນຍາໂລກອຸປະຖຳ ໄດ້ແບ່ງປັນວ່າ:

   ຂ້າພະເຈົ້າຢາກຖ່າຍຖອດເຕັກໂນໂລຊີໃຫ້ບັນດາແຂວງທຸກຍາກ, ບັນດາແຂວງພາກກາງ, ພາກໃຕ້ຫວຽດນາມ. ຂ້າພະເຈົ້າພ້ອມແລ້ວທີ່ຈະມອບສົ່ງກຳມະສິດເຕັກໂນໂລຊີໃຫ້ແກ່ບັນດາແຂວງ ເພື່ອໃຫ້ບັນດາແຂວງສາມາດໝູນໃຊ້ໄດ້.

   start up ແລະ start up ປະດິດຄິດສ້າງ ແມ່ນແຫຼ່ງກຳລັງສຳຄັນເພື່ອໃຫ້ເສດຖະກິດຫວຽດນາມ ພັດທະນາແບບຍືນຍົງ. ຜົນສຳເລັດຂອງວັນບຸນ start up ປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ 2020 ໄດ້ຕໍ່ກຳລັງແຮງດ້ານຈິດໃຈ ແລະ ວັດຖຸ ເພື່ອໃຫ້ປະຊາຄົມ start up ຫວຽດນາມ ຫັນບັນດາແນວຄວາມຄິດປະດິດສ້າງໃຫ້ປະກົດຜົນເປັນຈິງ, ອຸທິດສ່ວນໃຫ້ແກ່ການພັດທະນາຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ