ຂີດ​ໝາຍ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ໃນ​ອາ​ຍຸ​ການ​ກອງ​ປະ​ຊ​ຸມ​ໃຫ່​ຍ​​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ

(VOVWORLD) -ບັນດາໝາກຜົນທີ່ບັນລຸໄດ້ໃນອາຍຸການກອງປະຊຸມໃຫ່ຍຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ (2016-2020)  ມີຄວາມໝາຍສຳຄັນຍິ່ງ, ໃນນັ້ນ, ຂະແໜງການພົວພັນກັບຕ່າງປະເທດບັນລຸໄດ້ບັນດາຜົນງານທີ່ພົ້ນເດັ່ນ. ບໍ່ພຽງແຕ່ແມ່ນບ່ອນອີງໃຫ້ແກ່ຊຸມປີຕໍ່ໄປເທົ່ານັ້ນ, ຫາກບັນດາໝາກຜົນນີ້ ຍັງສ້າງໃຫ້ມີຄວາມເຊື່ອໝັ້ນ, ທີ່ຕັ້ງບົດບາດໃໝ່ເພື່ອໃຫ້ຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຢ່າງໝັ້ນຄົງອີກດ້ວຍ, ນຳໃຊ້ອາລະໂອກາດ ນຳປະເທດຊາດກ້າວເຂົ້າສູ່ໄລຍະພັດທະນາໃໝ່.
ຂີດ​ໝາຍ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ໃນ​ອາ​ຍຸ​ການ​ກອງ​ປະ​ຊ​ຸມ​ໃຫ່​ຍ​​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ - ảnh 1ທ່ານຮ່ວາງບິນກວັນ ທີ່ການປະຊຸມຂ່າວ (ພາບ:ໜັງສືພິມປັນຍາປະຊາຊົນ)


  
ໃນອາຍຸການທີ່ຜ່ານມາ, ໃນສະພາບການທີ່ມີຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ສະພາບການພາຍໃນປະເທດ ແລະ ສາກົນມີການຜັນແປຢ່າງໄວວາ, ສົບສົນ, ຍາກທີ່ຈະຄາດຄະເນໄດ້ນັ້ນ; ໄພທຳມະຊາດ, ໂລກລະບາດໄດ້ເກີດຂຶ້ນຢູ່ຫຼາຍແຫ່ງ, ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ບັນລຸໄດ້ຫຼາຍຜົນງານທີ່ສຳຄັນທີ່ສຸດ, ຮອດດ້ານພໍສົມຄວນ. ໝາກຜົນນີ້ມີການປະກອບສ່ວນສຳຄັນຂອງຂະແໜງການຕ່າງປະເທດ.

ປັບປຸງ ແລະ ເປີດກ້ວາງການພົວພັນກັບຕ່າງປະເທດຢ່າງບໍ່ຢຸດຢັ້ງ

  ຕໍ່ໜ້າບັນດາການຜັນແປໃໝ່, ສົບສົນກ່ຽວກັບສະພາບສາກົນ ແລະ ພາກພື້ນນັ້ນ, ຄະນະບໍລິຫານງານສູນກາງພັກອມມູນິດຫວຽດນາມ, ກົມການເມືອງ, ຄະນະເລຂາ ໄດ້ມີບັນດາແຜນນະໂຍບາຍ, ລັດຖະນະໂຍບາຍທີ່ຖືກຕ້ອງ, ເໝາະສົມ, ທັນການ; ສະແດງໃຫ້ເຫັນຄວາມຮູ້ສຶກໄວ, ຄຸນນະທາດ ແລະ ບາດກ້າວພັດທະນາໃໝ່ທີ່ນັບມື້ນັບຮອບດ້ານ ໃນດ້ານຈິນຕະນາການທິດສະດີ ແລະ ວິທີການຮັບຮູ້, ສອດຄ່ອງກັບການຜັນແປຂອງສະພາບການ ແລະ ຄວາມຮຽກຮ້ອງຕ້ອງການ, ໜ້າທີ່ທີ່ໄດ້ວາງອອກໃຫ້ແກ່ປະເທດຊາດ. ທ່ານຫົວໜ້າຄະນະພົວພັນກັບຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ຮ່ວາງບິນກວັນ ຢືນຢັນວ່າ:

   ປະຈຸບັນ, ພັກກອມມູນິດຫວຽດນາມ ມີການພົວພັນກັບ 247 ພັກຢູ່ 111 ປະເທດໃນໂລກ. ໃນອາຍຸການທີ່ຜ່ານມາ, ການພົວພັນກັບຕ່າງປະເທດຂອງພັກກອມມູນິດຫວຽດນາມ ສືບຕໍ່ໄດ້ຮັບການເປີດກ້ວາງ ແລະ ນັບມື້ນັບເຂົ້າສູ່ລວງເລິກ. ການພົວພັນລະຫວ່າງພັກກອມມູນິດຫວຽດນາມ ກັບບັນດາພັກການເມືອງໃນໂລກໃນໄລຍະຜ່ານມາ ສືບຕໍ່ບັນລຸໄດ້ຫຼາຍໝາກຜົນທີ່ສຳຄັນ, ຮອບດ້ານ, ປະກອບສ່ວນສ້າງພື້ນຖານການເມືອງທີ່ສຳຄັນ ໃຫ້ແກ່ການສ້າງການພົວພັນສອງຝ່າຍຂອງຫວຽດນາມ ກັບປະເທດຕ່າງໆເປັນປົກກະຕິ, ພ້ອມທັງເປີດກ້ວາງ ແລະ ຮັດແໜ້ນການພົວພັນນີ້, ຊື່ງປະກອບສ່ວນຢ່າງມີປະສິດທິຜົນ ເຂົ້າໃນການແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງຄວາມສະຫງົບປອດໄພ ແລະ ການພັດທະນາປະເທດຊາດ.

  ພິເສດ, ການພົວພັນລະຫວ່າງ ພັກກອມມູນິດຫວຽດນາມ ກັບບັນດາພັກກຳອຳນາດຢູ່ບັນດາປະເທດສັງຄົມນິຍົມ ແລະ ປະເທດບ້ານໃກ້ເຮືອນຄຽງ ທີ່ມີເສັ້ນຊາຍແດນລວມ ສືບຕໍ່ສວມບົດບາດຫຼັກແຫຼ່ງ, ກຳນົດທິດຍຸດທະສາດສັງລວມໃຫ້ແກ່ການພົວພັນສອງຝ່າຍ, ຖືເປັນສຳຄັນໃນການຊຸກຍູ້ ແລະ ເປີດກ້ວາງການພົວພັນກັບບັນດາພັກກຳອຳນາດ ແລະ ມີບາດກ້າວບຸກທະລຸໃໝ່, ປະກອບສ່ວນປັບປຸງບັນດາຂອບເຂດການພົວພັນເປັນປົກກະຕິ, ໝັ້ນຄົງກັບປະເທດຕ່າງໆ.

ບ່ອນອີງໃຫ້ແກ່ຊຸມປີຕໍ່ໄປ

  ຜ່ານບັນດາການເຄື່ອນໄຫວທາງດ້ານການພົວພັນກັບຕ່າງປະເທດ, ທີ່ຕັ້ງບົດບາດຂອງປະເທດຊາດໄດ້ຮັບການເພີ່ມທະວີ; ຮັກສາເອກະລາດ, ອະທິປະໄຕ, ສິດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດໃຫ້ໝັ້ນແກ່ນ. ຜົນປະໂຫຍດແຫ່ງຊາດ, ຊົນຊາດ ແລະ ສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດ, ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບໃຫ້ແກ່ ສັນຕິພາບ, ສະຖຽນລະພາບການພັດທະນາຂອງພາກພື້ນ ແລະ ໂລກ, ໄດ້ຮັບການຕີລາຄາສູງ ແລະ  ຄວາມເຫັນດີເຫັນພ້ອມຈາກປະຊາຄົມໂລກ; ອິດທິພົນຊື່ສຽງ, ທີ່ຕັ້ງບົດບາດຂອງພັກ, ຂອງປະເທດຊາດນັບມື້ນັບໄດ້ຮັບການຢັ້ງຢືນ ແລະ ຍົກສູງບົນເວທີສາກົນ. ທ່ານ ຮ່ວາງບິນກວັນ ເນັ້ນໜັກວ່າ:

   ບັນດາການເຄື່ອນໄຫວດ້ານການພົວພັນກັບຕ່າງປະເທດ ຂອງການນຳພັກກອມມູນິດຫວຽດນາມ, ພິເສດແມ່ນບັນດາການໄປຢ້ຽມຢາມທາງການຂອງທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ໄປຍັງບັນດາປະເທດ ໄດ້ປະກອບສ່ວນສຳຄັນເຂົ້າໃນການປັບປຸງບັນດາຂອບເຂດການພົວພັນທີ່ເປັນປົກກະຕິ, ໝັ້ນຄົງຖາວອນກັບປະເທດຕ່າງໆ ແລະ ບັນດາຄູ່ຮ່ວມມືສຳຄັນ, ໂດຍສະເພາະແມ່ນໄດ້ຍົກລະດັບ, ກຳນົດບັນດາຂອບເຂດການພົວພັນໃໝ່ລະຫວ່າງ ຫວຽດນາມ ກັບປະເທດຕ່າງໆ.

   ບັນດາໝາກຜົນທີ່ບັນລຸໄດ້ ໃນອາຍຸການຂອງກອງປະຊຸມໃຫ່ຍພັກກອມມູນິດຫວຽດນາມ ຄັ້ງທີ 12 ມີຄວາມໝາຍສຳຄັນທີ່ສຸດ, ບໍ່ພຽງແຕ່ໄດ້ສ້າງຂິດໝາຍທີ່ພົ້ນເດັ່ນຂຶ້ນ, ແມ່ນບ່ອນອີງໃຫ້ແກ່ຊຸມປີຕໍ່ໄປເທົ່ານັ້ນ, ຫາກຍັງໄດ້ສ້າງໃຫ້ມີຄວາມເຊື່ອໝັ້ນ, ບັນຍາກາດໃໝ່ອີກດ້ວຍ, ເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນຫວຽດນາມ ສາມາດຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຢ່າງໝັ້ນຄົງ, ນຳໃຊ້ກາລະໂອກາດ ນຳປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່.

  ຜ່ານກອງປະຊຸມໃຫ່ຍ 12 ຄັ້ງ, ພັກກອມມູນິດຫວຽດນາມ ໄດ້ພັດທະນານັບມື້ນັບເຂັ້ມແຂງກ່ວາ, ຍາ'ສດໄດ້ບັນດາໄຊຊະນະທີ່ໃຫ່ຍຫຼວງທີ່ສຸດ, ອັນໄດ້ພິສູດໃຫ້ເຫັນບົດບາດນຳພາຂອງພັກ ແມ່ນປັດໄຈຕັດສິນຊິຂາດທຸກໄຊຊະນະຂອງການປະຕິວັດຫວຽດນາມ. ນີ້ແມ່ນພື້ນຖານເພື່ອຕັ້ງຄວາມເຊື່ອໝັ້ນວ່າ: ກອງປະຊຸມໃຫ່ຍຄັ້ງທີ 13 ພັກກອມມູນິດຫວຽດນາມ ຈະສືບຕໍ່ຍົກອອກບັນດາແຜນນະໂຍບາຍທີ່ຖືກຕ້ອງໄດ້ ແລະ ນຳປະເທດຊາດກ້າວຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ