ຂີດໝາຍການປະຕິວັດເດືອນສິງຫາຜ່ານບັນດາວັດຖຸພັນປະຫວັດສາດ


(vovworld) - ການ​ປະຕິວັດ​​ເດ​ືອນ 8/1945 ​ແມ່ນ​ໜຶ່ງ​ໃນ​ບັນດາ​ຂີດ​ໝາຍ​ທີ່​ຮູ່ງ​ເຮືອງ​ເຫຼືອ​ເຫຼື້ອມ​ໃນ​ພາລະກິດ​ປົດ​ປ່ອຍ​ຊາດ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ ຫວຽດນາມ. 71 ​ປີໄດ້​ຜ່ານ​ພົ້ນ​ໄປ, ​ແຕ່​ຄວາມ​ໝາຍ ​ແລະ ບັນດາ​ຄຸນ​ຄ່າ​ຂອງ​ການ​ປະຕິວັດ​ຍັງ​ຄົງ​ຕົວ, ​ໄດ້​ຮັບ​ການ​ຮັກສາ​ຢ່າງ​ສົມ​ກຽດ​​ໃນ​​ຫໍ​ພິພິຕະພັນຫຼາຍ​ແຫ່ງຂອງ ຫວຽດນາມ ຜ່ານ​ຮູບ​ພາບ, ວັດ​ຖຸພັນ​ປະຫວັດສາດ​ນັບ​ພັນໆ​ຢ່າງ. ນັ້ນ​ແມ່ນ​ບັນດາ​ພະຍານ​ຫຼັກ​ຖານ​ພິສູ​​ດ​ໃຫ້​ເຫັນ​ນຳ້​ໃຈ​ຮັກ​ຊາດ, ຕໍ່ສູ້​ທີ່​ພິລະ​ອາດ​ຫານ​ຂອງ​ກອງທັບ ​ແລະ ປະຊາຊົນ ຫວຽດນາມ ​ເພື່ອ​ຍາດ​​ເອົາເອກະລາດ, ​ເສລີພາບ​ມາໃຫ້​​ປະ​ເທດ​ຊາດ.

        ໜຶ່ງ​ໃນ​ບັນດາ​ປັດ​ໄຈ​ຕັດສິນ​​ໄຊຊະນະ​ຂອງ​ການ​ປະຕິວັ​ດ​ເດືອນ 8/1945 ນັ້ນ​ແມ່ນ​ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ປະຕິບັດ​ວຽກ​ງານ​ຂົນ​ຂວາ​ຍ, ​ເຕົ້າ​​ໂຮມ​ມະຫາຊົນ​ໃນ​​ແນວ​ໂຮມ​ເອກະພາບ, ສ້າງ​ກຳລັງ​ແຮງ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ການ​ບຸກ​ໂຈມ​ຕີ​ຂະໜາດ​ໃຫຍ່​ເປັນ​ຢ່າງ​ດີ. ​ໃນ​ວິວັດ​ການ​ນັ້ນ, ໜັງສືພິມ, ​ໃບປິວ​ໂຄສະນາ​ປະຕິວັດ​ໄດ້ມີ​ບົດບາດ​ສຳຄັນ​ເພື່ອຂົນຂວາຍ​ມະຫາຊົນ​ເດີນ​ຕາມ​ພັກ, ຕໍ່ສູ້​ຕ້ານ​ລັດທິລ່າ​ເມື​ອງຂຶ້ນ, ຟາດ​ຊິດ ​ແລະ ສັກ​ດີ​ນາ ​ເພື່ອຍາດ​ເອົາ​ເອກະລາດ​, ​ເສລີພາບ​ມາໃຫ້​​ປະ​ເທດ​ຊາດ.

ຂີດໝາຍການປະຕິວັດເດືອນສິງຫາຜ່ານບັນດາວັດຖຸພັນປະຫວັດສາດ - ảnh 1
ຄຳສັ່ງດຳເນີນການລຸກຮື້ຂຶ້ນຂະໜາດໃຫຍ່
(ພາບປະກອບ)

        ​ໃນ​ຈຳນວນ​ຮູບ​ພາບ, ​ເອກະສານວັດຖຸ​ພັນ​ນັບ​ພັນ​ຢ່າງ​ໄດ້​ຈົດ​ຈຳ​ບັນຍາກາດ​ພິລະ​ອາດ​ຫານ​ຂອງ​ການ​ປະຕິວັ​ດ​ເດືອນ​ສິງຫາ ພວມ​ໄດ້​ຮັບ​ການ​ເກັບ​ຮັກສາ​ຢູ່​ຫໍພິພິຕະພັນປະຫວັດສາດ​ແຫ່ງ​ຊາດ, ຊຸດ​ສະສົມ​ໃບປິວ​ໂຄສະນາ​ໄລຍະ​ການ​ປະຕິວັດ​​ເດືອນ 8/1945 ​ແລະ ຊຸດ​ສະ​ສົມ​ໜັງສືພິມ​ປະຕິວັດ 1925 – 1945 ລວມມີ 90 ສະບັບ ​ທີ່ໄດ້​ສ່ອງ​ແສງ​ບົດບາດ​ສຳ​ຄັນ​ຂອງ​ໜັງສືພິມປະຕິວັດ​ໃນ​ການ​ໂຄສະນາ​ລັດທິ​ຮັກ​ຊາດ, ​​ເຕົ້າ​ໂຮມ ​ແລະ ປັບປຸງບັນດາ​ກຳລັງ​ປະຕິວັດ​ລຸກ​ຮື​ຂຶ້ນ​ຍາດ​ເອົາ​ອຳນາດ​ການ​ປົກຄອງ, ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ຂະໜາດ​​ໃຫຍ່​ຢ່າງ​ມີໄຊ. ນອກຈາກ​ບັນດາ​ໜັງສືພິມ​ຂອງ​ສູນ​ກາງ​ພັກ​ແລ້ວ, ບັນດາ​ອົງການ​ມະຫາຊົນ​ຢູ່​ທ້ອງ​ຖິ່ນ​ເກືອບ​ທັງ​ໝົດ​ໃນ​ໄລຍະ​ນັ້ນ​ໄດ້​ຈຳໜ່າຍ​ໜັງສືພິມ​ໂດຍ​ຄວາມ​ລັບ​ຄື: ຕາບ​ຈີ໋​ໂດ໋ (ວັນ​ລະ​ສານ​ແດງ), ​ແຈງ​ເດົ໋າ (ຕໍ່ສູ້), ​ເຢີ​ນ​ໄກ (ຊາວ​ນາ), ຫວຽດນາມ ​ໂດກ​ເລີບ ( ຫວຽດນາມ ​ເອກະລາດ), ​ເກີ່​ຢ໋າຍຟ໋ອງ (ທຸງ​ປົດ​ປ່ອຍ). ບັນດາ​ໜັງ​ສື​ພິມ​ສະບັບ​ນີ້​ກາຍ​ເປັນ​ແນວ​ໂຮມ​ທີ່​ແຫຼມ​​ຄົມ, ຕອບ​ສະໜອງ​ບັນດາ​ຄຳ​ຮຽກຮ້ອງ​ຕ້ອງການ​ຂອງ​ພະນັກງານ, ສະມາຊິກ​ພັກ ​ແລະ ບັນດາ​ສະມາຊິກສະມາຄົມ​ກູ້​ຊາດ​​ໃນ​ຂະ​ບວນການ​ຕໍ່ສູ້​ປະຕິວັດຢ່າງ​ທັນ​ການ. ນັກ​ປະ​ຫວັດສາດ ​ເຢືອງຈູງ​ກວກ, ​ເລຂາທິການ​ໃຫຍ່​ສະມາຄົມ​ວິທະຍາສາດ​ປະຫວັດສາດ ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “​ໃນ​ໄລຍະ​ນັ້ນ, ສື່​ມວນ​ຊົນ​ໄດ້​ເຄື່ອນ​ໄຫວ​ແບບ​ປິດ​ລັບ​ຢູ່​ບັນດາ​ເຂດ​ປົດ​ປ່ອຍ, ​ໃນ​ເຂດ​ຕໍ່ສູ້, ​ໃນ​ບັນດາ​ເຂດ​ໂດຍ​ສັດຕູ​ຄຸ້ມ​ຄອງເປັນ​ຕົ້ນ. ບັນດາ​ບົດ​ໜັງສືພິມ​ນີ້​ບໍ່​ພຽງ​ແຕ່​ໂຄສະນາ​ເຜີຍ​ແຜ່​ດ້ານຄວາມ​ຄິດ​ເທົ່າ​ນັ້ນ ຫາກ​ຍັງ​​ເຜີຍ​ແຜ່ເຈດ​ຈຳນົງ​ຄວາມ​ຕັດສິນ​ໃຈ, ຫົວຄິດ​ປະດິດ​ສ້າງ​ເພື່ອ​​ໃຫ້​ແນວທາງ, ນະ​ໂຍບາຍ​ຂອງ​ອົງການ​ປະຕິວັດ​ນັ້ນ​​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ. ບັນດາ​ບົດໜັງສືພິມ​ໄດ້​ຊ່ວຍ​ໃຫ້​ທຸກໆ​ຄົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ເປັນ​​ເອກະ​ພາບ, ພິ​ເສດ​ແມ່ນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຍາດ​ເອົາ​ອຳນາດ​ການ​ປົກຄອງ ​ແລະ ການ​ສ້າງ​ລະບອບ​ສາທາລະນະ​ລັດ ປະຊາທິປະ​ໄຕ”

        ຂີດ​ໝາຍ​ຂອງ​ການ​ປະຕິວັດ​ເດືອນ​ສິງຫາ ຍັງ​ສະ​ແດງອອກ​ຜ່ານ​ບັນດາ​ຮູບ​ພາບ, ບັນດາ​ວັດ​ຖຸພັນ​ທີ່​ໄດ້​ຊີ້​ແຈ້ງ​ບົດບາດນຳ​ພາ​ຂອງ​ພັກ​ກອມ​ມູນ​ິດ ຫວຽດນາມ ​ແລະ ປະທານ ​ໂຮ່ຈີ​ມິນ ທີ່​ມີ​ຕໍ່​ພາລະກິດ​ປົ​​ດປ່ອຍ​ຊາດ. ມີ​ວັດ​ຖຸພັນ​ອັນ​ລຳ້​ຄ່າ​ຫຼາຍ​ຢ່າງ, ​ເອກະສານ​​ຕົ້ນ​ ສະບັບຂອງ​ເຫດການ​ປະຫວັດສາດ​ການ​ປະຕິວັດ​​ເດືອນ 8 ປີ 1945 ​ໄດ້​ຮັບ​ການ​ເກັບ​ຮັກສາ​ຢູ່​ຫໍພິພິຕະພັນ​ປະ​ຫວັດ​ສາດ​ແຫ່ງ​ຊາດ​ຄື ມະຕິ​ກອງ​ປະຊຸມ​ໃຫຍ່​ແຫ່ງ​ຊາດ, ຄຳ​ສັ່ງ​ການ​ທະຫານ​ຂອງ​ຄະນະ​ກຳມະການ​ລຸກ​ຮື​ຂຶ້ນ​ທົ່ວ​ປະ​ເທດ, ກາ​ປະ​ທັບ​ຂອງ​ກົມ​ໃຫຍ່ ຫວຽດມີ​ງ ປີ 1944 – 1945… ບັນດາ​ຮູ​ບພາບ, ວັດຖຸ​ພັນ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ກະກຽມ​ກ່ຽວ​ກັບ​ທຸກ​ດ້ານ​ຂອງ​​ແນວ​ໂຮມ ຫວຽດມີງ ​ໃຫ້​ແກ່​ການ​ລຸກ​ຮື​ຂຶ້ນ​ຍາດ​ເອົາ​ອຳນາດ​ການ​ປົກຄອງ​ປີ 1945 ຂອງຊາດ.

ຂີດໝາຍການປະຕິວັດເດືອນສິງຫາຜ່ານບັນດາວັດຖຸພັນປະຫວັດສາດ - ảnh 2
ຮູບພາບໄດ້ວາງສະແດງທີ່ງານວາງສະແດງ
(ພາບປະກອບ)

 ທີ່​ຫໍພິພິຕະພັນ​ປະ​ຫວັດ​ສາດ​ກອງທັບ ຫວຽດນາມ, ​ໃນ​ຈຳນວນ​ຮູບ​ພາບ, ວັດ​ຖຸພັນ​ກ່ວາ 300 ຢ່າງ​ທີ່​ໄດ້​ວາງສະ​ແດງ​ໃນງານ​ວາງສະ​ແດງ “ຂີດ​ໝາຍ​ລະດູ​ໃບ​ໄມ້​ຫຼົ່ນ​ປະຫວັດສາດ”, ມີ​ຫຼາຍ​ວັດ​ຖຸພັນ​ກ່ຽວ​ກັບ​ການ​ປະຕິວັດ​ເດືອນ 8 ​ແລະ ວັນ​ສະຖາ​ປາ​ນາ​ປະ​ເທດ 2/9/1945 ຄື​: ຈົດໝາຍຂອງ​ປະທານ ​ໂຮ່ຈີ​ມິນ ​ຝາກ​ໃຫ້​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ກ່ອນ​ວັນ​ລຸກ​ຮື້​ຂຶ້ນ​ຂະໜາດ​ໃຫຍ່, ຮຽກຮ້ອງ​ຄວາມ​ສາມັກຄີ​ພ້ອມ​ກັບ​ແນວ​ໂຮມ ຫວຽດມີ​ງ ປົດ​ປ່ອຍ​ຊາດ, ​ໃບ​ປິວໂຄສະນາ​ຂອງ​ແນວ​ໂຮມ ຫວຽດມີ​ງ ຮຽກຮ້ອງ​ໃຫ້​ປະຊາຊົນ​ເຂົ້າ​ຮ່ວມ​ການລຸກ​ຮື້​ຂຶ້ນ​ຂະໜາດ​ໃຫຍ່​ຍາດ​​ເອົາ​ອຳນາດ​ການ​ປົກຄອງ​ໃນ​ການ​ປະຕິວັດ​ເດືອນ​ສິງຫາ ປີ 1945, ກະ​ເປົາ​ຂອງ​ທ່ານ ຟານ​ກວາງ​ຫ່ຽນ, ສະມາຊິກ​ຂອງ​ກອງ​ກຳລັງກູ້​ຊາ​ດ, ​ໄດ້​ນຳ​ໃຊ້​ເພື່ອ​ບັນຈຸ​ຈົດໝາຍ​ຕິດ​ຕໍ່​ຂອງ​ຂັ້ນ​ເທິງ​ໃນ​ວິວັດທະນາ​ການ​ຊີ້ນ​ຳການ​ລຸກ​ຮື້​ຂຶ້ນ ຂະໜາດ​ໃຫຍ່​ເດືອນ 8/1945 ຢູ່ ຫວຽດບັກ, ຖົງ​ຜ້າ​ຂອງ​ເອື້ອຍ​ເລ​ທິ​ເທາະ, ຢູ່​ແຂວງ ຟູ໋​ເທາະ, ​ໄດ້​ນຳ​ໃຊ້​ເພື່ອ​ສູ່ເຂົ້າສານ​ລຳລຽງໃຫ້​ອົງການ​ສູນ​ກາງ​ພັກ​ປີ 1945, ພົນ​ຕີ ຫງວຽນ​ຊວນ​ນັງ, ຜູ້ອຳນວຍການ​ຫໍພິພິຕະພັນ​ປະຫວັດສາດ​ກອງທັບ ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ນອກຈາກ​ບັນດາ​ຮູບ​ພາບ​ເອກະສານ​ຕົ້ນ​ສະບັບ​ທີ່​ໄດ້​ຮັບ​ການ​ເກັບ​ຮັກສາ​ຢູ່​ຫໍພິພິຕະພັນປະຫວັດສາດ​ການ​ທະຫານ ຫວຽດນາມ, ກໍ່ມີ​ບັນດາ​ຮູບ​ພາບ​ທີ່ພວກ​ຂ້າພະ​ເຈົ້າ​ຕ້ອງ​ໄປ​ເຖິງ​ສຳນັກ​ຂ່າວສານ ຫວຽດນາມ ​ແລະ ສາງ​ເກັບ​ຮັກສາ​ອື່ນໆ​ເພື່ອ​ຊ​ອກຫາ, ວາງສະ​ແດງ. ອາດ​ເວົ້າ​ໄດ້​ວ່າ: ບັນດາ​ວັດຖຸ​ພັນ​ກ່ຽວ​ກັບ​ເຫດການ​ປະຫວັດ​ສາດ​ເດືອນ 8 ​ແມ່ນຄົບ​ຖ້ວນ​ພໍ​ສົມ​ຄວນ, ຈາກ​ສະພາບ​ການ​ເຖິງ​​ແຜນ​ນະ​ໂຍບາຍ​ຂອງພັກ, ​ແລ້ວກໍ່​ຮອດວິວັດທະນາ​ການ​ກະກຽມ​ການ​ລຸກ​ຮື​ຂຶ້ນ​ຂະໜາດ​ໃຫຍ່ ຕະຫຼອດ​ຮອດ​ການ​ຜັນ​ແປ​ຢູ່​ບັນດາ​ທ້ອງ​ຖິ່ນທີ່​ພົ້ນເດັ່ນ​ຄື: ​ແຂວງ ທ໋າຍງວຽນ, ກວາງ​ຫງາຍ, ​ເຫ້ວ, ນະຄອນ ​ໂຮ່ຈີ​ມິນ. ພິ​ເສດ, ຢູ່​ຮ່​າ​ໂນ້ຍ ​ແມ່ນ​ຮູ​ບພາບ​ກ່ຽວ​ກັບ​ງານ​ໂຮມ​ຊຸມນຸມ​ກ່ຽວ​ກັບ​ວັນທີ 19/8 ຢູ່​ສະໜາມຫຼວງ​ຂອງ​ໂຮງ​ລະຄອນ​ໃຫຍ່ ກໍ່​ຄື​ພິທີ​ປະກາດ​ເອກະລາດ​ໃນ​ວັນ​ທີ 2/9 ຢູ່​ສະໜາມ​ຫຼວງ ບາ​ດິ່ງ. ນັ້ນ​ແມ່ນ​ບັນດາ​ຮູບ​ພາບອັນ​ລຳ້​ຄ່າ​ທ່ີ​ສຸດ.”  

        ​ເປັນ​ໜ້າ​ສົນ​ໃຈ​ແມ່ນ​ບັນດາ​ວັດຖຸ​ພັນ​ກ່ຽວ​ກັບ​ການ​ປະຕິວັດ​ເດືອນ​ສິງຫາ ຢູ່​ຫໍພິພິທະ​ພັນ​ປະຫວັດ​ສາດ​ການ​ທະຫານ ຫວຽດນາມ, ຍັງ​ມີ​ຊຸດ​ແກຂອງ​ວົງ​ດົນຕີ​ການ​ທະຫານ​ ​ແລະ ​ເພງ​ຊາດ​ຂອງ​ນັກ​ປະພັນ​ດົນຕີ ວັນ​ກາວ. ຊຸດ​ແກນີ້​ໂດຍ​ວົງ​ດົນຕີ​ການ​ທະຫານ​ນຳ​ໃຊ້​ເພື່ອ​ບັນ​ເລັງ​ເພງ​ຊາດ​ໃນ​ພິທີ​ເຄົາລົບ​ທຸງ​ຢູ່​ສະໜາມຫຼວງ ບາ​ດິ່ງ ​ເມື່ອ​ວັນ​ທີ 2/9/1945. ​ໂດຍ​ໄດ້​ເຫັນ​ປະຈັກ​ຕາ​ບັນດາ​ວັດ​ຖຸພັນ​ປະຫວັດສາດ​ທີ່​ຕິດ​ພັນ​ກັບ​ວັນຊາດ, ອ້າຍ ຫງວຽນ​ວັນ​ແທງ, ​ແຂກ​ມາ​ຊົມ​ຫໍພິພິທະ​ພັນ, ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ເຫັນ​ວ່າ ​ແກທອງ​ກ່ອນ​ນີ້​ໄດ້​ຮັບ​ການ​ຜະລິດ​ຢ່າງ​ງ່າຍດາຍ ​ແຕ່​ບັນດາ​ນັກ​​ເປົາ​​​ແກໃນ​ໄລຍະ​ນັ້ນ​ຍັງ​ໄດ້​ນຳ​ໃຊ້​ເພື່ອ​ບັນ​ເລັງ​ເພງ​ຊາດ​ ອັນ​ໄດ້ສ້າງບັນຍາກາດ​ຟົ​ດ​ຟື້ນ​ໃຫ້​ແກ່​ວັນ​ປະກາດ​ເອກະລາດ. ທັງ​ໝົດ​ເລົ່າ​ນັ້ນ​ເລີ່​ມມາ​ຈາກ​ຄວາມ​ຮັກ​ປະ​ເທດ​ຊາດ ດັ່ງ​ນັ້ນ​ບັນດາ​ນັກ​​ເປົາ​ແກຈຶ່ງ​ນຳວີນຍານ​ເຂົ້າ​ບົດ​ດົນຕີ​, ດັ່ງ​ນັ້ນ​ສຽງ​ດົນຕີ​ຈຶ່ງ​ມ່ວນ​ຄື​ແນວ​ນັ້ນ”

        71 ປີ​​ໄດ້​ລ່ວງ​​ເລີຍ​ໄປ​ແລ້ວ, ​ແຕ່​ບັນດາ​ວັດ​ຖຸພັນກ່ຽວ​ກັບ​ການ​ລຸກ​ຮື້​ຂຶ້ນຂະໜາດ​ໃຫຍ່​ ປະຕິວັດ​ເດືອນ 8/1945 ​ແລະ ວັນຊາດ 2/9 ຍັງ​ຄົງ​ໄດ້​ຮັບ​ການ​ເກັບ​ຮັກສາ​ຢູ່​ຫໍພິພິຕະພັນຢູ່ ຫວຽດນາມ​ຢ່າງ​ຄົບ​ຖ້ວນ, ປະກອບສ່ວນ​ປຸກລຸກ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາວ ຫວຽດນາມ ທຸກ​ລຸ້ນຄົນ, ພິ​ເສດ​ແມ່ນ​ສຳລັບ​ລຸ້ນໜຸ່ມ​ກ່ຽວ​ກັບ​ມູນ​ເຊື້ອ​ປະຫວັດສາດ​​ແຫ່ງການ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.


ຂ່າວ/ບົດ​ອື່ນ