ຂີດໝາຍການພົວພັນດ້ານການທູດຂອງຫວຽດນາມ ກັບປະເທດຄູ່ຮ່ວມມືຈຳນວນຫນຶ່ງໃນປີ2016

(vovworld)- ປີ 2016 ໃກ້​ຈະ​ສິ້ນ​ສຸດ ດ້ວຍ​ການ​ເຄື່ອນ​ໄຫວ​ພ​ົວ​ພັນ​ກັບ​ຕ່າງ​ປະ​ເທດ​ຫລາຍ​ຢ່າງ​ທີ່​ຟົດ​ຟື້ນ​ໃນ​ທຸກ​ຂົງ​ເຂດ, ສືບ​ຕໍ່ ນຳ​ຫວຽດ​ນາມ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ ແລະ ກວ້າງ​ຂວາງກວ່າ, ປະ​ກອບ​ສ່ວນ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ປະ​ເທດ​ຊາດ​ໃນ​ເວ​ທີ​ສາ​ກົນ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ໃນ​ບັນ​ດາ​ການ​ເຄື່ອນ​ໄຫວນັ້ນ, ການ​ພົວ​ພັນ​ສອງ​ຝ່າຍ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຫລັກ​ແຫລ່ງ​ສືບ​ຕໍ່​ເຂົ້າ​ສູ່​ລວງ​ເລິກ, ມີ​ປະ​ສິດ​ທິ​ຜົນ, ກາຍ​ເປັນ “ຈ​ຸດ​ພົ້ນ​ເດັ່ນ”ໃນ​ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ​ປີ 2016 ຂອງ​ຫວຽດ​ນາມ.

ຂີດໝາຍການພົວພັນດ້ານການທູດຂອງຫວຽດນາມ ກັບປະເທດຄູ່ຮ່ວມມືຈຳນວນຫນຶ່ງໃນປີ2016 - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ແລະ ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ


       ປີ 2016 ​ສະ​ພາບການ​​ໂລກ ແລະ ພາກ​ພື້ນ ໄດ້​ເກີດຜັນ​ແປ​ສັບ​ສົນ​ຫລາຍ​ຢ່າງ, ຍາກ​ທີ່​ຄາດ​ຄະ​ເນ​ໄດ້ ແລະ ໄດ້​ສົ່ງ​ຜົນ​ກະ​ທົບ​ໂດຍ​ກົງ​ເຖິງ​ຫວຽດ​ນາມ. ໃນ​ສະ​ພາບ​ການ​ສາ​ກົນ​ມີ​ຫລາຍ​ຈຸດ​ພິ​ເສດ ແລະ ສັບ​ສົນ​ນັ້ນ, ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ພິ​ເສດ ແມ່ນ​ບັນ​ດາ​ປະ​ເທດ​ໃຫຍ່ ເຂົ້າ​ສູ່​ລວງ​ເລິກ, ມີ​ປະ​ສິດ​ທິ​ຜົນ, ນຳ​ມາ​ເຊິ່ງ​ບັນ​ດາ​ຜົນ​ປະ​ໂຫຍດ​ອັ​ນ​ໃຫຍ່​ຫລວງ​ໃຫ້​ແກ່​ປະ​ເທດ​ຊາດ.

ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ກັບ ອາ​ເມ​ລິ​ກາ

        ເດືອນ 5/2016, ເຫດ​ການ​ປະ​ຫວັດ​ສາດ​​ຫນຶ່ງດຳ​ເນີນ​ໃນການ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ. ນັ້ນ​ແມ່ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama. ການ​ຢ້ຽມ​ຢາມ​ຫວຽດ​ນາມ ຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ແລະ ກໍ​ແມ່ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຄັ້ງ​ທີ 3 ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອ​າ​ເມ​ລິ​ກາ ນັບ​ແຕ່​ເມື່ອ​ສອງ​ປະ​ເທດ​ສ້າງ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ​ກ່ອນນີ້ 21 ປີ, ໄດ້​ສ້າງ​ຂີດ​ໝາຍ​ສຳ​ເລ​ັດ​ຜົນ​ຍິ່ງກວ່າ​ຄວາມ​ມຸ້ງ​ຫວັງ. ການ​ຢ້ຽມ​ຢາມ​ແມ່ນ​ຫລັກ​ໝາຍໃຫມ່​ບົນເສັ້​ນ​ທາງ​ທີ່​ສອງ​ປະ​ເທດ​ປະ​ຕິ​ບັດ​ຖະ​ແຫລງ​ການ​​ວິ​ໄສ​ທັດຮ່ວມ​ເມື່ອ​ເດືອນ 7/2015 ໃນ​ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່  ຫງວຽນ​ຟູ​ຈ້ອງ, ສະ​ແດງ​ໃຫ້​ເຫັນ​ບາດ​ກ້າວ​ເດີນ​ຍາວ​ນານ​ໃນ​ຈີນ​ຕະ​ນາ​ການ​ຂອງ​ບັນ​ດາ​ການ​ນຳ ອາ​ເມ​ລິ​ກາ ສຳ​ລັບຫວຽດ​ນາມ ນັບ​ແຕ່​ເມື່ອ​ສອງ​ປະ​ເທດ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ​ເປັນ​ປົກ​ກະ​ຕິ. ນັ້ນ​ແມ່ນ ເຄົາ​ລົບ​ລະ​ບອບ​ການ​ເມືອງ​ຂອງ​ຫວຽດ​ນາມ. ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ຮູບ​ພາບ​ປະ​ທາ​ນາ​ທິບ​ໍ​ດີ B.Obama ​ເອົາ​ມື​ວາງຫນ້າ​ເອີກ ແລະ ​ເວົ້າ​ວ່າ: “ຂ້າ​ພະ​ເຈົ້າ​ມີ​ຄວາມ​ຕື້ນ​ຕັນ​ໃຈ​ທີ່​ສຸ​ດ. ບັນ​ດາ​ອາ​ລົມ​ຈິດ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ໄດ້​ເຮັດ​ໃຫ້​ຫົວ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ສັ່ນ​ສະ​ເທື່ອນ”ເປັນ​ການ​ພິ​ສູ​ດ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ກາຍ​ເປັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ”. ທ່ານ ຟ້າມກວາງວີງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ​ປະ​ຈຳ ອາ​ເມ​ລິ​ກາຢືນ​ຢັນ​ວ່າ:

        “​ມາ​ຮອດ​ປະ​ຈຸ​ບັນ ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ໄດ້​ເປັນ​ປົກ​ກະ​ຕິມາ​ເປັນ​ເວ​ລາ 21 ປີ​ແລ້ວ. ໄດ້​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ກະ​ໂດດ​ຂັ້ນ ແລະ ສິ່ງ​ສຳ​ຄັນ​ທີ່​ສຸດ ນັ້ນ​ແມ່ນ ສອງ​ຝ່າຍ​ໄດ້​ສ້າງ​ຂອບ​ເຂດ​ປົກ​ກະ​ຕິ ແລະ ຍາວ​ນານ ນັ້ນ​ແມ່ນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ. ການ​ຢ້ຽມ​ຢາມ​ຂັ້ນ​ສູງ​ຫລາຍ​ຄັ້ງ ແລະ ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ໃນ​ຂອບ​ເຂດນັ້ນ. ການ​ຮັກ​ສາ, ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ຂອບ​ເຂດ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ທີ່​ໄດ້​ວາງ​ອອກ ນັ້ນ​ແມ່ນ​ຜົນ​ປະ​ໂຫຍດ​ສອງ​ຝ່າຍ​ຂອງ​ທັງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນວ່າ ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເປັນ​ຄັ້ງ​ທຳ​ອິດ​ເຖິງ ອາ​ເມ​ລິ​ກາ ໃນ​ເດືອນ 7/2015 ແລະ ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ເຖິ​ງ​ຫວຽດ​ນາມ ໃນ​ເດືອນ 5/2016 ສືບ​ຕໍ່​ສ້າງ​ທ່າ, ກຳ​ນົດ​ທິດ​ການ​ພົວ​ພັນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.”

        ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ຈີນ ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ, ປອດ​ໃສ

​ການ​ພົ​ວ​ພັນ​ກັບ​ຈີນ, ປີ 2016 ກໍ​ແມ່ນ​ປີ​ ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ​ແມ່ນ​ຟົດ​ຟື້ນ​ທີ່​ສຸດ. ເດືອນ 9/2016, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ຈີນ ຢ່າງ​ເປັນ​ທາງ​ການ ແລະ ນີ້​ແມ່ນ​ການ​ຢ້ຽມ​ຢາມ​ຂັ້​ນ​ສູງ​​ສຸດຂອງ​ການ​ນຳ​ຫວຽດ​ນາມ ເຖິງ​ຈີນ ນັບ​ແຕ່​ເມື່ອ ຫວຽດ​ນາມ ປ່ຽນ​ແປງ​ກົງ​ຈັກ​ການ​ນຳ​ໃນ​ຕົ້ນ​ປີ 2016. ເຫດ​ການນີ້​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ສອງ​ປະເທດ​ເພື່ອ​ແນ​ໃສ່​ສືບ​ຕໍ່​ຮັກ​ສາ​ການ​ພົວ​ພັນ​ສອງ​ຝ່າຍ​ໃຫ້​ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ ແລະ ດີ​ງາມ, ເຖິງວ່າ ຍັງ​ມີ​ຄວາມບໍ່​ລົງ​ລອຍ​ກັນ​ຈຳ​ນວນ​ຫນຶ່ງ. ທ່ານ​ຮອງ​ລັດ​ຖ​ະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຮ່ວ​າຍ​ຈູງ ໃຫ້​ຮູ້​ວ່າ:

        “ສອງ​ປະ​ເທດ​ໄດ​້​ເຫັນ​ດີ​ແກ້​ໄຂ​ຄວາມບໍ່​ລົງ​ລອຍ​ກັນ​ຢ່າງ​ສົມ​ເຫດ​ສົມ​ຜົນ. ຕ​າມນັ້ນ​ແລ້ວ, ສອງ​ຝ່າຍ​ເຫັນ​ດີ​ຊຸກ​ຍູ້​ກົນ​ໄກ​ເຈ​ລະ​ຈາ​ປະ​ຈຸ​ບັນ ລະ​ຫວ່າງ​ສອງ​ປະ​ເທດ, ໃນ​ນັ້ນ ມີ​ກົນ​ໄກ​ເຈ​ລະ​ຈາ​ຂັ້ນ​ລັດ​ຖະ​ບານ​ກ່ຽວ​ກັບ​ບັນ​ຫາ​ຊາຍ​ແດນ​ຜືນ​ແຜ່ນ​ດິນ; ກົນ​ໄກ​ເຈ​ລະ​ຈາ​ການ​ຂີດ​ເສັ້ນ​ຊາຍ​ແດນ ແລະ ການ​ຮ່ວມ​ມື​ນອກ​ອ່າວ​ພາກ​ເຫນືອ, ເສີມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ເຈ​ລະ​ຈາ​ທີ່​ມີ​ຢູ່​ແລ້ວ. ສອງ​ຝ່າຍ​ກໍ​ເຫັນ​ດີ​ປະ​ຕິ​ບັດ​ຖະ​ແຫ​ລງ​ການ​ວ່າ​ດ້ວຍ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຮອບ​ດ້ານ, ມີ​ປະ​ສິດ​ທິ​ຜົນ ແລະ​ຄົບ​ຖ້ວນ, ສ້າງ​ກົດ​ແຫ່ງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ (COC)ໂດຍ​ໄວ.”

        ເປັນ​ຫນ້າ​ສົນ​ໃຈ, ປີ 2016 ຮັບ​ຮູ້​ສັນ​ຍານ​ຕັ້ງ​ຫນ້າ​ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ສອງ​ຝ່າຍ ຫວຽດ​ນາມ - ຈີນ. ນັ້ນ​ແມ່ນ​ເປັນ​ຄັ້ງ​ອິດ ຫວຽດ​ນາມ ລ​ື່ນ​ກາຍ ມາ​ເລ​ເຊຍ, ກາຍ​ເປັນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ລາຍ​ໃຫຍ່​ແຖວ​ຫນ້າ​ຂອງ​ຈີນ ໃນ ອາ​ຊຽນ.

ຢືນ​ຢັນ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຢ່າງ​ແຫນ້ນ​ແຟ້ນ

ໃນ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ, ບັນ​ດາ​ຄູ່​ຮ່ວມ​ມື, ການ​ພົວ​ພັນ​ຮ່ວມ​ມື, ມິ​ດ​ຕະ​ພາບ ທີ່​ເປັນ​ມູນ​ເຊື້ອ​ກັບ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ສືບ​ຕໍ່​ແມ່ນ​ການ​ບຸ​ລິ​ມະ​ສິດ​ສູງ​ໃນ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງ​ພັກ, ລັດ​ຫວຽດາມ. ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ໃນ​ປີ ຜ່ານ​ມາ ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຕາມການ​ກຳ​ນົດ​ທິດນັ້ນ. ການ​ພົວ​ພັນ​ກັບ​ ສ​ປ​ປ ລາວ, ຫວຽດ​ນາມ ຢືນ​ຢັນ ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ກາ​ນ​ຮ່ວ​ມ​ມື​ຮອບ​ດ້ານ​ກັບ​ລາວ ແມ່ນ​ຊັບ​ສົມ​ບັດ​ລວມ​ອັນ​ລ້ຳ​ຄ່າ​ຂອງ​ທັງ​ສອງ​ຊາດ. ສິ່ງ​ດັ່ງ​ກ່າວ​ໄດ​້​ພິ​ສຸດ​ໃຫ້​ເຫັນ​ຜ່ານ​ຄຳ​ກ່າວ​ປາ​ໄສ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ໃນ​ການ​ຢ້ຽມ​ຢາມ ລາວ ເມື່ອ​ເດືອນ 11 ຜ່ານ​ມາ.

“ໃນ​ສະ​ພາບ​ການ​ຂອງ​ໂລກ​ພວມ​ຜັນ​ແປ​ຢ່າງ​ສັບ​ສົນ​ຄື​ປະ​ຈຸ​ບັນ, ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ນັບ​ມື້​ນັບ​ສຳ​ຄັນ​ຍິ່ງ​ກວ່າ​ເວ​ລາ​ໃດ​ໝົດ​ສຳ​ລັບ​ສອງ​ປ​ະ​ເທດ. ຫວຽດ​ນາມ ແລະ ລາວ ຕັດ​ສິນ​ໃຈ​ເຮັດ​ຈົ​ນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້ແຕກດອກ​ອອກ​ຜົນ​ໝັ້ນ​ຄົງ​ຂະ​ຫນົງ​ແກ່ນ​ຈົນ​ຊົ່ວ​ກາ​ລະ​ນານ.

        ການ​ພົວ​ພັນ​ກັບ ກຳ​ປູ​ເຈຍ, ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ໃນ​ປີ 2016 ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ບັນ​ດາ​ຂົງ​ເຂດ. ການຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ເຖິງ ກ​ຳ​ປູ​ເຈຍ ໃນ​ເດືອນ 6/2016 ໄດ້​ສ້າງ​ພື້ນ​ຖານ​ຢ່າງ​ໝັ້ນ​ຄົງ​ເພື່ອ​ນຳ​ການ​ພົວ​ພັນ​ “ບ້ານ​ໃກ້​ເຮ​ືອນ​ຄຽງ​ອັນ​ດີ​ງາມ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ, ໝັ້ນ​ຄົງ​ຍາວ​ນານ” ກັບ ກຳ​ປູ​ເຈຍ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່.

ປີ 2016, ແມ່ນ​ປີ​ເຕັມ​ໄປ​ດ້ວຍ​ບັນ​ດາ​ເຫດ​ການ ແລະ ຜົນ​ງານ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສຳ​ຄັນ, ສ້າງ​ປະ​ຖົມ​ປັດ​ໄຈ​ຢ່າງ​ໝັ້ນ​ແກ່ນ​ເພື່ອ​ໃຫ້​ຫວຽດ​ນາມ ສືບ​ຕໍ່​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ຢືດ​ໝັ້​ນ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ສັນ​ຕິ​ພາບ, ເປັນ​ເຈົ້າ​ຕົນ​ເອງ, ຫລາຍ​ຮູບ​ຫລາຍ​ແບບ​ຫລາຍ​ຝ່າຍ, ຖື​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຊາດ​ເຫນືອກວ່າ​ສິ່ງ​ໃດ​ໝົດ, ຫວຽດ​ນາມ ໄດ້​ແກ້​ໄຂ​ການ​ພົວ​ພັນ​ຂອງ​ຕົນ​ກັບ​ບັນ​ດາ​ປະ​ເທດ​ໃຫຍ່​, ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງຢ່າງ​ຄ່ອງ​ແຄ້ວ, ຕາມ​ເນື້ອ​ໃນ​ຈິດ​ໃຈ ຫວຽດ​ນາມ ແມ່ນ​ເພື່ອນ​ມິດ, ແມ່ນ​ຄູ່​ຮ່ວມ​ມື​ໄວ້​ເນື້ອ​ເຊື່ອ​ໃຈ.


ຕອບກັບ

ຂ່າວ/ບົດ​ອື່ນ