ຂີດໝາຍການພົວພັນທາງການທູດຫວຽດນາມ ກັບບາງຄູ່ຮ່ວມມືໃນປີ 2017

(VOVWORLD) - ປີ 2017, ບັນດາຜົນງານພົ້ນເດັ່ນທາງການທູດຫຼາຍຝ່າຍ ໄດ້ເຮັດໃຫ້ຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງກວ່າ, ປະກອບສ່ວນຍົກສູງຖານະບົດບາດຂອງປະເທດຊາດ ບົນເວທີສາກົນ. ຄຽງຂ້າງນັ້ນ, ການພົວພັນ 2 ຝ່າຍລະຫວ່າງຫວຽດນາມ ກັບບັນດາຄູ່ຮ່ວມມືຫຼັກແຫຼ່ງກໍ່ໄດ້ຮັບການຍູ້ແຮງ, ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ກາຍເປັນ “ຈຸດພົ້ນເດັ່ນ” ໃນວຽກງານການທູດປີ 2017 ຂອງຫວຽດນາມ.
ຂີດໝາຍການພົວພັນທາງການທູດຫວຽດນາມ ກັບບາງຄູ່ຮ່ວມມືໃນປີ 2017 - ảnh 1 (ພາບປະກອບ: VTC)

ປີ 2017, ສະພາບການໂລກ ແລະ ພາກພື້ນມີການຜັນແປສັບສົນຫຼາຍຢ່າງ, ເຊິ່ງໄດ້ກະທົບໂດຍກົງເຖິງຫວຽດນາມ. ໃນສະພາບການນັ້ນ, ການພົວພັນລະຫວ່າງຫວຽດນາມ ກັບບັນດາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ, ພິເສດແມ່ນບັນດາປະເທດໃຫຍ່ ໄດ້ມີປະສິດທິຜົນ, ເຂົ້າສູ່ລວງເລິກ, ນຳມາເຊິ່ງບັນດາຜົນປະໂຫຍດຢ່າງອັນຫຼວງໃຫ້ແກ່ປະເທດຊາດ.

ຂີດໝາຍພິເສດໃນການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາ

        ປີ 2017 ໄດ້ກ້າວເຂົ້າສູ່ປະຫວັດສາດການພົວພັນລະຫວ່າງຫວຽດນາມ - ອາເມລິກາ, ດ້ວຍການຢ້ຽມຢາມຂັ້ນສູງ 2 ຄັ້ງ. ນັ້ນແມ່ນການໄປຢ້ຽມຢາມອາເມລິກາ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເມື່ອຕົ້ນເດືອນ ມິຖຸນາ 2017 ແລະ ການມາຢ້ຽມຢາມຫວຽດນາມຂອງທ່ານປະທານາທິບໍດີອາເມລິກາ Donald Trump ເມື່ອເດືອນ ພະຈິກ 2017 ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນສູງເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC). ດ້ວຍການໄປຢ້ຽມຢາມ 2 ຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ກາຍເປັນການນຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ຜູ້ທຳອິດໄປຢ້ຽມຢາມທຳນຽບຂາວ ໃນອາຍຸການຂອງທ່ານປະທານາທິບໍດີອາເມລິກາ ຄົນໃໝ່ Donald Trump, ພ້ອມກັນນີ້ກໍ່ເປັນຄັ້ງທຳອິດໃນປະຫວັດສາດທີ່ທ່ານ Donald Trump ເປັນປະທານາທິບໍດີອາເມລິກາ ມາຢ້ຽມຢາມຫວຽດນາມ ໃນປີທຳອິດທີ່ຮັບດຳລົງຕຳແໜ່ງ. ທ່ານປະລິຍາເອກ ເຈີ່ນວຽດທ໋າຍ, ສະຖາບັນພົວພັນຕ່າງປະເທດ, ຖືວ່າ.

        “ນັບແຕ່ເວລາສ້າງການພົວພັນຫວຽດນາມ - ອາເມລິກາ ເປັນປົກກະຕິ ມາຮອດປະຈຸບັນ, ຫວນຄືນຫຼັງປະທານາທິບໍດີ 3 ຮຸ່ນຂອງອາເມລິກາ ແມ່ນປະທານາທິບໍດີ Bill Clinton, ປະທານາທິບໍດີ George Bush, ປະທານາທິບໍດີ Obama. ນັບທັງທ່ານປະທານາທິບໍດີ Bill Clinton, ຜູ້ທີ່ໄດ້ຕົກລົງສ້າງການພົວພັນທາງການທູດເປັນປົກກະຕິນັ້ນ, ກໍ່ພຽງແຕ່ມາຢ້ຽມຢາມຫວຽດນາມໃນທ້າຍອາຍຸການຂອງຕົນ. ສະເພາະປະທານາທິບໍດີ Donald Trump ໄດ້ເປັນເຈົ້າການໃນການມາຢ້ຽມຢາມຫວຽດນາມ ແຕ່ຫົວທີ. ສິ່ງດັ່ງກ່າວໄດ້ສ່ອງແສງໃຫ້ເຫັນຖານະບົດບາດຂອງຫວຽດນາມ ພວມເພີ່ມຂຶ້ນໃນນະໂຍບາຍການຕ່າງປະເທດ ແລະ ໃນການພົວພັນກັບອາເມລິກາ.”

        ການຢ້ຽມຢາມມີຄວາມໝາຍທີ່ເປັນສັນຍາລັກຢ່າງໃຫຍ່ຫຼວງ, ເປັນຂີດໝາຍໃໝ່ໃນການພົວພັນຄູ່ຮ່ວມມືຮອບດ້ານ, ສະແດງໃຫ້ເຫັນບາດກ້າວຍາວໄກໃນຈິນຕະນາການຂອງບັນດາການນຳອາເມລິກາກັບຫວຽດນາມ. ນັ້ນແມ່ນການເຄົາລົບລະບອບການເມືອງຂອງຫວຽດນາມ.

ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນພັດທະນາຢ່າງມີສະຖຽນລະພາບ,ປອດໄສ.

        ສຳລັບຈີນ, ປີ 2017 ກໍ່ແມ່ນປີກໍ່ຮັບຮູ້ການພົວພັນເຂົ້າສູ່ລວງເລິກ, ສະຖຽນລະພາບ ດ້ວຍບັນດາການເຄື່ອນໄຫວທາງການທູດຢ່າງຟົດຟື້ນ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ລ້ວນແຕ່ດຳເນີນການໄປຢ້ຽມຢາມຈີນ. ເປັນເຈົ້າພາບຈັດປີ APEC 2017 ກໍນຳຫວຽດນາມ ກາຍເປັນປະເທດທຳອິດທີ່ໄດ້ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ມາຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ.

        ເຫດການດັ່ງກ່າວໄດ້ສົ່ງສັນຍານຢ່າງແຮງ ຊີ້ໃຫ້ເຫັນຄວາມຕັດສິນໃຈຂອງ 2 ປະເທດ ເພື່ອແນໃສ່ສືບຕໍ່ຮັກສາການພົວພັນ 2 ຝ່າຍໃຫ້ພັດທະນາຢ່າງໝັ້ນທ່ຽງ ແລະ ປອດໄສ. ທີ່ການເຈລະຈາ ພາຍຫຼັງພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ, ຢືນຢັນວ່າ.

        “ການພັດທະນາຢ່າງໝັ້ນທ່ຽງ, ຍາວນານ ແລະ ບັນດາຜົນງານໃນການພົວພັນລະຫວ່າງ 2 ພັກ, 2 ລັດ ແມ່ນປັດໄຈທີ່ຂາດບໍ່ໄດ້ສຳລັບສະຖຽນລະພາບ ແລະ ການພັດທະນາຂອງແຕ່ລະປະເທດ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກພ້ອມກັບພັກ, ລັດ ແລະ ປະຊາຊົນຈີນ ເພີ່ມທະວີນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ລົງເລິກການຮ່ວມມືຢ່າງມີເນື້ອແທ້, ຄູ່ຮ່ວມມື, ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ພັກ, 2 ລັດໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ, ມີສະຖຽນລະພາບ, ປອດໄສ.”

ຢືນຢັນການພົວພັນສະໜິດແໜ້ນກັບບັນດາປະເທດບ້ານໃກ້ເຮືອນຄຽງ

        ໃນການພົວພັນກັບບັນດາປະເທດ, ບັນດາຄູ່ຮ່ວມມື, ການພົວພັນຮ່ວມມື, ມິດຕະພາບ, ທີ່ເປັນມູນເຊື້ອກັບບັນດາປະເທດບ້ານໃກ້ເຮືອນຄຽງສືບຕໍ່ແມ່ນບຸລິມະສິດສູງໃນແນວທາງ, ແຜນນະໂຍບາຍພົວພັນກັບຕ່າງປະເທດຂອງພັກ ແລະ ລັດຫວຽດນາມ ໃນປີຜ່ານມາ.

        ສຳລັບປະເທດລາວ, ປີ 2017 ແມ່ນປີພິເສດໃນການພົວພັນລະຫວ່າງຫວຽດນາມ - ລາວ, ເປັນຂີດໝາຍ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື. ມີການເຄື່ອນໄຫວຫຼາຍຢ່າງໃນປີສາມັກຄີມິດຕະພາບຫວຽດນາມ - ລາວ ຖືກດຳເນີນຢ່າງສົມກຽດລະດັບຊາດຢູ່ທັງ 2 ປະເທດ. ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ມາຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການໃນຖານະການທີ່ 2 ປະເທດຈັດປີສາມັກຄີມິດຕະພາບ 2017 ບັນລຸຜົນສຳເລັດ ແມ່ນຂີດໝາຍທີ່ມີຄວາມໝາຍປະຫວັດສາດຢ່າງເລິກເຊິ່ງໃນສາຍພົວພັນແບບພິເສດຫວຽດນາມ - ລາວ.

        ສຳລັບກຳປູເຈຍ, ການຮ່ວມມື 2 ຝ່າຍລະຫວ່າງຫວຽດນາມ - ກຳປູເຈຍ ໃນປີ 2017 ໄດ້ເປັນຂີດໝາຍ 50 ປີແຫ່ງການຮ່ວມມື. ການຢ້ຽມຢາມກຳປູເຈຍ ຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເມື່ອເດືອນກໍລະກົດ 2017 ໄດ້ສ້າງພື້ນຖານຢ່າງໝັ້ນແກ່ນເພື່ອນຳການພົວພັນ “ບ້ານໃກ້ເຮືອນຄຽງທີ່ດີ, ມີດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ” ກັບກຳປູເຈຍ ໃຫ້ຂຶ້ນສູ່ລະດັບສູງໃໝ່.

        ປີ 2017, ເປັນປີມີເຫດການ ແລະ ຜົນງານດ້ານການພົວພັນກັບຕ່າງປະເທດ ຫຼາຍຢ່າງ, ສ້າງປະຖົມປັດໃຈທີ່ໝັ້ນແກ່ນເພື່ອໃຫ້ຫວຽດນາມ ສືບຕໍ່ເຊື່ອມໂຍງເຂົ້າກັບສາກົນຢ່າງມີປະສິດທິຜົນ ຕາມແນວທາງການຕ່າງປະເທດສັນຕິພາບ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ຖືຜົນປະໂຫຍດຂອງປະເທດ, ຊົນຊາດໄປກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ