ຂີດໝາຍຂອງກອງປະຊຸມສະໄໝພິເສດ ໃນປະຫວັດສາດຂອງສະພາແຫ່ງຊາດຫວຽດນາມ

    ວັນ​ທີ 29/11, ກອງ​ປະຊຸມ​​ສະ​ໄໝ​ສາມັນ​ເທື່ອ​ທີ 6​ ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ໄດ້​ອັດ​ລົງ​ໄວ​ກ່ວາ 1 ມື້​ເມື່ອ​ທຽບ​ໃສ່​ແຜນການ, ຊຶ່ງ​ໄດ້​ສຳ​ເລັດ​ບັນດາ​ເນື້ອ​ໃນ, ໜ້າ​ທີ່​ສຳຄັນ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ສັງຄົມຕະຫຼອດ​ຮອດ​ວຽກ​ງານສ້າງ​ກົດໝາຍ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ສະພາ​ແຫ່ງ​ຊາດ​ຫວຽດນາມຮັບຮອງ​ເອົາລັດຖະທຳ​ມະນູນ​ສະບັບ​ປັບປຸງ, ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ ກໍ​ຄື​ຕົກ​ລົງ​ບັນດາ​ຄາດໝາຍ​ພັດທະນາ​ເສດຖະກິດ-ສົງ​ຄົມ. ໝາກຜົນ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ຂອງ​​ແຜນການ 5 ປີ 2011 – 2015, ສ້າງ​ປະຖົມ​ປັດ​ໄຈ​ໃຫ້​ແກ່​ການ​ພັດທະນາ​ຂອງ​ປະ​ເທດຊາດ​ໃນ​ຊຸມ​ປີ​ຕໍ່ໆ​ໄປ.

    ກ່ອນ​ອື່ນໝົດ, ຕ້ອງ​ຢືນຢັນ​ວ່າ ກອງ​ປະຊຸມ​​ສະ​ໄໝ​ສາມັນ​ເທື່ອ​ທີ 6​ ສະພາ​ແຫ່ງ​ຊາດ​ຫວຽດນາມຊຸດ​ທີ 13 ​ແມ່ນ​ກອງ​ປະຊຸມ​ທີ່​ໄຊ້​ເວລາ​ຍາວ​ກ່ວາ​ໝູ່​ນັບ​ແຕ່​ຕົ້ນອາຍຸ​ການ​ຂອງສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ມາ​ຮອດ​ປະຈຸ​ບັນ ດ້ວຍ​ວຽກ​ງານ​ຫຼາຍ​ຢ່າງ ​ແລະ ມີ​ຄວາມ​ສຳຄັນ​ທີ່​ສຸດ. ນີ້​ແມ່ນ​ກອງ​ປະຊຸມ​ກາງ​ສະ​ໄໝຂອງ​ສະພາ​ແຫ່ງ​ຊາດ ​ແລະ ກໍ​ແມ່ນ​ເຄິ່ງອາຍຸ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ.

ຂີດໝາຍຂອງກອງປະຊຸມສະໄໝພິເສດ ໃນປະຫວັດສາດຂອງສະພາແຫ່ງຊາດຫວຽດນາມ - ảnh 1
ກອງ​ປະຊຸມ​​ສະ​ໄໝ​ສາມັນ​ເທື່ອ​ທີ 6​ ສະພາ​ແຫ່ງ​ຊາດ​
ຫວຽດນາມຊຸດ​ທີ 13

    ​ເຮ​ັດ​ໃຫ້​ວຽກ​ງານ​ສ້າງ​ກົດໝາຍ​ສົມບູນ​ແບບ.

   ທີ່ ກອງ​ປະຊຸມ​​ສະ​ໄໝ​ສາມັນ​ເທື່ອ​ທີ 6​ ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ວຽກ​ງານ​ສ້າງ​ກົດໝາຍ​ແມ່ນ​ມີ​ຫຼາຍຈຸດ​ເປັນ​ໜ້າ​ສົນ​ໃຈ​ເມື່ືອ ສະພາ​ແຫ່ງ​ຊາດ ຮັບຮອງ​ເອົາ ​ແລະ ປຶກສາ​ຫາລື​ຮ່າງ​ກົດໝາຍ​ຫຼາຍ​ສະບັບ​ທີ່​ສຳຄັນ, ​ໃນ​ນັ້ນ, ມີ​ກົດໝາຍ​ວ່າ​ດ້ວຍ​ປະຕິບັດ​ການ​ປະຢັດ, ຕ້ານ​ການ​ຟຸມ​ເຟື່ອຍ( ສະບັບ​ປັບປຸງ) , ກົດໝາຍ​ວ່າ​ດ້ວຍ​ການ​ຕ້ອນຮັບ​ພົນ​ລະ​ເມືອງ. ຈຸດ​ທີ່​ພົ້ນ​ເດັ່ນ​ໃນ​ວຽກ​ງານ​ສ້າງ​ກົດໝາຍ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ສະພາ​ແຫ່ງ​ຊາດ​ໄດ້ ຮັບຮອງ​ເອົາ​ເອກະສານ​ນິຕິ​ກຳ 2 ສະບັບ​ທີ່​ສຳຄັນ, ນັ້ນ​ແມ່ນ ລັດຖະທຳ​ມະນູນ​ສະບັບ​ປັບປຸງ ​ແລະ ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ ດ້ວຍ​ອັດ​ຕາ​ຄະ​ແນນ​ສຽງ​ສະໜັບສະໜູນ​ສູງ​ທີ່​ສຸດ. ຖ້າ​ຫາກ​ວ່າ ການຮັບຮອງ​ເອົາລັດຖະທຳ​ມະນູນ​ສະບັບ​ປັບປຸງ ​ໄດ້​ຮັບ​ການ​ຕີ​ລາຄາ​ແມ່ນ​ເຫດການ​ທີ່​ມີ​ລັກສະນະ​ປະຫວັດສາດ​ນັ້ນ, ການຮັບຮອງ​ເອົາ ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ ກໍ​ໄດ້​ຊ່ວຍ​​ແກ້​ໄຂ​ບັນດາ​ບັນຫາ​ທີ່​ພຶດຕິ​ກຳ​ຕົວ​ຈິງ​ໄດ້​ວາງ​ອອກ,​ ສາມາດ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ພັດທະນາ​​ເສດຖະກິດ-ສົງ​ຄົມ, ມີ​ຜົນ​ກະທົບ​​ໂດຍ​ກົງເຖິງ​ການ​ພັດທະນາ​ເສດຖະກິດ, ສ້າງ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ການ​ຮັບປະກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ທາງ​ສັງ​ຄົມ ​ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ທ່ານ​ນາງ ຕົນ​ທິງ​ອກ​ແຫ້ງ, ສສຊ ​ແຂວງ ດັກ​ນົງ ​ໃຫ້​ຂໍ້​ສົງ​ເກດ​ວ່າ​ :

ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13 ​ໄດ້​ຮັບຮອງ​ເອົາ​ຫລາຍ​ເນື້ອ​ໃນ, ມີ​ຮ່າງ​ກົດໝາຍ​ສຳຄັນຫລາຍ​ສະບັບ ​ຂອງ​ປະ​ເທດ​ຊາດ​ໄດ້​ຮັບຮອງ​ເອົາ. ນີ້​ແມ່ນ​ກອງ​ປະຊຸມ​​ເຮ​ັດວຽກ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ມີ​ຄຸນ​ນະພາບສູງ​ພໍ​ສົມຄວນ, ມີ​ການ​ຫັນປ່ຽນ​ຫລາຍ​ຢ່າງ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ບັນດາ​ບັນຫາ​ທ່ີ​ວາງ​ອອກ​ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ວອ່ງ​ໄວ, ຕອບ​ສະຫນອງ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ.”
        ຮັບຮອງ​ເອົາ​ລັດຖະນະ​ໂຍບາຍ​ພັດທະນາ​ເສດຖະກິດ, ຮັບປະກັນ​ຊີວິດ​ສັງຄົມ.

        ມະຕິ 3 ສະບັບ​ທີ່​ກ່ຽວຂ້ອງ​ເຖິງ​​ເສດຖະກິດ​ສັງຄົມ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທ​ື່ອທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13 ​ໄດ້​ສ້າງ​ພື້ນຖານ​ສຳຄັນ​ເພື່ອ​ໃຫ້​ຫວຽດນາມ ສຳ​ເລັດ​ບັນດາ​ຈຸດໝາຍ​ພັດທະນາ. ດ້ວຍ​ການ​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ການ​ດັດ​ປັບ​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2013 ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2014, ສະພາ​ແຫ່ງ​ຊາດ​ໄດ້​ຕົກລົງ​ຍົກ​ລະດັບ​ເພດານ​ລາຍ​ຈ່າຍ​ງົບປະມານ​​ແຫ່ງ​ລັດເກີນ​ດຸນ​ໃຫ້​ແກ່ 2 ປີ​​ເພີ່ມຂຶ້ນ​ເຖິງ 5,3% GDP. ດ້ວຍ​ມະ​ຕິ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2014, ສະພາ​ແຫ່ງ​ຊາດ​ໄດ້​ຕົກລົງ​ວາງ​ຄາດໝາຍ​ການ​ເຕີບ​ໂຕ GDP ​ແມ່ນ 5,8%, ດັດຊະນີ​ລາຄາ​ໃຊ້​ສອຍ​ເພີ່ມ​ຂຶ້ນ​ສະ​ເລ່ຍ​​ແມ່ນ 7%/ປີ. ສະພາ​ແຫ່ງ​ຊາດ​ກໍ​ໄດ້​ວາງ​ຄາດໝາຍ​ສືບ​ຕໍ່​ປະຕິບັດ​ການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ, ສ້າງ​ວຽ​ກ​ເຮັດ​ງານ​ທຳ ​ແລະ ປະຕິບັດ​ບັນດາ​ຈຸດໝາຍ​ກ່ຽວ​ກັບ​ວັດທະນະທຳ, ການ​ສຶກສາ​ບຳລຸງ​ສ້າງ, ສາທາລະນະ​ສຸກ, ສິ່ງ​ແວດ​ລ້ອມ, ການ​ກໍ່ສ້າງ ​ແລະ ພັດທະນາ​ຊົນນະບົດ​​ໃຫມ່ຢ່າງ​ມີ​ປະສິດທິ​ຜົນ. ສະພາ​ແຫ່ງ​ຊາດ​ກໍ​ເຫັນ​ດີ​ເຫັນ​ພ້ອມ​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ກາ​ນຈຳຫນ່າຍເພີ່ມ​ເຕີມ ແລະ ຈັດ​ແບ່ງ​ພັນທະບັດ​ລັດຖະບານ​​​ໄລຍະ 2014-2016. ທ່ານ ຫງວຽນ​ກາວ​ຟຸກ, ສສຊ ​ແຂວງ ກວ໋າງຫງາຍ ​ໃຫ້​ຮູ້​ວ່າ:

        “ປີ 2014-2015 ພວກ​ເຮົາ​ຄວນ​ເອົາ​ໃຈ​ໃສ່​ກວ່າກ່ຽວ​ກັບ​ການ​ຟື້ນ​ຕົວ​ການ​ເຕີບ​ໂຕ, ຄວນ​ກະຕຸກ​ຊຸກຍູ້​ເພີ່ມ​ຄວາມ​ຕ້ອງການເສດຖະກິດ. ​ເລ່ືອງ​ເພີ່ມ​ຄວາມ​ຕ້ອງການ ​ແລະ ລົງທຶນ​ຂອງ​ລັດ​ໄລຍະ​ປະຈຸ​ບັນ ​ແມ່ນ​ເໝາະ​ສົມ​ເພື່ອ​ລົງທຶນ​ກິດຈະກຳ​ຈຸດ​ສຸມ​ທີ່​ສຳຄັນ​ຂອງ​ພື້ນຖານ​ເສດຖະກິດ​ຕິດ​ພັນ​ກັບ​ການສ​້າງ​ໂຄງ​ປະກອບ​ການ​ລົງທຶນ​ຂອງ​ລັດ​ຄືນ​ໃຫມ່, ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ​ແກ້​ໄຂ​ສະພາບ​ສິນຄ້າ​ຄ້າງ​ສາງ​ໃຫ້​ແກ່​ວິ​ສາ​ຫະກິດ. ຖ້າ​ຫາກ​ເພີ່ມ​ແຫ​ລ່ງ​ເງິນ​ລົງທຶນ​ຈາ​ກການຈຳຫນ່າຍ​ພັນທະບັດ​ລັດຖະບານ​ໃນ​ເງື່ອນ​ໄຂ​ຄຸ້ມ​ຄອງ​ການ​ລົງທຶນ​ຖືກ​ຮັດ​ແຫນ້ນ​ເທື່ອ​ລະ​ກ້າວ ​ແລະ ມີ​ມາດຖານ​ລະອຽດ ພ້ອມ​ກັນ​ນັ້ນ​ແມ່ນ​ການຈຳຫນ່າຍ​ພັນທະບັດ ​ແລະ ການປ່ອຍທຶນ​ຢ່າງເໝາະ​ສົມ​ກັບ​ຂັ້ນ​ຕອນ, ນະ​ໂຍບາຍ​ງົບ​ປະມານ ​ສົມທົບກັບນະ​ໂຍບາຍ​ເງິນຕາຢ່າງ​ເໝາະ​ສົມ ພວກ​ເຮົາ​ຈະ​ບັນລຸ​ໄດ້​ຄາດໝາຍ​ການ​ຈະ​ເລີ​ນເຕີບ​ໂຕ ​ແລະ ຄວບ​ຄຸມ​ໄພ​ເງິນ​ເຟີ້​ໄດ້.”

ບູລະນະ​ກົງຈັກ​ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ

 ມີ​ວຽກ​ງານ​ທີ່​ສຳຄັນ​ອີກ​ອັນ​ໜຶ່ງ​ທີ່ ສະພາ​ແຫ່ງ​ຊາດ​ຫວຽດນາມ​ໄດ້​ດຳ​ເນີນ​ໃນ ກອງ​ປະຊຸມ​​ຄັ້ງ​ນີ້ ​ແມ່ນ​ການ​ບູລະນະປັບປຸງດ້ານ​ບຸກຄະລາ​ກອນ. ດ້ວຍ​ຄວາມ​ໄວ້​ວາງ​ໃຈ​ຢ່າງ​ສູງ, ບັນດາ ສສຊ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ເລືອກ​ຕັ້ງ ຮອງ​ນາຍົກລັດຖະມົນຕີຄົນ​ໃໝ່ 2 ທ່ານຄື : ທ່ານ​ຝ້າ​ມບິງ​ມິນ, ຮັບຜິດຊອບ​ວຽກ​ງານ​ການ​ພົວພັນຕ່າງ​ປະ​ເທດ, ທ່ານ ວູ້ດຶກ​ດາມ, ຊ່ວຍ​ນາຍົກລັດຖະມົນຕີ ຕິດຕາມ ຊີ້​ນຳ ກຸມ​ວັດທະນະທຳ-ສັງ​ຄົມ-ວິທະຍາສາດ-ສຶກສາ. ບັນດາ ສສຊ ຍັງເຫັນ​ດີ​ເປັນ​ເອກະສັນ​ເລືອກ​ຕັ້ງ​ເພີ່ມ​ເຕີມ ຮອງ​ປະທານ​​ບາງອົງການຂອງ​ສະພາ​ແຫ່ງ​ຊາດ.

   ​ແລະ ກໍ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ພາລະໜ້າ​ທີ່​ຕິດຕາມ​ກວດກາ​ໄດ້​ຮັບ​ການ​ເຊີດ​ຊູ ​ເມື່ອສະພາ​ແຫ່ງ​ຊາດດຳ​ເນີນ​ການ​ຕິດ​ຕາມ​ກວດກາບັນດາ​ເນື້ອ​ໃນ​ທີ່​ຜູ້​ມີ​ສິດ   ​ເລືອ​ກຕັ້ງ​ມີ​ຄວາມ​ສົນ​ໃຈຄື ການ​ປະຕິບັດ​ນະ​ໂຍບາຍ​, ກົດໝາຍ​ວ່າ​ດ້ວຍ​ການ​ປະກັນ​ສຸຂະພາບ​ໄລຍະ 2009-2012, ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ປະຕິບັດ​ບັນດາ​ມະຕິ​ຂອງ ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຊັກ​ຖາມ ​ແລະ ຕອບຄຳ​ຊັກ​ຖາມ​ທີ່ ກອງ​ປະຊຸມ​​ສະ​ໄໝ​ສາມັນ​ເມື່ອ​ທີ 3, ທີ 4, ທີ 5 ຂອງ​ ສະພາ​ແຫ່ງ​ຊາດ; ການ​ດຳ​ເນີນ​ການ ຊັກ​ຖາມ ​ແລະ ຕອບຄຳ​ຊັກ​ຖາມ​. ທ່ານ​ນາງ ຫງວຽນ​ແທງ​ຫາຍ ສສຊ ​ແຂວງ ຮ່ວາ​ບິງ ​ໃຫ້​ຮູ້​ວ່າ :
  “ ມີ​ຫຼາຍ​ຈຸດ​ໃໝ່​ທີ່ ກອງ​ປະຊຸມ​​ສະ​ໄໝ​ສາມັນ​ເທື່ອ​ນີ້, ​ແຕ່​ສຳລັບ ຂ້າພະ​ເຈົ້າ​ແລ້ວ​, ມີ​ຄວາມ​ປະ​ທັບ​ໃຈ 2 ຢ່າງ. ທີ 1 ​ແມ່ນ​ການຊັກ​ຖາມ. ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ການ ຊັກ​ຖາມທີ່​ກອງ​ປະຊຸມ 3 ສະ​ໄໝ​ມໍ່​ໆ​ມາ​ນີ້ ​ໄດ້​ຊ່ວຍ​ໃຫ້​ບັນດາ ສສຊ ມີ​ການ​ຕີ​ລາຄາ​ໂດຍ​ສັງ​ເຂ​ບກ່ຽວ​ກັບ​ບັນດາ​ບັນຫາ​ຖືກ​ຊັກ​ຖາມ ຊຶ່ງ​ໄດ້ ​ແລະ ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ ​ແລະ ​ເຫດຜົນ​ແມ່ນ​ຍ້ອນ​ຫຍັງ. ນີ້​ແມ່ນ​ການ​ປ່ຽນ​ໃໝ່​ທາງ​ດ້ານ​ເນື້ອ​ໃນ​ການ​ຊັກ​ຖາມ. ຂ້າພະ​ເຈົ້າ​ຫວັງ​ວ່າ ສິ່ງ​ນີ້​ຈະ​ສືບ​ຕໍ່ຖືກ​ປະຕິບັດ​​ໃນກອງ​ປະຊຸມ​​ສະ​ໄໝ​ສາມັນຄັ້ງ​ຕໍ່ໆ​ໄປ ”

    ດ້ວຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ມາ​ໄດ້, ອາດ​ຈະ​ຢືນຢັນ​ໄດ້​ວ່າ ກອງ​ປະຊຸມ​​ສະ​ໄໝ​ສາມັນ​ເມື່ອ​ທີ 6​ ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ແມ່ນ​ກອງ​ປະຊຸມ​ສະ​ໄໝ​ພິ​ເສດ​ໃນ​ປະຫວັດສາດ​ຂອງ ສະພາ​ແຫ່ງ​ຊາດ​ຫວຽດນາມ, ມີ​ບົດບາດ​ສຳຄັນ​ທີ່​ມີ​ຕໍ່​ການ​ພັດທະນາ​ຂອງ​ປະ​ເທດຊາດ​ໃນ​ຊຸມ​ປີ​ຕໍ່ໆ​ໄປ./.


 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 



ຕອບກັບ

ຂ່າວ/ບົດ​ອື່ນ