ຂີດ​ໝາຍ​​ດີ​ເດັ່ນ​ຂອງຫວຽດ​ນາມ​ບົນ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ໃຫ່​ຍ​ກ່​ວາ​ໝູ່​ໃນ​ໂລກ

(VOVWORLD) - ວັນທີ 20 ກັນຍາປີ 1977, ທຸງຊາດຫວຽດນາມ ໄດ້ປິວສະບັດຢູ່ສຳນັກງານ ສປຊ ທີ່ນີວຢອກ. 43 ປີທີ່ຜ່ານມາ, ສາຍພົວພັນລະຫວ່າງຫວຽດນາມ ແລະ ສປຊ ບັນລຸໄດ້ບາດກ້າວເດີນຫຼາຍຢ່າງ. ຈາກປະເທດທີ່ພຽງແຕ່ໄດ້ເຂົ້າຮ່ວມນັ້ນ, ຫວຽດນາມ ຄ່ອຍໆຢັ້ງຢືນທີ່ຕັ້ງບົດບາດຂອງປະເທດສະມາຊິກໜຶ່ງເປັນເທື່ອລະກ້າວ, ນັບມື້ນັບໄດ້ເຂົ້າຮ່ວມຢ່າງເລິກເຊິ່ງກ້ວາງຂວາງ ແລະ ມີການປະກອບສ່ວນອັນແທດຈິງ ເຂົ້າໃນການພັດທະນາຢ່າງໃຫ່ຍຫຼວງ ແລະ ເຂັ້ມແຂງຂອງ ສປຊ.
ຂີດ​ໝາຍ​​ດີ​ເດັ່ນ​ຂອງຫວຽດ​ນາມ​ບົນ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ໃຫ່​ຍ​ກ່​ວາ​ໝູ່​ໃນ​ໂລກ - ảnh 1

ຫວຽດນາມກາຍເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021 ຢ່າງເປັນທາງການເມື່ອວັນທີ 7/6/2019 (ພາບ: baoquocte.vn)

    ວັດຖຸປະສົງການເຄື່ອນໄຫວຂອງ ສປຊ ແມ່ນຮັບປະກັນເພື່ອໃຫ້ໂລກມີຄວາມຍຸດຕິທຳ ແລະ ສັນຕິພາບຫຼາຍກ່ວາອີກ. ສິ່ງດັ່ງກ່າວແມ່ນເໝາະສົມກັບຫວຽດນາມທີ່ສຸດ ຊື່ງແມ່ນປະເທດທີ່ຮັກຫອມສັນຕິພາບ ແລະ ຄວາມຍຸດຕິທຳ. 43 ປີທີ່ໄດ້ເຂົ້າເປັນສະມາຊິກຂອງ ສປຊ, ຫວຽດນາມ ໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ຕັ້ງໜ້າ ແລະ ເປັນເຈົ້າການປະກອບສ່ວນເຂົ້າໃນເປົ້າໝາຍປົກປັກຮັກສາສັນຕິພາບ, ຮັກສາບັນດາສິດທິອັນເປັນພື້ນຖານຂອງມະນຸດໃນທົ່ວໂລກ.

ສະມາຊິກທີ່ຕັ້ງໜ້າ

 ຫວນຄືນໄລຍະທາງກ່ວາ 4 ທົດສະວັດ ນັບແຕ່ເມື່ອຫວຽດນາມ ເຂົ້າເປັນສະມາຊິກ ສປຊ ຢ່າງເປັນທາງການ, ສາຍພົວພັນລະຫວ່າງຫວຽດນາມ ກັບອົງການຫຼາຍຝ່າຍໃຫ່ຍກ່ວາໝູ່ໃນໂລກນີ້ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ຕາມທິດນັບມື້ນັບເລິກເຊິ່ງກ້ວາງຂວາງ ແລະ ມີປະສິດທິຜົນ. ເລື່ອງເຂົ້າເປັນສະມາຊິກ ສປຊ ໄດ້ເປີດໜ້ານະໂຍບາຍໃໝ່ສຳລັບ “ຫັນການພົວພັນກັບຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ” ຂອງຫວຽດນາມ. ບໍ່ພຽງແຕ່ຍາດແຍ່ງໄດ້ແຫຼ່ງເງິນອຸປະຖຳ, ການຊ່ວຍເຫຼືອ ເພື່ອສ້າງສາປະເທດຊາດຄືນໃໝ່ຫຼັງສົງຄາມ, ຍາດແຍ່ງການຊ່ວຍເຫຼືອດ້ານທຶນຮອນ, ພູມປັນຍາ, ເຕັກນິກຂອງ ສປຊ ຮັບໃຊ້ໃຫ້ແກ່ວິວັດທະນະການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດເທົ່ານັ້ນ, ຫາກເຫດການນີ້ ຍັງປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງຫວຽດນາມ ບົນເວທີປາໄສສາກົນອີກດ້ວຍ. ທ່ານອະດີດເອກອັກຄະລັດຖະທູດຫວຽດນາມ ປະຈຳ ສປຊ ເລຮ່ວາຍຈຸງ ຢືນຢັນວ່າ:

   ສປຊ ສວມບົດບາດສຳຄັນ ໃນເລື່ອງຫວຽດນາມ ຜັນຂະຫຍາຍການປະຕິບັດການເຊື່ອມໂຍງເຂົ້າກັບສາກົນ. ຍ້ອນວ່າ ນັ້ນແມ່ນກົນໄກທົ່ວໂລກ ດ້ວຍການເຂົ້າຮ່ວມຂອງທຸກປະເທດ, ການເຄື່ອນໄຫວໃນຫຼາຍຂົງເຂດ, ລວມມີບັນດາປະເທດໃຫ່ຍ, ບັນດາຄູ່ຮ່ວມມືລາຍໃຫ່ຍຊື່ງຫວຽດນາມ ໄດ້ຖືເປັນສຳຄັນທີ່ສຸດ. ເພາະສະນັ້ນ, ຫວຽດນາມ ຕ້ອງຍາດແຍ່ງເພື່ອປະຕິບັດແນວທາງການຕ່າງປະເທດຂອງຕົນ ໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ.

ຂີດ​ໝາຍ​​ດີ​ເດັ່ນ​ຂອງຫວຽດ​ນາມ​ບົນ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ໃຫ່​ຍ​ກ່​ວາ​ໝູ່​ໃນ​ໂລກ - ảnh 2

ຫວຽດນາມເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ (ພາບ:TTXVN)

   ເມື່ອເຂົ້າເປັນສະມາຊິກ ສປຊ, ຫວຽດນາມ ແມ່ນປະເທດນຳໜ້າໃນການປະຕິບັດຈຸດໝາຍພັດທະນາສະຫັດສະວັດສຳເລັດກ່ອນກຳນົດເວລາ, ພ້ອມທັງແມ່ນ 1 ໃນຈຳນວນ 8 ປະເທດທີ່ໄດ້ທົດລອງປະຕິບັດຂໍ້ລິເລີ່ມ “ການກະທຳເອກະພາບ”. ທີ່ບັນດາເວທີປາໄສຂອງ ສປຊ, ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມການປຶກສາຫາລື ເພື່ອແກ້ໄຂບັນດາບັນຫາທີ່ມີຄວາມສົນໃຈລວມໃນດ້ານເສດຖະກິດ, ສັງຄົມ, ວັດທະນະທຳ, ມະນຸດສະທຳ ແລະ ຮັບປະກັນສິດທິມະນຸດ, ພ້ອມທັງປະກອບສ່ວນເຂົ້າໃນການປະຕິຮູບບັນດາອົງການ ສປຊ ຕາມທິດເປີດກ້ວາງ, ໃສແຈ້ງ, ປະຊາທິປະໄຕ ແລະ ມີປະສິດທິຜົນ. ບັນດາການປະກອບສ່ວນຂອງຫວຽດນາມ ໄດ້ຮັບການຕີລາຄາສູງຈາກ ສປຊ. ຫວ່າງແລ້ວນີ້, ທີ່ພິທີສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 75 ປີ, ທ່ານເລຂາທິການໃຫ່ຍ ສປຊ Atonio Guteres ຢືນຢັນວ່າ:

    ຍາມໃດຫວຽດນາມ ກໍ່ແມ່ນຄູ່ຮ່ວມມືທີ່ເຂັ້ມແຂງກ່ວາໝູ່ຂອງ ສປຊ ນັບແຕ່ເມື່ອໄດ້ເຂົ້າເປັນສະມາຊິກເມື່ອປີ 1977. ກຳລັງທະຫານຂອງຫວຽດນາມ ໄດ້ປະຕິບັດບັນດາໜ້າທີ່ປົກປັກຮັກສາສັນຕິພາບຂອງ ສປຊ ແລະ ບົດບາດນຳໜ້າຂອງຫວຽດນາມ ໃນການບັນລຸໄດ້ບັນດາຈຸດໝາຍພັດທະນາສະຫັດສະວັດ ແມ່ນພື້ນຖານທີ່ໜັກແໜ້ນ ເພື່ອໃຫ້ຫວຽດນາມ ຜັນຂະຫຍາຍໂຄງການພັດທະນາແບບຍືນຍົງ 2030. ໃນຖານະບົດບາດເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ໄດ້ ແລະ ພວມມີບັນດາການປະກອບສ່ວນທີ່ສຳຄັນ ເຂົ້າໃນການສະໜັບສະໜູນສັນຕິພາບແບບຍືນຍົງ.

ຂີດໝາຍທີ່ດີເດັ່ນຂອງຫວຽດນາມ

   ໃນຕະຫຼອດໄລຍະເວລາ 43 ປີທີ່ຜ່ານມາ, ວົງຄະນະຍາດສາກົນ ໄດ້ເຫັນແຈ້ງວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບ. ໂດຍໄດ້ຮັບຮູ້ບັນດາການປະກອບສ່ວນໃນຫຼາຍດ້ານຂອງຫວຽດນາມ, ປີ 2019, ເປັນຄັ້ງທີ 2 ທີ່ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021 ດ້ວຍບັດສະໜັບສະໜູນສູງສະຖິຕິ ທີ່ບໍ່ເຄີຍມີໃນປະຫວັດສາດ ສປຊ. ນີ້ບໍ່ພຽງແຕ່ແມ່ນການຮັບຮູ້ຂອງວົງຄະນະຍາດສາກົນ ກ່ຽວກັບບັນດາຜົນງານຂອງຫວຽດນາມ ໃນວິວັດທະນາການແຫ່ງການປ່ຽນແປງໃໝ່ເທົ່ານັ້ນ, ຫາກຍັງແມ່ນການຮັບຮູ້ບົດບາດ, ທີ່ຕັ້ງຂອງຫວຽດນາມ ໃນການປະກອບສ່ວນແກ້ໄຂບັນດາບັນຫາລວມຂອງມວນມະນຸດອີກດ້ວຍ. ຍ້ອນບົດບາດແມ່ນປະເທດນຳໜ້າ ໃນການປົກປັກຮັກສາສັນຕິພາບນັ້ນ, ຫວຽດນາມ ໄດ້ຮັບການສະໜັບສະໜູນຢ່າງແຮງຈາກ ສປຊ ແລະ ຫຼາຍປະເທດໃນບັນຫາທະເລຕາເວັນອອກ, ຢັ້ງຢືນທັດສະນະຂອງຫວຽດນາມ ແມ່ນເຄົາລົບກົດໝາຍສາກົນ, ແກ້ໄຂບັນດາການຍາດຊິງກັນໂດຍສັນຕິວິທີ.

   ດ້ວຍແນວທາງການຕ່າງປະເທດເປີດກວ້າງຂອງຫວຽດນາມ, ການພົວພັນລະຫວ່າງ ຫວຽດນາມ-ສປຊ ໄດ້ພັດທະນາຢ່າງກ້າວກະໂດດຂັ້ນໃນທຸກດ້ານ ແລະ ໃນຫຼາຍລະດັບທີ່ແຕກຕ່າງກັນ. ຫວຽດນາມ ໄດ້ສ້າງຂີດໝາຍທີ່ດີທີ່ສຸດ ໃນການພົວພັນກັບ ສປຊ, ປະກອບສ່ວນສ້າງລະບອບຫຼາຍຝ່າຍທົ່ວໂລກທີ່ມີຄວາມຍຸດຕິທຳ, ໃສແຈ້ງ ແລະ ມີປະສິດທິຜົນ, ຕອບສະໜອງຄວາມມຸ່ງຫວັງລວມຂອງທົ່ວມວນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ