ຂີດໝາຍນຳການພົວພັນລະຫວ່າງຫວຽດນາມກັບຝລັ່ງແລະກູບາຂຶ້ນສູ່ລະດັບສູງໃໝ່

(VOVWORLD) -ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ຫາກໍ່ສິ້ນສຸດການຢ້ຽມຢາມ 2 ປະເທດສ.ຝລັ່ງ ແລະ ສ.ກູບາ ຢ່າງຈົບງາມ. ນີ້ແມ່ນການເຄື່ອນໄຫວພົວພັນຕ່າງປະເທດ 2 ຄັ້ງທີ່ມີຄວາມໝາຍສຳຄັນຍິ່ງຂອງຫວຽດນາມ ໃນປີ 2018

ພ້ອມທັງແມ່ນການຢ້ຽມຢາມເປັນຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢູ່ພາກພື້ນເອີລົບ ແລະ ອາເມລິກາລາຕິງ ໃນອາຍຸການກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ. ບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມໄດ້ເປັນຂີດໝາຍປະຫວັດສາດ, ສ້າງກຳລັງໜູນໃໝ່ ແລະ ແມ່ນບາດກ້າວບຸທະລຸສຳຄັນ, ນຳການພົວພັນລະຫວ່າງຫວຽດນາມ ກັບສ.ຝລັ່ງ ແລະ ສ.ກູບາ ກ້າວເຂົ້າສູ່ໄລຍະໃໝ່.

        ການຢ້ຽມຢາມ 2 ປະເທດຝລັ່ງ ແລະ ກູບາ ຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ບໍ່ພຽງແຕ່ໄດ້ຢັ້ງຢືນເຖິງການກຳນົດສ້າງຕັ້ງຂອບເຂດ, ການກຳນົດທິດ ແລະ ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນລະຫວ່າງຫວຽດນາມ ກັບ 2 ປະເທດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນນະໂຍບາຍສະເໝີຕົ້ນສະເໝີປາຍຢ່າງມີຊີວິດຊີວາຂອງຫວຽດນາມ, ຄວາມຕັດສິນໃຈນຳການພົວພັນລະຫວ່າງຫວຽດນາມ ກັບ 2 ປະເທດໃຫ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່ອີກດ້ວຍ.

ຂີດໝາຍນຳການພົວພັນລະຫວ່າງຫວຽດນາມກັບຝລັ່ງແລະກູບາຂຶ້ນສູ່ລະດັບສູງໃໝ່ - ảnh 1 ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ ເຈລະຈາກັບບັນດາການນຳກູບາ Raul Castro Ruz

(ພາບ: TTXVN)

ການຢ້ຽມຢາມບັນລຸໄດ້ບັນດາຜົນງານຢ່າງຮອບດ້ານ, ແທດຈິງມີລັກສະນະຍຸດທະສາດ

        ຢູ່ 2 ປະເທດເຊິ່ງທ່ານເລຂາທິການໃຫຍ່ ມາຢ້ຽມຢາມ, ທ່ານເລຂາທິການໃຫຍ່ ໄດ້ມີບັນດາການເຈລະຈາ, ພົບປະເຈລະຈາກັບບັນດາການນຳຂອງຝລັ່ງ ແລະ ກູບາ ເກືອບທັງໝົດ, ພົບປະກັບປະຊາຊົນ, ພົບປະແລກປ່ຽນກັບຊາວໜຸ່ມ, ແລກປ່ຽນກັບວິສາຫະກິດ. ທ່ານ ຮ່ວາງບິ່ງກວນ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ, ໃຫ້ຮູ້ວ່າ.

        “ຝລັ່ງ  ຖືເປັນສຳຄັນຢ່າງສູງການຢ້ຽມຢາມຄັ້ງນີ້ຂອງທ່ານເລຂາທິການໃຫຍ່. ເຂົາເຈົ້າເຫັນໄດ້ຄວາມສາມາດບົ່ມຊ້ອນຂອງຫວຽດນາມ, ເຫັນໄດ້ປະສິດທິຜົນຂອງເລື່ອງເພີ່ມທະວີການພົວພັນ. ທ່ານເລຂາທິການໃຫຍ່ ໄດ້ມີບັນດາການເຈລະຈາ, ພົບປະເຈລະຈາກັບການນຳຝລັ່ງ ທຸກທ່ານ, ຢືນຢັນບັນດາວິໄສທັດຍຸດທະສາດ, ບັນດາການກຳນົດທິດໃຫຍ່, ພ້ອມທັງມີບັນດາມາດຕະການຢ່າງລະອຽດເພື່ອຊຸກຍູ້ການພົວພັນລະຫວ່າງ 2 ປະເທດ. ໃນຂະນະນັ້ນ, ບັນດາການນຳສູງສຸດຂອງກູບາ ລ້ວນແຕ່ເຂົ້າຮ່ວມການເຈລະຈາ, ພົບປະເຈລະຈາ, ຕ້ອນຮັບ ແລະ ນຳສົ່ງທ່ານເລຂາທິການໃຫຍ່. ມີສິ່ງໜຶ່ງຕາມຂ້າພະເຈົ້າທີ່ໄດ້ຮູ້ວ່າແມ່ນພິເສດທີ່ບໍ່ເຄີຍມີມາກອນ, ນັ້ນແມ່ນ ທ່ານ Raul ໄດ້ຂີເຮືອບິນລຳດຽວພ້ອມກັບທ່ານເລຂາທິການໃຫຍ່ ລົງຈອດຢູ່ສະໜາມບິນ Santiago de Cuba. ປະມຸກລັດ 2 ທ່ານພ້ອມກັນຂີເຮືອບິນລຳດຽວແມ່ນສິ່ງທີ່ບໍ່ເຄີຍມີມາກ່ອນຈັກເທື່ອ”.

        ເອກະສານຮ່ວມມື 43 ສະບັບທີ່ໄດ້ລົງນາມໃນຫຼາຍຂົງເຂດລະຫວ່າງຫວຽດນາມ ກັບຝລັ່ງ ແລະ ກູບາ, ໄດ້ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນຂອງຫວຽດນາມ ກັບ 2 ປະເທດໃນໄລຍະຈະມາເຖິງ, ພິເສດແມ່ນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ. ສຳລັບຝລັ່ງ, ບັນດາສັນຍາເສດຖະກິດທີ່ມີມູນຄ່າກວ່າ 10 ຕື້ເອີໂລ ທີ່ໄດ້ຮັບການລົງນາມລະຫວ່າງວິສາຫະກິດຂອງ 2 ປະເທດ, ໄດ້ສຸມໃສ່ເຂົ້າໃນບັນດາຂົງເຂດການບິນ, ເຕັກໂນໂລຊີຂໍ້ມູນຂ່າວສານ, ພະລັງງານ, ພື້ນຖານໂຄງລ່າງ. ທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ເຈີ່ນຕ້ວນແອງ, ຮ່ວມເດີນທາງພ້ອມກັບຄະນະໃຫ້ຮູ້ວ່າ.

        “ແນ່ນອນວ່າ, ສ.ຝລັ່ງ ຈະແມ່ນຄູ່ຮ່ວມມືລາຍໃຫຍ່ຂອງຫວຽດນາມ ໃນໄລຍະຈະມາເຖິງ, ດ້ວຍບັນດາກະແສຟອງລົງທຶນທີ່ໃຫຍ່ຫຼວງທີ່ສຸດ. ພວກເຮົາໄດ້ເຫັນປະຈັກຕາບໍ່ພຽງແຕ່ແມ່ນການສ້າງບັນດາກົນໄກ, ຂອບເຂດຮ່ວມມືຜ່ານຂໍ້ຕົກລົງນັບສິບສະບັບ ກໍຄືບົດບັນທຶກຮ່ວມມືໃນຫຼາຍຂົງເຂດໃຫ້ສົມບູນແບບເທົ່ານັ້ນ, ຫາກພວກເຮົາຍັງເຫັນປະຈັກຕາການເຂົ້າຮ່ວມຢ່າງຟົດຟື້ນຂອງຂົງເຂດວິສາຫະກິດ ດ້ວຍບັນດາສັນຍາເສດຖະກິດທີ່ມີມູນຄ່ານັບຕື້ USD ອີກດ້ວຍ.”

        ພິເສດ, ໃນການຢ້ຽມຢາມ, ການນຳຂັ້ນສູງ 2 ປະເທດໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງສູງ ເພື່ອສຳເລັດການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີຫວຽດນາມ - ສະຫະພາບເອີລົບ ໃນປີ 2018 ໂດຍໄວ, ສ້າງກຳລັງໜູນໃໝ່, ກາລະໂອກາດໃໝ່ທາງດ້ານເສດຖະກິດ, ການລົງທຶນລະຫວ່າງ 2 ປະເທດ, ກໍຄືລະຫວ່າງຫວຽດນາມ ກັບບັນດາປະເທດ EU.

        ສຳລັບກູບາ, ໝາກຜົນຂອງການຢ້ຽມຢາມໄດ້ສ້າງພື້ນຖານທີ່ດີໃຫ້ແກ່ການຊຸກຍູ້ 2 ປະເທດ ແລະ ວິສາຫະກິດ 2 ປະເທດພ້ອມກັນມານະພະຍາຍາມຊອກຫາບັນດາກົນໄກ, ຮູບແບບທີ່ເໝາະສົມ ເພື່ອເປີດກວ້າງບັນດາຊ່ອງ ແລະ ຮູບແບບການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພີ່ມເຕີ່ມໃຫ້ພື້ນຖານເສດຖະກິດຂອງກັນຢ່າງມີປະສິດທິຜົນ. ທ່ານ ເຈີ່ນຕ໋ວນແອງ,ໃຫ້ຮູ້ວ່າ.

        “ໝາກຜົນທີ່ຕັ້ງໜ້າໃນການຢ້ຽມຢາມຄັ້ງນີ້ແມ່ນ 2 ຝ່າຍໄດ້ເຫັນດີເປັນເອກະພາບສິ້ນສຸດການເຈລະຈາສັນຍາການຄ້າຫວຽດນາມ - ກູບາ, ພ້ອມທັງຈະດຳເນີນການລົງນາມໃນໄລຍະໄວສຸດ, ນຳສັນຍາດັ່ງຫ່າວເພື່ອໜູນຊ່ວຍໃຫ້ການເຕີບໂຕດ້ານການຄ້າ, ແລກປ່ຽນສິນຄ້າ, ດຶງດູດການລົງທຶນ, ຍົກສູງການຜະລິດ ແລະ ເຂົ້າຮ່ວມຕະຫຼາດສາກົນ ແລະ ຕະຫຼາດຂອງກັນ. ນີ້ແມ່ນບາດກ້າວພັດທະນາສຳຄັນທີ່ສຸດ. ຜ່ານສັນຍາສະບັບໃໝ່ດັ່ງກ່າວ, 2 ຝ່າຍສະຫງວນໃຫ້ກັນບັນດາບຸລິມະສິດ, ບົນອີງໃສ່ທ່າແຮງ ແລະ ຄວາມຕ້ອງການຂອງ 2 ພື້ນຖານເສດຖະກິດ, ຫຼຸດຜ່ອນຮົ້ວກີດຂວາງດ້ານພາສີຂອງພວກເຮົາລົງ 90%”.

ຂີດໝາຍນຳການພົວພັນລະຫວ່າງຫວຽດນາມກັບຝລັ່ງແລະກູບາຂຶ້ນສູ່ລະດັບສູງໃໝ່ - ảnh 2 ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ມອບຫຼຽນໄຊດາວຄຳ, ເຊິ່ງແມ່ນຫຼຽນໄຊອັນລ້ຳຄ່າທີ່ສຸດຂອງຫວຽດນາມ ໃຫ້ການນຳກູບາ Raul Castro Ruz

(ພາບ: TTXVN)

ໃນການຢ້ຽມຢາມກູບາ, ນ້ຳໃຈສາມັກຄີແບບພິເສດລະຫວ່າງຫວຽດນາມ ແລະ ກູບາ ອີກຄັ້ງໜຶ່ງໄດ້ເພີ່ມເຕີ່ມຢ່າງແຮງ ຜ່ານບັນດາການເຄື່ອນໄຫວຄື: ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ມອບຫຼຽນໄຊດາວຄຳ, ເຊິ່ງແມ່ນຫຼຽນໄຊອັນລ້ຳຄ່າທີ່ສຸດຂອງຫວຽດນາມ ໃຫ້ການນຳກູບາ Raul Castro Ruz; ພ້ອມທັງແຈ້ງໃຫ້ຊາບວ່າ ຫວຽດນາມ ຕົກລົງລົບລ້າງໜີ້ສິນທັງໝົດໃຫ້ລັດຖະບານກູບາ ຢ່າງເປັນທາງການ; ມອບເຂົ້າສານໃຫ້ປະຊາຊົນກູບາ 5.000 ໂຕນ.

ຊຸກຍູູ້ຄວາມຮັບຮູ້ລວມກ່ຽວກັບຄວາມເປັນລະບຽບຮຽບຮ້ອຍຂອງໂລກຫຼາຍຂົ້ວ

        ພ້ອມກັບບັນດາໝາກຜົນທີ່ບັນລຸໄດ້ໃນບັນດາຂົງເຂດຮ່ວມມືລະອຽດ, ການຢ້ຽມຢາມ 2 ປະເທດຝລັ່ງ ແລະ ກູບາ ຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຍັງຊຸກຍູ້ຄວາມຮັບຮູ້ລວມທີ່ສຳຄັນຂອງການນຳຂັ້ນສູງກ່ຽວກັບຄວາມຈຳເປັນຕ້ອງເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນ ເພື່ອຮັກສາສັນຕິພາບ, ສະຖຽນລະພາບ ໃນສະພາບການທີ່ໂລກ ແລະ ພາກພື້ນພວມມີການຜັນແປໄປຢ່າງວ່ອງໄວ ແລະ ສັບສົນ.ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະ ບັນດາການນຳຂັ້ນສູງຂອງຝລັ່ງ ແລະ ກູບາ ລ້ວນແຕ່ສະໜັບສະໜູນການຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍຂອງໂລກຫຼາຍຂົ້ວ, ບົນອີງໃສ່ລັດທິຫຼາຍຝ່າຍ, ເນັ້ນໜັກການຖືເປັນສຳຄັນບົດບາດຂອງສະຫະປະຊາຊາດ, ໃຫ້ຄຳໝັ້ນສັນຍາເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງຂອງກັນ; ລ້ວນແຕ່ເນັ້ນໜັກເຖິງບັນດາການຂັດແຍ້ງກັນສາກົນ ຄວນໄດ້ຮັບມາດຕະການແກ້ໄຂໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ, ກົດບັດຂອງສະຫະປະຊາຊາດ.

        ອາດຢືນຢັນໄດ້ວ່າ, ດ້ວຍບັນດາໝາກຜົນທີ່ດີງາມທີ່ສຸດຂອງການຢ້ຽມຢາມ 2 ປະເທດໃນຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ, ອະນາຄົດຂອງການພົວພັນຫວຽດນາມ ກັບ ຝລັ່ງ ແລະ ກູບາ ແນ່ນອນວ່າຈະກ້າວເຂົ້າສູ່ໄລຍະພັດທະນາໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ