ຂີດໝາຍພິເສດໃນການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ

(VOVWORLD) - ວັນທີ 01 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ສິ້ນສຸດການຢ້ຽມຢາມ ຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ G20 (28/06 01/07) ຢ່າງຈົບງາມ. 

ການຢ້ຽມຢາມໄດ້ສ້າງເປັນຂີດໝາຍອັນດີງາມໃນການພົວພັນສອງຝ່າຍ ດ້ວຍບັນດາຄຳໝັ້ນສັນຍາສຳຄັນທີ່ໄດ້ຮັບຮອງເອົາ. ໃນຂະນະນັ້ນ, ເລື່ອງເຂົ້າຮ່ວມກອງປະຊຸມສຸດຍອດ G20, ຫວຽດນາມ ໄດ້ສະແດງໃຫ້ເຫັນຈິດໃຈເປັນເຈົ້າການເຊື່ອມໂຍງ, ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບເຂົ້າໃນບັນດາບັນຫາສາກົນ ແລະ ພາກພື້ນ.

        ດ້ວຍເກືອບ 60 ການເຄື່ອນໄຫວໃນລາຍການເຮັດວຽກໃນລະຫວ່າງວັນທີ 27 ມິຖຸນາ - ວັນທີ 01 ກໍລະກົດ, ການປະຕິບັດງານຢູ່ ຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ບັນລຸໄດ້ໝາກຜົນຕັ້ງໜ້າຫລາຍຢ່າງ.

ກຳລັງໜູນໃໝ່ນຳການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ ພັດທະນາຢ່າງແຮງ

       ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມີການເຄື່ອນໄຫວພົບປະ 2 ຝ່າຍ 25 ຄັ້ງໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນ, ໃນນັ້ນ, ສິ່ງທີ່ເປັນໜ້າໃສ່ໃຈແມ່ນການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe; ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມສົ່ງເສີມການລົງທຶນ ດ້ວຍການເຂົ້າຮ່ວມຂອງວິສາຫະກິດ 2 ປະເທດກ່ວາ 1200 ແຫ່ງ; ເປັນປະທານກອງປະຊຸມໂອ້ລົມສົນທະນາກັບການນຳວິສາຫະກິດໃຫຍ່ຂອງ ຍີ່ປຸ່ນ ເກືອບ 40 ແຫ່ງ; ຕ້ອນຮັບການນຳບາງອົງການຈັດຕັ້ງສາກົນ ແລະ ກຸ່ມບໍລິສັດເສດຖະກິດໃຫຍ່ທີ່ມີການພົວພັນຮ່ວມມືກັບ ຫວຽດນາມ, ເຂົ້າຮ່ວມ ແລະ ປູກຕົ້ນໄມ້ເປັນທີ່ລະນຶກໃນງານບຸນດອກບົວ ຫວຽດນາມ - ຍີ່ປຸ່ນ 2019 ຢູ່ ແຂວງ Wakayam. 2 ຝ່າຍໄດ້ຢືນຢັນຄືນໃໝ່ເຖິງການຖືກັນເປັນຄູ່ຮ່ວມມືສຳຄັນໃນນະໂຍບາຍພາກພື້ນ, ເປັນຕົ້ນແມ່ນຮັກສາບັນດາການຢ້ຽມຢາມ ແລະ ພົບປະຂັ້ນສູງ.

ຂີດໝາຍພິເສດໃນການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo. ພາບ: VGP

        ໃນການຢ້ຽມຢາມຄັ້ງນີ້, ຂົງເຂດເສດຖະກິດ, ການລົງທຶນ, ແຮງງານສືບຕໍ່ແມ່ນບັນດາຂົງເຂດຮ່ວມມືຟົດຟື້ນທີ່ສຸດລະຫວ່າງ 2 ປະເທດ. ນາຍົກລັດຖະມົນຕີ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມື 6 ສະບັບ, ໃນນັ້ນ ບົດບັນທຶກຊ່ວຍຈຳການຮ່ວມມືກ່ຽວກັບການນຳສົ່ງ ແລະ ຮັບເອົາແຮງງານທີ່ມີທັກສະພິເສດໃດໜຶ່ງ ຫວຽດນາມ ໄປຍັງເຮັດວຽກຢູ່ ຍີ່ປຸ່ນ, ເປີດບັນດາໂອກາດຮ່ວມມືໃໝ່ໃນການຮ່ວມມືແຮງງານລະຫວ່າງ 2 ປະເທດ.  2 ຝ່າຍໄດ້ເຫັນດີເປັນເອກະພາບກ່ຽວກັບບັນດາລະບຽບການທີ່ອະນຸຍາດໃຫ້ການນຳເຂົ້າໝາກລິ້ນຈີ່ຂອງ ຫວຽດນາມ ເຂົ້າໄປຍັງຕະຫລາດ ຍີ່ປຸ່ນ, ເປີດເສັ້ນທາງໃຫ້ແກ່ໝາກລິ້ນຈີ່ຂອງ ຫວຽດນາມ ເຂົ້າໄປຍັງໜຶ່ງໃນບັນດາຕະຫລາດໃຫຍ່ຂອງໂລກ. ນາຍົກລັດຖະມົນຕີ 2 ທ່ານກໍ່ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື: ພະລັງງານ, ກະສິກຳເຕັກໂນໂລຊີສູງ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດສັນຍາ CPTPP ຢ່າງມີປະສິດທິຜົນ ແລະ ສິ້ນສຸດການເຈລະຈາສັນຍາ RCEP ໂດຍໄວ.

        ທີ່ກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ, ບັນດາກະຊວງ, ຂະແໜງການ ແລະ ວິສາຫະກິດ 2 ປະເທດໄດ້ແລກປ່ຽນເອກະສານຮ່ວມມືກ່ວາ 32 ສະບັບ ດ້ວຍຍອດມູນຄ່າປະມານ 8 ຕື້ USD ໃນບັນດາຂົງເຂດຄື: ພະລັງງານ, ການເງິນ, ໂຮງແຮມ, ພັດທະນາເຂດການຄ້າ, ເຂດອຸດສາຫະກຳ, ພັດທະນາຕົວເມືອງອັດສະລິຍະ…ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢືນຢັນວ່າ: ຫວຽດນາມ ຈະສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ເໝາະສົມກັບທຳນຽມ ແລະ ຄຳໝັ້ນສັນຍາສາກົນ, ຍູ້ແຮງການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ຍູ້ແຮງເລື່ອງສ້າງຕັ້ງບັນດາຂອບເຂດການຮ່ວມມືເສດຖະກິດ, ການຄ້າໃຫຍ່ ເຊິ່ງຫຼ້າສຸດແມ່ນການເຊັນສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ອີຢູ, ຜ່ານນັ້ນ ສ້າງບັນດາກາລະໂອກາດໃໝ່ ໃຫ້ແກ່ການດຶງດູດການລົງທຶນໂດຍກົງ ແລະ ຊຸກຍູ້ການສົ່ງອອກໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

        “ພວກຂ້າພະເຈົ້າຖືປະຊາຄົມບັນດາວິສາຫະກິດ ຍີ່ປຸ່ນ ເປັນຄູ່ຮ່ວມມືຍຸດທະສາດແຖວໜ້າໃນວິວັດການພັດທະນາປະເທດຊາດ. ພວກຂ້າພະເຈົ້າຈະມານະພະຍາຍາມແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງໂດຍໄວ ເພື່ອໃຫ້ສະພາບແວດລ້ອມແຫ່ງການລົງທຶນ ຫວຽດນາມ ປ່ຽນແປງໃໝ່ຢ່າງແທ້ຈິງ, ມີຄວາມດູດດື່ມສຳລັບບັນດານັກລົງທຶນທົ່ວໂລກຢ່າງຕໍ່ເນື່ອງ, ພິເສດແມ່ນບັນດານັກລົງທຶນຂອງ ຍີ່ປຸ່ນ. ຊຶ່ງຈະສ້າງສິ່ງທີ່ໂຊກດີໃນການຮ່ວມມື 2 ຝ່າຍ.

ການປະກອບສ່ວນເພື່ອຜົນປະໂຫຍດລວມ

       ດ້ວຍບົດບາດເປັນປະເທດຖືກເຊີນພິເສດ, ຫວຽດນາມ ໄດ້ມີສຽງເວົ້າຂອງບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ, ຍົກອອກບັນດາການປະກອບສ່ວນອັນສຳຄັນເຂົ້າໃນຜົນສຳເລັດຂອງກອງປະຊຸມສຸດຍອດ G20. ທີ່ເຫດການສຳຄັນນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພ້ອມກັບບັນດາການນຳ G20 ໄດ້ປຶກສາຫາລືຫລາຍບັນຫາທົ່ວໂລກທີ່ສຳຄັນ, ພິເສດແມ່ນໄດ້ຍົກອອກບັນດາຂໍ້ລິເລີ່ມທີ່ມີຄວາມໝາຍ ແລະ ແທດຈິງ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໃຫ້ຮູ້ວ່າ:

        “ທີ່ກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະໜັບສະໜູນຂໍ້ລິເລີ່ມຂອງ ຍີ່ປຸ່ນ ກ່ຽວກັບການຊຸກຍູ້ເສດຖະກິດດີຈີຕອນ ແລະ ສິ່ງສຳຄັນກ່ວາແມ່ນທ່ານນາຍົກລັດຖະມົນຕີໄດ້ປະກອບຄຳເຫັນກ່ຽວກັບການກໍ່ສ້າງສູນເຊື່ອມຕໍ່ຂໍ້ມູນໃນທົ່ວໂລກ, ພ້ອມທັງໜູນຊ່ວຍບັນດາປະເທດຮັບປະກັນພື້ນຖານຂໍ້ມູນນັ້ນ ໄດ້ແບ່ງປັນກັບປະເທດອື່ນ ແຕ່ຍັງຄົງມີຄວາມປອດໄພ. ທີສອງແມ່ນຢູ່ວາລະປະຊຸມກ່ຽວກັບການພັດທະນາແບບຍືນຍົງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານນາຍົກລັດຖະມົນຕີໄດ້ໃຫ້ຄຳໝັ້ນສັນຍາຈະປະຕິບັດ COP 21 ພ້ອມກັບບັນດາປະເທດ. ບັນດາຂໍ້ລິເລີ່ມຂອງ ຫວຽດນາມ ໄດ້ສະແດງໃຫ້ເຫັນການປະກອບສ່ວນທີ່ມີຄວາມຮັບຜິດຊອບເຂົ້າໃນການເພີ່ມທະວີການຮ່ວມມືທົ່ວໂລກ ໃນການແກ້ໄຂບັນດາບັນຫາຮີບດ່ວນທີ່ພວມເກີດຂຶ້ນ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີບັນດາການພົບປະ 2 ຝ່າຍກັບການນຳຂັ້ນສູງຫລາຍປະເທດ ແລະ ອົງການຈັດຕັ້ງສາກົນ, ໃນນັ້ນ ມີບັນດາຄູ່ຮ່ວມມືຍຸດທະສາດ ແລະ ສຳຄັນ, ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການພົວພັນເຂົ້າສູ່ລວງເລິກ, ພ້ອມທັງ ຍາດແຍ່ງການສະໜັບສະໜູນ ແລະ ການຮ່ວມມືຂອງບັນດາປະເທດໃນບັນດາບັນຫາທີ່ ຫວຽດນາມ ມີຜົນປະໂຫຍດ.

        ອາດເວົ້າໄດ້ວ່າ, ການຢ້ຽມຢາມ ຍີ່ປຸ່ນ ແລະ ເຂົ້າຮ່ວມ G20 ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສ້າງກຳລັງໜູນໃໝ່ນຳການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ້ວາງຂວາງລະຫວ່າງ ຫວຽດນາມ - ຍີ່ປຸ່ນ ພັດທະນາແຮງທັງລວງກ້ວາງ ແລະ ລວງເລິກໃນໄລຍະຈະມາເຖິງ, ພ້ອມທັງສະແດງໃຫ້ເຫັນລັກສະນະເປັນເຈົ້າການ, ມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນການເຂົ້າຮ່ວມແກ້ໄຂບັນດາບັນຫາຂອງສາກົນ ແລະ ພາກພື້ນ ./.

ຕອບກັບ

ຂ່າວ/ບົດ​ອື່ນ