ຂີດໝາຍວຽກງານການພົວພັນຕ່າງປະເທດຂອງ ຫວຽດນາມ ໃນປີ 2022

(VOVWORLD) -ຫວຽດນາມ ສືບຕໍ່ມີບັນດາການປະກອບສ່ວນຕັ້ງໜ້າ ແລະ ສຳຄັນເຂົ້າໃນເວທີປາໄສຂອງສະຫະປະຊາຊາດ, ອາຊຽນ, ເອເປັກ…
ຂີດໝາຍວຽກງານການພົວພັນຕ່າງປະເທດຂອງ ຫວຽດນາມ ໃນປີ 2022 - ảnh 1(ນັກຊ່ຽວຊານກ່ຽວກັບບັນດາບັນຫາສາກົນຂອງສະຖາບັນວິທະຍາສາດ ສັງຄົມຈີນ ຢາງຕານຈື)

        ປີ 2022, ສືບຕໍ່ເປັນປີບັນລຸຜົນສຳເລັດກ່ຽວກັບວຽກງານການພົວພັນຕ່າງປະເທດຂອງ ຫວຽດນາມ, ດ້ວຍການເຄື່ອນໄຫວການຕ່າງປະເທດ 2 ຝ່າຍ, ຫຼາຍຝ່າຍທີ່ຟົດຟື້ນ; ປະກອບສ່ວນຍູ້ແຮງການເຊື່ອມໂຍງ ແລະ ພັດທະນາປະເທດຊາດ, ຍົກສູງທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ, ກໍຄືສ້າງຂີດໝາຍອັນດີງາມສຳລັບບັນດາເພື່ອນມິດສາກົນ.

        ປີ 2022, ໃນສະພາບການໂລກຫັນໄປສູ່ສະພາບປັບຕົວໃຫ້ແທດເໝາະພາຍຫຼັງໂລກລະບາດໂຄວິດ-19, ການຕ່າງປະເທດ 2 ຝ່າຍໄດ້ກາຍເປັນຈຸດພົ້ນເດັ່ນໃນການເຄື່ອນໄຫວພົວພັນຕ່າງປະເທດຂອງ ຫວຽດນາມ ດ້ວຍບັນດາການເດີນທາງໄປຢ້ຽມຢາມຕ່າງປະເທດຂອງການນຳພັກ, ລັດ ແລະ ລັດຖະບານ. ສິ່ງທີ່ໜ້າສົນໃຈແມ່ນການເດີນທາງໄປຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ເມື່ອເດືອນ ຕຸລາ 2022. ນີ້ແມ່ນການເດີນທາງໄປຢ້ຽມຢາມຄັ້ງທຳອິດຂອງການນຳຕ່າງປະເທດໄປຍັງ ຈີນ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກກອມມູນິດ ຈີນ, ສະແດງໃຫ້ເຫັນການຖືເປັນສຳຄັນຂອງ ຈີນ ໃນການພົວພັນກັບ ຫວຽດນາມ. ນັກຊ່ຽວຊານກ່ຽວກັບບັນດາບັນຫາສາກົນຂອງສະຖາບັນວິທະຍາສາດ ສັງຄົມຈີນ ຢາງຕານຈື, ຢືນຢັນວ່າ:

        “ການຢ້ຽມຢາມໄດ້ມີບົດບາດສຳຄັນຍິ່ງໃນການເສີມຂະຫຍາຍນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ເພີ່ມທະວີ ແລະ ເຮັດໃຫ້ການພົວພັນລະຫວ່າງ ຈີນ - ຫວຽດນາມ ເລິກເຊິ່ງກວ່າໃນຍຸກສະໄໝໃໝ່, ໃນນັ້ນມີເລື່ອງຊຸກຍູ້ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ. ຂ້າພະເຈົ້າຖືວ່າ, ບັນດາຜົນງານດັ່ງກ່າວຈະຊີ້ແຈ້ງທິດທາງໃຫ້ແກ່ການພັດທະນາຂອງການພົວພັນ ຈີນ - ຫວຽດນາມ, ນຳການພົນພັນລະຫວ່າງ 2 ປະເທດໃຫ້ສືບຕໍ່ກ້າວຂຶ້ນ”.

        ການຢ້ຽມຢາມຂັ້ນສູງຫຼາຍຄັ້ງຂອງການນຳພັກ, ລັດລະຫວ່າງ ຫວຽດນາມ - ລາວ, ລະຫວ່າງ ຫວຽດນາມ - ກຳປູເຈຍ ກໍ່ດຳເນີນໃນປີ 2022, ເນື່ອງໃນໂອກາດປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ, ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (05 ກັນຍາ 1962 - 05 ກັນຍາ 2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ; 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ ແລະ ປີມິດຕະພາບ ຫວຽດນາມ - ກຳປູເຈຍ, ກຳປູເຈຍ - ຫວຽດນາມ.

        ພ້ອມກັນນັ້ນແມ່ນບັນດາການຢ້ຽມຢາມຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຢູ່ ສິງກະໂປ, ຍີ່ປຸ່ນ, ໄທ, ສ.ເກົາຫຼີ ແລະ ອິນໂດເນເຊຍ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເດີນທາງໄປຢ້ຽມຢາມ ອາເມລິກາ, ແບນຊິກ, ໂຮນລັງ, ລຸກຊຳບວກ ແລະ ກຳປູເຈຍ; ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄປຢ້ຽມຢາມ ຮຸງກາຣີ, ລາຊະອານາຈັກອັງກິດ ແລະ ອຽກລັງເໜືອ, ລາວ, ກຳປູເຈຍ, ຟີລິບປິນ, ອົດສະຕາລີ, ນິວຊີແລນ ຢ່າງເປັນທາງການ…

        ໃນປີ 2022, ຫວຽດນາມ ກໍ່ຕ້ອນຮັບການນຳໂລກຫຼາຍທ່ານມາຢ້ຽມຢາມ. ໃນນັ້ນຕ້ອງເວົ້າເຖິງການມາຢ້ຽມຢາມຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz, ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardren, ທ່ານປະທານາທິບໍດີ ສິງກະໂປ Halimah Yacob, ທ່ານນາຍົກລັດຖະມົນຕີ ກຸຍບາ, ການນຳບັນດາປະເທດບ້ານໃກ້ເຮືອນຄຽງຄື: ລາວ, ກຳປູເຈຍ ແລະ ຫຼາຍປະເທດອື່ນອີກ.

ຂີດໝາຍວຽກງານການພົວພັນຕ່າງປະເທດຂອງ ຫວຽດນາມ ໃນປີ 2022 - ảnh 2 ທ່ານ Veeramalla Anjjaiah, ນັກຊ່ຽວຊານຄົ້ນຄວ້າຂັ້ນສູງຂອງສູນຄົ້ນຄວ້າບັນດາບັນຫາອາຊີຕາເວັນອອກສ່ຽງໃຕ້
(ພາບ: TTXVN)

        ປີ 2022 ກໍ່ແມ່ນປີສ້າງຂີດໝາຍບັນລຸຜົນສຳເລັດໃນການເຄື່ອນໄຫວພົວພັນຕ່າງປະເທດຫຼາຍຝ່າຍຂອງ ຫວຽດນາມ. ຫວຽດນາມ ສືບຕໍ່ມີບັນດາການປະກອບສ່ວນຕັ້ງໜ້າ ແລະ ສຳຄັນເຂົ້າໃນເວທີປາໄສຂອງສະຫະປະຊາຊາດ, ອາຊຽນ, ເອເປັກ… ພິເສດ, ເປັນເທື່ອທີ 2 ຫວຽດນາມ ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2023 – 2025. ທ່ານ Veeramalla Anjjaiah, ນັກຊ່ຽວຊານຄົ້ນຄວ້າຂັ້ນສູງຂອງສູນຄົ້ນຄວ້າບັນດາບັນຫາອາຊີຕາເວັນອອກສ່ຽງໃຕ້, ໃຫ້ຮູ້ວ່າ:

        “ຫວຽດນາມ ແມ່ນປະເທດມີສະຖຽນລະພາບ ແລະ ສັນຕິພາບ. ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາປົກປ້ອງບັນດາບັນຫາສິດທິມະນຸດ ແລະ ສິດເສລີໃຫ້ແກ່ປະຊາຊົນ. ໂດຍແມ່ນປະເທດມີຄວາມຮັບຜິດຊອບ, ຫວຽດນາມ ມານະພະຍາຍາມປະກອບສ່ວນເຂົ້າໃນຄຸນຄ່າລວມ, ຕັ້ງໜ້າ ແລະ ຄວາມກ້າວໜ້າຂອງມວນມະນຸດ ຜ່ານເລື່ອງ ຕັ້ງໜ້າເຂົ້າຮ່ວມບັນດາເວທີປາໄສທີ່ກ່ຽວຂ້ອງເຖິງສິດທິມະນຸດຂອງສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆ.”

        ຕໍ່ໜ້າເຫດການດັ່ງກ່າວ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ກໍ່ສະແດງຄວາມຊົມເຊີຍຕໍ່ຜົນສຳລັດຂອງ ຫວຽດນາມ. ແລະໃນການເດີນທາງມາຢ້ຽມຢາມ ຫວຽດນາມ ກໍ່ກົງກັບໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກສະຫະປະຊາຊາດ (1977 – 2022), ທ່ານສືບຕໍ່ຕີລາຄາສູງການປະກອບສ່ວນຂອງ ຫວຽດນາມ ເຂົ້າໃນການເຄື່ອນໄຫວຂອງສະຫະປະຊາຊາດ.

        “ສິ່ງທີ່ເປັນໜ້າປະຫຼາດໃຈຍິ່ງກວ່າສິ່ງໃດໝົດ, ເມື່ອຕອນເຂົ້າເປັນສະມາຊິກສະຫະປະຊາຊາດ, ຫວຽດນາມ ທຸກຍາກຢູ່. ປະຈຸບັນ, ຫວຽດນາມ ແມ່ນພື້ນຖານເສດຖະກິດທີ່ຟົດຟື້ນ ແລະ ແມ່ນປະເທດມີສຽງເວົ້າສຳຄັນໃນບັນດາວຽກງານຂອງສະຫະປະຊາຊາດ. ຈາກການປະທະກັນ ຕະຫຼອດຮອດສັນຕິພາບ, ຈາກການຮັບການອຸປະຖຳໄປສູ່ການກຸ້ມຕົນເອງເພິ່ງຕົນເອງ, ຈາກຄວາມທຸກຍາກໄປສູ່ການພັດທະນາ; ພື້ນຖານເສດຖະກິດ ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດພັດທະນາໄວທີ່ສຸດໃນໂລກ”.

        ພ້ອມກັນນັ້ນ, ວຽກງານການທູດເສດຖະກິດກໍໄດ້ເປັນເຈົ້າການ, ມີໄຫວພິບໃນການຜັນຂະຫຍາຍການຮັບມືກັບສະພາບການໃໝ່, ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການຟື້ນຟູ ແລະ ພັດທະນາເສດຖະກິດ, ສ້າງພື້ນຖານເພື່ອພັດທະນາເສດຖະກິດຢ່າງວ່ອງໄວ ແລະ ຍືນຍົງ. ໃນປີ 2022, ຫວຽດນາມ ໄດ້ຍູ້ແຮງ, ປະສານສົມທົບການພົວພັນດ້ານເສດຖະກິດ, ການສົ່ງເສີມດ້ານການຄ້າ, ການລົງທຶນ… ການທູດວັດທະນະທຳກໍ່ບັນລຸຜົນງານພົ້ນເດັ່ນຫຼາຍຢ່າງ. ມີມໍລະດົກຫຼາຍຢ່າງໄດ້ຮັບການຮັບຮອງ.

        ອາດຢືນຢັນໄດ້ວ່າ ປີ 2022, ຜົນສຳເລັດຂອງການເຄື່ອນໄຫວພົວພັນຕ່າງປະເທດໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ມີຄວາມເຊື່ອໝັ້ນສືບຕໍ່ຍູ້ແຮງວິວັດທະນາການເຊື່ອມໂຍງ ແລະ ພັດທະນາປະເທດຊາດ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງເພື່ອນມິດ, ຄູ່ຮ່ວມມືສາກົນ, ປະຊາຊົນຢູ່ພາຍໃນປະເທດ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ; ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາຄູ່ຮ່ວມມື, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາ ແລະ ຄວາມວັດທະນາຖາວອນຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ