ຂີດໝາຍສຳຄັນໃນການພົວພັນຫວຽດນາມ - ຍີ່ປຸ່ນ

(vovworld) - ວັນ​ທີ 15/9, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຍີ່ປຸ່ນ ຢ່າງ​ເປັນ​ທາງ​ການ. ການ​ຢ້ຽມຢາມ​ດຳ​ເນີນ​ໃນ​ເວລາ 3 ວັນ​ນີ້ ​ແມ່ນ​ເຫດການ​ການ​ເມືອງ​ພິ​ເສດ​ໃນ​ການ​ພົວພັນ​ສອງ​ຝ່າຍ​ຫວຽດນາມ - ຍີ່ປຸ່ນ ປີ 2015, ​ແມ່ນ​ຂີດ​ໝາຍ​ສຳຄັນ, ​ເປີດ​ວິ​ໄສ​ທັດ​ໃໝ່, ຊຸກຍູ້​ຮອບດ້ານ ​ແລະ ​ເຮັດ​ໃຫ້ການ​ພົວພັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ້າງຂວາງຫວຽດນາມ - ຍີ່ປຸ່ນ ຍິ່ງ​ເລິກ​ເຊິ່ງ​ກວ່າ​ອີກ, ​ເພື່ອ​ສັນຕິພາບ ​ແລະ ຄວາມວັດທະນາ​ຖາວອນ​ຢູ່​ອາຊີ” ຕາມ​ທິດ​ນຳ “​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ເຊື່ອມ​ໂຍງດ້ານ​ເສດຖະກິດ, ​ເປີດ​ກວ້າງ​ການ​ຮ່ວມ​ມື, ພັດທະນາ​ຢ່າງ​ໝັ້ນຄົງ, ມຸ່ງ​ໄປ​ສູ່​ອະນາຄົດ“.

ຂີດໝາຍສຳຄັນໃນການພົວພັນຫວຽດນາມ - ຍີ່ປຸ່ນ - ảnh 1

ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ່ຈ້ອງ

ພົບປະກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe
(ພາບ: ອິນເຕີແນດ)

ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ​ການເສີມ​ຂະຫຍາຍ​ຜົນ​ປະ​ໂຫຍ​ດ​ໃຫ້​ກັນ, ຍົກ​ສູງ​ປະສິດທິ​ຜົນ​​ແຫ່ງການ​ຮ່ວມ​ມື, ມານະ​ພະຍາຍາມ​ມຸ່ງ​ໄປ​ສູ່​ອະນາຄົດ. ນັ້ນ​ແມ່ນ​ຈຸດ​ພິ​ເສດ​ທີ່​ສາມາດ​ຮັບ​ຮູ້​ໄດ້​ງ່າຍ ​ເມື່ອ​ຫວນ​ຄືນ​ໄລຍະ​ທາງແຫ່ງ​ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ​ ໃນ​ຊຸມ​ທົດ​ສະ​ວັດ​ຜ່ານ​ມາ.

ທັງ​ສອງ​ຝ່າຍ​ໄດ້​ສ້າງ​ການ​ພົວພັນ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ປະຈຸ​ບັນ, ການ​ພົວພັນ​ນີ້​ພວມ​ຢູ່​ໃນ​ໄລຍະ​ພັດທະນາ​ຢ່າງ​ຈົບງາມ, ກາຍ​ເປັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ເລິກ​ເຊິ່ງ, ກວ້າງຂວາງ, ​ເພື່ອ​ສັນຕິພາບ ​ແລະ ຄວາມ​ວັດທະນາ​ຖາວອນ​ຢູ່​ອາຊີ“. ດັ່ງ​ນັ້ນ, ຫວັງ​ວ່າການ​ຢ້ຽມຢາມ​ຍີ່ປຸ່ນ​ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ່ຈ້ອງ ​ໃນ​ຄັ້ງ​ນີ້ ຈະ​ເປີດ​ວິ​ໄສ​ທັດ​ໃໝ່​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ຍີ່ປຸ່ນ.

ຮ່ວມ​ມື​ຢ່າງ​ຈິງ​ໃຈ, ​ແມ່ນ​ປັດ​ໃຈ​ສ້າງ​ເປັນ​ການ​ພົວພັນ​ຍາວ​ນານ ​ແລະ ໝັ້ນຄົງ

ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ​ແມ່ນ​ຈຸດ​ທີ່​ພົ້ນ​ເດັ່ນ. ​ເຖິງ​ວ່າ​ຈະ​ມີ​ຄວາມ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ລະບອບ​ການ​ເມືອງ ​ແລະ ຮູບ​ແບບ​ເສດຖະກິດ​ກໍ່ຕາມ, ​ແຕ່​ສອງ​ປະ​ເທດ​ຍາມ​ໃດ​ກໍ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ເຄົາລົບ​ນັບຖື​ເຊິ່ງກັນ ​ແລະ ກັນ. ການ​ພົວພັນ​ຫວຽດນາມ - ຍີ່ປຸຸ່ນ ​ໄດ້​ຮັບ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ຢ່າງ​ບໍ່​ຢຸດ​ຢັ້ງ, ຜ່ານ​ການ​ຢ້ຽມຢາມ​ຄັ້ງ​ຕ່າງໆ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ. ອະດີດ​ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ ປະຈຳ​ຫວຽດນາມ Mistuo Sakaba, ຖື​ວ່າ:

“​ໃນ​ໄລຍະ​ເວລາ​ພຽງ​ສັ້ນໆ​ເທົ່າ​ນັ້ນ, ​ແຕ່​ບັນດາ​ການ​ນຳ​ຂັ້ນ​ສູງ​ສຸດ​ຂອງ​ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ​ຍີ່ປຸ່ນ  ​ແລະ ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ກໍ່​ມາ​ຢ້ຽມຢາມ​ຫວຽດນາມ. ການ​ນຳ​ສອງ​ປະ​ເທດ​ກໍ່​ໄດ້​ພົບ​ປະກັນ​ໃນກອງ​ປະຊຸມ, ​ເວທີ​ປາ​ໄສ​ສາກົນ ​ແລະ ການ​ພົບ​ປະ​ຂັ້ນ​ສູງ​ຕ່າງໆ​ເປັນ​ປະຈຳ. ຕາມ​ຂ້າພະ​ເຈົ້າ​ແລ້ວ, ນີ້​ແມ່ນ​ສານ​ສະ​ແດງ​ໃຫ້​ເຫັນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ກາຍ​ເປັນ​ການ​ພົວພັນ​ສະໜິດ​ສະໜົມ ​ແລະ ມີ​ຄວາມ​ເຊື່ອ​ໝັ້ນ​ເຊິ່ງກັນ ​ແລະ ກັນ​ທີ່​ສຸດ“.

ປະສິດທິ​ຜົນ​ຕົວ​ຈິງ​ແຫ່ງ​ການ​ຮ່ວມ​ມື

ພາຍຫຼັງ​ 40 ປີ​ແຫ່ງ​ການສ້າງ​ສາຍພົວພັນ​ທາງ​ການ​ທູດ, ປະຈຸ​ບັນ ຫວຽດນາມ ​ແລະ ຍີ່ປຸ່ນ ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ອັນ​ດັບ​ໜຶ່ງ​ຂອງ​ກັນ. ບັນດາ​ກິດຈະກຳ​ທີ່ເຮັດ​ໃຫ້​ໂສມ​ໜ້າ​ຂອງ​ຫວຽດນາມ ມີ​ການ​ປ່ຽນ​ແປງນັ້ນ ລ້ວນ​ແຕ່​ມີ​ການ​ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ຂອງ​ຍີ່ປຸ່ນ​. ຕົວຢ່າງ​ຄື: ກິດຈະກຳ​ຂົວ ​ເຍິດ​ເຕີນ, ທ່າ​ອາກາດ​ສະຍານ​ສາກົນ​ໂນ້ຍບ່າຍ… ນີ້​ແມ່ນ​ປະກົດ​ການ​ທີ່​ມີ​ຊີວິດ​ຊີວາ​ແຫ່ງ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ.

20 ກວ່າ​ປີ​ທີ່​ຜ່ານ​ມາ, ຍາມ​ໃດ​ຍີ່ປຸ່ນ​ ກໍ່​ແມ່ນ​ປະ​ເທດ​ອຸປະຖຳ​ທຶນ ODA ສອງ​ຝ່າຍໃຫ້​ຫວຽດນາມ ຫລາຍ​ທີ່​ສຸດ. ປີ 2015, ທຶນ ODA ​ເຊິ່ງລັດຖະບານ​ຍີ່ປຸ່ນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ອຸປະຖຳ​​ແກ່​ຫວຽດນາມ ​ໄດ້​ຂຶ້ນ​ເຖິງ​ລະດັບ​ສະຖິຕິ​ແມ່ນ 3 ຕື້ USD, ຫຼາຍ​ທົບ 3 ​ເທົ່າ​​ເມື່ອ​ທຽບ​ໃສ່​ປີ 2014. ປີ 2014, ຫວຽດນາມ ​ແລະ ຍີ່ປຸ່ນ ​ໄດ້​ຍົກ​ການ​ພົວພັນ​ຂຶ້ນ​ເປັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ເລິກ​ເຊິ່ງກວ້າງຂວາງ“. ປີ 2015, ຈາກ​ອັນ​ດັບ 4, ຍີ່ປຸ່ນ ​ໄດ້​ບືນ​ຕົວ​ຂຶ້ນ​ອັນ​ດັບ 2 ​ໃນ​ບັນດາ​ປະ​ເທດ ​ແລະ ​ເຂດ​ແຄວ້ນ​ລົງທຶນ​ເຂົ້າ​ຫວຽດນາມ. ​ເລື່ອງນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ​ເລືອກ ຫວຽດນາມ ​ເປັນ​ປະ​ເທດ​ທຳ​ອິດ​ມາ​ຢ້ຽມຢາມ ພາຍຫຼັງ​ໄດ້​ຮັບ​ດຳລົງຕຳ​ເໜ່ງ​ເມື່ອປີ 2013 ນັ້ນ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​, ຍີ່ປຸ່ນ​ ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ຫວຽດນາມ.

ການ​ພົວພັນ​ຫວຽດນາມ - ຍີ່ປຸ່ນ​ມຸ່ງ​ໄປ​ສູ່​ອະນາຄົດ

ທ່ານ​ເອກ​ອັກຄະ​ລັດ​ຖະ​ທູດຫວຽດນາມ ປະຈຳ​ຍີ່ປຸ່ນ ຫງວຽນ​ກວົກ​ເກື່ອງ ຢືນຢັນ​ວ່າ, ການ​ຢ້ຽມຢາມ​ຍີ່ປຸ່ນ​ ຂອງ​ການ​ນຳ​ສູງ​ສຸດ​ຫວຽດນາມ ​ໃນ​ຄັ້ງ​ນີ້ ​ແມ່ນ​ເຫດການ​ພົວພັນ​ຕ່າງປະ​ເທດ​ສຳຄັນ​ທີ່​ສຸດ ​ໃນ​ການ​ພົວພັນ​ສອງ​ຝ່າຍ​ຫວຽດນາມ - ຍີ່ປຸ່ນ ປີ 2015.

“ບັນດາ​ການ​ນຳ​ຂັ້ນ​ສູງ​ຂອງ​ຍີ່​ປຸນ​ ຄື: ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe, ປະທານ​ສະພາ​ສູງ Yamazaki, ປະທານ​ສະພາ​ຕຳ່ Oshima ລ້ວນ​ແຕ່​ຕີ​ລາຄາ​ສູງ​ທີ່​ຕັ້ງ ​ແລະ ອິດ​ທິພົນ​ຊື່​ສຽງ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຂອງ​ຫວຽດນາມ ຢູ່​ພາກ​ພື້ນ ​ແລະ ຢູ່​ໂລກ, ພ້ອມ​ທັງ​ປາຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກັບ​ຫວຽດນາມ. ດັ່ງ​ນັ້ນ​ທັງ​ສອງ​ຝ່າຍ​ລ້ວນ​ແຕ່​ຖືການ​ຢ້ຽມຢາມ​ໃນ​ຄັ້ງ​ນີ້​ເປັນ​ສຳຄັນ ​ແລະ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ເຮັດ​ໃຫ້ການ​ຢ້ຽມຢາມ​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ“.

​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ ທ່່ານ ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ຫຼາຍ​ຂົງ​ເຂດ​ຄື: ການ​ເມືອງ, ຄວາມສະຫງົບ​ປອດ​ໄພ, ​ເສດຖະກິດ ​ແລະ ການ​ຮ່ວມ​ມື​ພັດທະນາ, ການ​ສົມທົບ​ກັນ​ຢູ່​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ ປະຈຳ​ຫວຽດນາມ Fukada Hiroshi, ຢືນຢັນ​ວ່າ:

“ສອງ​ປະ​ເທດ​ໄດ້​ພ້ອມ​ກັນ​ຮ່ວມ​ມື ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ຢ່າງ​ຕັ້ງໜ້າ ​ເພື່ອ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ຄວາມ​ວັດທະນາ​ຖາວອນ​ຂອງ​ພາກ​ພື້ນ ​ແລະ ​ໂລກ. ຂ້າພະ​ເຈົ້າ​ຫວັງ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ປະ​ເທດທັງ​ພັດທະນາ​ການ​ພົວພັນ​ສອງ​ຝ່າຍ, ທັງ​ກາຍ​ເປັນ​ຄູ່​ຮ່ວມ​ມືອັນ​ດີງາມ​ຂອງ​ກັນ“.

ປະຫວັດສາດ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ, ການພົວພັນ​ທີ່​ມີ​ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ​ສູງ​ຂອງ​ບັນດາ​ການ​ນຳ, ບົນ​ພື້ນຖານ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ຈະ​ເປັນ​ການ​ພົວພັນ​ໝັ້ນຄົງ​ທີ່​ສຸດ. ຫວຽດນາມ ​ແລະ ຍີ່ປຸ່ນ ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ຮ່ວມ​ມື​ຫຼາຍ​ຢ່າງ, ​ເຊິ່ງສາມາດ​ເພີ່ມ​ເຕີມ​, ໜູນ​ຊ່ວຍ​ກັນ​ເພື່ອ​ພ້ອມ​ກັນ​ພັດທະນາ​ໄດ້ ​ແລະ ສອງ​ປະ​ເທດ​ພວມ​ມານະ​ພະຍາຍາມ​ເພື່ອ​ຍາດ​ເອົາບັນດາ​ກາລະ​ໂອກາດ​ໃໝ່.

       

ຕອບກັບ

ຂ່າວ/ບົດ​ອື່ນ