ຂີດ​ໝາຍ​ໃຫມ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ໄທ


(vovworld)- ການ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ​ໄທ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ແມ່ນ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດທີ່​ສຳ​ຄັນ​ຂອງ​ຫວຽດ​ນາມໃນ​ປີ 2013 . ການ​ຢ້ຽມ​ຢາມ​ເປັນ​ຂີດ​ໝາຍ​ສຳ​ຄັນ​ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່ ບົນ​ພື້ນ​ຖານ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ດີ​ງາມ, ໄວ້​ເນື້ອ​ເຊື່ອ​ໃຈ, ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ ລະ​ຫວ່າງ​ຫວຽດ​ນາມ ແລະ ໄທ.

ຂີດ​ໝາຍ​ໃຫມ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ໄທ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ຫງວຽນ​ຟູ​ຈ້ອງ
ພາບ:internet

     ໄທ ແລະ ຫວຽດ​ນາມ ແມ່ນ​ສອງ​ປະ​ເທດບ້ານ​ໃກ້​ເຮືອ​ນ​ຄຽງ​ຢູ່​ພາກ​ພື້ນ​ອາ​ຊີ ຕາ​ເວັນ​ອອກ​ສຽງ​ໃຕ້ ມີ​ຫລາຍ​ຈຸດ​ທີ່​ຄ້າຍ​ຄື​ກັນ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ, ຈີນ​ຕະ​ນາ​ການ. ​ພ້ອມ​ກັນ​ເປັນ​ສະ​ມາ​ຊິກ​ຂອງ​ອາຊຽນ, ສອງ​ປະ​ເທດ​ພວມ​ມາ​ນະ​ພະ​ຍາ​ຍາມ​ຮ່ວມ​ມື​ເພື່ອ​ສ້າງ​ພາກ​ພື້ນ​ອາ​ຊຽນ​​ແຫ່ງສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ. ນີ້​ແມ່ນ​ພື້ນ​ຖານສຳ​ຄັນ​ເພື່ອ​ເພີ່ມ​ທະ​ວີ ແລະ ຊຸກ​ຍູ້​ການ​ພົວ​ພັນ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ແຂງ​ແຮງກວ່າ, ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ​ອັນ​ສົດ​ໃສ​ໃຫ້​ແກ່​ແຕ່​ລະ​ປະ​ເທດກໍ​ຄືຜົນ​ປະ​ໂຫຍດ​ຂອງ​ພາກ​ພື້ນ.

            ນັບ​ແຕ່​ເມື່ອ​ຫວຽດ​ນາມ ແລະ ໄທ ສ້າງ​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດ​ເມື່ອ ​ປີ 1976, ​ໃນ 37 ປີ​ຜ່ານ​ມາ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງບໍ່​ຢຸດຢັ້ງ ແລະ ພັດ​ທະ​ນາ​ໃນ​ທຸກ​ຂົງ​ເຂດ. ການ​ພົວ​ພັນ​ດ້ານ​ການ​ເມືອງ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ ຜ່ານ​ບັນ​ດາ​ການ​ຢ້ຽມ​ຢາມ​ເຊິ່ງ​ກັນ ແລະ ກັນ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ. ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ຍີ່ງ​ຣັກ ສິນ​ນະ​ວັດ ໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ເປັນ​ສອງ​ຄັ້ງ ​ຄືເມື່ອ​ເດືອນ 11/2011 ແລະ ເດືອນ 10/2012. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ຊີງ​ຮຸ່ງ ໄປ​ຢ້ຽມ​ຢາມ​ໄທ​ເມື່ອ​ເດືອນ 12/2012. ໃນ​ປີ 2011, ສອງ​ປະ​ເທດກໍ່​ໄດ້​ຈັດ​ຕັ້ງ​ການ​ເຄື່ອ​ນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ສະ​ເຫລີມ​ສະ​ຫລອງ 35 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ(6/8/1976). ເດືອນ 10/2012, ສອງ​ປະ​ເທດ​ສືບ​ຕໍ່​​ຈັດກອງ​ປະ​ຊຸມຄະ​ນະ​ລັດ​ຖະ​ບານ​ຮ່ວມ​ຄັ້ງ​ທີ 2 ຢູ່ ຮ່າ​ໂນ້ຍ. ອາດ​ຈະ​ເວົ້າ​ໄດ້​ວ່າ ຂົງ​ເຂດ​ສຳ​ເລັດ​ຜົນ​ທີ່​ສຸດ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ແມ່ນ​ການ​ລົງ​ທຶນ​​ການ​ຄ້າ. ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ການ​ຄ້າ​ລະ​ຫວ່າງ​ຫວຽດ​ນາມ ແລະ ໄທ ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດກວ້າງ, ເປັນ​ຕົ້ນ​ໃນ​ບັນ​ດາ​ຂົງ​ເຂດຄື:​ ການຮ່ວມ​ມື​ຜະ​ລິດ ແລະ ສົ່ງ​ອອກ​ເຂົ້າ​ສານ, ການ​ເງິນ, ຂົນ​ສົ່ງ, ນ້ຳ​ມັນ​ອາຍ​ແກ​ສ… ປະ​ຈຸ​ບັນ ໄທ​ແມ່ນ​ປະ​ເທດ​ລົງ​ທຶນ​ ໃຫ​ຍ່​ອັນ​ດັບ 10 ໃນ​ຍອດຈຳ​ນວນ​ບັນ​ດາ​ປະ​ເທດ​ລົງ​ທຶນເຂົ້າ​ຫວຽດ​ນາມ ດ້ວຍ 300 ໂຄງ​ການ ລວມ​ມູ​ນ​ຄ່າກວ່າ 6 ຕື້ USD.ໃນ​ຂະ​ນະ​ນັ້ນ ປະ​ຈຸ​ບັນ ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫ​ຍ່​ອັນ​ດັບ 2 ຂອງ​ໄທ ໃນ​ພາກ​ພື້ນ ອາ​ຊຽນ ແລະ ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫ​ຍ່​ອັນ​ດັບ 9 ຂອງ​ໄທ​ຢູ່​ໃນ​ໂລກ. ປີ 2012, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ລະ​ຫວ່າງ​ສອງ​ປະ​ເທດ​ບັນ​ລຸ​ປະ​ມານ 9 ຕື້ USD. ທີ່ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ເລີກ​ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ສົມ ການ​ຄ້າ ຫວຽດ​ນາມ - ໄທ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ສູ້​ຊົນ​ເພີ່ມ​ວົງ​ເງິນ​ແລກ​ປ່ຽນ​ການ​ຄ້າ​ຕື່ມ​ອີກ 20% ໃນ​ແຕ່​ລະ​ປີ, ວາງ​ຄາດ​ໝາຍ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ຂຶ້ນ​ເຖິງ ກວ່າ 15 ຕື້ USD ໃນ​ປີ 2020. ສອງ​ຝ່າຍ​ສືບ​ຕໍ່​ຮັກ​ສາ​ກົນ​ໄກ​ຮ່ວມ​ມື​ສົ່ງ​ອອກ​ເຂົ້າ​ສານ, ຊຸກ​ຍູ້​ການ​ຮ່ວມ​ສຳ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຮ່ວມ​ມື​ຂຸດ​ຄົ້ນ​ແລວ​ເສດ​ຖະ​ກິດ​ຕາ​ເວັນ​ອອກ -ຕາ​ເວັນ​ຕົກ. ໄທ​ຖື​ເປັນ​ສຳ​ຄັນ ແລະ ປາດ​ຖະ​ຫ​ນາ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ກັບ​ຫວຽດ​ນາມ ໃນ​ຂອບ​ເຂດ​ຮ່ວມ​ມື​ພາກ​ພື້ນ ແລະ ເວ​ທີ​ປ​າ​ໄສ​ສາ​ກົນ​ຄື: ອາ​ຊຽນ, ການ​ຮ່ວມ​ມື​ເສດ​ຖະ​ກິດ​ເຂດ​ລຸ່ມ​ແມ່ນ້ຳ​ຂອງ​ເປີດກວ້າງ (GMS), ກອງ​ປະ​ຊຸມ​ສຸດຍອດ​ຍຸດ​ທະ​ສາດ​ຮ່ວມ​ມື​ເສດ​ຖະ​ກິດ 3 ​ລຳແມ່​ນ້ຳ Ayeyawadi - ​ເຈົ້າ​ພະ​ຢາ, ແມ່​ຂອງ (ACMECS), ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ ປາ​ຊີ​ຟີກ(APEC) …

            ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ສຶກ​ສາ, ວັດ​ທ​ະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ພວມ​ມີ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ຕັ້ງ​ຫ​ນ້າ. ໄທ ຫ​ນູນ​ຊ່ວຍ​ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ບຳ​ລຸງ​ສ້າງ ແລະ ສອນ​ພາ​ສາ​ໄທ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​​ຂອງ​ຫວຽດ​ນາມຈຳ​ນວນ​ຫ​ນຶ່ງ; ຫ​ນູນ​ຊ່ວຍ​ປະ​ຕິ​ບັດ​ການ​ບຳ​ລຸງ​ສ້າງ​ໃຫ້​ແກ່​ພະ​ນັກ​ງານ​ຫວຽດ​ນາມໄລ​ຍະ​ສັ້ນ​ກ່ຽວ​ກັບ​ບັນ​ດາ​ເນື້ອ​ໃນ​ຈຸດ​ສຸມ​ຂອງ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ. ໄທ​ສະ​ຫ​ນັບ​ສະ​ຫ​ນູນ​ແຜນ​ຮ່າງ​ສ້າງ​ຕັ້ງ​ສູນ​ພາ​ສາ​ສາດ ແລະ ສຶກ​ສາ​ຫວຽດ​ນາມ ຢູ່​ໄທ ແລະ ສະ​ເຫ​ນີ​ສ້າງ​ຕັ້ງ​ສູນ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ໄທ​ຢູ່​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ຫວຽດ​ນາມ. ໄທ ໄດ້​ສ້າງ​ເງື່ອນ​ໄຂ​ແກ່​ການ​ກໍ່​ສ້າງ​ເຂດ​ອະ​ນຸ​ສອນ​ສະ​ຖານ​ປະ​ທານ​ໂຮ່​ຈິ​ມີນ ຢູ່​ແຂວງ ອຸ​ດອນ ທະ​ນີ ແລະ ນະ​ຄອນ ພະ​ນົມ ຊື່ງ​ແມ່ນ​ສະ​ຖານ​ທີ່​​ເຊີ່ງກ່ອນນີ້​ປະ​ທານ​ໂຮ່​ຈິ​ມີນ ໄດ້​ດຳ​ລົງ​ຊີ​ວິດ ແລະ ເຄື່ອນ​ໄຫວ​ປະ​ຕິ​ວັດ​ໃນ​ໄລ​ຍະ​ທາງ​ແຫ່ງ​ການ​ຊອກ​ຫາ​ເສັ້ນ​ທາງ​ກູ້​ຊາດ.

         ໃນ​ສະ​ພາບ​ຄື​ແນວນັ້ນ, ການ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ​ໄທ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ຫງວຽນ​ຟູ​ຈ້ອງ ເພື່ອ​ແນ​ໃສ່​​ສືບ​ຕໍ່​ຜັນ​ຂະ​ຫ​ຍາຍ​ການ​ເຄື່ອນ​ໄຫວ​​ພົວ​ພັນຕ່າງ​ປະ​ເທດ​ຢ່າງ​ຄົບ​ຊຸດ ແລະ ຮອບ​ດ້ານ; ເປັນ​ເຈົ້າ​ການ, ຕັ້ງ​ຫ​ນ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ຢືນ​ຢັນ​ນະ​ໂຍ​ບາຍ​ຖື​​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນເປັນ​ສຳ​ຄັນ ແລະ ໃຫ້​ບຸ​ລິ​ມະ​ສິດ​​ສູງ; ຢັ້ງ​ຢືນ: ຫວຽດ​ນາມ ແມ່ນ​ປະ​ເທດ​ສະ​ມາ​ຊິກ​ມີ​ຄວາມ​ຮັບ​ຜິດ​ຊອບ, ຕັ້ງ​ຫ​ນ້າ, ພ້ອມ​ແລ້ວທີ່​ຈະ​ພ້ອມ​ກັບ ໄທ ແລະ ບັນ​ດາ​ປະ​ເທດ​ອາ​ຊຽນ ມາ​ນະ​ພະ​ຍາ​ຍາມ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ​ສາ​ມັກ​ຄີ, ສະ​ຫ​ນິດ​ຕິດ​ພັນ, ເຂັ້ມ​ແຂງ ເພື່ອພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ແຫ່ງ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ຮ່ວມ​ມື ແລະ ພັດ​ທະ​ນາ. ໃນ​ການ​ຢ້ຽມ​ຢາມ​ໄທ​ຄັ້ງ​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ມີ​ການ​ເຈ​ລະ​ຈາ, ພົບ​ປະ​ແລກ​ປ່ຽນ​ຄຳ​ເຫັນ​ກັບ​ບັນ​ດາ​ການ​ນຳ​ໄທ, ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍກໍ​ຄື​ແບ່ງ​ປັນ​ທັດ​ສະ​ນະ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ. ຄາດ​ວ່າ ສອງ​ຝ່າຍ​ຈະ​ອອກ​ຖະ​ແຫລງ​ການ​ຮ່ວມ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ການ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ໄທ. ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ຫງວຽນ​ຟູ​ຈ້ອງ ຈະ​ພົບ​ປະ​ກັບ​ການ​ນຳ​ພັກ​ການ​ເມືອງ​ຈຳ​ນວນ​ຫ​ນຶ່ງ​ຂອງ​ໄທ, ປະ​ກອບ​ສ່ວນ​ເປີດກວ້າງ ແລະ ປັ​ບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ​ພັກ​ກອມ​ມູ​ນິດ​ຫວຽດ​ນ​າມ ກັບ​ບັນ​ດາ​ພັກ​ດັ່ງ​ກ່າວ, ສ້າງ​ພື້ນ​ຖານ​ດ້ານ​ການ​ເມືອງ​ອັນ​ຫ​ນັກ​ແຫ​ນ້ນ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ