ຂີດໝາຍໃຫມ່ໃນການພົວພັນລະຫວ່າງຫວຽດນາມ ແລະ ມຽນມາ

(vovworld)- ປະ​ທາ​ນາ​ທິ​ບໍ​ດີ ມຽນ​ມາ Htin Kyaw ແລະ ພັນ​ລະ​ຍາ ພວມ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຫວຽດ​ນາມ ແຕ່​ວັນ​ທີ 26/28/10/2016 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ. ການ​ຢ້ຽມ​ຢາມ​ແມ່ນ​ເຫດ​ການ​ການ​ເມືອງ​ສຳ​ຄັນ​ລະ​ຫວ່າງ​ສອງ​ປະ​ເທດ.

ຂີດໝາຍໃຫມ່ໃນການພົວພັນລະຫວ່າງຫວຽດນາມ ແລະ ມຽນມາ - ảnh 1
ກອງ​ປະ​ຊຸມ​ຄັ້ງ​ທີ 8 ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຫວຽດ​ນາມ -ມຽນ​ມາ
(ປີ 2015)
(TTXVN)

    ນີ້​ແມ່ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ເປັນ​ຄັ້ງ​ທຳ​ອິດ​ຂອງ​ປະ​ທາ​ນາ​ທິບ​ໍ​ດີ ມຽ​ນ​ມາ Htin Kyaw ນັບ​ແຕ່​ເມື່ອ​ທ່ານ​ຮັບ​ດຳ​ລົງ​ຕຳ​ແຫນ່ງ​ໃນ​ວັນ​ທີ 30/3/2016 ໄດ້​ຮັບ​ກາ​ນ​ປະ​ຕິ​ບັດ​ພາຍ​ຫລັງ​ປະ​ທາ​ນາ​ທິ​ບໍ​ດີ ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ​ສຸດຍອດ ກຳ​ປູ​ເຈຍ - ລາວ - ມຽ​ນ​ມາ - ຫວຽດ​ນາມ ຄັ້ງ​ທີ 8 (CLMV 8) ແລະ ຍຸດ​ທະ​ສາດ​ການ​ຮ່ວມ​ມື​ເສດ​ຖະ​ກິດ Ayeyawady – ເຈົ້າ​ພະ​ຍາ ແລະ ແມ່​ຂອງ (ACMECS 7) ແລະ ກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ ກ່ຽວ​ກັບ​ແມ່​ຂອງ ໂດຍ​ຫວຽດ​ນາມ ຈັດ​ຕັ້ງ. ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ເປັນ​ການຢັ້ງ​ຢືນ​ວ່າ ກາ​ນ​ນຳ​ສອງ​ປະ​ເທດ​ລ້ວນ​ແຕ່​ຖື​ເປັນ​ສຳ​ຄັນ ແລະ ເອົາ​ໃຈ​ໃສ່​ເຖິງ​ການ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ ມຽນ​ມາ.

   ຄວາມສະ​ຫນິດ​ຕິດ​ພັນ​ດ້ວຍ​ຫລາຍ​ຈຸດທີ່​ຄ້າຍ​ຄື​ກັນ

    ຫວຽດ​ນາມ ແລະ ມຽນ​ມາ ມີ​ການ​ພົວ​ພັນ​ມາ​ແຕ່​ດົນ​ນານ, ມີ​ຫລາຍ​ຈຸດ​ທີ່​ຄ້າຍ​ຄື​ກັນ​ກ່ຽວ​ກັບ​ດ້ານ​ວັດ​ທະ​ນະ​ທຳ ແລະ ສາ​ສະ​ຫນາ. ປະ​ຈຸ​ບັນ ທັງ​ສອງ​ປະ​ເທດ​ລ້ວນ​ແຕ່​ແມ່​ນ​ສະ​ມາ​ຊິກ​ຂອງ ອາ​ຊຽນ. ປີ 1947, ຫວຽດ​ນາມ ຕັ້ງ​ ສຳ​ນັກ​ງານ​ສື່ມ​ວນ​ຊົນ ​ຢູ່ Yangon, ພາຍ​ຫລັງ​ໄດ້​ຮັບ​ການ​ຍົກ​ລະ​ດັບ​ຂຶ້ນ​ເປັນ​ອົງ​ການ​ຜູ້​ຕາງ​ຫນ້າ​ລັດ​ຖະ​ບານ​ເມື່ອ​ປີ 1948. ປີ 1975, ສອງ​ປະ​ເທດ​ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ. ມາ​ຮອດ​ປະ​ຈຸ​ບັນ, ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ - ມຽ​ນ​ມາ ມີ​ຫລາຍ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ ແລະ ໄດ້​ຮັບ​ຜົນ​ງານ​ສຳ​ຄັນ​ຫລາຍ​ຢ່າງ. ສອງ​ຝ່າຍ ໄດ້ແລກ​ປ່ຽນ​ຄະ​ນະ​ຜູ້​ແທນຂັ້ນ​ສູງ ແລະ ​ທຸກ​ຂັ້ນ, ມີ​ຫລາຍ​ກົນ​ໄກ​ຮ່ວມ​ມື​ໄດ້​ຮັບ​ການ​ສ້າງ​ຂຶ້ນ ແລະ ເປັນ​ລະ​ບົບ, ການ​ນຳ​ສອງ​ປະ​ເທດ​ກໍ​ຕັ້ງ​ຫນ້າ​ພົບ​ປະ​ແລກ​ປ່ຽນເປັນ​ປະ​ຈຳ. ເດືອນ 6/2013, ສອງ​ປະ​ເທດ​ໄດ້​ສ້າງ​ຕັ້ງ​ສະ​ມາ​ຄົມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ ຫວຽດ​ນາມ - ມຽນ​ມາ ​ແລະ ສະ​ມາ​ຄົມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ ມຽນ​ມາ -ຫວຽດ​ນາມ. ເດືອນ 8/2014, ຫວຽດ​ນາມ ໄດ້​ສ້າງ​ຕັ້ງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ -ມຽນ​ມາ ເພື່ອ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ສອງ​ປະ​ເທດ. ປີ 2015, ສອງ​ຝ່າຍ​ມີ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ສະ​ເຫລີມ​ສະ​ຫລອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ; ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ທີ 8 ຄະ​ນະ​ກຳ​ມ​ະ​ການ​ປະ​ສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດ​ນາມ - ມຽ​ນ​ມາ.

    ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ການ​ຄ້າ ການ​ລົງ​ທຶນ ແມ່ນ​ຈຸດ​ພົ້ນ​ເດັ່ນ

ກ່ຽວ​ກັບ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ຫວຽດ​ນາມ ແລະ ມຽນ​ມາ ໄດ້​ກຳ​ນົດ ແລະ ຮັກ​ສາ 12 ຂົງ​ເຂດ​ຮ່ວມ​ມື​ບຸ​ລິ​ມະ​ສິດ ຊື່ງ​ລວມ​ມີ: ກະ​ສິ​ກຳ, ປູກ​ຕົ້ນ​ອຸດ​ສາ​ຫະ​ກຳ, ສິນ​ໃນ​ນ້ຳ, ການ​ເງິນ - ທະ​ນາ​ຄານ, ການ​ບິນ, ໂທ​ລະ​ຄົມ​ມະ​ນາ​ຄົມ, ນ້ຳ​ມັນ​ອາຍ​ແກ​ສ, ຂຸດ​ຄົ້ນ​ແຮ່ທາດ, ຜະ​ລິດ​ເຄື່ອງ​ອຸ​ປະ​ກອນ​ໄຟ​ຟ້າ, ຜະ​ລິດ ແລະ ຕິດ​ຕັ້ງ​ໂອ​ໂຕ, ກໍ່​ສ້າງ, ການ​ລົງ​ທຶນ ການ​ຄ້າ. ໃນ​ຊຸມ​ປີມໍ່ໆ​ມານີ້, ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ພັດ​ທະ​ນາ​ດີ​ສົມ​ຄວນ. ແຕ່​ລະ​ປີ ສອງ​ຝ່າຍ​ໄດ້​ຈັດ​ຕັ້ງ​ງານ​ຕະ​ຫລາດ​ນັດເປັນ​ຫລາຍ​ຄັ້ງ​ຢູ່​ແຕ່​ລະ​ປະ​ເທດ ເພື່ອ​ແນະ​ນຳ​ຜະ​ລິດ​ຕະ​ພັນ ແລະ ດຶງ​ດູດ​ບັນ​ດາ​ວິ​ສາ​ຫະ​ກິດ​ມາ​ລົງ​ທຶນ. ສອງ​ຝ່າຍ​ຮັກ​ສາ​ກົນ​ໄກ​ປະ​ຊຸມ​ອະ​ນຸ​ກຳ​ມະ​ການ​ປະ​ສົມ​ກ່ຽວ​ກັບ​ດ້ານ​ການ​ຄ້າ. ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ລາຍ​ໃຫຍ່​ທີ 10 ຂອງ​ມຽນ​ມາ. ໄລ່​ຮອດ​ເດືອນ 7/2016, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນ​ລຸ 299 ລ້ານ USD, ເພີ່ມ​ຂຶ້ນ 15,9% ເມື່ອ​ທຽບ​ໃສ່​​ໄລ​ຍະ​ດຽວ​ກັນ​ຂອງປີ 2015. ປະ​ເພດ​ສິນ​ຄ້າ​ສົ່ງ​ອອກ​ນັບ​ມື້​ນັບ​ມີ​ຫລາຍ​ຮູບ​ຫລາຍ​ແບບ, ຊື່ງລວມ​ມີ ເຫລັກ​ກ້າ, ຜະ​ລິດ​ຕະ​ພັນ​ຈາກ​ໂລ​ຫະ, ເຄື່ອງ​ຈັກ​ອຸ​ປະ​ກອນ ແລະ ເຄື່ອງ​ອາ​ໄ​ຫລ່, ວັດ​ສະ​ດຸ ແລະ ຜະ​ລິດ​ຕະ​ພັນ​​ຕ່ຳ​ແຜ່ນ​ຕັດ​ຫຍິບ, ຜະ​ລິ​ດ​ຕະ​ພັນ​ປະ​ລາ​ສະ​ຕິກ, ເຄື່ອງ​ເຟີ​ນີ​ເຈີ. ຮອດ​ເດືອນ 5/2016, ຫວຽດ​ນາມ ມີ 47 ໂຄງ​ການ​ລົງ​ທຶນ​ຢູ່ ມຽນ​ມາ ດ້ວຍຍອດ​ຈຳ​ນວນ​ທຶນ 557 ລ້ານ USD. ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ລົງ​ທຶນ​ຢູ່ ມຽ​ນ​ມາ​ໄດ້​ຮັບ​ການ​ສ້າງ​ຕັ້ງ ແລະ ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຕັ້ງ​ຫນ້າ. ມີ​ໂຄງ​ການຈຳ​ນວນ​ຫນຶ່ງ​ມີ​ຊື່​ສຽງ ແລະ ສ້າງ​ເປັນ​ພາບ​ພົດ​ອັນ​ດີ​ງາມ​ຄື: ໂຄງ​ການກໍ່​ສ້າງ​ເຂດ​ປະ​ສົມ ໂຮງ​ແຮມ, ຫ້ອງ​ການ ແລະ ສູນ​ການ​ຄ້າ​ຂອງ ກຸ່ມ​ບໍ​ລິ​ສັດ ຮ່​ວາງ​ແອງ​ຢາ​ລາຍ ຢູ່ Yangon, ໂຄງ​ການ​ຮ່ວມ​ມື​ຂຸດ​ຄົ້ນ​ນ້ຳ​ມັນ​ລະ​ຫວ່າງ ບໍ​ລິ​ສັດ​ໃຫຍ່​ສຳ​ຫລວດ​ຂຸດ​ຄົ້ນ​ນ້ຳ​ມັນ​ອາຍ​ແກ​ສ (PVEP) ແລະ ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກ​ສ ມຽນ​ມາ (MOGE), ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກ​ສ ຫວຽດ​ນາມ ເປີດກວ້າງ​ການ​ສຳ​ຫລວດ​ນ້ຳ​ມັນ​ອາຍ​ແກ​ສ, ກຸ່ມ​ບໍ​ລິ​ສັດ Viettel ຫາ​ກໍ​ຊະ​ນະ​ການ​ປະ​ມູນກະ​ກຽມ​ການ​ຮ່ວມ​ທຸ​ລະ​ກິດ​ກັບ​ບໍ​ລິ​ສັດ Yantanarpor Teleport ຂອງ ມຽນ​ມາ, ສ້າງ​ຕັ້ງ​ສາຍ​ການ​ບິນ​ໂດຍ​ກົງ​ເຖິງ Yangon.. ວ​ັນ​ທີ 4/3/2016, ມຽນ​ມາ ກໍ​ໄດ້​ອອກ​ຫນັງ​ສື​ອະ​ນຸ​ຍາດ​ໃຫ້​ທະ​ນາ​ຄານ​ລົງ​ທຶນ ແລະ ພັດ​ທະ​ນາ​ຫວຽດ​ນາມ ເປີດ​ສາ​ຂາ​ຢູ່ ມຽນ​ມາ.

    ກຳ​ລັງ​ຫນູນ​ໃຫມ່​ໃຫ້​ການ​ພົວ​ພັນ​ສອງ​ປະ​ເທດ

ຫວຽດ​ນາມ ແລະ ມຽນ​ມາ ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫ​ວ​ທາງ​ການ​ທູດ​ເປັນ​ປະ​ຈຳ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ປັ​ບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ. ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ, ສອງ​ປະ​ເທດ ໄດ້​ສົມ​ທົບ​ກັນເປັນ​ປະ​ຈຳ ແລະ ສະ​ຫນັບ​ສະ​ຫນູນ​ເຊິ່ງ​ກັນ ແລະ​ກັນ ທີ່​ບັນ​ດາ​ເວ​ທີ​ປາ​ໄສ​ຫລາຍ​ຝ່າຍ. ຫວຽດ​ນາມ ໄດ້​ຕັ້ງ​ຫນ້າ​ສະ​ຫນັບ​ສະ​ຫນູນ ມຽນ​ມາ ເຂົ້າ​ເປັນ​ສະ​ມາ​ຊິກ​ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ), ເວ​ທີ​ປາ​ໄສ​ການ​ຮ່ວມ​ມື ອາ​ຊີ ເອີ​ລົບ (ASEM). ມຽ​ນ​ມາ ກໍ​ສະ​ຫນັບ​ສະ​ຫນູນ​ຫວຽດ​ນາມ ເຂົ້າ​ຮ່ວມ​ອົງ​ການ​ກາ​ນ​ຄ້າ​ໂລກ (WTO) ແລະ ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊີ ເຫັນ​ດີ ສະ​ຫນັບ​ສະ​ຫນູນ​ຫວຽດ​ນາມ ອອກ​ສະ​ຫມັກ​ຮັບ​ເລືອກ​ຕັ້ງ​ເປັນ​ກຳ​ມະ​ການບໍ່​ປະ​ຈຳ​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ. ສອງ​ປະ​ເທດ ຍັງ​ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ​ຢູ່​ເວ​ທີ​ປາ​ໄສ​ຫລາຍ​ຝ່າຍ​ໃນ​ພາກ​ພື້ນ ແລະ ສາ​ກົນ.

    ໃນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຫວຽດ​ນາມ​ຄັ້ງ​ນີ້, ປະ​ທາ​ນາ​ທິ​ບໍ​ດີ ມຽ​ນ​ມາ  Htin Kyaw ແລະ ບັນ​ດາ​ການ​ນຳ ຫວຽດ​ນາມ ຈະ​ສຳ​ຫລວດກວດ​ກາ​ຄືນ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື ແລະ ແລກ​ປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ບັນ​ດາ​ການ​ຮ່ວມ​ມື​ໃຫມ່​ຊື່ງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ໃນ​ນັ້ນ ມີ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ, ການ​ຄ້າ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ທ່ອງ​ທ່ຽວ, ກະ​ສິ​ກຳ. ສອງ​ຝ່າຍ​ກໍ​ແລກ​ປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ອະ​ນຸ​ພາກ​ພື້ນ, ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ ຊື່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ໝາກ​ຜົນ​ການ​ຢ້ຽມ​ຢາມ ເປັນ​ການ​ປະ​ກອບ​ສ່ວນ​ປ​ັບ​ປຸງ​ການ​ພົວ​ພັນ​ດ້ານ​ການ​ເມືອງ​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ສະ​ຫນິດ​ຕິດ​ພັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ, ເພີ່ມ​ກຳ​ລັງ​ຫນູນ​ໃຫ້​ແກ່​ການ​ພົວ​ພັນ​ມິ​ດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ມຽນ​ມາ​ຕື່ມ​ອີກ.


ຕອບກັບ

ຂ່າວ/ບົດ​ອື່ນ