ຂີດໝາຍໃໝ່ໃນການພົວພັນ ຫວຽດນາມ - ອົດສະຕາລີ

(VOVWORLD) - ການພົວພັນ 2 ຝ່າຍໄດ້ພັດທະນາໄວ, ແທດຈິງ ແລະ ມີປະສິດທິຜົນພໍສົມຄວນ, ພິເສດ ແມ່ນນັບແຕ່ເມື່ອຫວຽດນາມ ແລະ ອົດສະຕາລີ ສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານໃນປີ 2009 ແລະ ເຊັນຖະແຫຼງການກ່ຽວກັບການພົວພັນຄູ່ຮ່ວມມືຮອບດ້ານເພີ່ມທະວີ (3/2015).

ວັນທີ 14 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເລີ່ມຕົ້ນການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull. ການຢ້ຽມຢາມ ອົດສະຕາລີ ຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແມ່ນຂີດໝາຍສຳຄັນ, ຍ້ອນວ່າ ໃນການຢ້ຽມຢາມຄັ້ງນີ້ 2 ປະເທດຈະຍົກລະດັບການພົວພັນຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ.

ຂີດໝາຍໃໝ່ໃນການພົວພັນ ຫວຽດນາມ - ອົດສະຕາລີ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull (ພາບ: VGP)

        ການພົວພັນ 2 ຝ່າຍໄດ້ພັດທະນາໄວ, ແທດຈິງ ແລະ ມີປະສິດທິຜົນພໍສົມຄວນ, ພິເສດ ແມ່ນນັບແຕ່ເມື່ອຫວຽດນາມ ແລະ ອົດສະຕາລີ ສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານໃນປີ 2009 ແລະ ເຊັນຖະແຫຼງການກ່ຽວກັບການພົວພັນຄູ່ຮ່ວມມືຮອບດ້ານເພີ່ມທະວີ (3/2015). 2 ປະເທດກໍ່ໄດ້ລົງນາມໃນໂຄງການດຳເນີນງານໄລຍະປີ 2016 – 2019. ອົດສະຕາລີ ຕີລາຄາວ່າ ຫວຽດນາມ ແມ່ນຄູ່ຮ່ວມມືຫຼັກແຫຼ່ງໃນ ອາຊຽນ ແລະ ຕີລາຄາສູງບົດບາດຂອງ ຫວຽດນາມ ໃນ ອາຊຽນ, ສະເໜີ 2 ຝ່າຍນຳການພົວພັນ 2 ປະເທດໃຫ້ຍົກລະດັບຂຶ້ນສູ່ຄູ່ຮ່ວມມືຍຸດທະສາດ.

ເສີມຂະຫຍາຍບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ

        ໃນໄລຍະຜ່ານມາ, ຫວຽດນາມ ແລະ ອົດສະຕາລີ ເສີມຂະຫຍາຍບັນດາກົນໄກຮ່ວມມື 2 ຝ່າຍເປັນຢ່າງດີ. ອາດຈະເວົ້າເຖິງຄື: ການເຈລະຈາຍຸດທະສາດຂັ້ນຮອງລັດຖະມົນຕີການຕ່າງປະເທດ - ການປ້ອງກັນຊາດ, ການເຈລະຈາສິດທິມະນຸດ, ການໃຊ້ຄຳປຶກສາດ້ານກົງສູນ, ທາບທາມຄຳເຫັນຂັ້ນສູງກ່ຽວກັບທຶນອຸປະຖຳໃນການພັດທະນາ, ຄະນະກຳມະການຮ່ວມມືເສດຖະກິດການຄ້າ, ຄະນະກຳມະການປະສົມກ່ຽວກັບການຮ່ວມມືວິທະຍາສາດ ແລະ ເຕັກໂນໂລຢີ…

        ໃນຂົງເຂດການປ້ອງກັນຊາດ, ຫວຽດນາມ ແລະ ອົດສະຕາລີ ຮ່ວມມືເປັນຢ່າງດີ ໂດຍຜ່ານການແລກປ່ຽນຄະນະຜູ້ແທນ, ລົງນາມໃນຂໍ້ຕົກລົງຮ່ວມມື, ຮ່ວມມືການປ້ອງກັນ ແລະ ຕ້ານອາດຊະຍາກຳ, ຄຸ້ມຄອງຄົນເຂົ້າ-ອອກເມືອງ, ຕ້ານຊາວອົບພະຍົບຢ່າງຜິດກົດໝາຍ, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ບຳລຸງສ້າງພາສາອັງກິດ…2 ຝ່າຍໄດ້ລົງນາມໃນຂໍ້ຕົກລົງຊ່ວຍຈຳກ່ຽວກັບການຮ່ວມມືບຳລຸງສ້າງການຮັກສາສັນຕິພາບ ແລະ ເກັບກູ້ລະເບີດບໍ່ທັນແຕກ (2016). ກ່ຳປັ່ນກອງທັບເຮືອ ອົດສະຕາລີ ໄດ້ມາຢ້ຽມຢາມ ຫວຽດນາມ ເປັນຫລາຍຄັ້ງ (ໃນມໍ່ໆມານີ້ ແມ່ນການຢ້ຽມຢາມທ່າກ່ຳປັ່ນ ດ່າໜັງ ໃນຕົ້ນເດືອນ ມີຖຸນາ 2017). ອົດສະຕາລີ ແມ່ນປະເທດໜຶ່ງດຽວ ທີ່ມີຜູ້ຕາງໜ້າປະຈຳຢູ່ສູນປ້ອງກັນ ແລະ ຕ້ານອາດຊະຍາກຳຂ້າມຊາດ ຫວຽດນາມ ຢູ່ນະຄອນ ໂຮ່ຈີມິນ, ຜ່ານນັ້ນ 2 ຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສືບລາຊະການລັບ, ຮ່ວມມືຕ້ານການກໍ່ການຮ້າຍ, ການຄ້າມະນຸດ, ອາດຊະຍາກຳຢາເສບຕິດເປັນປະຈຳ…

        ໃນຂົງເຂດເສດຖະກິດ, ປັດຈຸບັນ ອົດສະຕາລີ ແມ່ນລູກຄ້າຢືນອັນດັບທີ 8 ຂອງ ຫວຽດນາມ. ວົງເງິນການຄ້າ 2 ປະເທດເຕີບໂຕຢູ່ລະດັບປານກາງກ່ວາ 7% ໃນແຕ່ລະປີ, ປີ 2017 ບັນລຸເກືອບ 6,5 ຕື້ USD (ເພີ່ມຂຶ້ນ 22,2% ເມື່ອທຽບໃສ່ປີ 2016). ແຕ່ລະປີ ຫວຽດນາມ ສົ່ງອອກໄປຍັງ ອົດສະຕາລີ ກ່ວາ 520 ລ້ານ USD, ສຸມໃສ່ເຂົ້າໃນບັນດາປະເພດສິນຄ້າສິນໃນນ້ຳ, ໃນນັ້ນ ກຸ້ງແຊ່ແຂງກວມເອົາ 25%. ພິເສດ, ອົດສະຕາລີ ໄດ້ເປີດປະຕູໃຫ້ໝາກລີ້ນຈີ່, ໝາກມ່ວງ, ໝາກມັງກອນສົ່ງອອກໄປຍັງຕະຫລາດ ອົດສະຕາລີ. ຫວຽດນາມ ພວມຊຸກຍູ້ ອົດສະຕາລີ ອະນຸຍາດໃຫ້ນຳເຂົ້າໝາກລຳໄຍ, ໝາກເງາະ, ໝາກນ້ຳນົມ ແລະ ກຸ້ງສົດເຂົ້າຕະຫລາດ ອົດສະຕາລີ. ໄລ່ຮອດປະຈຸບັນ, ອົດສະຕາລີ ມີ 412 ໂຄງການລົງທຶນ ດ້ວຍຍອດເງິນລົງທຶນທັງໝົດແມ່ນ 1,8 ຕື້ USD, ຢືນອັນດັບທີ 20/126 ປະເທດ ແລະ ເຂດແຄ້ວນທີ່ມີການລົງທຶນເຂົ້າ ຫວຽດນາມ. ໃນຂະນະນັ້ນ, ປັດຈຸບັນ ຫວຽດນາມ ມີ 44 ໂຄງການລົງທຶນໂດຍກົງເຂົ້າ ອົດສະຕາລີ ດ້ວຍຍອດມູນຄ່າບັນລຸເກືອບ 390 ລ້ານ USD.

        ການສຶກສາແມ່ນຂົງເຂດຮ່ວມມືຢ່າງແຂງແຮງລະຫວ່າງ 2 ປະເທດ. ອົດສະຕາລີ ໄດ້ສະໜອງທຶນສຶກສາຫລາຍທຶນໃຫ້ ຫວຽດນາມ ຕາມຫຼັກສູດໄລຍະຍາວ ແລະ ໄລຍະສັ້ນ. ປັດຈຸບັນມີນັກສຶກສາ ແລະ ນັກຄົ້ນຄວ້າປະລິນຍາເອກ ຫວຽດນາມ ພວມຮ່ຳຮຽນຢູ່ ອົດສະຕາລີ ປະມານ 30.000 ຄົນ. ພ້ອມກັນນັ້ນ, ບັນດາມະຫາວິທະຍາໄລ/ສະຖາບັນຂອງ 2 ປະເທດພວມມີ 18 ຫຼັກສູດຮ່ວມສຳພັນພວມເຄື່ອນໄຫວໃນການສຶກສາ.

        ອົດສະຕາລີ ກໍ່ພວມຍູ້ແຮງການຮ່ວມມືໃນຂົງເຂດວິທະຍາສາດ - ເຕັກໂນໂລຢີ, ປ່ຽນແປງໃໝ່ຫົວຄິດປະດິດສ້າງ. 2 ປະເທດໄດ້ປະກາດໂຄງການຄູ່ຮ່ວມມືປ່ຽນແປງໃໝ່ ຫວຽດນາມ - ອົດສະຕາລີ; ອົດສະຕາລີ ໜູນຊ່ວຍການສ້າງຕັ້ງ ແລະ ອຸປະຖຳ “ສູນປ່ຽນແປງໃໝ່ຫົວຄິດປະດິດສ້າງປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ” ຢູ່ ຮ່າໂນ້ຍ ເພື່ອແນໃສ່ໜູນຊ່ວຍບັນດາ Stast-up ໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາສິ່ງແວດລ້ອມ.

        ກ່ຽວກັບການຮ່ວມມືໃນພາກພື້ນ ແລະ ສາກົນ, ຫວຽດນາມ ແລະ ອົດສະຕາລີ ໄດ້ຮ່ວມມືຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນເປັນຢ່າງດີ. ປີ 2017, ອົດສະຕາລີ ໄດ້ຕັ້ງໜ້າຮ່ວມມື ແລະ ສະໜັບສະໜູນບັນດາຂໍ້ລິເລີ່ມຂອງ ຫວຽດນາມ ໃນປີ APEC 2017. ກໍ່ຄືສົມທົບກັນຢ່າງແໜ້ນແຟ້ນກັບ ຫວຽດນາມ ແລະ ຍີ່ປຸ່ນ ເພື່ອໃຫ້ 11 ປະເທດບັນລຸໄດ້ຂໍ້ຕົກລົງພື້ນຖານຂອງສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກຢູ່ ດ່າໜັງ.

ໜ້າປະຫວັດສາດໃໝ່ໃນການພົວພັນ ຫວຽດນາມ - ອົດສະຕາລີ.

        ບັນດາຄຳໝັ້ນສັນຍາຢ່າງແຮງແຂງລະຫວ່າງການນຳຂັ້ນສູງ 2 ປະເທດ ກໍ່ຄືບັນດາບາດກ້າວພັດທະນາໃນການພົວພັນລະຫວ່າງ 2 ປະເທດໃນໄລຍະຜ່ານມາ ເປັນຕົ້ນແມ່ນພື້ນຖານ ແລະ ກຳລັງໜູນຕັດສິນໃຈ, ນຳການຮ່ວມມື ຫວຽດນາມ - ອົດສະຕາລີ ພັດທະນາໃນຫລາຍຂົງເຂດ. ພ້ອມກັບຄວາມໄວ້ເນື້ອເຊື່ອໃຈ, ຄວາມເຄົາລົບ ແລະ ມີຄວາມຄ້າຍຄືກັນກ່ຽວກັບຜົນປະໂຫຍດ, ນີ້ຈະແມ່ນພື້ນຖານເພື່ອໃຫ້ 2 ປະເທດຍົກລະດັບການພົວພັນຈາກ “ຄູ່ຮ່ວມມືຮອບດ້ານເພີ່ມທະວີ” ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ, ໃນການຢ້ຽມຢາມ ອົດສະຕາລີ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຄັ້ງທຳອິດນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ