ຂີ​ດໝາຍ​ໃໝ່​ໃນ​ການ​ພົວພັນ​ລະຫວ່າງ ຈີນ - ຍີ່​ປຸ່ນ

(VOVWORLD) -ວັນທີ 25 ຕຸລາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ເລີ່ມຕົ້ນການຢ້ຽມຢາມ ຈີນ ຄັ້ງປະຫວັດສາດ ເຊິ່ງຈະແກ່ຍາວເປັນເວລາ 03 ວັນ. ການຢ້ຽມຢາມ ຈີນ ຢ່າງເປັນທາງການຄັ້ງທໍາອິດຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ນັບແຕ່ປີ 2011 ມາຮອດປັດຈຸບັນ ຄາດວ່າ ຈະນໍາມາເຊິ່ງບັນດາກາລະໂອກາດຮ່ວມມືໃໝ່ໃນການພົວພັນສອງຝ່າຍລະຫວ່າງ ຍີ່ປຸ່ນ - ຈີນ, ໂດຍສະເພາະ ແມ່ນໃນຂົງເຂດເສດຖະກິດ. ພ້ອມກັນນັ້ນ, ກໍຈະຊ່ວຍໃຫ້ສອງຝ່າຍຫຍັບມໍ່ເຂົ້ໃກ້ກັນກວ່າ ພາຍຫຼັງບັນດາຄວາມເຄັ່ງຕຶງ ກ່ຽວກັບອໍານາດອະທິປະໄຕຢູ່ທະເລ ໃນໄລຍະຜ່ານມາ.

ຈີນ ແລະ ຍີ່ປຸ່ນ ແມ່ນບັນດາປະເທດໃຫຍ່ໃນພາກພື້ນ ແຕ່ການພົວພັນລະຫວ່າງສອງປະເທດ ຍາມໃດກໍເຄັ່ງຕຶງ ຍ້ອນບັນດາປັດໄຈປະຫວັດສາດ ແລະ ການຂັດແຍ້ງເຂດນໍ້າດິນແດນຢູ່ທະເລຮວາຕຸງ. ໃນໄລຍະມໍ່ໆມານີ້, ສອງປະເທດພວມມານະພະຍາຍາມຫຼຸດຜ່ອນບັນດາຄວາມເຄັ່ງຕຶງທາງດ້ານການຕ່າງປະເທດ. ໃນ 2 – 3 ປີ ມໍ່ໆ ມານີ້, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe  ແລະ ທ່ານປະທານປະເທດຈີນ ສີຈີ້ນຜິງ ໄດ້ມີການພົບປະສອງຝ່າຍຄັ້ງຕ່າງໆ ຢູ່ນອກກອງປະຊຸມສາກົນ. ເຖິງຢ່າງໃດກໍຕາມ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ບໍ່ໄດ້ໄປຢ້ຽມຢາມ ຈີນ ຢ່າງເປັນທາງການນັບແຕ່ປີ 2011 ມາຮອດປັດຈຸບັນ ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ກໍບໍ່ໄດ້ໄປປະຕິບັດງານຄ້ັງໃດໆຢູ່ຍີ່ປຸ່ນ ແຕ່ປີ 2010 ເປັນຕົ້ນມາ.

ຈຸດເວລາທີ່ເໝາະສົມ

        ແຕ່ດົນນານມາແລ້ວ, ຫາງສຽງບໍ່ໄດ້ເຫັນປະຈັກຕາການຢ້ຽມຢາມຢ່າງເປັນທາງການຂອງການນໍາຂັ້ນສູງລະຫວ່າງສອງປະເທດ ອາຊີຕາເວັນອອກສ່ຽງເໜືອນີ້. ເພາະສະນັ້ນ, ເລື່ອງ ທ່ານນາຍົກລັດຖະມົນຕີ Shinzo Abe ໄປຢ້ຽມຢາມຈີນ ໃນຄັ້ງນີ້ ໄດ້ດຶງດູດຄວາມສົນໃຈເປັນພິເສດ. ການຢ້ຽມຢາມໄດ້ ສະແດງໃຫ້ເຫັນວ່າ 02 ປະເທດ ໄດ້ຢຸດຕິບັນດາຄວາມຂັດແຍ້ງອໍານາດອະທິປະໄຕຢູ່ທະເລໄວ້ຊົ່ວຄາວ ເພື່ອຈັດຕັ້ງການຢ້ຽມຢາມທີ່ມີຄວາມໝາຍຫຼາຍຢ່າງ. ນີ້ກໍແມ່ນຈຸດເວລາທີ່ເໝາະສົມ ເຊິ່ງກົງກັບຈຸດເວລາທີ່ 02 ປະເທດພ້ອມກັນສະເຫຼີມສະຫຼອງ 40 ປີ ແຫ່ງວັນເຊັນສົນທິສັນຍາສັນຕິພາບມິດຕະພາບ (ວັນທີ 23 ຕຸລາ 1978). ວັນສະເຫຼີມສະຫຼອງ 40 ປີ ແຫ່ງວັນເຊັນສົນທິສັນຍາສັນຕິພາບ ແລະ ມິດຕະພາບລະຫວ່າງ ຈີນ - ຍີ່ປຸ່ນ ມີຜົນສັກສິດນັ້ນ ໄດ້ຮັບຖືວ່າ ແມ່ນຈຸດເວລາທີ່ເໝາະສົມ ເພື່ອໃຫ້ ໂຕກຽວ ແລະ ປັກກິ່ງ ເລີ່ມຕົ້ນສ້າງຕັ້ງພື້ນຖານໃຫ້ແກ່ໄລຍະການພົວພັນໃໝ່.

ໃນປັດຈຸບັນ, ການພົວພັນລະຫວ່າງ ຈີນ - ຍີ່ປຸ່ນ ພວມເຫັນປະຈັກຕາບາງສັນຍານຕ້ັງໜ້າ ພາຍຫຼັງການຢ້ຽມຢາມ ໂຕກຽວ ຂອງທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີສຽງ ເມື່ອເດືອນ ພຶດສະພາຜ່ານມາ. ສອງຝ່າຍບັນລຸໄດ້ຂໍ້ຕົກລົງບາງສະບັບ ແລະ ຄວນໄດ້ຮັບການຊຸກຍູ້ຜັນຂະຫຍາຍໃນໄລຍະຈະມາເຖິງ. ການຢ້ຽມຢາມ ຈີນ ຂອງ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ສ່ວນໃດສ່ວນໜຶ່ງ ຈະສືບຕໍ່ຊ່ວຍຫັນບັນດາຄໍາໝັ້ນສັນຍາທີ່ສອງຝ່າຍໄດ້ຮັບຮອງເອົາ ໃຫ້ປະກົດຜົນເປັນຈິງ.

        ໃນຂະນະນັ້ນ, ສໍາລັບ ຝ່າຍ ຈີນ, ການພົວພັນກັບ ອາເມລິກາ ນັບມື້ນັບຖືກ ຊົ່ວຮ້າຍລົງ ພາຍໃຕ້ອໍານາດການປົກຄອງຂອງທ່ານປະທານາທິບໍດີ Donald Trump  ອັນໄດ້ສົ່ງເສີມໃຫ້ ປັກກິ່ງ ມີກໍາລັງໜູນເປີດກວ້າງການຮ່ວມມືກັບ ຍີ່ປຸ່ນ. ແລະ ປັດຈຸບັນ ແມ່ນຈຸດເວລາທີ່ຈໍາເປັນ ເພື່ອໃຫ້ ປັກກິ່ງ ຫັນການພົວພັນກັບບັນດາຄູ່ຮ່ວມມື ເປັນຫຼາຍຮູບຫຼາຍແບບ, ໃນນັ້ນມີ ໂຕກຽວ. ອາດເວົ້າໄດ້ວ່າ ນີ້ແມ່ນຄັ້ງທໍາອິດພາຍຫຼັງໄລຍະໜຶ່ງທີ່ຍາວນານ ເຊິ່ງບັນດາການນໍາ ຈີນ ພວມຊອກຫາການພົວພັນຕັ້ງໜ້າກັບ ຍີ່ປຸ່ນ.

ຜົນປະໂຫຍດທີ່ບັນລຸໄດ້ຈາກການຢ້ຽມຢາມຄັ້ງນີ້

        ກ່ຽວກັບດ້ານການເມືອງ, ການຢ້ຽມຢາມ ຈີນ ຂອງ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຈະຊ່ວຍບັນລຸໄດ້ການພັດທະນາໃໝ່ໃນການພົວພັນສອງຝ່າຍ. ກ່ອນທີ່ດໍາເນີນການຢ້ຽມຢາມ, ທ່ານ Shinzo Abe ໄດ້ສະແດງຄວາມພ້ອມໃນການເພີ່ມທະວີການພົວພັນກັບ ຈີນ. ທ່ານ ຢັ້ງຢືນວ່າ ຢາກນໍາການພົວພັນສອງຝ່າຍໃຫ້ຂຶ້ນສູ່ໄລຍະໃໝ່ ແລະ ເນັ້ນໜັກວ່າ ຈີນ ແລະ ຍີ່ປຸ່ນ ຈະແບ່ງປັນຄວາມຮັບຜິດຊອບໃນເລື່ອງນໍາມາເຊິ່ງສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ເລື່ອງ ຈີນ - ຍີ່ປຸ່ນ ປັບປຸງການພົວພັນນັ້ນ ກໍນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ແຜນການຈັດຕັ້ງກອງປະຊຸມສຸດຍອດສາມຝ່າຍລະຫວ່າງ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ຂອງທ່ານນາຍົກລັດຖະມົນຕີ Shinzo Abe.

        ກ່ຽວກັບດ້ານເສດຖະກິດ, ການຢ້ຽມຢາມ ໄດ້ດໍາເນີນໃນສະພາບທີ່ຄວາມເຄັ່ງຕຶງດ້ານການຄ້າ ລະຫວ່າງ ອາເມລິກາ - ຈີນ ພວມເພີ່ມຂຶ້ນ, ສົ່ງຜົນເສຍຫາຍເຖິງຂະແໜງອຸດສາຫະກໍາຂອງທັງສອງຝ່າຍ. ຈະມີການນໍາວິສາຫະກິດຍີ່ປຸ່ນ ປະມານ 500 ຄົນ ໄປຢ້ຽມຢາມຈີນນໍາທ່ານນາຍົກລັດຖະມົນຕີ Shinzo Abe.  ໃນໂອກາດນີ້, ເວທີປາໄສທີ່ມີການເຂົ້າຮ່ວມຂອງຜູ້ແທນຫຼາຍກວ່າ 1.000 ຄົນ, ເຊິ່ງລວມມີບັນດາລັດຖະມົນຕີ ແລະ ການນໍາວິສາຫະກິດສອງປະເທດ ຈະຖືກຈັດຂຶ້ນ ເພື່ອປຶກສາຫາລື ກ່ຽວກັບບັນດາກາລະໂອກາດຮ່ວມມື ລົງທຶນ. ເພາະສະນັ້ນ, ອາດຖືໄດ້ວ່າ ການຢ້ຽມຢາມຄັ້ງນີ້ ຈະແມ່ນ ກາລະໂອກາດ ເພື່ອໃຫ້ ຈີນ ສະເໜີ ຍີ່ປຸ່ນ ເພີ່ມທະວີການລົງທຶນ. ສອງຝ່າຍ ກໍຊອກຫາວິທີເພື່ອຟື້ນຟູຂອບເຂດຂອງການແລກປ່ຽນເງິນຕາ ທີ່ບໍ່ໄດ້ເຄື່ອນໄຫວນັບແຕ່ປີ 2013 ເປັນຕົ້ນມາ ແລະ ອາດຈະກ້າວໄປເຖິງຂໍ້ຕົກລົງ ກ່ຽວກັບບັນດາບ້ວງເງິນກູ້ຢືມຂອງຈີນ. ບັນດາການກະທໍາດັ່ງກ່າວ ມີຄວາມໝາຍທີ່ສຸດເມື່ອ ຈີນ ເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ສຸດຂອງ ຍີ່ປຸ່ນ ແລະ ຂະນະທີ່ ຍີ່ປຸ່ນ ເປັນ ຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 2 ຂອງຈີນ (ຖັດຈາກ ອາເມລິກາ) ແລະ ແມ່ນນັກລົງທຶນໃຫຍ່ອັນດັບທີ 4 ທີ່ລົງທຶນເຂົ້າ ຈີນ.

        ເຖິງວ່າການພົວພັນລະຫວ່າງ ຈີນ - ຍີ່ປຸ່ນ ມີສັນຍານຕັ້ງໜ້າຫຼາຍຢ່າງກໍຕາມ ແຕ່ຍັງຄົງຕ້ອງປະເຊີນໜ້າກັບສິ່ງກີດຂວາງຫຼາຍຢ່າງ. ສອງປະເທດມະຫາອໍານາດໃຫຍ່ຂອງ ອາຊີ ປັດຈຸບັນ ແມ່ນຄູ່ແຂ່ງໂດຍກົງຂອງກັນໃນຫຼາຍຂົງເຂດ ແລະ ແກ້ງແຍ້ງກັນຢ່າງດຸເດືອດກ່ຽວກັບລະດັບຜົນສະທ້ອນໃນພາກພື້ນ ກໍຄື ໃນໂລກ

        ຈີນ ແລະ ຍີ່ປຸ່ນ ກໍຍັງບໍ່ທັນໄດ້ແກ້ໄຂການຂັດແຍ້ເຂດນໍ້າແດນດິນຢູ່ທະເລຮວາຕຸງ , ເຊິ່ງເກີດຂ້ຶນເມື່ອປີ 2012 ເທື່ອ, ອັນໄດ້ເຮັດໃຫ້ການພົວພັນສອງຝ່າຍເຄັ່ງຕຶງທີ່ສຸດ ນັບແຕ່ສົງຄາມໂລກ ຄັ້ງທີ 2 ເປັນຕົ້ນມາ. ເຖິງວ່າເປັນເຊັ່ນນັ້ນໃດກໍຕາມ, ການຢ້ຽມຢາມຂອງ ທ່ານນາຍົກລັດຖະມົນຕີ Shinzo Abe ຫວັງວ່າ ຈະເພີ່ມຄວາມດູດດື່ມອົບອຸ່ນໃຫ້ແກ່ການພົວພັນສອງຝ່າຍ ທີ່ຈືດຈາງມາເປັນເວລາດົນນານ, ພ້ອມກັນນັ້ນ ກໍເປັນການເປີດປະຕູຕ້ອນຮັບທ່ານ ສີຈີ້ນຜິງ ໄປຢ້ຽມຢາມ ຍີ່ປຸ່ນໃນປີ 2019.

        ການພົວພັນ ລະຫວ່າງ ຈີນ - ຍີ່ປຸ່ນ ມີບົດບາດສໍາຄັນທີ່ສຸດ ໃນສະພາບການລວມຂອງອາຊີ, ເຊິ່ງກ່ຽວຂ້ອງເຖິງຫຼາຍບັນຫາສໍາຄັນຂອງພາກພື້ນ. ດັ່ງນັ້ນ, ນີ້ແມ່ນຈຸດເວລາ ເພື່ອໃຫ້ສອງປະເທດ ອາຊີຕາເວັນອອກສ່ຽງເໜືອ ປະລະທຸກຄວາມອາຄາດບາດໝາງ ແລະ ມຸ່ງໄປເຖິງໄລຍະການຮ່ວມມືໃໝ່./.

ຕອບກັບ

ຂ່າວ/ບົດ​ອື່ນ