ຂີດໝາຍໃໝ່ໃນການພົວພັນລະຫວ່າງສເກົາຫຼີ - ສປປເກົາຫຼີ

ຂີດໝາຍໃໝ່ໃນການພົວພັນລະຫວ່າງສເກົາຫຼີ - ສປປເກົາຫຼີ - ảnh 1
ສ​ເກົາຫຼີ - ສປປ​ເກົາຫຼີ ບັນລຸ​ໄດ້​ຂໍ້​ຕົກລົງ​
ລວມມີ​ບັນດາ​ວິທີ​ການ​ແກ້​ໄຂ​ວິ​ກິດ​ການ
(ພາບອີນເຕີແນດ)

(vovworld) - ພາຍຫຼັງ​ດຳ​ເນີນ​ການ​ເຈລະຈາຢ່າງ​ເຄັ່ງ​ຕຶງ​ມາເປັນ​ເວລາ 43 ຊົ່ວ​ໂມງ, ຕອນ​ເຊົ້າ​ວັນ​ທີ 25/8, ສ​ເກົາຫຼີ - ສປປ​ເກົາຫຼີ ບັນລຸ​ໄດ້​ຂໍ້​ຕົກລົງ​ ລວມມີ​ບັນດາ​ວິທີ​ການ​ແກ້​ໄຂ​ວິ​ກິດ​ການ, ​ທີ່​ເປັນ​ໄພ​ຍູ້​ສ​ເກົາຫຼີ ​ແລະ ສປປ​ເກົາຫຼີ ຕົກ​ເຂົ້າ​ສູ່​ສະພາບ​ສົງຄາມ. ຂໍ້​ຕົກລົງ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ບ້າ​ດກ້າວ​ເປີດ​ສາກ​ໃຫ້​ຂີດ​ໝາຍ​ໃໝ່​ໃນ​ການ​ພົວພັນລະຫວ່າງ ​ສ​ເກົາຫຼີ - ສປປ​ເກົາຫຼີ.

ຕາມ​ເນື້ອ​ໃນ​ຂໍ້​ຕົກລົງ, ສ​ເກົາຫຼີ ​ແລະ ສປປ​ເກົາຫຼີ ​ເຫັນ​ດີ​ຈະ​ດຳ​ເນີນ​ການ​ເຈລະຈາ​ລະຫວ່າງ​ລັດຖະບານ​ສ​ເກົາຫຼີ ​ແລະ ສປປ​ເກົາຫຼີ ຢູ່​ຊີນ​ອູ​ນ ຫຼື ພຽງ​ຢາງ​ ໃນ​ໄລຍະ​ເວລາ​ໄວ​ສຸດ​ທີ່​ສາມາດ​ເປັນ​ໄປ​ໄດ້ ​ເພື່ອ​ແນ​ໃສ່​ປັບປຸງ​ການ​ພົວພັນ​ລະຫວ່າງ​ ສ​ເກົາຫຼີ ​ແລະ ສປປ​ເກົາຫຼີ, ກໍ່​ຄື​ຈະ​ສືບ​ຕໍ່​​ໂອ້​ລົມ​ສົນທະນາ, ເຈລະຈາກ່ຽວ​ກັບ​ບັນດາ​ບັນຫາ​ອື່ນໆ. ສອງ​ຝ່າຍກໍ່​ເຫັນ​ດີ​ໃຫ້​ບັນດາ​ຄອບຄົວ​ທີ່​ຖືກພັດ​ພາກ​ຈາກ​ກັນ​ໃນ​ສົງຄາມ​ເກົາຫຼີ (1950-1953) ​ໄດ້​ເຕົ້າ​ໂຮມ​ກັນ​ໃນ​ໂອກາດ​ບຸນວັນ​ເພງ​ເດືອນ 8 ​ແລະ ຈະ​ສືບ​ຕໍ່​ຈັດການ​ເຕົ້າ​ໂຮມກັນ​ຄື​ດັ່ງກ່າວ​ໃນ​ອະນາຄົດ​ອີກ. ພ້ອມ​ກັນ​ນັ້ນ​ກໍ່​ດຳ​ເນີນ​ວາລະ​ປະຊຸມ​ລະຫວ່າງ​ສະພາກາ​ແດງ ສ​ເກົາຫຼີ ​ແລະ ສປປ​ເກົາຫຼີ​ ໃນ​ຕົ້ນ​ເດືອນ 9 ຈະ​ມາ​ເຖິງ ​ເພື່ອ​ກະກຽມ​ໃຫ້​ແກ່​ການ​ເຕົ້າ​ໂຮມ​ກັນ​ນີ້. ສອງ​ຝ່າຍ​ກໍ່​ເຫັນ​ດີ​ຊຸກຍູ້​ການ​ແລກປ່ຽນ​ພົນລະ​ເມື​ອງ​ລະຫວ່າງ ສ​ເກົາຫຼີ ​ແລະ ສປປ​ເກົາຫຼີ ​ໃນ​ຫຼາຍ​ຂົງ​ເຂດ.

ສິ່ງ​ທີ່​ໜ້າ​ສົນ​ໃຈ​ໃນ​ຂໍ້​ຕົກລົງ​ນີ້ ​ແລະ ຖືກ​ຖື​ວ່າ​ແມ່ນ​ເນື້ອ​ໃນ​ພື້ນຖານ​ເພື່ອ​ແນ​ໃສ່​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ສອງ​ຝ່າຍ, ນັ້ນ​ແມ່ນ​ພຽງ​ຢາງ ສະ​ແດງ​ຄວາມ​ເສຍດາຍ​ຕໍ່​ເລື່ອງ​ບັນດາ​ພົນທະຫານ ສ​ເກົາຫຼີ​ ຖືກ​ບາດ​ເຈັບ​ໃນ​ເຫດ​ວາງ​ລະ​ເບີດ​ຢູ່​ເຂດ​ປອດ​ການ​ທະຫານ (DMZ) ​ໃນ​ໄລຍະ​ຜ່ານ​ມາ. ພ້ອມ​ນັ້ນ, ສ​ເກົາຫຼີ​ ກໍ່​ຢືນຢັນ​ຈະ​ຢຸດ​ບັ້ນ​ໂຄສະນາ​ຕ້ານ​ພຽງ​ຢາງ ດ້ວຍ​ລະບົບ​ໂທລະ​ໂຄ່ງ ຢູ່​ເຂດ​ຊາຍ​ແດນ​ເລີ່​ມ​ແຕ່​ເວລາ 0 ​ໂມງ 00, ວັນ​ທີ 25/8 ​ແລະ ສປປ​ເກົາຫຼີ ​ເຫັນ​ດີ​ຍຸບ​ເລີກ​ຄຳ​ສັ່ງ​​ໃຫ້​ກອງທັບ​ຢູ່​ໃນ​ສະພາວະ​ສົງຄາມ. ປະຊາ​ຄົມ​ໂລກ ​ໄດ້​ຊົມ​ເຊີຍ​ຂໍ້​ຕົກລົງ​ທີ່​ຫາ​ກໍ່​ບັນ​ລຸ​ໄດ້​ລະຫວ່າງ ສ​ເກົາຫຼີ ​ແລະ ສປປ​ເກົາຫຼີ.
ສັນ​ຍານ​ຕັ້ງ​ຫນ້າ​ຈາ​ກ​ການ​ເຈ​ລະ​ຈາ

        ບັນ​ດາ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໄດ້ສິ້ນ​ສຸດການ​ເຈ​ລະ​ຈາ​​ທີ່​ດຳ​ເນີນ​ໃນ​ຕະ​ຫລອດ 43 ຊົ່ວ​ໂມງ ພ້ອມ​ກັບ​ບັນ​ດາ​ຄຳ​ຖະ​ແຫລງ “ກອງ​ທັບ​ໃນ​ທ່າ​ກຽມ​ພ້ອມ” ຂອງ​ທັງ​ສອງ​ຝ່າຍ. ເລື່ອງ ເຊີ​ອູນ ແລະ ພຽງ​ຢາງ “ຈັບ​ມື” ກໍ​ໄດ້​ຮັບ​ຄວາມ​ຫວັງ​ວ່າ ຄ​ວາມ​ເຄັ່ງ​ຕຶງ​​ດ້ານການ​ທະ​ຫານ​ຢູ່​ແຫລມ​ເກົາ​ຫລີ ຈະ​ຢຸດ​ຕິ​ຊົ່ວ​ຄາວ.

        ຕາມ​ບັນ​ດາ​ນັກ​ໄຈ້​ແຍກ​ແລ້ວ, ຄວາມ​ເຄັ່ງ​ຕຶງ​ໃນ​ແຫລມ​ເກົາ​ຫລີ ແມ່ນ​ສິ່ງ​ທີ່ເຄີຍ​ມີ​ມາ​ຢູ່​ພາກ​ພື້ນນີ້, ຊື່ງ​ໄດ້ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ບັນ​ດາ​ນັກ​ສັງ​ເກດ​ການ. ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ​ໃນ​​ບັນ​ດາສັບ​ປະ​ດາມໍ່​ມານີ້ ຄວາມ​ຈິງ​ພຽງ​ແຕ່​ແມ່ນ​ການ​ກະ​ທຳ​ໃຫມ່​ຂອງ​ນະ​ໂຍ​ບາຍ “ແຄມ​ປາກ​ເຫວ​ສົງ​ຄາມ"ຊື່ງ​ພຽງ​ຢາງ​ເຄີຍ​ນຳ​ໃຊ້ເປັນ​ປະ​ຈຳ​ເພື່ອ​ຄັດ​ຄ້ານ​ການ​ຊ້ອມ​ຮົບ​ການ​ທະ​ຫານ​ຮ່ວມ​ປະ​ຈຳ​ປີ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ສ​ເກົາ​ຫລີ. ເຫດ​ການ​ຍິງ​ປືນໃຫຍ່​ໃສ່​ກັນ​ລະ​ຫວ່າງ​ສອງ​ຝ່າຍ ແລະ ເລື່ອງ ສ​ປ​ປ ເກົາ​ຫລີ ຍູ້​ແຮງ​ການ​ມີ​ຫນ້າ​ຂອງ​ທະ​ຫານ​ຢູ່​ເຂດມໍ່​ກັບ​ຊາຍ​ແດນ​ຕິດ​ກັບ ສ​ເກົາ​ຫລີ ໄດ້​ກໍ່​ຄວາມ​ວິ​ຕົກ​ກັງ​ວົນ​ໃຫ້​ບັນ​ດາ​ນັກ​ສັງ​ເກດ​ການ. ເຖິງ​ຢ່າງ​ໃດ​ກໍ​ຕາມ ເລື່ອງ​ບັນ​ດາ​ເຈົ້າ​ຫນ້າ​ທີ່ ສ​ປ​ປ ເກົາ​ຫລີ ແລະ ສ​ເກົາ​ຫລີ ໄດ້​ພ້ອມ​ກັນ​ເຂົ້າຮ່ວມ​ການ​ເຈ​ລະ​ຈາ​ໂດຍ​ໄວ ແລະ ພ້ອມ​ກັນ​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ ເພື່​ອ​ແກ້​ໄຂ​ສະ​ພາບ​ເກີດ​ໄພ​ສົງ​ຄາມ ນັ້ນ​ແມ່ນ​ສັນ​ຍານ​​ທີ່ຕັ້ງ​ຫນ້າ. ເພາະ​ວ່າ ຖ້າ​ເວົ້າ​ເຖິງ​ເນື້ອ​ແທ້, ວິ​ກິດ​ການ​ຄັ້ງ​ນີ້ ບໍ່​ສາ​ມາດ​ປີນ​ຂັ້ນ​ໄດ​ຄື​​ໃນ​ປີ 2013 ເມື່ອ​ເຫດ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ໄລ​ຍະ​ໄກ ແລະ ເຫດ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ນິວ​ເຄຼຍ ຄັ້ງ​ທີ 3 ຂອງ ສ​ປ​ປ ເກົາ​ຫລີ ໄດ້​ເຮັດ​ໃຫ້​ປະ​ເທດນີ້​ຖືກ​ລົງ​ໂທດ​ຢ່າງ​ເຄັ່ງ​ຄັດ​ຈາກ ສ​ປ​ຊ. ຜ່ານ​ນະ​ໂຍ​ບາຍ “ແຄມປາກ​ເຫວສົງ​ຄາມ” ຄັ້ງ​ນີ້ ອາດ​ຈະ​ເຫັນ​ໄດ້​ວ່າ ສ​ປ​ປ ເກົາ​ຫລີ ບໍ່​ຢາກ ຍູ້​ໃຫ້​ສະ​ພາບ​​ຄວາມ​ເຄັ່ງ​ຕຶງ​​ບໍ່​ສາ​ມາດ​ຄວບ​ຄຸ​ມ​ໄດ້ ຫາກ​ກົງ​ກັນ​ຂ້າມ ຢາກ​ນຳ​ໃຊ້​ການ​ກະ​ທຳ​ເກາະ​ຜິດ​ເພື່ອກໍ່​ກຳ​ລັງ​ດັນ​ເຮັດ​ໃຫ້ ສ​ເກົາ​ຫລີ ຕ້ອງ​​ເຂົ້າ​ຮ່ວມ​ການເຈ​ລະ​ຈາ.

        ​ປັບ​ປຸງການ​ພົວ​ພັນ​ລະ​ຫວ່າງ ສ​ປ​ປ ເກົາ​ຫລີ ແລະ ສ​ເກົາ​ຫລີ​ທີ່​​ເຄີຍຖືກ​ຢຸດ​ສະ​ງັກ​ມາ​ໃນ​ຫລາຍ​ປີ

        ຂໍ້​ຕົກ​ລົງ​ບັນ​ລຸ​ໄດ້​ລະ​ຫວ່າງ ສ​ປ​ປ ເກົາ​ຫລີ ແລະ ສ​ເກົາ​ຫລີ ໄດ້​ຮັບ​ການ​ຊົມ​ເຊີຍ​ຈາກ​ປະ​ຊາ​ຄົມ​ສາ​ກົນ. ຂໍ້​ຕົກ​ລົງ​ດັ່​ງ​ກ່າວບໍ່​ພຽ​ງ​ແຕ່​ເຮັດ​ໃຫ້​ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ໃນ​ແຫລມ​ເກົາ​ຫລີ​ຫລຸດ​ລົງ​ເທົ່າ​ນັ້ນ ຫາກ​ຍັງ​ເປີດ​ຊ່ອງ​ທາງ​ປັບ​ປຸງ​ສາຍ​ພົວ​ພັນ​ລະ​ຫວ່າງ ສ​ປ​ປ ເກົາ​ຫລີ ແລະ ສ​ເກົາ​ຫລີ ອີກ​ດ້ວຍ.

 ກ່ອນ​ອື່ນ​ໝົດ​ຂໍ້​ຕົກລົງ​ທີ່​ຫາ​ກໍ່​ບັນລຸ​ໄດ້​ ລວມມີ​ບັນດາ​ຂໍ້​ຕົ້ນຕໍ​ເຊິ່ງທັງ​ສອງ​ຝ່າຍ​ປາຖະໜາ. ນັ້ນ​ແມ່ນ​ເຫັນ​ດີ​ດຳ​ເນີນ​ການ​ພົບ​ປະ​ເຈລະຈາ, ກ້າວ​ໄປ​ເຖິງ​ການ​ເຈລະຈາ​ຂັ້ນ​ສູງ​ລະຫວ່າງ​ສອງ​ລັດຖະບານ. ນັບ​ແຕ່​ການ​ເຈລະຈາ​ຂັ້ນ​ສູງ​ຄັ້ງທຳ​ອິດ​ເມື່ອ​ເດືອນ 2/2014, ບໍ່​ອາດ​ປະຕິ​ເສດ​ເຈດ​ຈຳນົງ​ຂອງ​ສອງ​ຝ່າຍ, ພິ​ເສດ​ແມ່ນ​ຝ່າຍ​ພຽງ​ຢາງ​ໃນ​ຄວາມ​ມານະ​ພະຍາຍາມ​ຫຼຸດຜ່ອນ​ຄວາມ​ບໍ່​ລົງ​ລອຍ​ກັນ. ຕາມ​ບັນດາ​ນັກ​ສັງ​ເກດ​ການ​ແລ້ວ, ຄວາມ​ຈິງ, ການ​ພົບ​ປະ​ຫວ່າງ​ແລ້ວ​ນີ້​ລະຫວ່າງ ສ​ເກົາຫຼີ ​ແລະ ສປປ​ເກົາຫຼີ ​ ຖືກ​ຖື​ວ່າ​ ແມ່ນ​ການ​ພົບ​ປະ​ຂັ້ນ​ສຸດ​ຍອດ​ລະຫວ່າງ​ການ​ນຳ​ສອງ​ທ່ານ ​ເພາະວ່າ​ນຳ​ໜ້າ​ສອງ​ຄະນະ​ເຈລະຈາ​ໃນ​ຄັ້ງນີ້  ​ແມ່ນ​ບັນດາ​ຜູ້​ຊ່ວຍ​ວຽກ​ທີ່ໃກ້ຊິດ​ຂອງ​ປະທານາທິບໍດີສ​ເກົາຫຼີ Park Geun-hye ​ແລະ ການ​ນຳ​ ສປປ​ເກົາຫຼີ KimJong-un​.

 ຄວາມ​ຫວັງ​ກ່ຽວ​ກັບ​ສົນ​ທິສັນຍາ​ສັນຕິ​ພາບ​ໃນ​ແຫຼມ​ເກົາຫຼີ

ຄຽງ​ຂ້າງ​ບັນດາ​ຄວາມ​ເຫັນ​ປະ​ເອີ​ບ​ໃຈນັ້ນ, ຍັງ​ມີ​ບາງ​ຄວາມ​ເຫັນ​ຖື​ວ່າ, ມີ​ຫຼາຍ​ບັນຫາ​ສຳ​ຄັນ​ລະຫວ່າງ​ສອງ​ປະ​ເທດ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ເທື່ອ. ຂໍ່ຕົກລົງ​ທີ່​ຫາ​ກໍ່​ບັນລຸ​ໄດ້​ນັ້ນ, ອາດ​ຖື​ວ່າ​ແມ່ນ​ບາດກ້າວ​ທີ່​ກ້າວໜ້າ, ​ແຕ່​ບັນຫາ​ແກ່ນສານ​ແມ່ນ​ໂຄງການ​ນິວຄະ​ເລຍ​ຂອງ ສປປ​ເກົາຫຼີ​ ພັດບໍ່​ທັນ​ໄດ້​ຮັບ​ການ​ປຶກສາ​ຫາລື. ນັບ​ແຕ່​ຫຼັງ​ສົງຄາມ​ເກົາຫຼີ 1950-1953, ສ​ເກົາຫຼີ ​ແລະ ສປປ​ເກົາຫຼີ ຍັງ​ຢູ່​ໃນ​ສະພາບ​ສົງຄາມ​ຢູ່, ​ເພາະ​ທັງ​ສອງ​ຝ່າຍ​ພຽງ​ແຕ່​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຢຸດຮົບ​ເທົ່າ​ນັ້ນ, ຫາກ​ບໍ່​ແມ່ນ​ສົນ​ທິສັນຍາ​ສັນຕິພາບ. ດ້ວຍ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້ໃນ​ຄັ້ງ​ນີ້, ຫາງ​ສຽງ​ຫວັງ​ວ່າ ສ​ເກົາຫຼີ ​ແລະ ສປປ​ເກົາຫຼີ ຈະ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ຈາກ​ບັນດາການ​ເຈລະຈາ​ຮອບ​ໃໝ່​ໃນ​ໄລຍະ​ຈະ​ມາ​ເຖິງ. ຈາກ​ນັ້ນ​ສາມາດ​ກ້າວ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ສົນທິສັນຍາ​ສັນຕິພາບ ​ແລະ ​ເອກະ​ພາບ, ​ແທນ​ໃຫ້​ສົນທິສັນຍາ​ຢຸດ​ຮົບ​ຊົ່ວຄາວ.

ຕອບກັບ

ຂ່າວ/ບົດ​ອື່ນ