ຂີດໝາຍໃໝ່ໃນການພົວພັນລະຫວ່າງຫວຽດນາມ ກັບ ເອທີໂອປີ ແລະ ອີຢິບ

(VOVWORLD) -ການຢ້ຽມຢາມ ເອທີໂອປີ ແລະ ອີຢິບ ຄັ້ງນີ້ ຂອງທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ   ເພື່ອແນໃສ່່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອກັບບັນດາປະເທດອາຟິຼກາ ເວົ້າລວມ, ກັບ ເອທີໂອປີ ແລະ ອີຢິບເວົ້າສະເພາະ. ຜ່ານນັ້ນ, ຊຸກຍູ້ການພົວພັນລະຫວ່າງຫວຽດນາມ ກັບສອງປະເທດດັ່ງກ່າວ ໃຫ້ນັບມື້ນັບພັດທະນາຍິ່ງໆຂຶ້ນ.


ໃນລະຫວ່າງວັນທີ 23 - 29 ສິງຫາ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ຈະດໍາເນີນການຢ້ຽມຢາມທາງລັດຖະກິດຢູ່ສາທາລະນະລັດ ປະຊາຊທິປະໄຕ ສະຫະພັນ ເອທີໂອປີ ແລະ ສາທາລະນະລັດ ອີຢິບ. ການຢ້ຽມຢາມ ເອທີໂອປີ ແລະ ອີຢິບ ຄັ້ງນີ້ ຂອງທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ   ເພື່ອແນໃສ່່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອກັບບັນດາປະເທດອາຟິຼກາ ເວົ້າລວມ, ກັບ ເອທີໂອປີ ແລະ ອີຢິບເວົ້າສະເພາະ. ຜ່ານນັ້ນ, ຊຸກຍູ້ການພົວພັນລະຫວ່າງຫວຽດນາມ ກັບສອງປະເທດດັ່ງກ່າວ ໃຫ້ນັບມື້ນັບພັດທະນາຍິ່ງໆຂຶ້ນ.

        ສໍາລັບ ເອທີໂອປີ, ນີ້ແມ່ນຄັ້ງທໍາອິດ ທ່ານປະມຸກລັດຫວຽດນາມໄປຢ້ຽມຢາມປະເທດໃຫຍ່ ແລະ ມີພົນລະເມືອງ ຫຼາຍທີ່ສຸດໃນພາກພື້ນ ອາຟິຼກາຕາເວັນອອກ ແລະ ພາກພື້ນ ອາຟິຼກາຕາເວັນອອກສ່ຽງເໜືອ. ສ່ວນສໍາລັບ ອີຢິບ ແລ້ວ, ນີ້ກໍແມ່ນການຢ້ຽມຢາມຄັ້ງທໍາອິດຂອງຜູ້ນໍາໜ້າປະເທດຫວຽດນາມ,  ເຊິ່ງໄດ້ດໍາເນີນເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1963 – 2018). ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ແມ່ນຂີດໝາຍປະຫວັດສາດ, ເປີດແງ່ຫວັງໃໝ່ໃນການຮ່ວມມືລົງທຶນ ແລະການຄ້າລະຫວ່າງຫວຽດນາມ ແລະ ເອທີໂອປີ, ອີຢິບໃນໄລຍະຈະມາເຖິງ.

ຂີດໝາຍໃໝ່ໃນການພົວພັນລະຫວ່າງຫວຽດນາມ ກັບ ເອທີໂອປີ ແລະ ອີຢິບ - ảnh 1 ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ເອທີໂອປີ ຫງວຽນກິມແຢວງ 

ນໍາການພົວພັນຮ່ວມມືລະຫວ່າງຫວຽດນາມ - ເອທີໂອປີ ນັບມື້ນັບພັດທະນາ

ຕາມທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ເອທີໂອປີ ຫງວຽນກິມແຢວງ ແລ້ວ, ການຢ້ຽມຢາມ ເອທີໂອປີ ຄັ້ງນີ້ ຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ມີຄວາມໝາຍສໍາຄັນ ສໍາລັບທັງສອງປະເທດ ທັງດ້ານການເມືອງ, ການຕ່າງປະເທດ ແລະ ເສດຖະກິດ. ບໍ່ພຽງແຕ່ສ້າງຂອບເຂດການຮ່ວມມືຮ່ວມລະຫວ່າງສອງປະເທດ, ສ້າງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນ ແລະສົມທົບກັນໃນບັນດາເວທີປາໄສສາກົນໃຫ້ມີປະສິດທິຜົນເທົ່ານັ້ນ, ຫາກການຢ້ຽມຢາມຄັ້ງນີ້ຍັງເປີດແງ່ຫວັງໃນການຮ່ວມມືເສດຖະກິດໃຫ້ທັງສອງປະເທດອີກດ້ວຍ, ທ່ານກ່າວວ່າ:

        “ຫວຽດນາມ ຈະມີຕະຫຼາດຈໍາໜ່າຍເພີ່ມເຕີມໃຫ້ແກ່ພື້ນຖານເສດຖະກິດໂດຍເລັ່ງໃສ່ການສົ່ງອອກ, ເອທີໂອປີ ກໍຈະມີຄູ່ຮ່ວມມືພັດທະນາ, ດຶງດູດແຫຼ່ງເງິນລົງທຶນ, ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ. ຂ້າພະເຈົ້າຖືວ່າ ພາຍຫຼັງການຢ້ຽມຢາມຂອງທ່ານປະທານປະເທດຄັ້ງນີ້, ສອງຝ່າຍຈະສົ່ງເສີມການເຈລະຈາ, ການລົງນາມໃນເອກະສານຫຼາຍສະບັບ, ຂໍ້ຕົກລົງຮ່ວມມືອື່ນ, ພິເສດແມ່ນ ສັນຍາວ່າດ້ວຍການສົ່ງເສີມ ແລະ ອາລັກຂາການລົງທຶນ ແລະ ສັນຍາຫຼີກລ້ຽງການເສຍພາສີຊ້ອນ, ເພື່ອແນໃສ່່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃນຊຸມປີຕໍ່ໄປ”.

ເມື່ອເບິ່ງສັງລວມແລ້ວ, ຫວຽດນາມ ແລະ ເອທີໂອປີ ມີຫຼາຍຈຸດທີ່ຄ້າຍຄືກັນໃນດ້ານປະຊາກອນ, ກະສິກໍາ, ອຸດສາຫະກໍາ ແລະ ການທ່ອງທ່ຽວ. ເອທີໂອປີ ກໍແມ່ນປະເທດໜຶ່ງທີ່ມີພື້ນຖານເສດຖະກິດຂະຫຍາຍຕົວແຮງພໍສວມຄວນຢູ່ ອາຟິຼກາ. ສະນັ້ນ, ໃນການຮ່ວມມືເສດຖະກິດ, ສອງຝ່າຍສາມາດຂຸດຄົ້ນ ແລະ ເພີ່ມເຕີມທ່າແຮງໃຫ້ກັນ ເພື່ອພ້ອມກັນພັດທະນາ. ທ່ານເອກອັກຄະລັດຖະທູດ  ຫງວຽນກິມແຢວງ ຖືວ່າ:

“ເອທີໂອປີ ມີເນື້ອທີ່ກວ້າງກວ່າຫວຽດນາມ ທົບ 03 ເທົ່າ, ດ້ວຍຈໍານວນພົນລະເມືອງ ກວ່າ 100 ລ້ານ ຄົນ, ມີທີ່ດິນ, ຊັບພະຍາກອນທໍາມະຊາດອຸດົມສົມບູນ, ເງື່ອນໄຂດິນຟ້າອາກາດສະດວກ, ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ເພື່ອພັດທະນາເສດຖະກິດຂອງປະເທດ, ແຕ່ ເອທີໂອປີ ຍັງຂາດປະສົບການໃນການຄຸ້ມຄອງ ແລະ ທຶນຮອນ. ສໍາລັບບັນຫາດັ່ງກ່າວ, ຫວຽດນາມສາມາດແບ່ງປັນບົດຮຽນກັບ ເອທີໂອປີ ຢ່າງສິ້ນເຊີງ, ຊ່ວຍ ເອທີໂອປີ ຂຸດຄົ້ນບັນດາທ່າແຮງທີ່ພວມມີຢູ່ນັ້ນ ເພື່ອພັດທະນາເສດຖະກິດໃຫ້ມີີປະສິດທິຜົນ, ແນໃສ່ບັນລຸໄດ້ເປົ້າໝາຍກາຍເປັນປະເທດມີລາຍຮັບປານກາງໃນປີ 2025”.

ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ - ອີຢີບ ນັບມື້ນັບມີປະສິດທິຜົນ

        ພາຍຫຼັງສິ້ນສຸດການຢ້ຽມຢາມ ເອທີໂອປີ, ໃນລະຫວ່າງວັນທີ 26 – 29 ສິງຫາ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ຈະດໍາເນີນການຢ້ຽມຢາມປະເທດ ອີຢິບ. ໂດຍນອນໃນພາກພື້ນອາຟິຼກາເໜືອ, ອີຢິບ ແມ່ນປະເທດຢືນອັນດັບທີສອງ ກ່ຽວກັບຂອບຂະໜາດເສດຖະກິດ, ປະຊາກອນ ແລະ ແມ່ນໜຶ່ງໃນບັນດາປະເທດທີ່ດຶງດູດແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ແຖວໜ້າຂອງ ອາຟິຼກາ. ບັນດາຂະແໜງເສດຖະກິດຕົ້ນຕໍຂອງອີຢີບ ແມ່ນ ການທ່ອງທ່ຽວ, ນໍ້າມັນບໍ່, ເຄື່ອງຕໍ່າແຜ່ນຕັດຫຍິບ, ການປຸງແຕ່ງຜະລິດຕະພັນກະເສດ, ເຄມີ, ການກໍ່ສ້າງ ແລະ ອື່ນໆ.

ຂີດໝາຍໃໝ່ໃນການພົວພັນລະຫວ່າງຫວຽດນາມ ກັບ ເອທີໂອປີ ແລະ ອີຢິບ - ảnh 2ກອງປະຊຸມເສດຖະກິດ ລະຫວ່າງຫວຽດນາມ - ອີຢິບ

(ພາບ: Nguyen Truong/Vietnam+)

         ອີຢິບ ແມ່ນໜຶ່ງໃນບັນດາປະເທດ ອາຣັບ ທໍາອິດ ທີ່ມີສາຍພົວພັນກັບຫວຽດນາມ. ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທໍາ, ການທ່ອງທ່ຽວ...ຫຼາຍສະບັບ ແລະ ໃນໄລຍະຜ່ານມາ ການພົວພັນລະຫວ່າງສອງປະເທດພວມພັດທະນາຢ່າງດີງາມ. ອີຢິບແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 5 ຂອງຫວຽດນນາມ ຢູ່ ອາຟິຼກາ. ວົງເງິນການຄ້າສອງຝ່າຍລະຫວ່າງ ອີຢິບ - ຫວຽດນາມ ປີ 2017 ບັນລຸເຖິງ 350 ລ້ານ USD.  ອີຢິບ ແມ່ນປະເທດ ອາຟິຼກາເໜືອ ທໍາອິດ ຮັບຮອງຫວຽດນາມ ແມ່ນປະເທດມີພື້ນຖານເສດຖະກິດການຕະຫຼາດຢ່າງຄົບຖ້ວນ. ແຕ່ລະປີ, ລັດຖະບານ ອີຢິບ ໄດ້ມອບທຶນການສຶກສາ ບໍາລຸງພາສາ ອາຣັບ ໃຫ້ແກ່ນັກສຶກສາຫວຽດນາມ 12 ທຶນ. ສອງປະເທດກໍໄດ້ມີການແລກປ່ຽນຂໍ້ມູນຂ່າວສານ, ຮ່ວມມືກັນຜ່ານບັນດາທາງຝ່າຍຄື ພັກ, ທ້ອງຖິ່ນຕ່າງໆ ແລະ ໃນບັນດາຂົງເຂດກວດກາ, ວັດທະນະທໍາ ເປັນປະຈໍາ. ອີຢິບ ຕີລາຄາສູງຫຼັກໝັ້ນຂອງຫວຽດນາມ ສໍາລັບບັນດາບັນຫາຂອງບັນດາປະເທດ ອາຣັບ. ນອກຈາກນັ້ນ,ສອງປະເທດໄດ້ສົມທົບ, ສະໜັບສະໜູນເຊິ່ງກັນແລະກັນບົນບັນດາເວທີປາໄສສາກົນ.

        ບົນພື້ນຖານການພົວພັນອັນດີງາມນັ້ນ, ການຢ້ຽມຢາມທາງລັດຖະກິດຢູ່ ອີຢິບ ຄັ້ງນີ້ຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ແມ່ນມີຄວາມໝາຍປະຫວັດສາດ, ເຊິ່ງສະແດງໃຫ້ເຫັນວ່າ ຫວຽດນາມຖືເປັນສໍາຄັນ ແລະ ມີຄວາມປາດຖະໜາຢາກເພີ່ມທະວີການພົວພັນ ກັບ ອີຢິບ. ການຢ້ຽມຢາມສອງປະເທດ ອາຟິຼກາ ໃນຄັ້ງນີ້ຂອງທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ແມ່ນໂອກາດເພື່ອໃຫ້ບັນດາຝ່າຍແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນຮ່ວມມືໃນທຸກຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ໃຫ້ດີກວ່າອີກ; ຊອກຫາກາລະໂອກາດຮ່ວມມືກັນໃນບັນດາຂົງເຂດ ເຊິ່ງແຕ່ລະປະເທດມີທ່າແຮງ ໃຫ້ດີກວ່່າອີກ.  ໝາກຜົນຂອງການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນນໍາການພົວພັນລະຫວ່າງຫວຽດນາມ ກັບ ເອທີໂອປີ ແລະ ອີຢິບ ເປີດໜ້າປະຫວັດສາດໃໝ່, ດ້ວຍການຮ່ວມມືຫຼາຍດ້ານທີ່ມີປະສິດທິຜົນ ແລະ ເລິກເຊິ່ງກວ້າງຂວາງກວ່າ, ອັນໄດ້ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ,ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຂອງໂລກ. 

ຕອບກັບ

ຂ່າວ/ບົດ​ອື່ນ