ຂີດໝາຍໃໝ່ໃນການພົວພັນອາເມລິກາ-ກູບາ

ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ພວມ​ປະຕິບັດ​ການ​ຢ້ຽມຢາມ ກູ​ບາຢ່າງ​ເປັນ​ທາງການ​ ແຕ່​ວັນ​ທີ 21/3. ການ​ຢ້ຽມຢາມ​ຂອງ​ປະມຸກ​ລັດ ອ​າ​ເມ​ລິ​ກາ ​ເຖິງ ກູ​ບາ ພວມ​ເປີດ​ຄວາມ​ຫວັງ​ຢຸດຕິ​ການເປັນ​ປໍ​ລະ​ປັກ​ກັນ​ທີ່​ແກ່ຍາວ​ມາ​ເປັນ​ເວລາກ່ວາເຄິ່ງສະຕະວັດ ລະຫວ່າງ 2 ຝ່າຍ, ພ້ອມ​ທັງ​ປະກອບສ່ວນ​ສ້າງ​​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ອຳນາດ​ການ​ປົກຄອງ​ຊຸດ​ໃໝ່​ຂອງ​ ອາ​ເມ​ລິ​ກາ ກັບ ປະ​ເທດ​ເກາະ Caribe ນີ້. ບົດ​ຂຽນ “ຂີດ​ໝາຍ​ໃໝ່​ໃນ​ການ​ພົວພັນ ອາ​ເມ​ລິ​ກາ - ກູ​ບາ” ຂອງ ​ແອ໋ງຮ່ວຽນ, ນັກ​ຂ່າວ VOV.

        ພາຍຫຼັງ 88 ປີນັບ​ແຕ່​ປີ 1928, ​ເປັນ​ຄັ້ງ​ທຳ​ອິດ​ທີ່​ປະທານາ​ທິບໍດີ ອາ​ເມ​ລິ​ກາ ຄົນ​ໜຶ່ງ​ໄດ້​​ໄປ​ ລາ​ຮາ​ວານ, ​ໃນ​ການ​ຢ້ຽມຢາມ ກູ​ບາ ຢ່າງ​​ເປັນ​ທາງ​ການ. ​ໃນ​ການ​ຢ້ຽມຢາມ​ເປັນ​ເວລາ 3 ວັນ​ນີ້, ທ່ານ Obama ​ໄດ້​ເຈລະຈາ​ກັບ​ທ່ານ Raul Castro, ປຶ​ກສາ​ຫາລື​ກັບ​ວິ​ສາ​ຫະກິດ ກູ​ບາ, ມີ​ບົດ​ກ່າວ​ປາ​ໄສ​​ຖ່າຍ​ທອດ​ສົດ​ທາງໂທລະພາບ ກູ​ບາ ​ແລະ ​ເຂົ້າ​ຮ່ວມ​ການ​ແຂ່ງຂັນເບັດ​ສະ​ບອນ ​ມິດຕະພາບລະຫວ່າງ​ທິມ Tampa Bay Rays ​ຂອງ ອາ​ເມ​ລິ​ກາ​ ​ແລະ ທິມ​ຊາດ ກູ​ບາ.

ຂີດໝາຍໃໝ່ໃນການພົວພັນອາເມລິກາ-ກູບາ - ảnh 1
ພາບປະກອບ

        ການ​ຢ້ຽມຢາມ​ຄັ້ງ​ປະຫວັດ​ສາດ

        ປະຊາຊົນ ລາ​ຮາ​ວານ ​ໄດ້​ຕ້ອນຮັບ​ເຮືອບິນພິ​ເສດ​ຂອງ​ທ່ານ​ປະທານາທິບໍດີ ອ​າ​ເມ​ລິ​ກາ Barack Obama ​ດ້ວຍ​​ໃບ​ໜ້າ​ຍິ້ມ​ແຍ້ມ​ແຈ່ມ​ໃສ, ດ້ວຍ​ສຽງ​ຕົບມື ​ແລະ ປ້າຍຄຳ​ຂວັນ​ຊົມ​ເຊີຍ. ກູ​ບາ ​ໄດ້​ຜັນ​ຂະຫຍາຍ​ກຳລັງ​ປ້ອງ​ກັນ​ຢ່າງ​ໜາ​ແໜ້ນ​ຢູ່​ນະຄອນຫຼວງ​ ເພື່ອ​ປົກ​ປັກປ້ອງ​ກັນ​ຄວາມ​ສະຫງົບ ​ໃນ​ຂະນະ​ນັ້ນ​, ກຳມະ​ກອນ​​ພັດ​ຮີບ​ເຮັ່ງປະດັບ​ປະດາ​ນະຄອນຫຼວງ​ໃຫ້​ສວຍ​ງາມ. ບັນດາ​ປ້າຍ​ຄຳ​ຂວັນ​ຍິນ​ດີ​ຕ້ອນຮັບ​ດ້ວຍ​ຮູບ​ພາບ​ຂອງ​ທ່ານ Raul Castro ​ແລະ ທ່ານ Barack Obama ຢູ່​ຕາມຖະໜົນ​ສາຍ​ຕ່າງໆ​ໄດ້​ກາຍ​ເປັນ​ບ່ອນ​ຖ່າຍຮູບ​ເປັນ​ທີ່​ລະ​ນຶກ, ​​ໃຫ້​ແຂກ​ຄົນ​​ເມື່ອ​ຜ່ານໄປ. ສຳລັບ​ປະຊາຊົນ ກູ​ບາ ​ການ​ຢ້ຽມຢາມ ກູ​ບາ ຄັ້ງ​ນີ້​ຂອງ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ ​ເປັນ​ການ​ປະສານ​ສົມທົບ​ລະຫວ່າງ​ຄວາມ​ປະ​ເອີ​ບ​ໃຈ ​ແລະ ຄວາມ​ລະມັດລະວັງ. ຫຼາຍ​ຄົນ​ມີ​ຄວາມ​ຫວັງ​ວ່າການ​ປະກົດ​ຕົວ​ຂອງ​ທ່ານ Obama ຈະ​ຊ່ວຍ​​ໃຫ້​ເສດຖະກິດ​ຂອງ​ປະ​ເທດ​ນີ້ຫລຸ​ດພົ້ນ​ອອກ​ຈາກ​ສະພາບ​​ຕົກ​ຢູ່​ໂດດ​ດ່ຽວ ​ແລະ ​ໄດ້​ຮັບ​ການພັດທະນາ​ຢ່າງ​ແຂງ​​ແຮງກ່ວາ.

        ​ເພື​່ອກະກຽ​ມ​ໃຫ້​ແກ່​ການ​ຢ້ຽມຢາມ​ໃນ​ຄັ້ງ​ນີ້, ​ໃນ​ໄລຍະ​ຜ່ານ​ມາ, ວໍ​ຊິງ​ຕັນ ​ແລະ ລາ​ຮາ​ວານ ​​ໄດ້​ມີ​ຫຼາຍ​ບາດ​ກ້າວ​ທີ່ຕັ້ງໜ້າ. ດັ່ງ​ນັ້ນ, ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ ​ໄດ້​ຮັບ​ຖື​ວ່າ​ ແມ່ນ​ບາ​ດກ້າວ​ເພື່ອ​ລົບ​ລ້າງ​ບັນດາ​ຮົ້ວ​ກີດ​ຂວາງ​ດ້ານ​ການ​ຄ້າ, ການພົບ​ປະ​ແລກປ່ຽນ ​ແລະ ​ພັດທະນາ​ການ​ພົວພັນ​​ເປັນປົກກະຕິ​ ລະຫວ່າງ 2 ປະ​ເທດ​ກ່ວາ​ອີກ.

        ການ​ພົວພັນ ອາ​ເມ​ລິ​ກາ - ກູ​ບາ  ພວມ​ມີ​ສັນຍານ​ທີ່ດີ​ ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ທັງ 2 ຝ່າຍ, ​ເໝາະ​ສົມ​ກັບ​ທ່າ​ອ່ຽງຂອງ​ຍຸກ​ສະ​ໄໝ, ພ້ອມ​ທັງ​ຕອບ​ສະໜອງ​ຄວາມມຸ່ງ​ຫວັງ​ລໍຄອຍຂອງ​ປະຊາຊົນ 2 ປະ​ເທດ​ ກໍ່​ຄື​ບັນດາ​ຜູ້​ທີ່ຮັກ​ຫອມ​ສັນຕິພາບ​ໃນ​ໂລກ. ​ໃນ​ຕົວ​ຈິງ​ແລ້ວ, ບັນດາ​ມາດ​ຕະການ​ລົງ​ໂທດ​ດ້ານ​​ເສດຖະກິດ​ຂອງ ອາ​ເມ​ລິ​ກາ ທີ່​ມີ​ຕໍ່ ກູ​ບາ ກໍ​ເຮັດ​ໃຫ້ ວໍ​ຊິງ​ຕັນ ຖືກ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ. ຕາ​ມຕົວ​ເລກ​ຂອງ​ຫ້ອງການ​ການ​ຄ້າ ​ອາ​ເມ​ລິ​ກາ ​ແລ້ວ, ຄຳ​ສັ່ງ​ຂວຳ້​ບາດ​ດ້ານ​ເສດຖະກິດ​ໄດ້​ເຮັດ​ໃຫ້ການ​ຈຳໜ່າຍ ​ແລະ ການ​ສົ່ງ​ອອກ​ຂອງ ອາ​ເມ​ລິ​ກາ ຖືກ​ເສຍ​ຫາຍ​ 1,2 ຕື້USD/ປີ ​ແລະ ຕາມ​ການ​ຄິດ​ໄລ່​ຂອງ​ “ກອງ​ທຶນ​ນະ​ໂຍບາຍ​ກູ​ບາ” ​ແລ້ວ, ລະດັບຄວາມ​ເສຍ​ຫາຍ​ຂອງ​ພື້ນຖານ​ເສດຖະກິດ ອາ​ເມ​ລິ​ກາ ​ແມ່ນຂຶ້ນ​ເຖິງ 3,6 ຕື້ USD/ປີ. ນອກ​ນັ້ນ, ຍ້ອນ​ບັນດາ​ມາດ​ຕະການ​ລົງ​ໂທດ​ເສດຖະກິດ, ຊາວ ອາ​ເມ​ລິ​ກາ​ບໍ່​ທັນ​ໄດ້​ຮັບ​ການ​ຊົມ​ໃຊ້​ບັນດາ​ຜະລິດ​ຕະພັນ​ທີ່​ມີ​ລັກສະນະ​ບຸກທະລຸ​ໃນ​ຂະ​ແໜງ​ການແພດ​ຂອງ ກູ​ບາ​. ຍ້ອນ​ເຫດ​ນັ້ນ, ຖ້າ​ຫາກ​ຄຳ​ສັ່ງ​ຂວ້ຳ​ບາດ​ຖືກ​ຍົກ​ເລີກ, ອາ​ເມ​ລິ​ກາສາ​ມາດ​ໄດ້ຮັບຜົນ​ປະ​ໂຫຍ​ດອັນໃຫຍ່​ຫຼວງ.

ສຳລັບ ກູ​ບາ, ການ​ເຊື່ອມ​ຕໍ່​ສາຍ​ພົວພັນ​ກັບ ອາ​ເມລກາ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປັດ​ໃຈ​ສຳຄັນ ປະກອບສ່ວນ​ສ້າງ​ສະພາບ​ແວດ​ລ້ອມ​ຢ່າງ​ປອດ​ໄສ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ. ພາຍຫຼັງ​ການ​ປະຕິວັດ ກູ​ບາ​ຍາດ​ໄດ້​ໄຊຊະນະ ​ແລະ ກໍ່ສ້າງ​ອຳນາດ​ການປົກຄອງ​ສັງຄົມ​ນິຍົມ​ເມື່ອ​ປີ 1959, ອາ​ເມ​ລິ​ກາ​ໄດ້​ກໍ່​ຄວາມດັນ​ນັບ​ທັງ​ຂົງ​ເຂດ​ການ​ເມືອງ ​ແລະ ​ເສດຖະກິດສຳລັບ ກູ​ບາ​ຢ່າງ​ຕໍ່​ເນື່ອງ. ສິ່ງ​ດັ່ງກ່າວ​​ເຮັດ​ໃຫ້ ກູ​ບາ, ​ເຖິງ​ວ່າ​ມີ​ທີ່​ຕັ້ງ​ພູມສາດ​ຍຸດ​ທະ​ສາດ ​ແລະ ຊັບພະຍາກອນ​ທຳ​ມະ​ຊາດ​ອຸດົມສົມບູນ​ກໍ່ຕາມ, ​ແຕ່​ບໍ່​ສາມາດ​ເສີມ​ຂະຫຍາຍ​ທ່າ​ໄດ້​ປຽບ​ນີ້​ໄດ້. ​ເລື່ອງ​ປັບປຸງ​ສາຍ​ພົວພັນ​ກັບ ອາ​ເມ​ລິ​ກາ ​ຈະ​ຊ່ວຍ​ຊຸກຍູ້​ການ​ປະຕິ​ຮູບ​ພາຍ​ໃນ​ປະ​ເທດ ກູ​ບາ. ວິວັດ​ຫັນ​ເປັນ​ຮູບ​ແບບ​ພື້ນຖານ​ເສດຖະກິດ​ພວມ​ດຳ​ເນີນ​ໄປຢູ່ ກູ​ບາ ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ນັບ​ທັງ​ແຫຼ່ງທຶນ, ເຕັກ​ໂນ​ໂລ​ຢີ ​ແລະ ພະລັງງານ​ຈາກ​ພາຍ​ນອກ.

ຍັງ​ຄົງ​ຄ້າງ​ບັນດາ​ຄວາມ​ແຕກ​ຕ່າງ​ກັນ

​ເຖິງ​ວ່າ​​ໄດ້​ມີ​ບັນດາ​ບາດກ້າວ​ປັບປຸງ​ການ​ພົວພັນ​ໃນ​ໄລຍະ​ຜ່ານ​ມາ​ຢ່າງ​ບໍ່​ຢຸດ​ຢັ້ງ​ກໍ່​ຕາມ, ​ແຕ່ ກູ​ບາ ​ແລະ ອາ​ເມ​ລິ​ກາ​ ຍັງ​ຄົງ​ສົນ​ໃຈ​ເຖິງ​ບັນດາ​ຄວາມ​ແຕກ​ຕ່າງ​ກັນ​ທີ່​ຍັງ​ຄົງ​ຄ້າງລະຫວ່າງ​ສອງ​ປະ​ເທດ​ຢູ່. ດ້ວຍ​ທັດສະນະ​ຢ່າງ​ຕັ້ງໜ້າ​ໃນ​ການ​ພົວພັນ​ກັບ ກູ​ບາ ກໍ່ຕາມ, ​ແຕ່ປະທານາທິບໍດີ Barack Obama ຍັງ​ຄົງ​ຖະ​ແຫຼ​ງຢ່າງ​ເປີດ​ເຜີຍ​ວ່າ, ນະ​ໂຍບາຍ​ໃໝ່​ຂອງ​ທ່ານ​ທີ່​ມີ​ຕໍ່​ປະ​ເທດ ກູ​ບາ ບໍ່​ແມ່ນ​ການ​ປ່ຽນ​ແປງ​ກ່ຽວ​ກັບ​ຈຸດປະສົງ ຫາກ​ພຽງ​ແຕ່​ແມ່ນ​ການ​ປ່ຽນ​ແປງ​ວິທີ​ການ​ດຳ​ເນີນ​ເທົ່າ​ນັ້ນ. ສ່ວນ​ລັດຖະບານ ກູ​ບາ ​​ພັດ​​ເນັ້ນ​ໜັກ​ວ່າ​ບໍ່​ປະລະ​ອຸດົມ​ຄະຕິ ຫຼື​ ຫຼັກການ​ປະຕິວັດ​ໃດໆ ​ເຊິ່ງ ກູ​ບາ​ໄດ້​ສະຫຼະ​ຢ່າງ​ຫຼວງ​ຫຼາຍ​ ເພື່ອ​ກໍ່ສ້າງ ​ແລະ ຮັກສາ​ໄວ້​ຢ່າງ​ໝັ້ນຄົງ. ກ່ອນ​ທີ່ ປະທານາທິບໍດີ Barack Obama ມາ​ຢ້ຽມຢາມ ກູ​ບາ. ໜັງສື​ພິມ​ລາຍ​ວັນ “Granma“ ອົງການ​ກະບອກ​ສຽງ​ຂອງ​ພັກ​ກອມ​ມູນິດ ກູ​ບາ, ​ໄດ້​ລົງ​ພິມ​ບົດ​ໂດຍ​ຢືນຢັນ​ວ່າ, ລາ​ຮາ​ວານ ພ້ອມ​ແລ້ວ​ທີ່​ຈະ​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ​ກັບ ວໍ​ຊິງ​ຕັນ ​ແລະ ສືບ​ຕໍ່​​ເດັດ​ດ່ຽວ​ຕາມ​ເສັ້ນທາງ​ສັງຄົມ​ນິຍົມ​ຂອງ​ຕົນ. ກູ​ບາ​ຢືນຢັນ​ຫຼັກ​ໝັ້ນ​ຢ່າງ​ຈະ​ແຈ້ງ​ຂອງ​ຕົນ​ວ່າ ​ເພື່ອ​ສ້າງ​ການ​ພົວພັນ​ເປັນ ປົກກະຕິ. ວໍ​ຊິງ​ຕັນ ຕ້ອງຍົກ​ເລີກ​ຄຳ​ສັ່ງ​ປິດ​ລ້ອມ, ຂວ້ຳ​ບາດ​ດ້ານ​ເສດຖະກິດ, ການ​ເງິນ, ການ​ຄ້າ​ຕ້ານ ລາ​ຮາ​ວານ, ກໍ່​ຄື​ມອບ​ຄືນ​ອ່າວ Guantanamo, ​ເຊິ່ງ​ແມ່ນຜືນ​ແຜ່ນດິນ​ທີ່ ອາ​ເມ​ລິ​ກາ​ໄດ້​ຢືດຄອງ​ຢ່າງ​ຜິດ​ກົດໝາຍ​ເພື່ອ​ສ້າງ​ເປັນ​ຖານ​ທີ່​ໝັ້ນ​ການ​ທະຫານ.

ຍ້ອນ​ເຫດ​ນັ້ນ, ​ເມື່ອ​ຕີ​ລາຄາ​ການ​ຢ້ຽມຢາມ ກູ​ບາ​ຂອງ ປະທານາທິບໍດີ Barack Obama, ​ນັກ​​ໄຈ້​ແຍກຫຼາຍ​ທ່ານ​ຖື​ວ່າ, ​ໃນ​ໄລຍະ​ກາງ, ​ເຫດການ​ນີ້​ຈະ​ສ້າງ​ນະ​ໂຍບາຍ​ທີ່​ຂະຫຍັນ​ຂັນ​ແຂງ​ກວ່າ​ສຳລັບ ກູ​ບາ​ເວົ້າ​ສະ​ເພາະ ​ແລະ ພາກ​ພື້ນ ອາ​ເມ​ລີ​ກາ​ລາຕີ​ນ​ເວົ້າ​ລວມ. ທັງ​ສອງ​ຝ່າຍ​ຍັງຕ້ອງການ​ເວລາຫຼາຍ​ກວ່າ​ອີກ ​ເພື່ອ​ລົບ​ລ້າງ​ຄວາ​ມ​ແຕກ​ຕ່າງ​ກັນ. ບໍ່​ຮູ້​ວ່າ​ອຳນາດ​ການ​ປົກຄອງ​ ອາ​ເມ​ລິ​ກາ​ຕໍ່​ໄປຈະສືບ​ຕໍ່​ປະຕິບັດບັນດາ​ການ​ປ່ຽນ​ແປງ​ໃນ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ອຳນາດ​ການ​ປົກຄອງ Obama ​ສຳລັບ​ກູ​ບາ ​ແລະ ພາກ​ພື້ນ ອາ​ເມ​ລິ​ກາ​ລາຕີ​ນ ​ໄດ້ຫຼື​ບໍ, ສິ່ງ​ດັ່ງກ່າວ​ແມ່ນ​ອີງ​ໃສ່​ພັກ​ທີ່​ຂຶ້ນ​ກຳ​ອຳນາດ​ໃນ​ອາຍຸ​ການຈະ​ມາ​ເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ