ຂໍ້ຕົກລົງ ປານມູນຈອມ: ສ້າງຄວາມຫວັງແຫ່ງສັນຕິພາບ

(VOVWORLD) -ຖະແຫຼງການຮ່ວມ ປານມູນຈອມ ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຢ່າງແນ່ນອນວ່າ ຈະຢຸດຕິການແບ່ງແຍກ ແລະ ການສູ້ຢັນທີ່ມີມາແຕ່ດົນຈາກສົງຄາມເຢັນ, ກ້າວໄປເຖິງສັງກາດໃໝ່ຂອງການໄກ່ເກ່ຍຄວາມປອງດອງຊາດ, ສັນຕິພາບ ແລະ ວັດທະນາຖາວອນ, ປັບປຸງ ແລະ ເພີ່ມພູນຄູນສ້າງການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ.

ພາຍຫລັງຖະແຫຼງການ ປານມູນຈອມ ຊຶ່ງການນຳ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຮັບຮອງເອົາຢູ່ກອງປະຊຸມສຸດຍອດຄັ້ງປະຫວັດສາດເມື່ອວັນທີ 27 ເມສາ ຜ່ານມາ, ສ.ເກົາຫຼີ ແລະ ສປປ.ເກົາຫຼີ ພວມມີບັນດາບາດກ້າວເດີນຢ່າງຕັ້ງໜ້າທຳອິດ ເພື່ອປະຕິບັດບັນດາບັນຫາລະອຽດ ຊຶ່ງ 2 ຝ່າຍໄດ້ເຫັນດີເປັນເອກະພາບ. ເປັນຄັ້ງທຳອິດທີ່ຂໍ້ຕົກລົງຮອບດ້ານລະຫວ່າງ 2 ພາກເກົາຫຼີໄດ້ຫັນເປັນລະອຽດ, ນຳມາເຊິ່ງຄວາມຫວັງກ່ຽວກັບພື້ນຖານສັນຕິພາບແບບຖາວອນຢູ່ແຫຼມເກົາຫຼີ.

ຂໍ້ຕົກລົງ ປານມູນຈອມ: ສ້າງຄວາມຫວັງແຫ່ງສັນຕິພາບ - ảnh 1ການນຳສປປ.ເກົາຫຼີ Kim Jong-un ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ພາບ: Kyodo/TTXVN 

        ວັນທີ 27 ເມສາ ໄດ້ເຂົ້າສູ່ປະຫວັດສາດຂອງ 2 ພາກເກົາຫຼີ, ເຊິ່ງເປັນວັນທີເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ການຈັບມືກັນ, ເປັນຄັ້ງທຳອິດ ພາຍຫລັງການສູ້ຢັນກັນມາເປັນເວລາຫລາຍທົດສະວັດ, ການນຳ ສ.ເກົາຫຼີ ແລະ ສປປ.ເກົາຫຼີ 2 ທ່ານ ໄດ້ຖະແຫຼງຕໍ່ປະຊາຊົນ 2 ພາກເກົາຫຼີ 80 ລ້ານຄົນ ແລະ ທົ່ວໂລກຢ່າງສະຫງ່າຜ່າເຜີຍວ່າ ຈະບໍ່ມີສົງຄາມຢູ່ແຫຼມເກົາຫຼີ ອີກແລ້ວ, ຈາກນັ້ນ ສັງກາດໃໝ່ຂອງສັນຕິພາບເລີ່ມຕົ້ນຂຶ້ນຢ່າງເປັນທາງການ.

        ຖະແຫຼງການຮ່ວມ ປານມູນຈອມ ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຢ່າງແນ່ນອນວ່າ ຈະຢຸດຕິການແບ່ງແຍກ ແລະ ການສູ້ຢັນທີ່ມີມາແຕ່ດົນຈາກສົງຄາມເຢັນ, ກ້າວໄປເຖິງສັງກາດໃໝ່ຂອງການໄກ່ເກ່ຍຄວາມປອງດອງຊາດ, ສັນຕິພາບ ແລະ ວັດທະນາຖາວອນ, ປັບປຸງ ແລະ ເພີ່ມພູນຄູນສ້າງການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ.

ບັນດາການກະທຳຢ່າງຕັ້ງໜ້າທຳອິດ

        ໃນບາດກ້າວທຳອິດ ແມ່ນເພື່ອແນໃສ່ປະຕິບັດຖະແຫຼງການຮ່ວມ ປານມູນຈອມ, ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ເຫັນດີເປັນເອກະພາບຢຸດຕິການກະທຳທີ່ເປັນປໍລະປັກ, ຕ້ານຄືນກັນທັງໝົດໃນທຸກດ້ານທາງບົກ, ທາງອາກາດ ແລະ ທາງທະເລ ຊຶ່ງເຄີຍເປັນຕົ້ນກຳເນີດຂອງການປະທະກັນ ແລະ ຄວາມເຄັ່ງຕຶງດ້ານການທະຫານ. ຕາມຈິດໃຈນັ້ນ, 2 ຝ່າຍໄດ້ເຫັນດີເປັນເອກະສັນ ຫັນເຂດປອດທະຫານກາຍເປັນເຂດສັນຕິພາບນັບແຕ່ວັນທີ 02 ພຶດສະພາ 2018 ແລະ ຢຸດຕິທຸກການກະທຳທີ່ເປັນປໍລະປັກ ແລະ ລົບລ້າງທຸກເຄື່ອງມືປະຕິບັດ. ໃນວັນທີ 01 ພຶດສະພາ, 2 ຝ່າຍເລີ່ມຕົ້ນດຳເນີນການມ້າງຮື້ລະບົບໂທລະໂຄ່ງໂຄສະນາຢູ່ລຽບຕາມເຂດຂີດຂັ້ນຊາຍແດນຊົ່ວຄາວ.

        ກ່ອນໜ້ານັ້ນ, ໃນການກະທຳທີ່ມີລັກສະນະເປັນສັນຍາລັກ, ການນຳ ສປປ.ເກົາຫຼີ Kim Jong-un ໄດ້ຕັດສິນໃຈດັດປັບເຂັມໂມງຂອງປະເທດນີ້ ໃຫ້ໄວຂຶ້ນ 30 ນາທີ ເພື່ອແນໃສ່ໃຫ້ແທດເໝາະກັບເຂັມໂມງຂອງ ສ.ເກົາຫຼີ ນັບແຕ່ວັນທີ 05 ພຶດສະພາ.

        ວັນທີ 29 ເມສາ, ຫ້ອງວ່າການປະທານາທິບໍດີ ສ.ເກົາຫຼີ ຮັບຮູ້ວ່າ ສປປ.ເກົາຫຼີ ຈະປິດປະຕູເຂດທົດລອງນິວເຄຼຍຢູ່ Punggye-ri ໃນເດືອນພຶດສະພາຈະມາເຖິງ. ຫລັງຈາກນັ້ນ ປະເທດນີ້ ຈະເຊື້ອເຊີນບັນດານັກຊ່ຽວຊານ ພ້ອມກັບວົງການສື່ມວນຊົນຂອງ ສ.ເກົາຫຼີ ແລະ ອາເມລິກາ ມາໂດຍກົງ ເພື່ອປະກາດຕໍ່ປະຊາຄົມສາກົນກ່ຽວກັບສິ່ງດັ່ງກ່າວຢ່າງຈະແຈ້ງ.

        ແລະກໍ່ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາໃນຖະແຫຼງການ ປານມູນຈອມ, 2 ພາກເກົາຫຼີໃຫ້ຮູ້ວ່າ: ຈະສົ່ງເສີມຈັດຕັ້ງການເຈລະຈາຂັ້ນສູງໂດຍໄວ. ຄາດວ່າ ໃນກອງປະຊຸມນີ້, 2 ຝ່າຍຈະປຶກສາຫາລືເລື່ອງສ້າງຕັ້ງຫ້ອງການຕິດຕໍ່ພົວພັນຢູ່ເຂດອຸດສາຫະກຳລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ Gaesung ແລະ ວິທີການໜູນຊ່ວຍຊຸກຍູ້ການພົບປະແລກປ່ຽນພົນລະເຮືອນ. ພ້ອມກັນນັ້ນ, ຄາດວ່າ 2 ຝ່າຍຈະເຊື່ອມຕໍ່ ກອງປະຊຸມເຈລະຈາຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດຄືນໃໝ່ ພາຍຫລັງ 11 ປີ (ນັບແຕ່ປີ 2007). ໃນເດືອນພຶດສະພານີ້ ສປປ.ເກົາຫຼີ ແລະ ສ.ເກົາຫຼີ ຈັດຕັັ້ງກອງປະຊຸມເຈລະຈາການທະຫານຂັ້ນນາຍພົນ, ຄາດວ່າ ຈະປຶກສາຫາລືກ່ຽວກັບບັນດາມາດຕະການ ແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງດ້ານການທະຫານ, ສ້າງຄວາມໄວ້ເນື້ອເຊື່ອໃຈ. 2 ຝ່າຍກໍ່ສົ່ງເສີມຈັດຕັ້ງບັນດາການພົບປະ ເພື່ອແນໃສ່ເຊື່ອມຕໍ່ການຈັດຕັ້ງການເຕົ້າໂຮມບັນດາຄອບຄົວຖືກພັດພາກອອກຈາກກັນຄືນໃໝ່ ກໍ່ຄືບັນດາເຫດການວັດທະນະທຳ, ກິລາໂດຍໄວ.

        ແລະກໍ່ໃນທ່າມກາງບັນຍາກາດຍູ້ໄວການຮ່ວມມືລະຫວ່າງ 2 ພາກ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ຈະໄປຢ້ຽມຢາມ ພຽງຢາງ ໃນລະດູໃບໄມ້ຫຼົ່ນປີນີ້ ແລະ ພົບປະເຈລະຈາສຸດຍອດກັບທ່ານປະທານພັກແຮງງານ ສປປ.ເກົາຫຼີ Kim Jong-un.

ປະຕູແຫ່ງການເຈລະຈາໄດ້ເປີດອອກແລ້ວ

        ບັນດາສັນຍານຕັ້ງໜ້າດັ່ງກ່າວ ໄດ້ສ້າງຄວາມຫວັງກ່ຽວກັບອະນາຄົດສັນຕິພາບຍາວນານລະຫວ່າງ 2 ພາກເກົາຫຼີ. ເຖິງຢ່າງໃດກໍ່ຕາມ, ບັນຫາປອດນິວເຄຼຍ ແລະ ສ້າງຕັ້ງກົນໄກສັນຕິພາບຢູ່ແຫຼມເກົາຫຼີ ທີ່ເຄີຍມີສ່ວນກ່ຽວຂ້ອງຢ່າງສະໜິດແໜ້ນກັບ ອາເມລິກາ, ດັ່ງນັ້ນ ທຸກຄວາມສົນໃຈໃນປັດຈຸບັນ ລ້ວນແຕ່ມຸ່ງໄປເຖິງການພົບປະຄັ້ງປະຫວັດສາດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ໃນຂະນະທີ່ມີເວລາດຳເນີນພຽງແຕ່ 2-3 ອາທິດຕື່ມອີກເທົ່ານັ້ນ. ຖ້າຫາກກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ ບັນລຸໄດ້ຂໍ້ຕົກລົງຢ່າງສົມເຫດສົມຜົນກ່ຽວກັບການ “ປອດນິວເຄຼຍ”ນັ້ນ ຖະແຫຼງການຮ່ວມ ປານມູນຈອມ ແນ່ນອນວ່າຈະປະຕິບັດໄດ້ຢ່າງງ່າຍດາຍ. ແຕ່ຖ້າຫາກບໍ່ບັນລຸໄດ້ຂໍ້ຕົກລົງຄືດັ່ງກ່າວນັ້ນ ການປະຕິບັດຖະແຫຼງການຮ່ວມຈະປະສົບກັບຄວາມຫຍຸ້ງຍາກພໍສົມຄວນ. ດັ່ງນັ້ນ, ກອງປະຊຸມສຸດຍອດ ສ.ເກົາຫຼີ - ອາເມລິກາ ແນ່ນອນວ່າ ຈະແມ່ນບາດລ້ຽວສຳຄັນທີ່ສຸດ, ມີຄວາມໝາຍຕັດສິນ “ຊາຕາກຳ” ຂອງແຫຼມ ເກົາຫຼີ. ຕາມບັນດານັກໄຈ້ແຍກແລ້ວ, ປະຕູການເຈລະຈາໄດ້ເປີດອອກແລ້ວ ແລະ ນີ້ແມ່ນຈຸດເວລາສະດວກທີ່ສຸດ ເພື່ອໃຫ້ບັນດາຝ່າຍກຳແໜ້ນກາລະໂອກາດ. ເຈດຕະນາດີ ແລະ ຄວາມຮັບຜິດຊອບຂອງບັນດາຝ່າຍແມ່ນຕ້ອງການທີ່ສຸດ, ໃນນັ້ນ ອາເມລິກາ, ຈີນ ສວມບົດບາດຢ່າງໃຫຍ່ຫລວງ ເພື່ອນຳວິວັດທະນາການເຈລະຈາກ້າວໄປຖືກທິດ.

        ການເຈລະຈາໄດ້ເປີດອອກສູ່ການສົນທະນາ ແລະ ນີ້ພວມແມ່ນການສຳຜັດ ສ້າງຄວາມສາມາດແກ້ໄຂສະພາບຈົນຕາແຈໃນບັນຫານິວເຄຼຍຢູ່ແຫຼມ ເກົາຫຼີ. ຂໍ້ຕົກລົງ ປານມູນຈອມ ແມ່ນຈຸດເລີ່ມຕົ້ນໃຫ້ພື້ນຖານສັນຕິພາບຢູ່ແຫຼມ ເກົາຫຼີ ຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ