ຂໍ້​ຕົກ​ລົງ​ການ​ຄ້າ​ອາ​ເມ​ລິ​ກາ-ຈີນ ໄລ​ຍະ 1 ໄດ້​ແກ້​ໄຂ​ການ​ປະ​ທະ​ກັນ​ລະ​ຫວ່າງ​ສອງ​ຝ່າຍ

(VOVWORLD) -ອາເມລິກາ ແລະ ຈີນ ຫາກໍ່ເຊັນຂໍ້ຕົກລົງການຄ້າໄລຍະຍະ 1 ຢູ່ວໍຊິງຕັນ, ຊື່ງເປັນຂີດໝາຍແຫ່ງການຢຸດຕິສົງຄາມພາຍຫຼັງໄດ້ໂຕ້ຕອບຊື່ງກັນ ແລະ ກັນໃນເວລາກ່ວາ 18 ເດືອນ. ເຖິງວ່າຂໍ້ຕົກລົງດັ່ງກ່າວໄດ້ຮັບການຕີລາຄາວ່າ ບໍ່ເຂົ້າໄປເຖິງຈຸດໃຈກາງການແກ້ໄຂບັນດາຂໍ້ຕິດຂັດກໍ່ຕາມ, ແຕ່ກໍ່ໄດ້ຫລຸດຜ່ອນຄວາມວິຕົກກັງວົນຂອງທັງສອງຝ່າຍໃນສ່ວນໃດໜຶ່ງ, ແຕ່ເຖິງຢ່າງໃດກໍ່ຕາມ, ຂໍ້ຕົກລົງຍັງຄົງນຳມາເຊິ່ງບັນດາສັນຍານອັນຕັ້ງໜ້າໃຫ້ແກ່ຕະຫຼາດການເງິນທົ່ວໂລກ ໃນເດືອນຕົ້ນປີ 2020 ນີ້ອີກດ້ວຍ.
ຂໍ້​ຕົກ​ລົງ​ການ​ຄ້າ​ອາ​ເມ​ລິ​ກາ-ຈີນ ໄລ​ຍະ 1  ໄດ້​ແກ້​ໄຂ​ການ​ປະ​ທະ​ກັນ​ລະ​ຫວ່າງ​ສອງ​ຝ່າຍ - ảnh 1

ປະທານາທິບໍດີອາເມລິກາ  Donald Trump ແລະ ຮອງນາຍົກລັດຖະມົນຕີຈີນ ຫຼຽວເຄືອ ໃນພິທີເຊັນເມື່ອວັນທີ 15/1/2020 (ພາບ: THX/TTXVN)

   ຕາມການຕີລາຄາແລ້ວ, ຂໍ້ຕົກລົງການຄ້າອາເມລິກາ-ຈີນ ໄລຍະ 1 ແມ່ນ ງ່າຍດາຍກ່ວາ ເມື່ອທຽບກັບຄຳໝັ້ນສັນຍາກ່ຽວກັບບັນຫາດັ່ງກ່າວກ່ອນນັ້ນ, ແຕ່ກໍ່ແມ່ນການຮັບຮູ້ຄວາມມານະພະຍາຍາມຮັດແຄບຄວາມບໍ່ລົງລອຍກັນລະຫວ່າງສອງປະເທດເສດຖະກິດມະຫາອຳນາດໃນຫຼາຍຂົງເຂດ. ຜູ້ຊ່ຽວຊານດ້ານການຄ້າຫຼາຍທ່ານໄດ້ໃຫ້ຂໍ້ສັງເກດວ່າ ຈະເຮັດໃຫ້ການເຈລາຈາຄັ້ງຕໍ່ໄປລະຫວ່າງ ອາເມລິກາ-ຈີນ ງ່າຍດາຍກ່ວານີ້ອີກ.

ຫຼາຍຈຸດໃຫ່ຍຍັງບໍ່ທັນໄດ້ແກ້ໄຂ

   ຕາມຂໍ້ຕົກລົງ, ຈີນ ໃຫ້ຄຳໝັ້ນສັນຍາຊື້ສິນຄ້າຂອງອາເມລິກາ ດ້ວຍມູນຄ່າ 200 ຕື້ USD ໃນຮອບເວລາ 2 ປີເພື່ອແລກເອົາເລື່ອງ ວໍຊິງຕັນ ຈະບໍ່ຈັດວາງພາສີສຳລັບສິນຄ້າຂອງຈີນ ໃນຈຳນວນ 160 ຕື້ USD, ຊື່ງຄາດວ່າໃນເບື້ອງຕົ້ນຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 15 ທັນວາປີ 2019 ເປັນຕົ້ນໄປ, ພ້ອມທັງຈຳກັດອັດຕາພາສີໄດ້ຈັດວາງໃສ່ສິນຄ້າຈີນ ຈຳນວນໜຶ່ງ.

   ເລື່ອງສອງປະເທດໄດ້ເຊັນຂໍ້ຕົກລົງການຄ້າໄລຍະໜຶ່ງຢ່າງເປັນທາງການ ເປັນຂີດໝາຍແຫ່ງບາດກ້າວທຳອິດ ໃນເລື່ອງສອງພື້ນຖານເສດຖະກິດໃຫ່ຍກ່ວາໝູ່ໃນໂລກ ແກ້ໄຂການຂັດແຍ້ງກັນດ້ານການຄ້າທີ່ຖືກແກ່ຍາວມາເປັນເວລາເກືອບ 2 ປີທີ່ຜ່ານມາ. ແຕ່ເຖິງຢ່າງໃດກໍ່ຕາມ, ຕາມບັນດາຜູ້ຊ່ຽວຊານແລ້ວ, ໝາກຜົນໄດ້ຮັບຈາກຂໍ້ຕົກລົງນີ້ ແມ່ນຍັງໜ້ອຍຢູ່.

   ກ່ອນອື່ນໝົດ, ຂໍ້ຕົກລົງບໍ່ໄດ້ເຕື້ອງເຖິງບັນດາບັນຫາຈຸດສຸມຊື່ງ ອາເມລິກາ ຍົກອອກມາ ໃນຂະນະທີ່ໄດ້ດຳເນີນສົງຄາມດ້ານການຄ້າ, ໃນນັ້ນລວມມີການໜູນຊ່ວຍດ້ານອຸດສະຫະກຳ ແລະ ໃຫ້ບຸລິມະສິດແກ່ບໍລິສັດຂອງລັດຢູ່ຈີນ. ຈຸດໃຫ່ຍທີ່ສຸດໃນສົງຄາມດ້ານການຄ້າລະຫວ່າງ ອາເມລິກາ-ຈີນ ແມ່ນຍາມໃດອາເມລິກາ ກໍ່ຄັດຄ້ານເລື່ອງຈີນ ອາລັກຂາບັນດາຂະແໜງອຸດສາຫະກຳຕົ້ນຕໍ ເພື່ອຊ່ວຍບັນລຸໄດ້ທ່າແຮງການແກ້ງແຍ້ງ ແຕ່ບັນດາບັນຫານີ້ບໍ່ໄດ້ລະບຸໄວ້ໃນຂໍ້ຕົກລົງສະບັບນີ້. ທີສອງແມ່ນ ຂໍ້ຕົກລົງນີ້ບໍ່ໄດ້ແກ້ໄຂບັນດາບັນຫາເສດຖະກິດຫຼັກແຫຼ່ງພາໄປເຖິງການປະທະກັນດ້ານການຄ້າ, ບໍ່ໄດ້ລົບລ້າງພາສີອາກອນໂດຍສົມບູນເທື່ອ ໄດ້ເຮັດໃຫ້ພື້ນຖານເສດຖະກິດທົ່ວໂລກຊັກຊ້າລົງ.

   ຕາມນັກໄຈ້ແຍກເສດຖະກິດເກືອບທັງໝົດແລ້ວ, ເລື່ອງເຊັນຂໍ້ຕົກລົງໄລຍະ 1 ແມ່ນການຫລຸດຜ່ອນຄວາມເຄັ່ງຕຶງຂອງບັນດາການເຄື່ອນໄຫວດ້ານການຄ້າ ທີ່ສູ້ຢັນກັນລະຫວ່າງ ອາເມລິກາ-ຈີນ, ຖືວ່າ, ຂໍ້ຕົກລົງນີ້ຍາກທີ່ຈະແກ້ໄຂຄວາມເຄັ່ງຕຶງດ້ານການຄ້າ ແລະ ເສດຖະກິດລະຫວ່າງສອງປະເທດໄດ້ຢ່າງເຖິງຖອງ ແລະ ຊ້ຳບໍ່ໜຳບັນດາຄວາມເຄັ່ງຕຶງນີ້ອາດຈະສືບຕໍ່ຊົ່ວຮ້າຍລົງອີກ.

   ເຖິງແນວນັ້ນກໍ່ຕາມ, ຂໍ້ຕົກລົງການຄ້າອາເມລິກາ-ຈີນ ໄລຍ 1 ກໍ່ມີການກະທົບເຖິງຕະຫຼາດການເງິນທົ່ວໂລກ ໃນທັນທີ ແລະ ຄາດວ່າຈະມີການກະທົບທີ່ຕັ້ງໜ້າ ຕໍ່ຄວາມໄວ້ເນື້ອເຊື່ອໃຈຂອງວົງການນັກທຸລະກິດ ແລະ ຄວາມຈະເລີນເຕີບໂຕເສດຖະກິດຢູ່ຫຼາຍປະເທດໃນໂລກ.

ມີຫຼາຍບັນຫາທີ່ເປັນອຸປະສັກ

   ເປັນທີ່ຈະແຈ້ງແລ້ວວ່າ, ການປະຕິບັດ ຂໍ້ຕົກລົງການຄ້າອາເມລິກາ-ຈີນ ໄລຍະ 1 ຈະມີຄວາມສຳຄັນທີ່ສຸດ ຕໍ່ການສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ, ສ້າງພື້ນຖານໃຫ້ແກ່ຜົນສຳເລັດຂອງການເຈລະຈາຄັ້ງຕ່າງໆ. ຂໍ້ຕົກລົງການຄ້າອາເມລິກາ-ຈີນ ໄລຍະ 1 ສ່ວນໜຶ່ງໄດ້ຊ່ວຍຫລຸດຜ່ອນຄວາມເຄັ່ງຕຶງລະຫວ່າງສອງປະເທດແຕ່ຍັງມີ “ສິ່ງທ້າທາຍນາໆປະການ”. ບັນດາຈຸດຕົ້ນຕໍທີ່ກໍ່ຄວາມບໍ່ລົງລອຍກັນລະຫວ່າງ ວໍຊິງຕັນ ແລະ ປັກກິງ ໃນໄລຍະຜ່ານມາ, ລວມມີ: ການຫັນເປັນການຄ້າດີຈີຕອນ, ຄວາມໝັ້ນຄົງໃນເຄືອຂ່າຍອິນເຕີແນັດ ແລະ ນະໂຍບາຍອຸດໜູນຂອງລັດຖະບານຈີນ ໃຫ້ແກ່ບັນດາບໍລິສັດຂອງລັດ. ນອກຈາກນັ້ນ, ບັນຫາ ຮົງກົງ, ປະຊາຄົມຊາວອິດສະລາມອາໄສຢູ່ຈີນ ກໍ່ຍັງຖືກຖືວ່າ ມີການກະທົບຕໍ່ການພົວພັນລະຫວ່າງ ອາເມລິກາ-ຈີນ ບໍ່ວ່າໃນຈຸດເວລາໃດ.

  ເຖິງວ່າ, ຂໍ້ຕົກລົງການຄ້າ ອາເມລິກາ-ຈີນ ໄລຍະ 1 ບໍ່ສາມາດແກ້ໄຂທຸກບັນຫາດ້ານການຄ້າຂອງທັງສອງຝ່າຍໄດ້ກໍ່ຕາມ ແຕ່ຕາມບັນດານັກສັງເກດການແລ້ວ, ມັນຈະແມ່ນບາດກ້າວເດີນອັນຕັ້ງໜ້າ ຊ່ວຍຫຼີກລ້ຽງການເກີດສົງຄາມດ້ານການຄ້າອັນ “ດຸເດືອດ” ທີ່ອາດຈະກໍ່ຜົນເສຍຫາຍໃຫ້ທັງສອງພື້ນຖານເສດຖະກິດແຖວໜ້າໃນໂລກ. ບັນດາບັນຫາຄົງຄ້າງອື່ນໆອີກ ຄາດວ່າຈະໄດ້ເຕື້ອງເຖິງໃນບັນດາຮອບເຈລະຈາໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ