ຂໍ້ຕົກລົງຂອງ ອີຢູ ກ່ຽວກັບຊາວອົບພະຍົບ

(VOVWORLD) - ກອງປະຊຸມສຸດຍອດ ເອີຣົບ ຫາກໍ່ດຳເນີນຢູ່ ບຣຸກແຊນ ປະເທດ ແບນຊິກ ຫາກໍ່ບັນລຸໄດ້ຂໍ້ຕົກລົງກ່ຽວກັບການແກ້ໄຂບັນຫາຊາວອົບພະຍົບ, ຍູ້ໄພນາບຂູ່ສ່ວນໃດສ່ວນໜຶ່ງສຳລັບສະຫະພາບ ເອີຣົບ ໃຫ້ຖອຍໄປ.

 ເຖິງວ່າ ເລື່ອງບັນລຸໄດ້ຂໍ້ຕົກລົງ ໄດ້ຖືວ່າ ແມ່ນ “ສັນຍານຕັ້ງໜ້າ” ແຕ່ບັນດານັກໄຈ້ແຍກກໍ່ໃຫ້ຂໍ້ສັງເກດວ່າ ຍັງຄົງຕົວຄວາມບໍໍ່ລົງລອຍກັນຫລາຍຢ່າງ ເຊິ່ງບັນດາປະເທດ ເອີຣົບ ຕ້ອງຜ່ານຜ່າ ເພື່ອກ້າວໄປເຖິງການປະຕິບັດ.

ຂໍ້ຕົກລົງຂອງ ອີຢູ ກ່ຽວກັບຊາວອົບພະຍົບ - ảnh 1 ບັນດາປະເທດ ອີຢູ ບັນລຸໄດ້ຂໍ້ຕົກລົງກ່ຽວກັບການແກ້ໄຂບັນຫາຊາວອົບພະຍົບໃນຕອນເວລາ 4 ໂມງ 30 ນາທີ, ຕອນເຊົ້າວັນທີ 29/06 ຕາມເວລາທ້ອງຖິ່ນຢູ່ ບຣຸກແຊນ  ພາບ: Al Jazeera

 ນັບແຕ່ເມື່ອວິກິດການຊາວອົບພະຍົບເກີດຂຶ້ນ, ອີຢູ ນັບມື້ນັບປະເຊີນໜ້າຕໍ່ບັນດາສິ່ງທ້າທາຍຢ່າງຮ້າຍແຮງ. ເຖິງວ່າ ບັນດາສະມາຊິກໄດ້ມານະພະຍາຍາມແກ້ໄຂ ແຕ່ຍ້ອນຄວາມແຕກຕ່າງໃນວິທີການສຳຜັດບັນຫາຢູ່ແຕ່ລະປະເທດ ແມ່ນແຕກຕ່າງກັນ ຊຶ່ງເຮັດໃຫ້ ເອີຣົບ ນັບມື້ນັບຖືກແບ່ງແຍກໃນບັນຫານີ້. ດັ່ງນັ້ນ, ຂໍ້ຕົກລົງສະບັບໜຶ່ງທີ່ບັນລຸໄດ້ໃນເວລານີ້, ເຖິງວ່າຍັງມີການໂຕ້ຖຽງກັນຫລາຍຢ່າງກໍ່ຕາມ ແຕ່ໄດ້ຖືວ່າ ແມ່ນບາດກ້າວບຸກທະລຸທີ່ຕອບສະໜອງໄດ້ຄວາມມຸ່ງຫວັງຂອງ 28 ປະເທດສະມາຊິກ, ເປັນຕົ້ນແມ່ນບັນດາປະເທດມີຄວາມຮັບຜິດຊອບຕໍ່ກະແສຟອງຊາວອົບພະຍົບ ຄວນໄດ້ຮັບການໜູນຊ່ວຍ ແລະ ແບ່ງປັນການແບກຫາບທີ່ໜັກໜ່ວງ

ບາດກ້າວຕັ້ງໜ້າ

        ຕາມເນື້ອໃນຂໍ້ຕົກລົງ, 28 ປະເທດສະມາຊິກສ້າງຕັ້ງໃນພາກພື້ນ ອີຢູ ບັນດາ “ສູນຄວບຄຸມ” ຕ້ອນຮັບຊາວອົບພະຍົບທີ່ໄດ້ກູ້ເອົາຊີວິດບົນທະເລ. ບັນດາຮາກຖານນີ້ ຈະໄດ້ຕັ້ງຢູ່ບັນດາປະເທດສະມາຊິກ “ສະໝັກໃຈ”  ແລະ ອະນຸຍາດໃຫ້ຈຳແນກຜູ້ໃດມີເງື່ອນໄຂຄົບຖ້ວນຂໍເປັນຊາວລີ້ໄພສຳລັບບັນດາກໍລະນີອົບພະຍົບຍ້ອນເສດຖະກິດຢ່າງວ່ອງໄວ. ນີ້ໄດ້ຮັບຖືວ່າ: ແມ່ນບາດກ້າວບຸກທະລຸເມື່ອທຽບໃສ່ບັນດາມາດຕະການກ່ອນນັ້ນ ຍ້ອນວ່າ ເລື່ອງສ້າງຕັ້ງບັນດາສະຖານທີ່ຕ້ອນຮັບດັ່ງກ່າວ ຊຶ່ງກ່ອນນີ້ເຄີຍຖືກຫລາຍປະເທດຄັດຄ້ານ.

        ນອກນັ້ນ, ອີຢູ ໄດ້ເຫັນດີເປັນເອກະສັນນຳໃຊ້ວິທີການສຳຜັດຢ່າງຮອບດ້ານກັບບັນຫາອົບພະຍົບ, ລວມມີການຄວບຄຸມຊາຍແດນພາຍນອກຂອງ ອີຢູ ຢ່າງມີປະສິດທິຜົນກ່ວາ, ສະກັດກັ້ນເລື່ອງກັບຄືນມາຂອງກະແສຟອງອົບພະຍົບທີ່ບໍ່ສາມາດຄວບຄຸມໄດ້ຄືດັ່ງໃນປີ 2015 ແລະ ສືບຕໍ່ສະກັດກັ້ນສະພາບອົບພະຍົບຜິດກົດໝາຍໃນທຸກເສັ້ນທາງທີ່ມີຢູ່ແລ້ວ ແລະ ຫາກໍ່ມີ. ຂໍ້ຕົກລົງກໍ່ຢືນຢັນວ່າ ບັນດາປະເທດ ອີຢູ ຈະໜູນຊ່ວຍ ອີຕາລີ ແລະ ບັນດາປະເທດ ທະເລເມດີເຕຣາເນ ຫລາຍກ່ວາອີກ ເພື່ອສະກັດກັ້ນພວກການຄ້າມະນຸດຈາກ ລີບີ ແລະ ບັນດາປະເທດອື່ນໆ. ການນຳ 28 ທ່ານກໍ່ຕົກລົງພິຈາລະນາສ້າງຕັ້ງບັນດາສະຖານທີ່ຮັບຊາວອົບພະຍົບອື່ນນອກຈາກ ອີຢູ, ອາດຈະຢູ່ ອາຟຣິກກາເໜືອ, ໃນຄວາມມານະພະຍາຍາມສະກັດກັ້ນບັນດາກ່ຳປັ່ນການຄ້າມະນຸດເຂົ້າ ອີຢູ.

        ຂໍ້ຕົກລົງນີ້ຂອງ ອີຢູ ກໍ່ໄດ້ຮັບປະຕິກິລິຍາຕັ້ງໜ້າຫລາຍຢ່າງ. ບັນດາອົງການກູ້ຊ່ວຍຂອງສະຫະປະຊາຊາດໄດ້ຊົມເຊີຍຂໍ້ຕົກລົງນີ້, ພ້ອມທັງກະຕຸກຊຸກຍູ້ ອີຢູ ໃຫ້ບຸລິມະສິດບັນດາມາດຕະການແນໃສ່ຮັບປະກັນຊີວິດອີນຊີ ແລະ ຄວາມປອດໄພຂອງຊາວອົບພະຍົບ. ໃນຂະນະນັ້ນ, ຜູ້ຕາງໜ້າອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານສະຫະປະຊາຊາດຖືວ່າ: ທຸກມາດຕະການກ່ຽວກັບບັນຫາຊາວອົບພະຍົບຕ້ອງໄດ້ຮັບຄວາມເຫັນດີເປັນເອກະພາບນຳກັນໃນທົ່ວເອີຣົບ, ຊ່ວຍໃຫ້ບັນດາປະເທດໃນບັນຫາຊາວອົບພະຍົບຄື ອີຕາລີ ແລະ ບັນດາສູນແກ້ໄຂລະບຽບການຮັບເອົາຊາວອົບພະຍົບ ຕ້ອງໄດ້ຕັ້ງຖານຢູ່ ເອີຣົບ.

ຍັງມີຄວາມບໍ່ລົງລອຍກັນຫລາຍຢ່າງຄວນແກ້ໄຂ

        ເຖິງວ່າ ຂໍ້ຕົກລົງດັ່ງກ່າວໄດ້ຮັບການຕີລາຄາວ່າ ແມ່ນບາດກ້າວຕັັ້ງໜ້າ ແຕ່ບັນດານັກໄຈ້ແຍກ ແລະ ບັນດາການນຳ ອີຢູ ໃຫ້ຂໍ້ສັງເກດວ່າ ບໍ່ຄວນຟ້າວຟັ່ງ ຢັ້ງຢືນຜົນສຳເລັດຂອງຂໍ້ຕົກລົງນີ້. ຍ້ອນວ່າ ຍັງໃນຂໍ້ຕົກລົງທີ່ບັນລຸໄດ້ ຍັງມີຫລາຍຂໍ້ປະໂອກາດ ແລະ ມີປັດໄຈຫຍຸ້ງຍາກຫລາຍຢ່າງ ທີ່ຄອບງຳວິວັດການປະຕິບັດຂໍ້ຕົກລົງນີ້.

        ທີໜຶ່ງ, ເຖິງວ່າໄດ້ເຫັນດີກ່ຽວກັບດ້ານຫຼັກການສ້າງຕັ້ງບັນດາປ້ອມຮັບຊາວອົບພະຍົບຢູ່ນອກດິນແດນສະຫະພາບ ເອີຣົບ ແລະ ບັນດາສູນແບບຄົບວົງຈອນຢູ່ດິນແດນ ເອີຣົບ, ແຕ່ລະອຽດຈະຕັ້ງຢູ່ໃສ ຍັງບໍ່ທັນມີຄຳຕອບເທື່ອ. ຄ້າຍຄືກັນ, ແຜນການສ້າງຄັ້ງບັນດາສູນຊາວອົບພະຍົບແບບຄົບວົງຈອນໃນດິນແດນ ເອີຣົບ ກໍ່ໄດ້ຄັດຕິດເງື່ອນໄຂ “ສະໝັກໃຈ”, ກໍ່ຍ້ອນປັດໄຈ “ສະໝັກໃຈ” ນັ້ນ ທັງ ຝຣັ່ງ, ອີຕາລີ ຫຼື ແອັດສະປາຍ ລ້ວນແຕ່ຢາກປະຕິເສດບັນດາສູນດັ່ງກ່າວໃນຜືນແຜ່ນດິນຂອງປະເທດຕົນ.

        ທີ 2, ບັນຫາຍັງຄົງກໍ່ຄວາມບໍ່ລົງລອຍກັນນັ້ນແມ່ນ ການຄຸ້ມຄອງກະແສຟອງຊາວອົບພະຍົບພາຍຫລັງມາຮອດ ເອີຣົບ ພັດສືບຕໍ່ຫລັ່ງໄຫລເຂົ້າບາງປະເທດອື່ນ.  ສຸດທ້າຍ, ຄວາມບໍ່ລົງລອຍກັນໃຫຍ່ທີ່ສຸດ ຍັງຄົງຄ້າງລະຫວ່າງບັນດາປະເທດ ເອີຣົບ ແມ່ນການປັບປຸງ ຫຼື ຍົກເລີກຂໍ້ກຳນົດຊາວອົບພະຍົບເຂົ້າປະເທດໃດທຳອິດ ປະເທດນັ້ນຕ້ອງມີຄວາມຮັບຜິດຊອບ. ໃນຂໍ້ຕົກລົງໃໝ່ນີ້, ບັນດາປະເທດ ພຽງແຕ່ຢຸດຢູ່ການສືບຕໍ່ຄົ້ນຄວ້າ, ພິຈາລະນາເທົ່ານັ້ນ ບໍ່ຍົກອອກວັນເວລາລະອຽດ.

        ແນ່ນອນວ່າ ໃນຊຸມມື້ຈະມາເຖິງ, ບັນດາການນຳ ເອີຣົບ ຍັງເຈັບຫົວເພື່ອຊອກຫາບັນດາມາດຕະການ ສາມາດຕອບສະໜອງຄວາມມຸ່ງມາດປາດຖະໜາຫລາຍຮູບຫລາຍແບບ ແລະ ຊ້ຳບໍ່ໜຳບັນດາປະເທດສະມາຊິກມີຄວາມຂັດແຍ້ງຫລາຍຢ່າງ ໃນການແກ້ໄຂວິກິດການກ່ຽວກັບຊາວອົບພະຍົບ./.

ຕອບກັບ

ຂ່າວ/ບົດ​ອື່ນ