ຂໍ້ຕົກລົງດ້ານນິວເຄຼຍຂອງອີຣານຕໍ່ໜ້າກຳລັງດັນຈາກກຳນົດເວລາສຸດທ້າຍ

     ປະ​ຈຸ​ບັນ, ກຸ່ມ P5 + 1 ທີ່​ພວມ​ມາ​ນະ​ພະ​ຍາ​ຍາມ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ສຸດ​ທ້າຍ ແນ​ໃສ່​ຈຳ​ກັດ​ໂຄງ​ການ​ນິວ​ເຄຼຍ​ຂອງ ເຕ​ເຣ​ຮານ ກ່ອນ​ກຳ​ນົດ​ເວ​ລາ​ສຸດ​ທ້າຍ​ຄື​ວັນ​ທີ 30/6 ທີ່​ຈະ​ມາ​ເຖິງ. ແຕ່​ກຳ​ນົດ​ເວ​ລາ​ສຸດ​ທ້າຍນີ້ ພວມ​ມີ​ໄພ​ສືບ​ຕໍ່​ຖືກ​​ຍົກ​ເລີກຍ້ອນ​ບັນ​ດາ​ຝ່າຍ​ເພີ່ມ​ທະ​ວີ​ກຳ​ລັງ​ດັນ​ໃນ​ການ​ເຈ​ລະ​ຈາ​ເພື່ອ​ບັນ​ລຸ​ຂໍ້​ຕົກ​ລົງ​ສະ​ບັບ​ໜຶ່ງ​ທີ່​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ຕົນ​ເອງຫຼາຍ​ທີ່​ສຸດ.

ຂໍ້ຕົກລົງດ້ານນິວເຄຼຍຂອງອີຣານຕໍ່ໜ້າກຳລັງດັນຈາກກຳນົດເວລາສຸດທ້າຍ - ảnh 1

ຜູ້​ຕາງ​ໜ້າ​ອາ​ເມ​ລິ​ກາ ແລະ ອີ​ຣານ​ທີ່​ຮອບ​ເຈ​ລະ​ເຈ​ຄັ້ງຫຼ້າ​ສຸດ
     (ພາບ: AFP/TTXVN)

     ຮອບ​ເຈ​ລະ​ຈາ​ຂັ້ນລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ລະ​ຫວ່າງ​ອີ​ຣານ ແລະ ກຸ່ມ P5 + 1 ຫາ​ກໍ​ສິ້ນ​ສຸດ​ລົງ​ທີ່​ນະ​ຄອນຫຼວງວຽນ​ປະ​ເທດ​ໂອ​ຕາ​ລິດດ້ວຍ​ບັນ​ຍາ​ກາດ​ທີ່​ມົວ​ໝອງຂະ​ນະ​ທີ່ ຫຼັກ​ໝັ້ນຂອງ​ບັນ​ດາ​ຝ່າຍ​ຍັງ​ຄົງ​ມີ​ຄວາມ​ແຕກ​ຕ່າງ​ກັນຫຼາຍ​ຢ່າງ. ຄວາມບໍ່​ລົງ​ລອຍ​ກັນ​ຕົ້ນ​ຕໍ່ 2 ຢ່າງ​ທີ່​ກີດ​ຂວາງ​ບັນ​ດາ​ຝ່າຍ​ໄປ​ສູ່ ຂໍ້​ຕົກ​ລົງ​ສຸດ​ທ້າຍ, ນັ້ນ​ແມ່ນ​ວິ​ວັດ​ທະ​ນາ​ການ​ຍົກ​ເລີກ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ຊຶ່ງ​ຝ​່າຍ​ຕາ​ເວັນ​ຕົກ​ໄດ້​ຈັດ​ວາງ​ຕໍ່​ອີ​ຣານ ແລະ ເລື່ອງກວດ​ກາ​ບັນ​ດາ​ສະ​ຖານ​ທີ່​ມີ​ການ​ເຄື່ອນ​ໄຫວ​ດ້ານ​ນິວ​ເຄຼຍ​ຂອງ​ອີ​ຣານ. ແຕ່​ດົນ​ນານ​ມາ​ແລ້ວ, ອີ​ຣານ​ຍັງ​ປະ​ຕິ​ເສດ​ທຸກໆ​ຂໍ້​ກ່າວ​ຫາ​ໂດຍ​ຖື​ວ່າ ປະ​ເທດນີ້​ພວມ​ຂະ​ຫຍາຍ​ລູກ​ລະ​ເບີດ​ປະ​ລະ​ມາ​ນູ ແລະ ຢືນ​ຢັນ​ວ່າ ໂຄງ​ການ​ນິວ​ເຄຼຍຂອງ​ຕົນ ແມ່ນ​ເພື່ອ​ແນ​ໃສ່​ຈຸດ​ປະ​ສົງ​ສັນ​ຕິ​ພາບ. ດັ່ງ​ນັ້ນ, ເຕ​ເຣ​ຮານ ເດັດ​ດຽວບໍ່​ຮອມ​ຮັບ​ບັນ​ດາ​ການ​ເຄື່ອນ​ໄຫວກວດ​ກາ​ບັນ​ດາ​ເຂດ​ການ​ທະ​ຫານ​ຂອງ​ຕົນ.

     ໃນ​ມໍ່ໆ​ມານີ້, ສະ​ພາ​ຄວາມ​ໝັນ​ຄົງ ສ.ປ.ຊ​ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ສະ​ບັບ​ໜຶ່ງ ເພື່ອຕໍ່ກຳ​ນົດ​ເວ​ລາ​ເຄື່ອນ​ໄຫວ​ຂອງ​ຈຸ​ຊ່ຽວ​ຊານຕື່ມ​ອີກ 1 ປີຄື​ຮອດ​ວັນ​ທີ 9/7/2016 ເພື່ອ​ຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດ​ຄຳ​ສັ່ງ​ຂ​ວ້ຳບາດ​ທີ່​ມີ​ຕໍ່​ອີ​ຣານ​. ມະ​ຕິ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ພັດ​ທະ​ນາ​ຂອງ​ບັນ​ດາ​ປະ​ເພດ​ອາ​ວຸດ​ລ້າງ​ຜານ ກໍ​ຄື​ບັນ​ດາ​ວິ​ທີ​ການ​ຂົນ​ສົ່ງ​ອາ​ວຸດ​ເຫຼົ່າ​ນັ້ນ ຈະ​ສືບ​ຕໍ່​ເປັນ​ໄພ​ນາບ​ຂູ່​ທີ່​ມີ​ຕໍ່​ຄວາມ​ສະ​ຫງົບ ແລະ ສັນ​ຕິ​ພາບ​ສາ​ກົນ.

    ຕັດ​ສິນ​ໃຈ​ເຫຼືອ​ເກີນ ແຕ່​ຂາດ​ຄວາມ​ເຊື່ອ​ໝັ້ນ

  ອີ​ຣານ ແລະ ກຸ່ມ P5 + 1ໄດ້​ຮັບ​ຮອງ​ເອົາ ຂໍ້​ຕົກ​ລົງ​ແມ່​ໃນ​ຕົ້ນ​ເດືອນ 4/2015 ແລະ ໄດ້​ກຳ​ນົດ​ວັນ​ທີ 30/6 ແມ່ນ​ກຳ​ນົດ​ເວ​ລາ​ສຸດ​ທ້າຍເພື່ອ​ບັນ​ລຸ ຂໍ້​ຕົກ​ລົງ​ສຸດ​ທ້າຍ ພາຍຫຼັງ​ທີ່​ໄດ້​ຍົກ​ເລີກ​ກຳ​ນົດ​ເວ​ລາ​ສຸດ​ທ້າຍ 2 ຄັ້ງ​ກ່ອນ​ໜ້ານັ້ນໃນ​ເດືອນ 6 ແລະ ເດືອນ 11 ປີ​ກາຍ. ຍ້ອນ​ເຫດນີ້​ເອງ, ທີ່​ການ​ເຈ​ລະ​ຈາ​ຮອບນີ້, ບັນ​ດາ​ຝ່າຍ​ຕ່າງ​ກໍ​ບໍ່​ຢາກ​ພາດ​ໂອ​ກາດ ແລະ ບໍ່​ຢາກ​ໃຫ້​ບັນ​ດາ ຄວາມມາ​ນະ​ພະ​ຍາ​ຍາມ​ດຳ​ເນີນການ​ເຈ​ລະ​ຈາໃນຕະຫຼອດ 20 ເດືອນ​ຖືກ​ສູນ​ເສຍ​ເສຍ​ໄປ. ບັນ​ຫາ​​ແມ່ນ​ຢູ່​ບ່ອນ​ວ່າ ເຮັດ​ແນວ​ໃດ​ເພື່ອ​ບັນ​ລຸ ຂໍ້​ຕົກ​ລົງ​ສະ​ບັບ​ໜຶ່ງ​ທີ່​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ຫຼາຍ​ທີ່​ສຸດໃຫ້​ແກ່​ຕົນ​ເອງ.

    ຮັກ​ສາ​ກຳ​ລັງ​ດັນ​ຕໍ່​ບັນ​ດາ​ຄູ່​ເຈ​ລະ​ຈາ​ເພື່ອ​ໃຫ້ຕົນ​ເອງຕ້ອງ​ຜ່ອນ​ສັ້ນຜ່ອນ​ຍາວ​ພຽງ​ໃນ​ລະ​ດັບ​ໜ້ອຍ​ທີ່​ສຸດ, ນັ້ນ​ແມ່ນ​ຍຸດ​ທະ​ສາດ​ຂອງ​ອີ​ຣານ​ໃນ​ຊຸມມື້​ທີ່​ຜ່ານ​ມາ. ໃນ​ຂະ​ນ​ະ​ທີ່​ອາ​ເມ​ລິ​ກາ ແລະ ຝ່າຍ​ຕາ​ເວັນ​ຕົກ​ພວມ​ຮີບ​ຮ້ອນ​ບັນ​ລຸ ຂໍ້​ຕົກ​ລົງ​​ສະ​ບັບ​ໜຶ່ງ​ຖືກ​ຕາມ​ກຳ​ນົດ​ເວ​ລານັ້ນ, ອີ​ຣານ​ພັດ​ສະ​ແດງ​ທ່າ​ທີບໍ່​ຟ້າວຟັ່ງ. ໃຫ້​ຄຳຖະ​ແຫຼງ​ພາຍຫຼັງທີ່​ການ​ເຈ​ລະ​ຈາ​ສິ້ນ​ສຸດ​ລົງ, ທ່ານ Abbas Araqchi ຫົວ​ໜ້າ​ຄະ​ນະ​ເຈ​ລະ​ຈາ​ຂອງ​ອີ​ຣານ​ໄດ້​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ດ້ານຫຼັ​ກ​ໝັ້ນ​ຂອງ​ຕົນ​ວ່າ ປະ​ເທດນີ້ບໍ່​ຖືກ​ຜູກ​ຮັດຍ້ອນ​ຕາ​ຕະ​ລາງ​ເວ​ລາ, ຫາກ​ພຽງ​ແຕ່​ພະ​ຍາ​ຍາມ​ບັນ​ລຸ​ໄດ້​ ຂໍ້​ຕົກ​ລົງ​​ສະ​ບັບ​ໜຶ່ງ​ທີ່​ດີ​ງາມ ດ້ວຍ​ລາຍ​ລະ​ອຽດ​ທັງ​ໝົດ​ສາ​ມາດ​ຕອບ​ສະ​ໜອງ​ໄດ້​ຕາມ​ຄວາມ​ຫວັງ. ຕາມ​ບັນ​ດາ​ນັກ​ການ​ທູດ​ອີ​ຣານ​ແລ້ວ, ການ​ຂາດ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ກ​ັນ ຍັງ​ຄົງ​ແມ່ນ​ປັດ​ໄຈ​ສ້າງ​ໄລ​ຍະ​ຫ່າງ​ທີ່​ຍາວ​ໄກ​ລະ​ຫວ່າງ​ບັນ​ດາ​ຝ່າຍ​ໃນ​ວິ​ວັດ​ທະ​ນາການເຈ​ລະ​ຈາ, ພ້ອມ​ກັນ​ນັ້ນ ກໍ​ກ່າວ​ເຕືອນ​ວ່າ ທຸກໆ​ຂໍ້​ມາດ​ຕາທີ່​ໄດ້​ກ່າວ​ເຖິງ​ໃນ​ຮ່າງ​ຂໍ້​ຕົກ​ລົງ​ສະ​ບັບ​ສຸດ​ທ້າຍ ຍັງ​ຄົງ​ມີ​ໄພ​ຖືກ​ຕ່າວ​ປີ້ນ ໃນ​ກ​ໍ​ລະ​ນີ​ຖືກ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງລະ​ເມີດ ແລະ ສະ​ພາບ​ການ​ອາດ​ຈະ​ກັບ​ຄືນ​ສູ່​ຄ້າຍ​ຄື​ກັນ​ຄື​ຈຸດ​ເວ​ລາ​ກ່ອນ​ທີ່​ ຂໍ້​ຕົກ​ລົງ​​ໄດ້​ຮັບ​ການ​ຮັບ​ຮອງ​ເອົ​າ.

    ບັນ​ດາ​ຄຳ​ກ່າວ​ປາ​ໄສ​ຂອງ​ນັກ​ການ​ທູດ​ອີ​ຣານ ແມ່ນ​ມີ​ຄວາມ​ໝາຍ​ເຊັ່ນ​ດຽວ​ກັນ​ກັ​ບ​ການ “​ຖອກ​ນ້ຳ​ເຢັນ” ໃສ່​ບັນ​ດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ, ເປັນ​ຕົ້ນ​ແມ່ນ​ວໍ​ຊິງ​ຕັນ ທີ່​ພວມ​ຫວັງ​ໃຫ້​ບັນ​ລຸ ຂໍ້​ຕົກ​ລົງ​​ກັບ​ເຕ​ເຮ​ຣານ​ເພື່ອ​ຟື້ນ​ຟູ​ຮູບ​ພາບ​ບົນ​ເວ​ທີ່​ສາ​ກົນ.

ການ​ຊວງ​ເສັງ​ໄລຍະ​ສຸດ​ທ້າຍ

​ໂດຍ​ມີ​ຄວາມ​ວິຕົກ​ກັງ​ວົງ​ຕໍ່​ການ​ເຈລະຈາ​ເປັນ​ເວລາ 20 ​ເດືອນ ​ແລະ ບັນດາ​ຄວາມ​ມານະ​ພະຍາຍາມ​ຢ່າງ​ບໍ່​ຮູ້​ອິດ​ຮູ້​ເມື່ອຍ​ໃນ​ໄລຍະ​ທີ່​ຜ່ານ​ມາ ຈະ​ຖືກ​ສູນ​ເສຍ​ໄປ​ໃນ​ຈຸດ​ເວລາ​ສຸດ​ທ້າຍ, ອຳນາດ​ການ​ປົກຄອງ​ ອາ​ເມ​ລິ​ກາ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເດັດ​ດ່ຽວ​ຢັ້ງຢືນ​ກຳນົດ​ເວລາ​ສຸດ​ທ້າຍ​ເພື່ອ​ລົງ​ນາມ​ໃນ​ຂໍ້​ຕົກລົງ ຕ້ອງ​​ແມ່ນ​ວັນ​ທີ 30/6 ທີ່​ຈະ​ມາ​ເຖິງ ຫາກ​ບໍ່​ຄິດ​ໄລ່​ເຖິງ​ເລື່ອ​ງ​ແກ່ຍາວ​ບັນດາ​ການ​ເຈລະຈາ​ຕື່ມ​ອີກ​ຄັ້ງ​ໜຶ່ງ. ຕາມ​ບັນດາ​ນັກ​ໄຈ​້ແຍກ​ແລ້ວ, ການ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສະ​ບັນ​ໜຶ່ງ​ກັບ ອິຣານ ບໍ່​ພຽງ​ແຕ່​ແມ່ນ​ບຸລິມະສິດ​ຂອງ​ປະທານາທິບໍດີ Barack Obama ຫາກ​ມັນ​ຍັງ​ນອນ​ໃນ​ເປົ້າ​ໝາຍ​ແຫ່ງ​ຄວາມ​ມັກ​ໃຫຍ່​ໄຝ່​ສູງ​ກ່ວາ​ຫຼາຍ. ​ເມື່ອ​ໄກ່​ເກ່ຍ​ກັບອິຣານ ຈະ​ເຮັດ​ໃຫ້​ບັນດາ​ການ​ປະ​ທະ​ກັນ ທີ່​ແກ່ຍາວ​ໃນ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ຜ່ອນຄາຍ​ລົງ. ທ່າ​ທີ​ຟ້າວ​ຟັ່ງຂອງ ອາ​ເມ​ລິ​ກາ ​ໄດ້​ສະ​ແດງ​ອອກ ຜ່ານ​ຄຳ​ຖະ​ແຫຼ​ງຂອງ​ທ່ານ Anthony Blinken ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ທີ່​ວ່າ: ອີຣານ​ໄດ້​ຕອບ​ສະໜອງ​ພັນທະ​ທັງໝົດຕາມ​ຂໍ້​ຕົກລົງ​ດ້ານ​ນິວ​ເຄຼຍ​ຊົ່ວ​ຄາວກັບ​ກຸ່ມ P5+1.

       ຕາມ​ບັນດາ​ນັກ​ໄຈ້ແຍກ​ແລ້ວ, ທັງ ​ອາ​ເມ​ລິ​ກາ ​ແລະ ອິຣານ ກໍ່​ລ້ວນ​ແຕ່​ບໍ່​ຢາກ​ໃຫ້​ພາດ​ໂອກາດ​ຄັ້ງ​ປະຫວັດສາດ​ນີ້. ຂໍ້​ຕົກລົງ​ສະບັບ​ໜຶ່ງ​ທີ່​ບັນ​ລຸ​ໄດ້​ນັ້ນ ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ທັງ 2 ຝ່າຍ. ການ​ໄກ​່ເກ່ຍກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຂອງ​ອີຣານ ຈະ​ແມ່ນ​ເງື່ອນ​ໄຂ​ຕັດສິນ​ຊີ້ຂາດ ​ເພື່ອ​ໃຫ້​ ອາ​ເມ​ລິ​ກາ ​ແລະ ອິຣານ ຮ່ວມ​ມື​ກັນ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ເຄັ່ງ​ຮ້ອນ​ຢູ່​ຕາ​ເວັນ​ອ​ອກກາງ ຫລື​ຮັບ​ມື​​ກັບໄພ​ນາບ​ຂູ່​ຈາກ​ລັດ ​ອິດສະ​ລາມ IS. ບັນ​ຫາ​​ໃນ​ປະຈຸ​ບັນ​ພຽງ​ແຕ່​ແມ່ນ​ເລື່ອ​ງບັນດາ​ຝ່າຍ​ຈະ​ແກ້​ໄຂ​ດ້ານ​ຜົນ​ປະ​ໂຫຍ​ດຢ່າງ​ກົມ​ກຽວ​ຄື​ແນວ​ໃດ ​ເພື່ອ​ໄປ​ສູ່​ໝາກຜົນ​ສຸດ​ທ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ