ຂໍ້ຕົກລົງຢຸດຍິງຢູ່ຕາເວັນອອກກາງ ຍັງຄົງເປັນສິ່ງບໍ່ແນ່ນອນ

   

ຂໍ້ຕົກລົງຢຸດຍິງຢູ່ຕາເວັນອອກກາງ ຍັງຄົງເປັນສິ່ງບໍ່ແນ່ນອນ - ảnh 1
ຊາວປາແລັດຕິນໄດ້ພາກັນລົງສູ່ຖະໜົນ ຊົມເຊີຍຄຳສັ່ງຢຸດຍິງລະຫວ່າງ ລັດຖະບານອິດສະຣາແອນ ແລະ ຂະບວນການອິດສະລາມຮາມາດ
(ພາບ: internet)


   ພາຍຫຼັງ​ທີ່​ປະຊາ​ຄົມ​ໂລກ​ມີ​ບັນດາ​ຄວາມ​ມານະ​ພະຍາຍາມ​ທາງ​ການ​ທູດ​, ສຸດ​ທ້າຍ, ການ​ປະ​ທະ​ກັນ​ຢ່າງ​ດຸ​ເດືອດ​ຢູ່​ເຂດ​ກາຊາ​ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ເກືອບ 200 ຄົນ​ໃນ​ອາທິດ​ທີ​່ຜ່ານມາ​ໄດ້ຢຸດ​ຕິຊົ່ວຄາວ​ໃນ​ຕອນ​ຄ່ຳວັນທີ 21/11, ລັດຖະບານອິດສະຣາແອນ ແລະ ຂະບວນການອິດສະລາມຮາມາດໄດ້ເປັນ ເອກະສັນກັນ​ຢຸດ​ຍິງ. ຄຳ​ສັ່ງ​ຢຸດ​ຍິງ​ໄດ້​ມີ​ຜົນ​ບັງຄັບ​ໃຊ້​ແຕ່​ເວລາ 19 ​ໂມງ GMT , ​ແຕ່​ຫາງສຽງ​ຍັງ​ຄົງ​ລະ​ແວງ​ສົງ​ໄສ​ກ່ຽວ​ກັບ​ລັກສະ​ນະ​ຄວາມ​ໝັ້ນຄົງ​ຂອງ​ຂໍ້​ຕົກລົງ​ນີ້ ​ເພາະວ່າ ນີ້​ບໍ່​ແມ່ນ​ເທື່ອ​ທຳ​ອິດ​ໃນ 2-3 ປີ​ທີ່​ຜ່ານ​ມາ ​ເຊິ່ງລັດຖະບານ ອິດສະຣາແອນ ​ແລະ ຂະບວນການອິດສະລາມຮາມາດ​ໄດ້​ເຫັນ​ດີ​ຢຸດ​ຍິງ.

   ຄຳ​ສັ່ງ​ຢຸດ​ຍິງ​ໂດຍ​ແມ່ນ​ອີ​ຢິບ​ຊຶ່ງ​ແມ່ນ​ປະ​ເທດ​ເປັນກາງ​ໄກ​ເກ່ຍ ​ໄດ້​ປະກາດ​ທີ່​ການ​ປະຊຸມ​ຂ່າວ​ພ້ອມ​ກັບ​ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Hillary Clinton ຢູ່ນະຄອນຫຼວງ​ກາຍ​ໂຣ ​ເມື​ອ່ວັນ​ທີ 21/11. ກ່ອນ​ໜ້າ​ນັ້ນ, ​ແຈ້ງ​ການ​ຈາກ​ຫ້ອງ​ວ່າການ​ນາຍົກລັດຖະ​ມົນຕີ ອິດສະຣາແອນຍັງ​ໃຫ້​ຮູ້​ວ່າ ທ່ານນາຍົກລັດຖະ​ມົນຕີ ອິດສະຣາແອນ Banjamin Netanyahu ​ໄດ້​ເຫັນ​ດີ​ກັບ​ຂໍ້​ສະ​ເໜີ​ຢຸດ​ຍິງ​ຂອງ​ອີ​ຢິບ​ ​ແນ​ໃສ່​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທີ່​ນອງ​ເລືອດ​ເປັນ​ເວລາ 1 ອາທິດ​ທີ່​ຜ່ານ​ມາ​ຢູ່​ບໍລິ​ເວນ​ເຂດ​ກາຊາ. ທາງ​ຝ່າຍຂະບວນການ ອິດສະລາມຮາມາດກໍ​ແຈ້ງ​ໃຫ້​ຊາບ​ວ່າ ​ໄດ້​ຢັ້ງຢືນ​ເລື່ອງ 2 ຝ່າຍ​ໄດ້​ບັນລຸ​ຂໍ້​ຕົກລົງ. ຕາມ​ຂໍ້​ຕົກລົງຢຸດ​ຍິງ​ສະບັບ​ໃໝ່, ອິດສະຣາແອນຈະ​ຢຸດຕິ​ການ​ບຸກ​ໂຈມ​ຕີ​ທັງ​ໝົດ​ຢູ່​ທົ່ວ​ເຂດ​ກາຊາ ​ແລະ​ ບັນດາພັກ​ຝ່າຍ​ປາ​ແລັດ​ສະຕິ​ນກໍ​ຕ້ອງ​ຢຸດຕິ​ທຸກ​ການ​ເຄື່ອນ​ໄຫວ​ຕ້ານອິດສະຣາແອນ ຊຶ່ງ​ລວມມີ​ການ​ຍິງ​ລູກ​ສອນ​ໄຟ ​ແລະ ບັນ​ການ​ບຸກ​ໂຈມ​ຕີ​ຢູ່​ເຂດ​ຊາຍ​ແດນ. ອິດສະຣາແອນຍັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເປີດ​ທຸກ​ດ່ານ​ຊາຍ​ແດນ ​ແລະ ​ໂຍະ​ຍານ​ຄຳ​ສັ່ງ​ຈຳກັດ​ການ​ໄປ​ມາ​ສຳລັບ​ຜູ້​ໂດຍສານ ​ແລະ ສິນຄ້າ​ເຂົ້າ-ອອກ​ເຂດ​ກາຊາ.

​  ເລື່ອງລັດ​ຊາວ​ຢິວ​ເຫັນ​ດີ​ຢຸດ​ຍິງ​ໃນ​ຈຸດ​ເວລາ​ທີ່​ບັ້ນ​ຮົບ​ເປັນ​ເສົາ​ຄ້ຳການ​ປ້ອງ​ກັນຊາ​ດ​ຂອງອິດສະຣາແອນພວມ​ອາດ​ສາມາດ​ກາຍ​ເປັນ​ການ​ຮຸກ​ຮານ​ດ້ວຍ​ຂອບ​ຂະໜາດ​ໃຫຍ່​ຢູ່​ເຂດ​ກາຊາ​ແມ່ນ​ຍ້ອນ​ມີ​ເຫດຜົນ​ຫຼາຍ​ຢ່າງ. ​ໃນ​ນັ້ນ​ສິ່ງ​ທີ່​ໜ້າ​ສົນ​ໃຈ ຕາມ​ວົງ​ການ​ນັກ​ໄຈ້​ແຍກ​ແລ້ວ, ຖ້າ​ຫາກ​ວ່າ​ບັ້ນ​ຮົບ​ນີ້​ແກ່ຍາວ ຈະ​ສົ່ງ​ຜົນ​ສະທ້ອນ​ທີ່​ບໍ່​ດີ​ເຖິງ​ ທ່ານນາຍົກລັດຖະ​ມົນຕີ ອິດສະຣາແອນ Banjamin Netanyahu ຂະນະ​ທີ່​ການ​ເລ​ື​ອດຕັ້ງສະພາ​ແຫ່ງ​ຊາດ​​​ໃກ້​ຈະ​ເຖິງ​ແລ້ວ. ບໍ່​ວ່າຄວາມ​ຜິດພາດ​ໃດໆ​ທາງ​ດ້ານ​ການ​ທະຫານ ກໍ​ຈະ​ເຮັດ​ໃຫ້ ທ່ານ Banjamin Netanyahu ຕົກ​ຢູ່​ໃນ​ທ່າ​ເສຍ​ປຽບ​ໃນ​ການ​ເລືອກ​ຕັ້ງ​​ໃນຕົ້ນ​ປີໜ້າ. ນັ້ນ​ແມ່ນ​ຍັງ​ບໍ່​ທັນ​ກ່າວ​ເຖິງ​ເລື່ອງ​ມີ​ພຽງ 30%ຈຳນວນ​ພົນລະ​ເມືອງອິດສະຣາແອນ ສະໜັບ ສະໜູນບັ້ນ​ການ​ທະຫານທາງບົກຂອງອິດສະຣາແອນ​ແນ​ໃສ່​ເຂດ​ກາຊາ. ສ່ວນ​ທາງ​ຝ່າຍ ຂະບວນການອິດສະລາມຮາມາດ, ​ເຂົາ​ເຈົ້າກໍ​ຖືກ​ຮັບຜົນສະທ້ອນ​ເຊັ່ນ​ດຽວ​ກັນ​ຖ້າ​ຫາກ​ການ​ປະ​ທະ​ກັນ​ແກ່ຍາວ​ໄປ. ນອກ​ຈາກ​ເລື່ອງ​ຢູ່​ພາຍ​ໃນ​ກຸ່ມ​ຮາ​ມາດ ​ພວມ​ເກີດ​ຄວາມ​ຂັດ​ແຍ້​ງກັນ​ໃນ​ການ​ເລືອກ​ເຟັ້ນການ​ນຳ​ຄົນ​ໃໝ່​ຢູ່​ເຂດ​ກາ​ຊາ​ນັ້ນ, ຮາ​ມາດຍັງ​ພວມ​ຢືນ​ຢູ່ຕໍ່ໜ້າການ​ແກ່ງ​ແຍ້​ງຢ່າງ​ຂ້ຽວຂາດ​ຂອງ​ບັນດາ​ອົງການ​ອື່ນ.

   ​ເຖິງ​ວ່າຂໍ້​ຕົກລົງ​ຢຸດ​ຍິງ​ສາມາດ​ບັນລຸມາ​ໄດ້​ກໍ​ຕາມ, ​ແຕ່​ໄປ​ພ້ອມ​ກັບ​ຄຳ​ອວຍພອນ​ນັ້ນ, ປະຊາ​ຄົມ​ໂລກ​ຍັງ​ຄົງ​ວິຕົກ​ກັງ​ວົນ​ກ່ຽວ​ກັບ​ລັກສະນະ​ໝັ້ນຄົງ​ຂອງ​ມັນ​ເພາະ​ໃນ​ບັນດາ​ການ​ປະ​ທະ​ກັນ​ປະຫວັດສາດ ຢູ່​ເຂດ​ກາຊາ, ທັງລັດຖະບານ ອິດສະຣາແອນ ​ແລະ ຂະບວນການອິດສະລາມຮາມາດ​ໄດ້​ບັນລຸຂໍ້​ຕົກລົງ​ຢຸດ​ຍິງມາ​​ໄດ້, ແລ້ວກໍ​ຖືກ​ຫຼົ້ມ​ເຫຼວຫຼັງ​ຈາກ​ນັ້ນ​ບໍ່​ດົນ. ທ່ານ​ເລຂາທິການ​ໃຫຍ່ ສ.ປ.ຊ Ban Ki Moon ​ໄດ້​ຖື​ການ​ທີ່​ບັນລຸຄຳ​ສັ່ງຢຸດ​ຍິງ​ແມ່ນ​ສິ່ງ​ທີ່​ຈຳ​ເປັນ​ສຳ​ລັບ​ປະຊາຊົນຢູ່​ເຂດ​ກາຊາ, ພ້ອມ​ກັນ​ນັ້ນ, ທ່ານ​ຍັງ​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ຈົ່ງ​ລະງັບໃຈ, ​ເຄົາລົບ ​ແລະ ​ເຊື່ອໝັ້ນ​ຊຶ່ງ​ກັນ ​ແລະ ກັນ​ເພື່ອ​ຮັກສາ​ຄຳ​ສັ່ງຢຸດ​ຍິງນີ້. ຕາມທ່ານ​ເລຂາທິການ​ໃຫຍ່ ສ.ປ.ຊ Ban Ki Moon ​ແລ້ວ, ນີ້​ແມ່ນ​ຄວາມ​ເປັນ​ຫ່ວງ​ຂອງ​ປະຊາ​ຄົມ​ໂລກ​ປະຈຸ​ບັນ, ​ແຕ່​ທ່ານ​ກໍ​ຍອມຮັບ​ວ່າ ການ​ຮັກສາ​ຄຳ​ສັ່ງ​ຢຸດ​ຍິງ​ສະບັບ​ນີ້ ​ແມ່ນ​ວຽກ​ງານ​ທີ່​ຫຍຸ້ງ​ຍາກ. ​ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Hillary Clinton ​ໃຫ້​ຮູ້​ວ່າ ອາ​ເມ​ລິ​ກາ​ຊົມ​ເຊີຍຂໍ້​ຕົກລົງ​ຢຸດ​ຍິງ. ທ່ານ​ນາງ​ Hillary Clinton ກໍບໍ່​ລືມ​ຢືນຢັນ​ວ່າ ​ໃນ​ຊຸມ​ມື້​ທີ່​ຈະ​ມາ​ເຖິງ, ອາ​ເມ​ລິ​ກາ ​ແລະ ບັນດາ​ຄູ່​ຮ່ວມ​ມື​ໃນ​ພາກ​ພື້ນ​ຈະ​ປັບປຸງ​ວິວັດທະນາ​ກາ​ນນີ້ ​ແລະ ປົວ​ແປງ​ເງື່ອນ​ໄຂ​ການ​ດຳລົງ​ຊີວິດ​ໃຫ້​ແກ່​ປະຊາຊົນ​ຢູ່​ເຂດ​ກາ​ຊາ​ກໍ​ຄື​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ແກ່ອິດສະຣາແອນ. ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ອີ​ຢິບ Mohamed Kamel Amr ພັດ​ຮຽກຮ້ອງ​ໃຫ້​ທຸກໆ​ຝ່າຍ​ຈົ່ງ​ພ້ອມ​ກັນ​ຕິດຕາມ​ກວດກາ​ການ​ປະຕິບັດ​ບັນດາ​ຂໍ້​ມາດຕາ​ຂອງຂໍ້​ຕົກລົງ​ຢຸດ​ຍິງກໍ​ຄື​ຄຳ​ໝັ້ນ​ສັນຍາ​ຂອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ.

   ​​ເປັນ​ອັນວ່າ ໄປ​ພ້ອມ​ກັບ​ຄຳ​ອວຍ​ພອນ, ປະຊາ​ຄົມ​ໂລກຍັງ​ໄດ້​ຮຽກຮ້ອງ​ໃຫ້ 2 ຝ່າຍ​ຈົ່ງ​ປະຕິບັດ​ຄຳ​ສັ່ງ​ຢຸດ​ຍິງ​ຢ່າງ​ເຂັ້ມ​ງວດນັ້ນ ກໍ​ຍ້ອນ​ວ່າ​ເຂົາ​ເຈົ້າ​ໄດ້​ເຂົ້າ​ໃຈ​​ແຈ້ງ​ກ່ຽວ​ກັບ​ທາດ​​ແທ້​ຂອງ​ສາຍ​ພົວພັນ​ລະຫວ່າງ ລັດຖະບານອິດສະຣາແອນ  ​ແລະ ຂະບວນການອິດສະລາມຮາມາດ. ​ແຕ່​ດົນ​ນານ​ມາ​ແລ້ວ, ອິດສະຣາແອນ ຍາມ​ໃດ​ກໍ​ຈັດ ຂະບວນການອິດສະລາມຮາມາດ​ເຂົ້າ​ໃນ​ບັນຊີ​ລາຍ​ຊີ​ບັນດາ​ກຸ່ມ​ກໍ່​ການ​ຮ້າຍ ​ແລະ ​ໃນ​ຕົວ​ຈິງ ​ແມ່ນ​ບໍ່​ມີ​ສາຍພົວພັນກັບ ຂະບວນການຮາມາດ. ສ່ວນ ຮາ​ມາດ​ກໍ​ບໍ່​ຍອມຮັບ​ຮູ້​ລັດ​ຊາວ​ຢິວຈັກ​ເທ​ື່ອ. ຫາງ​ສຽງ​ຖື​ວ່າ ນີ້​ແມ່ນ​ຄຳ​ສັ່ງ​ຢຸດ​ຍິງ​ໂດຍ​ເລີ່​ມມາ​ຈາກ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສະຖານະ​ການ​ຫາກ​ບໍ່​ແມ່ນ​ເລີ່​ມມາ​ຈາກ​ຈິດ​ໃຈ, ຄວາມ​ມຸ່ງ​ຫວັງ​ຂອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ. ນັ້ນ​ແມ່ນ​ຍັງ​ບໍ່​ທັນ​ເວົ້າ​ເຖິງ​ເລື່ອງ​ບັນດາ​ຝ່າຍ​ຢູ່​ເຂດ​ກາຊາ​ຈະ​ເຫັນ​ດີ​ຕໍ່​ກັບຂໍ້​ຕົກລົງ​ຢຸດ​ຍິງທີ່​ຫາ​ກໍ​ບັນລຸ​ໄດ້​ລະຫວ່າງລັດຖະບານອິດສະຣາແອນ ຂະບວນການອິດສະລາມ ຮາມາດ ຫຼື​ບໍ່ ? .

   ​ເລື່ອງລັດ​ຊາວ​ຢິວ ​ແລະ ຂະບວນການອິດສະລາມຮາມາດບັນລຸ​ໄດ້ຂໍ້​ຕົກລົງ​ຢຸດ​ຍິງນັ້ນ, ກ່ອນ​ອື່ນ​ໝົດ ​ແມ່ນ​ຕ້ອງ​ຍອມຮັບ​ວ່າ ນີ້​ແມ່ນ​ສັນຍານ​ທີ່​ພາກພູມ​ໃຈ​ໃຫ້​ແກ່​ສັນຕິ​ພາບ​ໃນ​ພາກ​ພື້ນ, ​ແຕ່​ການ​ຮັກສາຂໍ້​ຕົກລົງ​ຢຸດ​ຍິງນີ້ ພັດແມ່ນບັນຫາ​ອື່ນ. ​ເບິ່ງ​ຄື​ວ່າ ສັນຕິພາບ​ຢູ່​ແຫ່ງ​ນີ້​ຍັງຄົງ​​ເປັນ​ສິ່ງ​ບໍ່​ແນ່ນອນ​ເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ