ຂໍ້ຕົກລົງຢຸດຍິງລັດເຊຍ-ອາເມລິກາຈະນຳມາເຊິ່ງສັນຕິພາບ ໃຫ້ຊີຣີຫຼືບໍ່

ຂໍ້ຕົກລົງຢຸດຍິງລັດເຊຍ-ອາເມລິກາຈະນຳມາເຊິ່ງສັນຕິພາບ ໃຫ້ຊີຣີຫຼືບໍ່ - ảnh 1
ທ່ານລັດຖະມົນຕີວ່າການຕ່າງປະເທດ ລັດເຊບ Sergei Lavrov
 ແລະ ຄູ່ຕຳແໜ່ງ John Kerry   (ພາບ: Reuters)

(vovworld) - ພາຍຫຼັງ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ຢ່າງ, ວັນ​ທີ 22/2, ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ​ໄດ້​ປະກາດ​ຂໍ້​ຕົກລົງ​ຢຸດ​ຍິງ​ຢູ່ ຊີຣີ ​ແລະ ຂໍ້​ຕົກລົງ​ນີ້​ເລີ່​ມມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 27/2 ຈະ​ມາ​ເຖິງ. ຫາ​ງສຽງສາກົນ​ໄດ້​ເອີ້ນ​ຂໍ້​ຕົກລົງ​ຢຸດ​ຍິງ​ນີ້​ແມ່ນ​ “ສັນຍານ​ແຫ່ງ​ຄວາມ​ຫວັງ”ໃໝ່, ​ເປີດ​ຊ່ອງ​ທາງ​ໃຫ້​ວິວັດທະນາ​ການມອບ​ໂອນ​ດ້ານ​ການ​ເມືອງ, ສ້າງ​ຕັ້ງລັດຖະບານໜຶ່ງ​​ເພື່ອຕອບ​ສະໜອງ​ຄວາມ​ມຸ້ງ​ມາດ​ປາ​ຖະໜາ​ຂອງ​ຊາວ ຊີຣີ.

        ຕາມ​ຂໍ້​ຕົກລົງ​ດັ່ງກ່າວ​ແລ້ວ, ​ການ​ຢຸດ​ຍິງ​ເລີ່​ມດຳ​ເນີນແຕ່​ເວລາ 00​ໂມງ (​ເວລາ Damascus); ວັນ​ທີ 27/2/2016, ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ​ອື່ນໆ​ເຊັ່ນ: ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ ຊີຣີ, ລັດ​ເຊຍ ​ແລະ ພັນທະ​ມິດ​ໂດຍ​ອາ​ເມ​ລິ​ກາ​ນຳ​ໜ້າ ​ເພື່ອ​ຕ້ານ​ອົງການ​ແຫ່ງ​ລັດ ອິດສະ​ລາມ (IS), al-Nusra Front ​ແລະ ບັນດາ​ກຸ່ມ​ກໍ່​ການ​ຮ້າຍ, ​ໂດຍ​ສະຫະ​ປະຊາ​ຊາດ​ບົ່ງ​ຕົວ ​ແມ່ນຍັງ​ຄົງ​ໄດ້​ຮັບ​ການ​ດຳ​ເນີນ​ຢູ່. ຕາມ​ຂໍ້​ຕົກລົງ​ແລ້ວ, ມົດ​ສະ​ກູ, ວໍ​ຊິງ​ຕັນ ກໍ່ຈະສ້າງ​ຕັ້ງ​ໂທລະສັບ​ສາຍ​ດ່ວນ ​ເພື່ອ​ແລກປ່ຽນ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ ຊີຣີ. ບັນດາ​ຝ່າຍ​ເຂົ້າ​ຮ່ວມ​ສົງຄາມ​ຢູ່ ຊີຣີ ຕ້ອງ​ຍົກ​ອອກ​ທັດສະນະ​ເຫັນ​ດີ ຫຼື​ບໍ່​ເຫັນ​ດີ​ຕໍ່​ຂໍ້​ຕົກລົງ​ລະຫວ່າງ​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ, ​ໂດຍ​ຊ້າ​ສຸດ​ແມ່ນ​ໃນ​ວັນ​ທີ 26/2.

        ມີ​ຫຼາຍ​ກາລະ​ໂອກາດ​ສັນຕິພາບ​ໃຫ້ຊີຣີຖືກ​ພາດ​ໂອກາດ

        ຂໍ້​ຕົກລົງ​ຢຸດ​ຍິງ​ຖືກ​ຍົກ​ອອກ​ມາ ພາຍຫຼັງ​ພວກ​​ເຂົ້າ​ຮ່ວມສົງຄາມ​ເພື່ອ​ສາສະໜາ​ວາງ​ລະ​ເບີດ​ຢູ່​​ເຂດມໍ່​ກັບ Damacus ໜຶ່ງ​ວັນ, ​ເຮັດ​ໃຫ້ 134 ຄົນ, ສ່ວນ​ຫຼາຍ​ແມ່ນ​ສາມັນ​ຊົນ​ເສຍ​ຊີວິດ. ​ໃນ 5 ປີຜ່ານມາ, ສະພາບ​ການ​ຢູ່​ປະ​ເທດ​ນີ້ຍາມ​ໃດ​ກໍ່​ສັບສົນ​ທີ່​ສຸດ, ດ້ວຍການວາງ​ລະ​ເບີດ​ເກີດ​ຂຶ້ນ​ປະຈຳ​ວັນ.

        ​ໄລຍະ​ຜ່ານ​ມາ, ​ເຖິງ​ວ່າປະຊາ​ຄົມ​ສາກົນ​ ​ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ຢ່າງ​ເພື່ອ​ອອກ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່ ຊີຣີແລ້ວ​ກໍ່ຕາມ, ​ແຕ່​ບັນດາ​ຄວາມ​ມານະ​ພະຍາຍາມ​ນີ້​ລ້ວນ​ແຕ່​ຖືກປະລາ​ໄຊ. ຫວ່າງ​ແລ້ວ​ນີ້​ແມ່ນ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ລະຫວ່າງ 17 ປະ​ເທດ​ໃນ​ກຸ່ມ​ສາກົນ​ທີ່​ສະໜັບສະໜູນ ຊີຣີ, ​ໃນ​ນັ້ນມີ​ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ. ມີ​ຫຼາຍ​ສາຍ​ເຫດທີ່​ພາ​ໃຫ້​ຂໍ້​ຕົກລົງ​ນີ້​ບໍ່​ໄດ້​ຮັບ​ການ​ປະຕິບັດ. ​ບັນດາ​ກຸ່ມ​ລຸ​ກຮຶ້ຂຶ້ນ​ຢູ່ ຊີຣີຍາມ​ໃດ​ກໍ່​ສົງ​ໄສ​ຕໍ່​ຂໍ້​ຕົກລົງ​ຕ່າງໆ. ໃນ​ຂະນະ​ທີ່​ກຳລັງ​ທັບ​ເສລີ ຊີຣີ, ​ເຊິ່ງ​ແມ່ນກຳລັງ​ຕ້ານ​ລັດຖະບານ ​ແລະ ປະຈຸ​ບັນ​ພວມ​ໄດ້​ຮັບ​ການ​ໜູນ​ຫຼັງ​ຈາກຝ່າຍ​ຕາ​ເວັນ​ຕົກ​, ຍົກ​ສາຍ​ເຫດບັນດາການ​ບຸກ​ໂຈມ​ຕີ​ທາງ​ອາກາດຕ້ານ IS​ ຂອງ​ລັດ​ເຊຍຢູ່ ຊີຣີຍັງ​ຄົງ​ສືບ​ຕໍ່ນັ້ນ, ບັນດາກຸ່ມອື່ນໆພັດ​ຢືນຢັນ​ພຽງ​ແຕ່​ຢຸດຕິ​ການ​ປະ​ທະ​ກັນ​ເມື່ອ​ປະທານາທິບໍດີ​ ຊີຣີ Bashar al- Assad ປະລະ​ສິດ​ອຳນາດ​ຂອງ​ຕົນ​ເທົ່າ​ນັ້ນ.

        ​ໃນ​ຂະນະ​ນັ້ນ, ປະທານາທິບໍດີ​ Bashar al- Assad, ດ້ານ​ໜຶ່ງ​ໄດ້​ອອກສຽງ​ສະໜັບສະໜູນ​ການ​ເຈລະຈາ​ໂດຍ​ສັນ​ຕິວິທີ ກໍ່​ຄື​ບັນດາ​ມາດ​ຕະການ​ດ້ານ​ການ​ເມືອງ​ໃຫ້​ແກ່ວິ​ກິດ​ການ​ຢູ່ ຊີຣີ, ​ແຕ່​ດ້ານ​ໜຶ່ງ​ພັກ​ໃຫ້ຄຳ​ໝັ້ນ​ສັນຍາ​ຍາດ​ເອົາ​ສິດ​ຄວບ​ຄຸມ​ປະ​ເທດ ​ແລະ ຜື​ນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ ຊີຣີ, ​ເຊິ່ງ​ແມ່ນ​ຄາດໝາຍ​ທີ່​ອຳນາດ​ການ​ປົກຄອງ Damacus ຍາມ​ໃດ​ກໍ່​ມຸ້ງ​ໄປ​ເຖິງ. ດັ່ງ​ນັ້ນ​ການປະຕິບັດ​ຂໍ້​ຕົກລົງ​ຢຸດ​ຍິງ​ໃຫ້​ແກ່ ຊີຣີ ​ບໍ່​​ແມ່ນ​ເລື່ອງງ່າຍດາຍ. ຊ້ຳ​ບໍ່​ໜຳ, ລະຫວ່າງ​ປະ​ເທດ​ຕ່າງໆ​ຍັງ​ຄົງ​ມີ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນທີ່​ຍັງ​ບໍ່​ທັນ​​ໄດ້​ຮັບ​ການແກ້​ໄຂ​​ເທື່ອ. ອາ​ເມ​ລິ​ກາ ​ແລະ ບັນດາ​ພັນທະ​ມິດ​ເອີ​ລົບ ຍັງ​ຄົງ​ຮັກສາ​ແນວ​ຄິດ​ຕາຍ​ຕົວ​ກ່ຽວ​ກັບ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ ລັດ​ເຊຍ​ຢູ່ ຊີຣີ ກໍ່​ຄື​ອະນາຄົດ​ຂອງ​ ປະທານາທິບໍດີ​ Bashar al- Assad.

        ບັນຫາ​ຫຍຸ້ງຍາກ​ທີ່​ຈະ​ຕ້ອງແກ້​ໄຂ​

        ປະຈຸ​ບັນ, ຍັງ​ບໍ່​ທັນ​ມີ​ປະຕິກິລິຍາ​ໃດໆ​ກ່ຽວ​ກັບ​ຂໍ້​ຕົກລົງ​ຢຸດ​ຍິງ​ທີ່​ຫາ​ກໍ່​ໄດ້​ຮັບ​ການ​ປະກາດຈາກ​ຝ່າຍ Damacus ​ເທື່ອ, ນອກຈາກ​ເລື່ອງ ປະທານາທິບໍດີ​ Bashar al- Assad ຖະ​ແຫຼ​ງການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຂອງ​ປະ​ເທດ​ນີ້​ຈະ​ດຳ​ເນີນ​ໃນ​ວັນ​ທີ 13/4 ຈະ​ມາ​ເຖິງ​ເທົ່າ​ນັ້ນ. ບັນດາ​ກຸ່ມ​ຝ່າຍ​ຄ້ານ​ຕົ້ນຕໍ​ຢູ່ ຊີຣີ​ໃຫ້​ຮູ້​ວ່າ, ​ເຂົາ​ເຈົ້າ “​ເຫັນ​ດີ​ມີ​ປະຕິກິລິຍາ​ຢ່າງ​ຕັ້ງໜ້າ​ຕໍ່​ບັນດາ​ຄວາມ​ມານະ​ພະຍາຍາມ​ສາກົນ ​ເພື່ອ​ແນ​ໃສ່​ບັນລຸ​ຂໍ້​ຕົກລົງ​ຢຸດ​ຍິງ​ໃຫ້​ໄດ້“. ​ໃນ​ຂະນະ​ນັ້ນ, ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ​ພັດ​ມີ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທູດ​ຢ່າງ​ຕັ້ງໜ້າ ​ເພື່ອ​ຊອກ​ຫາ​ຂໍ້​ຕົກລົງ​ຢຸດ​ຍິງ​ຢ່າງ​ແທ້​ຈິງ​ໃຫ້​ແກ່ ຊີຣີ. ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ​ພວມ​ຍົກ​ບັນດາ​ມາດຕາ​ໃນ​ຂໍ້​ຕົກລົງ​ຢຸດ​ຍິງ​ມາ​ປຶກສາ​ຫາລື​ກັບ​ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ​ເຖິງ​ເສິກ​ກາງ​ເມືອງ​ຢູ່ ຊີຣີ. ຕາມ​ນັ້ນ​ແລ້ວ, ລັດ​ເຊຍ​ປຶກສາ​ຫາລື​ຂໍ້​ຕົກລົງ​ນີ້ກັບ​ລັດຖະບານ ຊີຣີ ​ແລະ ອີຣານ, ສ່ວນ​ ອາ​ເມ​ລິ​ກາ​ປຶກສາ​ຫາລື​ກັບ​ຝ່າຍ​ຄ້ານ ​ແລະ ບັນດາ​ປະ​ເທດ​ໃນ​ກຸ່ມ​ສາກົນ​ທີ່​ກະທຳ​ເພື່ອ ຊີຣີ. ຫຼັງ​ຈາກ​ນັ້ນ, ສອງ​ຝ່າຍ​ຈະ​ເຫັນ​ດີ​ເປັນ​ເອກະສັນ​ລາຍ​ລະອຽດ​ສຸດ​ທ້າຍ​ຂອງ​ຂໍ້​ຕົກລົງ ກ່ອນ​ທີ່​ຈະປະຕິບັດ.

        ​ເຖິງ​ວ່າ​ມີ​ຄວາມ​ປະ​ເອີ​ບ​ໃຈ​ວ່າ ​ຂໍ້​ຕົກລົງ​ຢຸດ​ຍິງ​ຊົ່ວຄາວ​ນີ້ຈະ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເຂັ້ມງວດ​ຈາກ​ຝ່າຍ​ຕ່າງໆ​ແລ້ວ​ກໍ່ຕາມ, ​ແຕ່ ອາ​ເມ​ລິ​ກາ​ຍັງຮັກສາທັດສະນະ​ວ່າ, ຈະບໍ່​ມີ​ມາດ​ຕະການ​ດ້ານ​ການ​ເມືອງ​ໃດ​ໆເພື່ອ​ແກ້​ໄຂ​ສະພາບເສິກ​ກາງ​ເມືອງຢູ່ ຊີຣີຢ່າງ​ມີ​ປະສິດທິ​ຜົນ​, ຖ້າ​ຫາກວ່າ​ທ່ານ Bashar al- Assad ຍັງ​ຄົງ​ຕົກລົງຮັບ​ດຳລົງ​ຕຳ​ແໜ່ງ​​ເປັນປະທານາທິບໍດີ. ຍັງ​ມີ​ສິ່ງ​ກີດຂວາງ​ໜຶ່ງ​ອີກຕໍ່​ການ​ປະຕິບັດ​ຂໍ້​ຕົກລົງຢຸດ​ຍິງ, ນັ້ນແມ່ນ​ເຮັດ​ແນວ​ໃດ​ເພື່ອ​ບັນລຸ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ​ລະ​ຫວ່າງ​ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ ກ່ຽວ​ກັບ​ກຸ່ມ​ໃດ​ຢູ່ ຊີຣີ ຖືກ​ຖື​ວ່າ “ກໍ່​ການ​ຮ້າຍ“. ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ບັນດາ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ກ່າວ​ປະນາມ​ວ່າ 70% ຈຳນວນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ​ລັດ​ເຊຍ ​ແມ່ນ​ເລັ່ງ​ໃສ່​ກຸ່ມ​ລຸກ​ຮຶ້ຂຶ້ນ, ​ເຊິ່ງ​ໃນ​ຈຳນວນ​ດັ່ງກ່າວ​ມີ​ພາກສ່ວນ​ໜຶ່ງ​​ແມ່ນ​ໄດ້​ຮັບ​ການ​ໜູນ​ຫຼັງ​ຈາກ​ອາ​ເມ​ລິ​ກາ. ​ແຕ່​ລັດ​ເຊຍ​ພັດ​ປະຕິ​ເສດ ​ແລະ ຖື​ວ່າ ການ​ບຸກ​ໂຈມ​ຕີ​ທັງ​ໝົດ​ຂອງ​ເຂົາ​ເຈົ້າ​ແມ່ນ​ເລັ່ງ​ໃສ່​ພວກ​ກໍ່​ການ​ຮ້າຍ.

        ຍ້ອນ​ເຫດ​ນັ້ນ, ​ເລື​່ອງຊອກ​ຫາ​ມາດ​ຕະການ​ດ້ານ​ການ​ເມືອງ​ຢູ່ ຊີຣີ ຍັງ​ຄົງ​ແມ່ນ​ບັນຫາ​ແກ້​ໄຂ​ຍາກ​ໃນ​ປະຈຸ​ບັນ. ການວາງ​ລະ​ເບີດ​ຢ່າງ​ນອງ​ເລືອດ​ຄັ້ງ​ຕ່າງໆ​ຫາ​ກໍ່​ເກີດ​ຂຶ້ນ​ຢູ່ ຊີຣີ ​ເປັນ​ການ​ກ່າວ​ເຕືອນ​ໃຫ້​ທຸກ​ຝ່າຍ​ທີ່​ເຂົ້າ​ຮ່ວມ​ເສິກ​ກາງ​ເມືອງ​ຢູ່ ຊີຣີວ່າ, ຮອດ​ເວລາ​ແລ້ວທີ່​ຕ້ອງ​ສ້າງ​ຕັ້ງ​ສັນຕິພາບ​ຢ່າງ​ແທ້​ຈິງ​ຢູ່ ຊີຣີ “ບໍ່​ຮູ້​ວ່າ​ຂໍ້​ຕົກລົງ​ຢຸດ​ຍິງ​ທີ່​ຫາ​ກໍ່​ບັນລຸ​ໄດ້​ຈະ​ນຳ​ມາ​ເຊິ່ງສັນຕິພາບ​ໃຫ້ ຊີຣີ ​ ຫຼື​ບໍ່?“ ນັ້ນ​ແມ່ນ​ສິ່ງ​ທີ່​ຫາງ​ສຽງ​ພວມ​ສົນ​ໃຈ.

 

ຂ່າວ/ບົດ​ອື່ນ