ຂໍ້ຕົກລົງສັນຕິພາບຄັ້ງປະຫວັດສາດລະຫວ່າງອິດສະຣາແອັນ-UAE ແລະ ຜົນກະທົບເຖິງພູມສາດການເມືອງຢູ່ຕາເວັນອອກກາງ

(VOVWORLD) -ເຫດການໄດ້ຮັບການຄາດຄະເນວ່າອາດຈະພາໄປເຖິງບັນດາການປ່ຽນແປງໃໝ່ອັນໃຫຍ່ຫຼວງດ້ານພູມສາດການເມືອງຢູ່ພາກພື້ນຕາເວັນອອກກາງ ໃນອະນາຄົດ.

ຂໍ້ຕົກລົງສັນຕິພາບຄັ້ງປະຫວັດສາດລະຫວ່າງອິດສະຣາແອັນ-UAE ແລະ ຜົນກະທົບເຖິງພູມສາດການເມືອງຢູ່ຕາເວັນອອກກາງ - ảnh 1UAE  ແລະ ອິດສະຣາແອັນ ບັນລຸໄດ້ຂໍ້ຕົກລົງຄັ້ງປະຫວັດສາດມຸ່ງໄປເຖິງເລື່ອງຫັນການພົວພັນທາງການທູດໃຫ້ເປັນປົກກະຕິຢ່າງຮອບດ້ານ

(ພາບ: baoquocte.vn)

ພາຍໃຕ້ການເປັນຄົນກາງໄກ່ເກ່ຍຂອງອາເມລິກາ, ໃນອາທິດຜ່ານມາ, ບັນດາປະເທດສະຫະລັດອາຣັບເອັມີເຣດ (UAE)  ແລະ ອິດສະຣາແອັນ ໄດ້ແຈ້ງໃຫ້ຊາບກ່ຽວກັບການບັນລຸໄດ້ຂໍ້ຕົກລົງຄັ້ງປະຫວັດສາດມຸ່ງໄປເຖິງເລື່ອງຫັນການພົວພັນທາງການທູດໃຫ້ເປັນປົກກະຕິຢ່າງຮອບດ້ານ. ຕາມນັ້ນແລ້ວ, UAE ກາຍເປັນປະເທດເຂດອ່າວເປີເຊຍທຳອິດ ແລະ ແມ່ນປະເທດອາຣັບ ທີ 3 ທີ່ຫັນການພົວພັນກັບອິດສະຣາແອັນ ເປັນປົກກະຕິ, ຖັດຈາກອີຢິບ (ປີ 1979) ແລະ ຈໍແດນ (ປີ 1994). ດ້ວຍຄວາມໝາຍພິເສດດັ່ງກ່າວ, ເຫດການໄດ້ຮັບການຄາດຄະເນວ່າອາດຈະພາໄປເຖິງບັນດາການປ່ຽນແປງໃໝ່ອັນໃຫຍ່ຫຼວງດ້ານພູມສາດການເມືອງຢູ່ພາກພື້ນຕາເວັນອອກກາງ ໃນອະນາຄົດ.

        ຕາມບັນດາຂໍ້ມູນຂ່າວຢ່າງເປັນທາງການແລ້ວ, ໜຶ່ງໃນບັນດາເນື້ອໃນສຳຄັນໃນຂໍ້ຕົກລົງແມ່ນເລື່ອງ ອິດສະຣາແອັນ ໃຫ້ຄຳໝັ້ນສັນຍາຢຸດຕິແຜນການໂຮມບັນດາເຂດດິນແດນຂຶ້ນກັບປາແລັດຕິນ ເຂົ້າປະເທດນີ້. ຄຽງຄູ່ກັນນັ້ນ, ລັດຖະບານ UAE ໄດ້ຢືນຢັນວ່າ, ຂໍ້ຕົກລົງແມ່ນເພື່ອແນໃສ່ແກ້ໄຂໄພນາບຂູ່ທີ່ມີຕໍ່ມາດຕະການ 2 ລັດໃນການປະທະກັນລະຫວ່າງອິດສະຣາແອັນ - ປາແລັດສະຕິນ. ຫຼາຍປະເທດຢູ່ພາກພື້ນ ແລະ ໃນໂລກໄດ້ອອກສຽງຊົມເຊີຍຂໍ້ຕົກລົງໂດຍທັນທີ, ຖືນັ້ນແມ່ນບາດກ້າວສຳຄັນສ້າງຜົນປະໂຫຍດໃຫ້ແກ່ພື້ນຖານສັນຕິພາບຢູ່ພາກພື້ນ. ກົງກັນຂ້າມ, ບາງປະເທດໄດ້ສະແດງການຄັດຄ້ານຢ່າງແຮງ, ຖືນັ້ນແມ່ນຄວາມສ່ຽງອັນຕະລາຍທີ່ມີຕໍ່ສະພາບການລວມຢູ່ພາກພື້ນ.

        ຕາມວົງການນັກໄຈ້ແຍກແລ້ວ, ການແບ່ງແຍກທັດສະນະສາກົນໃນບັນຫານີ້ແມ່ນໄດ້ສ່ອງແສງຖືກຕ້ອງເນື້ອແທ້ພູມສາດການເມືອງທີ່ສັບສົນຢູ່ຕາເວັນອອກກາງ. ເຖິງຢ່າງໃດກໍ່ຕາມ, ເຖິງວ່າທັດສະນະຂອງບັນດາຝ່າຍມີຄືແນວໃດກໍ່ຕາມ, ເລື່ອງບັນລຸໄດ້ຂໍ້ຕົກລົງຫັນການພົວພັນລະຫວ່າງອິດສະຣາແອັນ - UAE ເປັນປົກກະຕິນັ້ນ ກໍ່ຍັງໄດ້ຮັບການຕີລາຄາວ່າແມ່ນເຫດການປະຫວັດສາດ, ສ້າງບາດກ້າວເລີ່ມຕົ້ນທຳອິດໃຫ້ແກ່ບັນດາການປ່ຽນແປງອັນໃຫຍ່ຫຼວງຢູ່ພາກພື້ນ.

ຄວາມຫວັງ

        ໃນບັນດາປະຕິກິຕິຍາເກືອບຄືວ່າໂດຍທັນທີ ພາຍຫຼັງທີ່ອຳນາດການປົກຄອງອາເມລິກາ ໄດ້ແຈ້ງໃຫ້ຊາບກ່ຽວກັບເລື່ອງ ອິດສະຣາແອັນ ແລະ UAE ບັນລຸໄດ້ຂໍ້ຕົກລົງເມື່ອວັນທີ 13 ສິງຫາ ນັ້ນ, ມີຫຼາຍປະເທດຄື: ລັດເຊຍ, ເຢຍລະມັນ, ຍີ່ປຸ່ນ, ອີຢິບ… ໄດ້ອອກສຽງຊົມເຊີຍຂໍ້ຕົກລົງດັ່ງກ່າວ. ທ່ານລັດຖະມົນຕີການຕ່າງປະເທດເຢຍລະມັນ Heiko Maas ຕີລາຄາວ່າ ເລື່ອງອິດສະຣາແອັນ ແລະ UAE ຫັນການພົວພັນໃຫ້ເປັນປົກກະຕິ “ແມ່ນການປະກອບສ່ວນສຳຄັນໃຫ້ແກ່ພື້ນຖານສັນຕິພາບຢູ່ພາກພື້ນ”, ໃນຂະນະນັ້ນ ທ່ານປະທານາທິບໍດີອີຢິບ Abdel Fattah El Sisi ໄດ້ສະແດງຄວາມເຊື່ອໝັ້ນວ່າ ຂໍ້ຕົກລົງຈະນຳມາເຊິ່ງສັນຕິພາບໃຫ້ແກ່ຕາເວັນອອກກາງ. ສ່ວນທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໃຫ້ຂໍ້ສັງເກດວ່າ ຂໍ້ຕົກລົງອາດສາມາດຊຸກຍູ້ສັນຕິພາບ ແລະ ຄວາມໝັ້ນຄົງຢູ່ຕາເວັນອອກກາງ.

        ຕາມວົງການນັກໄຈ້ແຍກແລ້ວ, ຂໍ້ຕົກລົງໄດ້ຮັບຄວາມຊົມເຊີຍຈາກປະຊາຄົມໂລກຢ່າງກວ້າງຂວາງ, ຍ້ອນວ່າ ນອກຈາກຜົນກະທົບຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງດ້ານການທູດທີ່ພວມມີຢູ່ແລ້ວລະຫວ່າງໂລກອາຣັບ ແລະ ອິດສະຣາແອັນ ແລ້ວ, ມັນຍັງໄດ້ຮັບຄວາມຫວັງວ່າ ອາດຈະສົ່ງເສີມ, ເປີດຊ່ອງທາງໃຫ້ແກ່ບັນດາຂໍ້ຕົກລົງທີ່ຄ້າຍຄືກັນລະຫວ່າງບັນດາປະເທດອາຣັບ ອືີ່ນກັບອິດສະຣາແອັນ ໃນອະນາຄົດ. ແຕ່ກົງກັນຂ້າມ, ມີຫຼາຍຄຳເຫັນກໍ່ສະແດງຄວາມວິຕົກກັງວົນວ່າ, ເຫດການນີ້ອາດຈະພາໄປເຖິງບັນດາສະພາບການລວມບໍ່ຄືດັ່ງຄວາມມຸ່ງມາດປາດຖະໜາໃຫ້ແກ່ວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ.

ສະພາບການລວມຍາກທີ່ຈະຄາດຄະເນລ່ວງໜ້າໄດ້

        ໃນຖະແຫຼງການເມື່ອວັນທີ 16 ສິງຫາ, ເສນາທິການໃຫຍ່ບັນດາກຳລັງປະກອບອາວຸດອີຣານ, ພົນຈັດຕະວາ Mohammad Bagheri ໄດ້ກ່າວເຕືອນວ່າ “ຖ້າຫາກມີສິ່ງໃດເກີດຂຶ້ນຢູ່ເຂດອ່າວເປີເຊຍ ແລະ ຖ້າຫາກຄວາມໝັ້ນຄົງແຫ່ງຊາດຂອງອີຣານ ຖືກຜົນສະທ້ອນ, ເຖິງແມ່ນວ່ານ້ອຍກໍ່ຕາມ, ອີຣານ ຈະບັງຄັບໃຫ້ UAE ຕ້ອງຮັບຜິດຊອບກ່ຽວກັບສິ່ງນັ້ນ ແລະ ອີຣານ ຈະບໍ່ໃຫ້ອະໄພ”. ໃນຂະນະນັ້ນ, ກຳລັງພິທັກຮັກສາປະຕິວັດອິດສະລາມ ອີຣານ (IRG) ຂອງ ອີຣານ ໄດ້ຕຳໜິຕິຕຽນຂໍ້ຕົກລົງຢ່າງຮຸນແຮງ, ຖືນີ້ແມ່ນຂໍ້ຕົກລົງໂດຍມີການແຊກແຊງຂອງອາເມລິກາ, ຈະເຮັດໃຫ້ເພີ່ມອິດທິພົນຂອງອາເມລິກາ ຢູ່ພາກພື້ນຕາເວັນອອກກາງ, ພ້ອມທັງນຳມາເຊິ່ງ “ອະນາຄົດທີ່ອັນຕະລາຍ” ໃຫ້ແກ່ UAE.

        ແລະບໍ່ພຽງແຕ່ອີຣານ ເທົ່ານັ້ນ, ຂໍ້ຕົກລົງດັ່ງກ່າວຍັງຖືກຄັດຄ້ານຢ່າງຮຸນແຮງຈາກບາງປະເທດອື່ນໆອີກ, ໃນນັ້ນໜ້າສົນໃຈແມ່ນອຳນາດການປົກຄອງ ປາແລັດສະຕິນ. ທ່ານ Nabil Abu Rudeineh, ທີ່ປຶກສາຂັ້ນສູງຂອງທ່ານປະທານາທິບໍດີປາແລັດສະຕິນ Mahmoud Abbas, ໄດ້ຢືນຢັນວ່າ ວົງການເຈົ້າໜ້າທີ່ ປາແລັດສະຕິນ ກ່າວປະນາມຂໍ້ຕົກລົງດັ່ງກ່າວ, ຖືນີ້ແມ່ນ “ການທໍລະຍົດສຳລັບ ເຢລຸສາແລັມ, Al-Aqsa ແລະ ພາລະກິດຂອງປາແລັດສະຕິນ”. ສ່ວນທ່ານລັດຖະມົນຕີການຕ່າງປະເທດຕວກກີ ໄດ້ອອກຖະແຫຼງການສະແດງຄວາມ “ວິຕົກກັງວົນທີ່ສຸດວ່າ UAE ຜ່ານການກະທຳພຽງລຳພັງຝ່າຍດຽວ, ຈະພາໄປສູ່ການຢຸດຕິໃຫ້ແກ່ຂໍ້ລິເລີ່ມສັນຕິພາບອາຣັບ ໂດຍສະຫະພາບອາຣັບ ສະເໜີ ແລະ ອົງການຮ່ວມມືອິດສະລາມ ສະໜັບສະໜູນ”.

        ດ້ວຍສະພາບຕົວຈິງດັ່ງກ່າວ, ສະພາບພູມສາດການເມືອງຢູ່ຕາເວັນອອກກາງ ພາຍຫຼັງຂໍ້ຕົກລົງສັນຕິພາບລະຫວ່າງອິດສະຣາແອັນ - UAE, ຍັງໄດ້ຮັບຖືວ່າຍາກທີ່ຈະຄາດຄະເນລ່ວງໜ້າໝາກຜົນຂອງມັນໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ