ຂໍ້ຕົກລົງອາເມລິກາ-ຕາລີບານ: ເສັ້ນທາງມຸ່ງໄປເຖິງສັນຕິພາບຍັງຫຍຸ້ງຍາກຢູ່

(VOVWORLD) -ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ຍ້ອງຍໍວ່າ ນີ້ແມ່ນຂໍ້ຕົກລົງປະຫວັດສາດ, ໃນຂະນະທີ່ປະຊາຄົມສາກົນກໍ່ສະແດງຄວາມຊົມເຊີຍ ແລະ ຕັ້ງຄວາມຫວັງໄວ້ຫຼາຍຢ່າງ.

ຂໍ້ຕົກລົງອາເມລິກາ-ຕາລີບານ: ເສັ້ນທາງມຸ່ງໄປເຖິງສັນຕິພາບຍັງຫຍຸ້ງຍາກຢູ່ - ảnh 1 ປະຊາຄົມສາກົນກໍ່ສະແດງຄວາມຊົມເຊີຍ ແລະ ຕັ້ງຄວາມຫວັງໄວ້ຫຼາຍຢ່າງຕໍ່ຂໍ້ຕົກລົງນີ້

(ພາບ: REUTERS)

ວັນທີ 29 ກຸມພາຜ່ານມາ, ອາເມລິກາ ແລະ ຕາລີບານ ໄດ້ລົງນາມໃນຂໍ້ຕົກລົງດ້ວຍຄວາມຫວັງຢາກຢຸດຕິການໃຊ້ຄວາມຮຸນແຮງ, ສ້າງສັນຕິພາບອັນຍາວນານໃຫ້ແກ່ອາບການິດສະຖານ ພາຍຫຼັງເກີດສົງຄາມມາເປັນເວລາເກືອບ 20 ປີ. ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ຍ້ອງຍໍວ່າ ນີ້ແມ່ນຂໍ້ຕົກລົງປະຫວັດສາດ, ໃນຂະນະທີ່ປະຊາຄົມສາກົນກໍ່ສະແດງຄວາມຊົມເຊີຍ ແລະ ຕັ້ງຄວາມຫວັງໄວ້ຫຼາຍຢ່າງ. ເຖິງຢ່າງໃດກໍ່ຕາມ, ຕາມວົງການນັກໄຈ້ແຍກແລ້ວ, ເສັ້ນທາງເພື່ອມຸ່ງໄປເຖິງພື້ນຖານສັນຕິພາບຢ່າງແທດຈິງໃຫ້ແກ່ປະເທດອາຊີໃຕ້ນີ້ ຍັງປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ.

        ເນື້ອໃນສຳຄັນ ແລະ ເປັນໜ້າສົນໃຈທີ່ສຸດໃນຂໍ້ຕົກລົງເຊິ່ງໄດ້ຮັບການລົງນາມຢູ່ນະຄອນຫຼວງ ໂດຮາ, ປະເທດ ກາຕາ ແມ່ນເລື່ອງຖອນບັນດາກຳລັງທະຫານອາເມລິກາ ແລະ ອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO) ອອກຈາກອາບການິດສະຖານ ຕາມແຜນການທີ່ແກ່ຍາວເປັນເວລາ 14 ເດືອນ, ດ້ວຍເງື່ອນໄຂທີ່ວ່າ ຕາລີບານ ຕ້ອງເຄົາລົບບັນດາຄຳໝັ້ນສັນຍາ. ດ້ວຍແຜນການດັ່ງກ່າວ, ທ່ານປະທານາທິບໍດີອາເມລິກາ D.Trump ຢືນຢັນວ່າ, ວໍຊິງຕັນ ພວມກ້າວເຂົ້າໄລຍະສຸດທ້າຍຂອງສົງຄາມແກ່ຍາວທີ່ສຸດໃນປະຫວັດສາດຂອງອາເມລິກາ (18 ປີ). ໃນຂະນະນັ້ນ, ໂລກກໍ່ໄດ້ມີປະຕິກິລິຍາຢ່າງຕັ້ງໜ້າໂດຍທັນທີ. ໃນວັນທີ 29 ກຸມພາ, ທັງສະຫະປະຊາຊາດ, ສະຫະພາບເອີລົບ (ອີຢູ) ພ້ອມກັບການນຳໂລກຫຼາຍທ່ານ ໄດ້ສະແດງຄວາມຊົມເຊີຍຂໍ້ຕົກລົງ, ຖືນີ້ແມ່ນບາດກ້າວສຳຄັນເພື່ອມຸ່ງໄປເຖິງມາດຕະການດ້ານການເມືອງອັນຍາວນານໃຫ້ແກ່ອາບການິດສະຖານ. ເຖິງຢ່າງໃດກໍ່ຕາມ, ພາຍໃຕ້ການສັງເກດຂອງວົງການນັກສັງເກດການ ແລະ ບັນດານັກໄຈ້ແຍກແລ້ວ, ຂໍ້ຕົກລົງສັນຕິພາບລະຫວ່າງອາເມລິກາ - ຕາລີບານ ຍັງມີສິ່ງທ້າທາຍຫຼາຍຢ່າງທີ່ຕ້ອງຜ່ານຜ່າ.

ຊ່ອງຫວ່າງຄວາມໝັ້ນຄົງ ແລະ ຄວາມສ່ຽງຕາລີບານຈະບໍ່ປະຕິບັດຕາມຂໍ້ຕົກລົງ

        ໜຶ່ງໃນບັນດາຄວາມວິຕົກກັງວົນອັນໃຫຍ່ຫຼວງທີ່ສຸດຂອງວົງການນັກໄຈ້ແຍກນັ້ນແມ່ນ ການຟື້ນຕົວຂອງຕາລີບານ ພາຍຫຼັງອາເມລິກາ ແລະ NATO ຖອນກຳລັງທະຫານ. ກ່ອນອື່ນໝົດ, ແຜນການຖອນທະຫານອາເມລິກາ ປະມານ ¼ ໃນເວລາ 3 ເດືອນເຄິ່ງ (ປະມານແຕ່ 12.000 ຄົນລົງເຫຼືອພຽງ 8.600 ຄົນ ໃນຮອບເວລາ 135 ວັນ), ອາດຈະສ້າງຊ່ອງຫວ່າງທີ່ໃຫຍ່ຫຼວງດ້ານຄວາມໝັ້ນຄົງ ຍ້ອນບັນດາກຳລັງປ້ອງກັນຄວາມສະຫງົບທີ່ອ່ອນແອຂອງອາບການິດສະຖານ ຍາກທີ່ຈະມາແທນທີ່ເຂົ້າໄດ້. ໃນຂະນະນັ້ນ, ກຳລັງທະຫານປະສົມສາກົນທີ່ຍັງເຫຼືອຢູ່ອາບການິດສະຖານ ກໍຄືກອງທັບອາບການິດສະຖານ ເອງ, ຈະກາຍເປັນເປົ້າໝາຍບຸກໂຈມຕີຂອງຕາລີບານ ຫຼື ມືປືນທຳສົງຄາມສັກສິດຂອງ Al-Qaeda ກໍຄືອົງການຈັດຕັ້ງ “ລັດອິດສະລາມ” (IS).

        ເປັນທີ່ຈະແຈ້ງແລ້ວວ່າ, ສະພາບການຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ເມື່ອທັງອາເມລິກາ ແລະ NATO ຖອນກຳລັງທັງໝົດອອກຈາກປະເທດອາຊີໃຕ້ນີ້. ທ່ານ Carter Malkasian, ອະດີດຫົວໜ້າທີ່ປຶກສາກຳລັງທະຫານປະສົມອາເມລິກາ ໄດ້ກ່າວເຕືອນວ່າ, ສະພາບການອາດຈະມີການປ່ຽນແປງຖ້າຫາກວ່າ ອາເມລິກາ ຖອນທະຫານກ່ອນທີ່ ຕາລີບານ ແລະ ລັດຖະບານ ອາບການິດສະຖານ ຈະບັນລຸໄດ້ການເຈລະຈາທາງດ້ານການເມືອງ. ຕາມເຈົ້າໜ້າທີ່ທ່ານນີ້ແລ້ວ, ພາຍຫຼັງອາເມລິກາ ຖອນທະຫານ, ຕາລີບານ ຈະເຫັນໄດ້ການປ່ຽນແປງຄວາມດຸ່ນດ່ຽງດ້ານກຳລັງ ແລະ ບໍ່ປະຕິບັດບັນດາຄຳໝັ້ນສັນຍາ. ໃນຂະນະນັ້ນ, ແຜນການ ຕາລີບານ ແລະ ລັດຖະບານ ອາບການິດສະຖານ ບໍ່ບັນລຸໄດ້ການໄກ່ເກ່ຍດ້ານການເມືອງນັ້ນ ແມ່ນອາດສາມາດເກີດຂຶ້ນໄດ້. ສຳລັບລັດຖະບານ ອາບການິດສະຖານ, ເລື່ອງບໍ່ໄດ້ເຂົ້າຮ່ວມຂໍ້ຕົກລົງລະຫວ່າງອາເມລິກາ - ຕາລີບານ, ພ້ອມທັງຖືກເສຍຫາຍແຫຼ່ງກຳລັງອຸປະຖຳດ້ານການເງິນກ້ອນໃຫຍ່ຈາກ ວໍຊິງຕັນ ແລະ ປະຊາຄົມສາກົນ ພາຍຫຼັງອາເມລິກາ ຖອນທະຫານ, ຍາກທີ່ຈະຍ້ອນຮັບໄດ້.

ສິ່ງທ້າທາຍໃນມາດຕະການແກ້ໄຂດ້ານອາວຸດແລະການເຊື່ອມຕົວເຂົ້າກັບສັງຄົມຂອງບັນດາມືປືນຕາລີບານ

       ສິ່ງທ້າທາຍອັນໃຫຍ່ຫຼວງອື່ນເຊິ່ງອາເມລິກາ ຕ້ອງຄິດໄລ່ນັ້ນແມ່ນ ຕ້ອງເຮັດແນວໃດເພື່ອໃຫ້ມືປືນຕາລີບານ ນັບສິບພັນຄົນໄດ້ເຊື່ອມຕົວເຂົ້າກັບສັງຄົມຄືນໃໝ່. ມີຫຼາຍຄຳເຫັນຖືວ່າ ຂໍ້ຕົກລົງສັນຕິພາບອັນຍາວນານໃຫ້ແກ່ອາບການິດສະຖານ ຮຽກຮ້ອງຕ້ອງມີການໂຮມບັນດາມືປືນ ຕາລີບານ ເຂົ້າບັນດາກຳລັງປະກອບອາວຸດ ອາບການິດສະຖານ, ແຕ່ສິ່ງດັ່ງກ່າວບໍ່ແມ່ນເລື່ອງງ່າຍ. ໃນບົດລາຍງານຫວ່າງມໍ່ໆມານີ້, ທ່ານ John Sopko, ຫົວໜ້າອົງການກວດກາພິເສດກ່ຽວກັບການສ້າງຕັ້ງ ອາບການິດສະຖານ ຄືນໃໝ່ (SIGAR) ກໍ່ເນັ້ນໜັກວ່າ ເລື່ອງເຊື່ອມຕົວຄືນໃໝ່ຂອງບັນດາມືປືນແມ່ນວິວັດການສັບສົນ ແລະ ຕ້ອງເສຍເວລາທີ່ສຸດຫຼາຍ. ລັດຖະບານອາເມລິກາ ຈະຕ້ອງໜູນຊ່ວຍດ້ານການເງິນຢ່າງໃຫຍ່ຫຼວງໃຫ້ແກ່ໂຄງການດັ່ງກ່າວ, ຖ້າບໍ່ດັ່ງນັ້ນ ຈະມີຄວາມສ່ຽງທີ່ວ່າ ມືປືນຕາລີບານ 60.000 ຄົນຈະກັບຄືນສູ່ການໃຊ້ຄວາມຮຸນແຮງຄືເກົ່າ.

        ນອກຈາກນັ້ນ, ຍັງຕ້ອງເວົ້າເຖິງຄວາມຈິງທີ່ວ່າ, ຕາລີບານ ແມ່ນອົງການຈັດຕັ້ງມີລັກສະນະເປັນເອກະພາບຕ່ຳ, ດ້ວຍກົງຈັກການຈັດຕັ້ງ ແລະ ຈັດແບ່ງສິດອຳນາດບໍ່ຈະແຈ້ງ. ຍ້ອນເຫດນັ້ນ, ບໍ່ມີຫຍັງຈະເປັນການຮັບປະກັນວ່າ ຂໍ້ຕົກລົງທີ່ຫາກໍ່ບັນລຸໄດ້ນັ້ນ ຕາລີບານ ຈະເຄົາລົບໄດ້ທັງໝົດ. ຫຼືເວົ້າອີກຢ່າງໜຶ່ງ, ຄວາມສ່ຽງທີ່ຈະລະເມີດຂໍ້ຕົກລົງນອກເໜືອຈຸດປະສົງຂອງການນຳ ຕາລີບານ ແມ່ນຍັງຄົງຕົວຢູ່, ອັນໄດ້ນາບຂູ່ໂດຍກົງເຖິງສັດສິດຂໍ້ຕົກລົງສັນຕິພາບທີ່ຫາກໍ່ໄດ້ຮັບການລົງນາມ.

        ດ້ວຍບັນດາຫຼັກຖານດັ່ງກ່າວ, ວົງການນັກໄຈ້ແຍກຖືວ່າ, ຂໍ້ຕົກລົງສັນຕິພາບລະຫວ່າງອາເມລິກາ - ຕາລີບານ ພຽງແຕ່ແມ່ນການເປີດສາກທີ່ຈຳເປັນໃຫ້ແກ່ໄລຍະອັນຍາວນານ ແລະ ມີສິ່ງທ້າທາຍຫຼາຍຢ່າງ ເພື່ອມຸ່ງໄປເຖິງສັນຕິພາບຢູ່ ອາບການິດສະຖານ. ສັນຕິພາບ ຫຼື ສົງຄາມ ຈະເກີດຂຶ້ນຢູ່ປະເທດອາຊີໃຕ້ນີ້ ພາຍຫຼັງໄດ້ຮັບຖືວ່າ ແມ່ນຂໍ້ຕົກລົງປະຫວັດສາດລະຫວ່າງອາເມລິກາ ແລະ ຕາລີບານ ທີ່ບັນລຸໄດ້ໃນວັນທີ 29 ກຸມພາ ຜ່ານມາ ຍັງແມ່ນຄຳຖາມໃຫຍ່ຫຼວງທີ່ຍັງບໍ່ທັນມີຄຳຕອບເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ