ຂໍ້​ລິ​ເລີ່ມ​ສ້າງ​ໂລກຄືນ​ໃຫ້​ສວຍ​ງາມ​ກວ່າ​: ເພື່ອ​ໃຫ້​ຖະ​ແຫຼງ​ການ​ກາຍ​ເປັນ​ກ​ານ​ກະ​ທຳຕົວ​ຈິງ

(VOVWORLD) - ຫວ່າງມໍ່ໆມານີ້, ການນຳກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໄດ້ວາງອອກແຜນການສ້າງໂລກໃຫ້ສວຍງາມກວ່າ (B3W) ຊ່ວຍບັນດາປະເທດມີລາຍຮັບຕ່ຳ ແລະ ປານກາງກໍ່ສ້າງພື້ນຖານໂຄງລ່າງ, ເຊື່ອມຕໍ່ສາຍພົວພັນຄູ່ຮ່ວມມື “ກຳນົດທິດຄຸນຄ່າ, ມີມາດຕະຖານສູງ ແລະ ຈະແຈ້ງ”. ເຖິງຢ່າງໃດກໍຕາມ, ປັດຈຸບັນ, ຄວາມມານະພະຍາຍາມດັ່ງກ່າວ ພວມປະສົບກັບສິ່ງທ້າທາຍຫຼາຍຢ່າງ ແລະ ແຜນການກໍ່ສ້າງພື້ນຖານໂຄງລ່າງ ຈະໄດ້ຮັບການຜັນຂະຫຍາຍຢູ່ໃນລະດັບໃດນັ້ນ ແມ່ນຍັງບໍ່ທັນມີຄຳຕອບເທື່ອ.

     ແຜນການສ້າງໂລກໃຫ້ສວຍງາມກວ່າ ມີຂອບຂະໜາດທົ່ວໂລກ, ນັບແຕ່ທະວີບ ອາເມລິກາ ລາຕິນ ແລະ ກາຣີເບ ຕະຫຼອດຮອດ ອາຟະລິກາ ໄປຍັງ ມະຫາສະໝຸດອິນເດຍ - ປາຊີຟິກ. ບັນດາຄູ່ຮ່ວມມື G7 ທີ່ແຕກຕ່າງກັນຈະມີການກຳນົດພູມີສາດທີ່ແຕກຕ່າງກັນ, ແຕ່ໂດຍລວມແລ້ວ, ຂອບຂະໜາດຂອງຂໍ້ລິເລີ່ມດັ່ງກ່າວ ຈະລວມທັງບັນດາປະເທດທີ່ມີລາຍຮັບຕ່ຳ ແລະ ປານກາງໃນທົ່ວໂລກ.

ຂໍ້​ລິ​ເລີ່ມ​ສ້າງ​ໂລກຄືນ​ໃຫ້​ສວຍ​ງາມ​ກວ່າ​: ເພື່ອ​ໃຫ້​ຖະ​ແຫຼງ​ການ​ກາຍ​ເປັນ​ກ​ານ​ກະ​ທຳຕົວ​ຈິງ - ảnh 1ການນຳກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ  ໂຮມປະຊຸມ ໃນວັນທີ 11 ມິຖຸນາ ຢູ່ ອັງກິດ (ພາບ: G7 UK/Twitter)
   ມຸ່ງໄປເຖິງແຜນການສ້າງໂລກໃຫ້ສວຍງາມກວ່າເກົ່າ

        ແຜນການສ້າງໂລກຄືນໃໝ່ ໄດ້ປະກາດໃນຂອບເຂດກອງປະຊຸມສຸດຍອດ G7 ເຊິ່ງດຳເນີນໃນກາງເດືອນມິຖຸນາຜ່ານມາ, ໝາຍຄວາມວ່າ ໄດ້ຮັບຄວາມເຫັນດີເຫັນພ້ອມຈາກຫຼາຍຝ່າຍ. ການພັດທະນາພື້ນຖານໂຄງລ່າງໄດ້ຮັບຖືວ່າ ແມ່ນບັນຫາແກ່ນສານ ແມ່ນກະດູກສັນຫຼັງຂອງໂຄງການ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ບັນດາພື້ນຖານເສດຖະກິດທີ່ພວມບືນຕົວຂຶ້ນ ແລະ ບັນດາປະເທດດ້ອຍພັດທະນາ ມີເງື່ອນໄຂກໍ່ສ້າງພື້ນຖານໂຄງລ່າງ. ທັງໝົດເຫຼົ່ານັ້ນໄດ້ຮັບການປະຕິບັດຕາມຫຼັກການ: ບັນດາໂຄງການລົງທຶນຕ້ອງມີຄວາມຈະແຈ້ງ ແລະ ແມ່ນບັນດາໂຄງການທີ່ເໝາະສົມກ່ຽວກັບດ້ານການເງິນ, ຫຼີກລ້ຽງກໍລະນີຍູ້ບັນດາປະເທດທຸກຍາກຕົກເຂົ້າໃນສະພາບໜີ້ສິນ. 3 ຂົງເຂດ ເຊິ່ງ 7 ປະເທດອຸດສາຫະກຳພັດທະນາແຖວໜ້າໂລກ ສະເໜີໃຫ້ບຸລິມະສິດຊ່ວຍເຫຼືອບັນດາປະເທດທຸກຍາກ ລວມມີ ບັນຫາດິນຟ້າອາກາດ, ສາທາລະນະສຸກ ແລະ ການພັດທະນາເຕັກໂນໂລຢີເຕັກນິກດີຈີຕອນ, ໃນນັ້ນ ຈະເຄົາລົບບັນດາຂໍ້ຕົກລົງກ່ຽວກັບດິນຟ້າອາກາດ ແລະ ສິ່ງແວດລ້ອມ.

        ກຸ່ມ G7 ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ໂຄງການດຳເນີນງານດັ່ງກ່າວ ໂດຍມີການຮ່ວມງານຂອງບັນດາປະເທດອື່ນ ແລະ ໃນລະບົບຫຼາຍຝ່າຍ, ການຮ່ວມມືກັບບັນດາຄູ່ຮ່ວມມືທີ່ນອນໃນກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ແລະ ທຸກອົງການຈັດຕັ້ງສາກົນ ເພື່ອຮັບປະກັນຕໍ່ອະນາຄົດທີ່ສົດໃສ, ຂຽວງາມ, ເສລີ, ຍຸຕິທຳ ແລະ ປອດໄພກວ່າ ໃຫ້ແກ່ມະນຸດ ແລະ ໜ່ວຍໂລກ.

        ການຈັດຕັ້ງຜັນຂະຫຍາຍກໍບໍ່ແມ່ນເລື່ອງງ່າຍ

ແຜນການສ້າງໂລກໃຫ້ສວຍງາມກວ່າ ແມ່ນຂ່າວດີສຳລັບບັນດາປະເທດທຸກຍາກ ແຕ່ປັດຈຸບັນ ຍັງບໍ່ມີຂໍ້ມູນລະອຽດຫຼາຍປານໃດ. ຕາມວົງການນັກຊ່ຽວຊານແລ້ວ, ຈຸດອ່ອນຂອງແຜນການພັດທະນາໂລກໃຫ້ສວຍງາມກວ່າ ໃນທຳອິດແມ່ນບັນດາຝ່າຍຍັງບໍ່ທັນໄດ້ຍົກອອກຕົວເລກລະອຽດກ່ຽວກັບວິທີການຊ່ວຍເຫຼືອໃຫ້ແກ່ໂຄງການນີ້. ການຜັນຂະຫຍາຍແຜນການດັ່ງກ່າວຂອງ G7 ຍັງປະສົບກັບຄວາມຫຍຸ້ງຍາກ ເມື່ອບັນດາພື້ນຖານເສດຖະກິດ G7 ຍັງຄົງມານະພະຍາຍາມຟື້ນຟູຫຼັງວິກິດການຈາກໂລກລະບາດໂຄວິດ - 19. ເລື່ອງປະເທດ ອັງກິດ ຫຼຸດບ້ວງເງິນຊ່ວຍເຫຼືອຕ່າງປະເທດລົງ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຄວາມຫຍຸ້ງຍາກເຊິ່ງປະເທດນີ້ ພວມປະເຊີນໜ້າ, ພ້ອມທັງຊີ້ໃຫ້ເຫັນບັນດາຄວາມເປັນຫ່ວງກ່ຽວກັບຄວາມອາດສາມາດຂອງບັນດາປະເທດໃນການລະດົມເງິນທຶນໃຫ້ຄົບຈຳນວນ ເພື່ອຮັກສາຂໍ້ລິເລີ່ມດັ່ງກ່າວ, ໂດຍສະເພາະແມ່ນໃນສະພາບການທີ່ບັນດາໂຄງການກ່ຽວກັບພື້ນຖານໂຄງລ່າງພັດຮຽກຮ້ອງແຫຼ່ງທຶນຈຳນວນຫຼາຍຈາກພາກເອກະຊົນຂອງບັນດາປະເທດສະມາຊິກ. ສຳລັບບັນດາຄວາມຫຍຸ້ງຍາກດັ່ງກ່າວ, ຄວາມສາມາດທີ່ບັນດາໂຄງການຂອງແຜນການ B3W ຈະຖືກຜັນຂະຫຍາຍຢ່າງຊັກຊ້າ ແມ່ນມີຄວາມເປັນໄປໄດ້ສູງ.

ຂໍ້​ລິ​ເລີ່ມ​ສ້າງ​ໂລກຄືນ​ໃຫ້​ສວຍ​ງາມ​ກວ່າ​: ເພື່ອ​ໃຫ້​ຖະ​ແຫຼງ​ການ​ກາຍ​ເປັນ​ກ​ານ​ກະ​ທຳຕົວ​ຈິງ - ảnh 2ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ແລະ ທ່ານປະທານາບໍດີ ອາເມລິກາ Joe Biden ໃນກອງປະຊຸມ G7 (ພາບ: REUTERS)
    ສ່ວນສຳລັບປະເທດ ອາເມລິກາ ແລ້ວ, ວໍຊິງຕັນ ໄດ້ມີງົບປະມານສະເພາະເພື່ອຊ່ວຍເຫຼືອການພັດທະນາການສ້າງພື້ນຖານໂຄງລ່າງໃຫ້ແກ່ບັນດາປະເທດທຸກຍາກຕ່າງຫາກແລ້ວ ແລະ ປັດຈຸບັນ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ພວມຂົນຂວາຍສະພາແຫ່ງຊາດ ເພື່ອເພີ່ມງົບປະມານໃຫ້ແກ່ຂົງເຂດນີ້. ວໍຊິງຕັນ ຈະຫາວິທີລະດົມທຸກແຫຼ່ງກຳລັງບົ່ມຊ້ອນຈາກບໍລິສັດ, ອົງການການເງິນທີ່ພັດທະນາຂອງປະເທດຕົນ ເຊິ່ງລວມມີ ກຸ່ມບໍລິສັດການເງິນພັດທະນາສາກົນ ອາເມລິກາ (DFC), ອົງການພັດທະນາສາກົນ ອາເມລິກາ (USAID), ທະນາຄານນຳເຂົ້າ - ສົ່ງອອກ ອາເມລິກາ (EXIM), ກຸ່ມບໍລິສັດ Millennium Challenge, ອົງການການຄ້າ ແລະ ພັດທະນາ ອາເມລິກາ ພ້ອມດ້ວຍບັນດາອົງການອື່ນໆ. ແຈ້ງການຈາກທຳນຽບຂາວ ຢັ້ງຢືນວ່າ “ນອກຈາກຈຳນວນເງິນນັບຕື້ USD ເຊິ່ງ ອາເມລິກາ ລະດົມມາໄດ້ ເພື່ອຊ່ວຍເຫຼືອແກ່ການສ້າງພື້ນຖານໂຄງລ່າງຢູ່ຕ່າງປະເທດ ໂດຍຜ່ານຊ່ອງທາງສອງຝ່າຍ ແລະ ຫຼາຍຝ່າຍທີ່ພວມມີໃນປັດຈຸບັນແລ້ວ, ພວກຂ້າພະເຈົ້າຈະເຮັດວຽກກັບສະພາແຫ່ງຊາດເພື່ອເພີ່ມທະວີກຳລັງດ້ານການເງິນພັດທະນາຂອງຕົນຂຶ້ນ ດ້ວຍຄວາມຫວັງວ່າ ຈະພ້ອມກັບພາກເອກະຊົນ, ບັນດາຝ່າຍອື່ນໆທີ່ກ່ຽວຂ້ອງຂອງ ອາເມລິກາ ແລະ ບັນດາຄູ່ຮ່ວມມື G7, B3W ຈະຊ່ວຍເຫຼືອເງິນຈຳນວນນັບຮ້ອຍຕື້ USD ລົງທຶນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງໃຫ້ບັນດາປະເທດທີ່ມີລາຍຮັບຕ່ຳ ແລະ ປານກາງໃນຊຸມປີຈະມາເຖິງ”.

        ສຳລັບບັນດາປະເທດພວມພັດທະນາ, ປະເທດມີລາຍຮັບຕ່ຳທີ່ຢາກເຂ້ົ້າຮ່ວມໂຄງການດັ່ງກ່າວ ອາດຈະຕ້ອງຍອມຮັບບັນດາເງື່ອນໄຂທີ່ກ່ຽວຂ້ອງເຖິງສິດທິມະນຸດ, ການປ່ຽນແປງຂອງດິນຟ້າອາກາດ, ການຕ້ານການສໍ້ລາດບັງຫຼວງ ແລະ ບາງຂໍ້ກຳນົດກົດໝາຍອື່ນ… ນີ້ກໍໄດ້ຮັບຖືວ່າ ແມ່ນສິ່ງທ້າທາຍສຳລັບບັນດາປະເທດ G7 ເມື່ອຢາກລະດົມຫຼາຍປະເທດເຂົ້າຮ່ວມໂຄງການດັ່ງກ່າວ. G7 ຕ້ອງສົ່ງສານທີ່ວ່າ ໂຄງການນີ້ ຈະໃກ້ຊິດຕິດແທດກັບຜົນປະໂຫຍດຍຸດທະສາດຂອງບັນດາປະເທດພວມພັດທະນາ.

        ເລື່ອງ G7  ວາງອອກແຜນການສ້າງໂລກໃຫ້ສວຍງາມກວ່າ ແມ່ນເປົ້າໝາຍທີ່ເຕັມໄປດ້ວຍຄວາມມັກໃຫຍ່ໄຝ່ສູງ. ມັນບໍ່ພຽງແຕ່ແມ່ນເຄື່ອງມືທາງດ້ານເສດຖະກິດ - ພັດທະນາເທົ່ານັ້ນ, ນີ້ຍັງແມ່ນບັນຫາແກ້ງແຍ້ງຍຸດທະສາດອີກດ້ວຍ. ເພື່ອປະຕິບັດໄດ້ແຜນການດັ່ງກ່າວ ແມ່ນສິ່ງທີ່ບໍ່ງ່າຍດາຍ./.

ຕອບກັບ

ຂ່າວ/ບົດ​ອື່ນ