ຂະແໜງການທູດ ຫວຽດນາມ ຕໍ່ໜ້າຄວາມຮຽກຮ້ອງໃໝ່

(VOVWORLD) - ປີ 2024 ແລະ ໃນຊຸມປີຕໍ່ໆໄປ, ລັກສະນະຂາດຄວາມ ສະຖຽນລະພາບຂອງສາກົນແນ່ນອນວ່າຍັງມີການຜັນແປຢ່າງສັບສົນ. ສະນັ້ນ, ຂະແໜງການທູດຕ້ອງສືບຕໍ່ເສີມຂະຫຍາຍສີສັນ “ການທູດໄມ້ໄຜ່” ຢ່າງແຮງກວ່າ.
ຂະແໜງການທູດ ຫວຽດນາມ ຕໍ່ໜ້າຄວາມຮຽກຮ້ອງໃໝ່ - ảnh 1ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ
(ພາບ: nhandan.vn)

        ໂດຍສືບທອດ ແລະ ເສີມຂະຫຍາຍແນວຄິດການທູດຂອງປະທານ ໂຮ່ຈີມິນ, ຂະແໜງການທູດ ຫວຽດນາມ ນັບມື້ນັບກຳນົດຮູບແບບ, ສີສັນ, ສ້າງທີ່ຕັ້ງໃໝ່ໃຫ້ແກ່ ຫວຽດນາມ ບົນເວທີສາກົນ. ເສີມຂະຫຍາຍບັນດາ ຜົນງານທີ່ບັນລຸໄດ້, ວຽກງານການຕ່າງປະເທດສືບຕໍ່ໄດ້ຮັບການຍົກສູງຂຶ້ນ ດ້ວຍບັນດາໜ້າທີ່, ຄວາມຮຽກຮ້ອງ ທີ່ສູງກວ່າໃນໄລຍະຈະມາເຖິງ.

 ປີ 2023 ໄດ້ເຂົ້າສູ່ປະຫວັດສາດຂອງ ຫວຽດນາມ ຄືດັ່ງປີປະສົບຜົນສຳເລັດທີ່ສຸດໃນນະໂຍບາຍ ການຕ່າງປະເທດ ແລະ ນີ້ແມ່ນປະຖົມປັດໃຈເພື່ອໃຫ້ ຫວຽດນາມ ກ້າວເຂົ້າສູ່ປີໃໝ່ 2024 ດ້ວຍບັນດາ ຄວາມຫວັງຢ່າງໃຫຍ່ຫຼວງກວ່າ.

ຢືດໝັ້ນກ່ຽວກັບຫຼັກການ, ມີໄຫວພິບ ແລະ ປະດິດຄິດສ້າງ

  ປີ 2024 ແລະ ໃນຊຸມປີຕໍ່ໆໄປ, ລັກສະນະຂາດຄວາມສະຖຽນລະພາບຂອງສາກົນ ແນ່ນອນວ່າຍັງມີການ ຜັນແປຢ່າງສັບສົນ. ສະນັ້ນ, ຂະແໜງການທູດຕ້ອງສືບຕໍ່ເສີມຂະຫຍາຍສີສັນ “ການທູດໄມ້ໄຜ່” ຢ່າງແຮງກວ່າ.

   ແນວທາງ “ການທູດໄມ້ໄຜ່ ຫວຽດນາມ” ໂດຍທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ເຕື້ອງເຖິງເປັນຄັ້ງທຳອິດທີ່ກອງປະຊຸມຂະແໜງການທູດທົ່ວປະເທດຄັ້ງທີ 29 ປີ 2016, ແລະ ໄດ້ກຳນົດຮູບແບບທີ່ກອງປະຊຸມຂະແໜງການທູດທົ່ວປະເທດຄັ້ງທີ 32 ປີ 2023. ບັນດາແນວຄິດ ຊີ້ນຳນີ້ແມ່ນເຂັມຊີ້ທິດໃຫ້ຂະແໜງການທູດ ຫວຽດນາມ ສ້າງພື້ນຖານການທູດຢ່າງຮອບດ້ານ, ທັນສະໄໝ, ໝັ້ນຄົງເຂັ້ມແຂງ.

 “ຍາມໃດກໍ່ຢືດໝັ້ນໃນຫຼັກການ ແລະ ມີໄຫວພິບໃນຍຸດໂທບາຍ. ຫຼັກການຂອງພວກເຮົາແມ່ນເອກະລາດຊົນຊາດ ແລະ ສັງຄົມນິຍົມ. ຍຸດໂທບາຍຂອງພວກເຮົາແມ່ນເຄື່ອນທີ່, ມີໄຫວພິບ ດັດປັບຕາມແຕ່ລະບັນຫາ, ຈຸດເວລາ ແລະ ຕາມແຕ່ລະເປົ້າໝາຍ ຫຼື ຄູ່ຮ່ວມມື, ເຄົາລົບບັນດາແນວຄິດໃຫຍ່ຂອງປະທານ ໂຮ່ຈີມິນ, ແມ່ນ: “ເພີ່ມເພື່ອນ ຫຼຸດຜ່ອນສັດຕູ”, “ພ້ອມແລ້ວທີ່ຈະເປັນເພື່ອນມິດກັບທຸກໆປະເທດປະຊາທິປະໄຕ ແລະ ບໍ່ກໍ່ຄວາມ ອາດຄາດບາດໝາງກັບຜູ້ໃດ”. ຫວຽດນາມ ພ້ອມແລ້ວທີ່ຈະເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮັບຜິດຊອບກັບທຸກໆປະເທດໃນປະຊາຄົມສາກົນ. ແນວທາງການຕ່າງປະເທດທີ່ຖືກຕ້ອງ, ເຊີດຊູຄັນທຸງ ແຫ່ງຄວາມເປັນທຳ ແລະ ການຜັນຂະຫຍາຍປະຕິບັດບັນດານະໂຍບາຍລະອຽດຢ່າງມີປະສິດທິຜົນໄດ້ ເພື່ອສ້າງຄວາມເຫັນດີເຫັນພ້ອມສູງ, ສາມັກຄີທົ່ວປວງຊົນທັງຊາດ ແລະ ຄວາມເປັນຈິດໜຶ່ງໃຈດຽວ, ການສະໜັບສະໜູນຢ່າງກວ້າງຂວາງຂອງເພື່ອນມິດສາກົນ”.

        ເພື່ອຜັນຂະຫຍາຍຄຳຊີ້ນຳດັ່ງກ່າວ, ໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງຂະແໜງການທູດ ຫວຽດນາມ ໃນປີ 2024 ແລະ ໃນຊຸມປີຕໍ່ໆໄປແມ່ນ ຍູ້ແຮງການຫັນປ່ຽນຈິນຕະນາການກ່ຽວກັບການພົວພັນຕ່າງປະເທດ. ພ້ອມກັບການແກ້ໄຂການພົວພັນດ້ານຜົນປະໂຫຍດແຫ່ງຊາດ - ປະຊາທິປະໄຕ ແລະ ພັນທະ, ໜ້າທີ່ຄວາມຮັບຜິດຊອບສາກົນໃຫ້ມີຄວາມກົມກຽວ, ຂະແໜງການທູດຕ້ອງເພີ່ມທະວີວຽກງານກຳແໜ້ນສະພາບ ການ, ໄຈ້ແຍກ, ຄາດຄະເນ, ເປັນເສນາທິການຢ່າງທັນການເພື່ອດັດປັບ, ເພີ່ມເຕີມບັນດາທ່າອ່ຽງໃໝ່ ແລະ ບັນດາບັນຫາທີ່ເກີດຂຶ້ນໃໝ່ເພື່ອຫັນເປັນລະອຽດ, ປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກ. ທ່ານລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ຢືນຢັນວ່າ:

        “ດ້ວຍທ່າແຮງ ແລະ ກຳລັງແຮງໃໝ່, ພວກເຮົາຕ້ອງມີຈິນຕະນາການໃໝ່ ເພື່ອຜົນປະໂຫຍດແຫ່ງຊາດ - ຊົນຊາດ. ຢາກເຮັດໄດ້ຄືແນວນັ້ນ, ຕ້ອງຍູ້ແຮງການຈັດຕັ້ງຜັນຂະຫຍາຍວຽກງານຄົ້ນຄວ້າ, ໃຫ້ຄຳປຶກສາ, ຄາດຄະເນຍຸດທະສາດກ່ຽວກັບການພົວພັນຕ່າງປະເທດ; ມີໄຫວພິບກວດພົບບັນດາບັນຫາໃໝ່, ເຫັນໄດ້ໂອກາດ ຢ່າງຊັດເຈນ, ກຳນົດຖືກຕ້ອງທີ່ຕັ້ງຍຸດທະສາດຂອງປະເທດຊາດ ແລະ ຍາດແຍ່ງບັນດາທ່າອ່ຽງສາກົນ ໃຫ້ເປັນຢ່າງດີ ເພື່ອເປັນເຈົ້າການເພື່ອມີແຜນນະໂຍບາຍ, ລັດຖະນະໂຍບາຍ, ບາດກ້າວເດີນການຕ່າງປະເທດ ທີ່ສອດຄ່ອງ”.

ຂະແໜງການທູດ ຫວຽດນາມ ຕໍ່ໜ້າຄວາມຮຽກຮ້ອງໃໝ່ - ảnh 2(ທ່ານລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ)
(ພາບ: nhandan.vn)

ເສີມຂະຫຍາຍສີສັນ “ການທູດໄມ້ໄຜ່” ໃນສະພາບການໃໝ່ຢ່າງສຸດຂີດ

        ໃນສະພາບທີ່ ຫວຽດນາມ ກາຍເປັນຈຸດພົ້ນເດັ່ນກ່ຽວກັບການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ, ຫວຽດນາມ ສືບຕໍ່ຢືດໝັ້ນແນວທາງເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ປົກປັກຮັກສາອະທິປະໄຕ, ຮັກສາສະພາບແວດລ້ອມ ແຫ່ງສັນຕິພາບ, ສະຖຽນລະພາບ, ໃນນັ້ນ, ຂະແໜງການທູດສວມບົດບາດຫຼັກແຫຼ່ງ ແລະ ຮັກສາບົດບາດນຳໜ້າ. ພ້ອມກັນນັ້ນ, ຂະແໜງການທູດກໍ່ເສີມຂະຫຍາຍບົດບາດພາທາງ, ລະດົມບັນດາແຫຼ່ງກຳລັງໃໝ່ຈາກພາຍນອກ ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງທີ່ຕັ້ງ, ອິດທິພົນຊື່ສຽງຂອງປະເທດຊາດ. ຂະແໜງການທູດທັງເສີມຂະຫຍາຍປະສິດທິຜົນບັນດາຂອບເຂດການຮ່ວມມື ທີ່ຫາກໍ່ໄດ້ຍົກລະດັບໃນໄລຍະ ຜ່ານມາ, ທັງດຶງດູດການລົງທຶນທີ່ມີຄຸນນະພາບສູງ, ຖ່າຍທອດເຕັກໂນໂລຊີໃໝ່, ເສີມຫຍາຍບົດບາດ ແລະ ທີ່ຕັ້ງໃໝ່ຂອງ ຫວຽດນາມ ຢູ່ບັນດາເວທີປາໄສ, ກົນໄກຫຼາຍຝ່າຍທີ່ມີຄວາມສຳຄັນ ຍຸດທະສາດຢ່າງແຮງກວ່າ. ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ, ຊີ້ແຈ້ງວ່າ:

        “ຂະແໜງການທູດຕິດພັນຢ່າງໃກ້ຊິດກັບແນວທາງການຕ່າງປະເທດຂອງພັກ, ລັດ, ເສີມຂະຫຍາຍສີສັນ “ການທູດໄມ້ໄຜ່ ຫວຽດນາມ”, ຕິດຕາມສະພາບການໃນໂລກ ແລະ ພາກພື້ນຢ່າງໃກ້ຊິດ, “ຮູ້ຕົນເອງ, ຮູ້ເພື່ອນ”, ມີໄຫວພິບ, ປະດິດຄິດສ້າງໃນຍຸດໂທບາຍ, ແກ້ໄຂບັນດາບັນຫາພົວພັນຕ່າງປະເທດຕາມທິດນຳທີ່ວ່າ “ນຳເອົາສິ່ງທີ່ບໍ່ສາມາດປ່ຽນແປງໄດ້ເພື່ອຮັບມືກັບການປ່ຽນແປງ”, ຈາກນັ້ນກໍ່ມີບັນດາມາດຕະການຜັນຂະຫຍາຍ ທີ່ສອດຄ່ອງ, ນຳໃຊ້ກາລະໂອກາດ ແລະ ແກ້ໄຂສິ່ງທ້າທາຍ ເພື່ອປະຕິບັດສຳເລັດບັນດາໜ້າທີ່ດ້ານການທູດ”.

 ໃນສະພາບພາກພື້ນ ແລະ ສາກົນພວມເຫັນປະຈັກຕາການແກ່ງແຍ້ງທີີ່ຮ້າຍແຮງລະຫວ່າງບັນດາປະເທດໃຫຍ່, “ການທູດໄມ້ໄຜ່ ຫວຽດນາມ” ໄດ້ ແລະ ພວມນຳໃຊ້ຢ່າງມີໄຫວພິບ ເພື່ອປົກປ້ອງຜົນປະໂຫຍດຂອງປະເທດຊາດ ຢ່າງສູງສຸດ. ບັນດາຜົນງານດ້ານການທູດເຊິ່ງ ຫວຽດນາມ ບັນລຸໄດ້ແມ່ນສິ່ງພິສູດໃຫ້ເຫັນກ່ຽວກັບບັນດາບາດກ້າວ ພັດທະນາດ້ານຈິນຕະນາການ ແລະ ສະພາບຕົວຈິງທີ່ໝູນໃຊ້ແນວທາງການຕ່າງປະເທດຂອງ ຫວຽດນາມ ໃນຍຸກສະໄໝໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ