ຄັດ​ກອງ​ພະ​ນັກ​ງານ​ຜ່ານ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ 19

(VOVWORLD) -ສະພາບການໂລກລະບາດໂຄວິດ 19 ຢູ່ ພາຍໃນ ແລະ ຕ່າງປະເທດ ຍັງຄົງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ສົ່ງຜົນສະທ້ອນຢ່າງຫນັກຫນ່ວງເຖິງທຸກດ້ານໃນຊີວິດເສດຖະກິດ-ສັງຄົມຂອງປະເທດຊາດ. ໃນສະພາບການຫຍຸ້ງຍາກນີ້ ຮຽກຮ້ອງໃຫ້ພະນັກງານການນຳທຸກຂັ້ນຕ້ອງມີຄວາມຂ້ຽວຂາດ, ກ້າຄິດ, ກ້າທຳ, ມີສະຕິປັນຍາ ພ້ອມດ້ວຍໝູ່ຄະນະການນຳຜ່ານຜ່າຄວາມຫຍຸ້ງຍາກໃນໄລຍະປ້ອງກັນ ສະກັດກັ້ນໂລກລະບາດ ແລະ ຫລັງໂລກລະບາດ. ນີ້ກໍ່ແມ່ນຈຸດເວລາ ຊ່ວຍຕີລາຄາກຳລັງຄວາມສາມາດກົງຈັກ ເປັນຕົ້ນແມ່ນກຳລັງຄວາມສາມາດ ແລະ ອິດທິພົນຂອງພະນັກງານການນຳຄຸ້ມຄອງ ຄືດັ່ງຄຳເວົ້າຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ນັ້ນແມ່ນ “ຜ່ານການຮັບມືກັບໂລກລະບາດ ພວກເຮົາເຫັນໄດ້ວ່າ ພະນັກງານເກັ່ງກ້າຄືແນວໃດ”

ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ 19 ໄດ້ກຳນົດວ່າແມ່ນຫນ້າທີ່ສຳຄັນ ພ້ອມກັບຫນ້າທີ່ພັດທະນາເສດຖະກິດໃນຕໍ່ຫນ້າ ແລະ ຍາວນານ ຢູ່ ຫວຽດນາມ. ບັນດາການຊີ້ນຳຂອງພັກ, ລັດ ລ້ວນແຕ່ກຳນົດ “ຕ້ານໂລກລະບາດຄືດັ່ງຕ້ານສັດຕູ” ແລະ ຮຽກຮ້ອງ, ລະດົມທຸກແຫລ່ງກຳລັງ, ນຳໃຊ້ຫລາຍມາດຕະການແກ້ໄຂຢ່າງຂ້ຽວຂາດເພື່ອສະກັດກັ້ນໂລກລະບາດທີ່ນັບມື້ນັບຜັນແປໄປຢ່າງສັບສົນ. ເລື່ອງຈັດຕັ້ງການຜັນຂະຫຍາຍປະຕິບັດຫນ້າທີ່ນີ້ ຈະເປັນການສະແດງໃຫ້ເຫັນບົດບາດຂອງການນຳທຸກຂັ້ນ, ທຸກຂະແຫນງການ  ເພາະວ່າ ຢູ່ແຕ່ລະທ້ອງຖິ່ນ, ອົງການ, ຫົວຫນ່ວຍ ລ້ວນແຕ່ມີເງື່ອນໄຂ ແລະ ແຫລ່ງກຳລັງແຕກຕ່າງກັນ.

ຄັດ​ກອງ​ພະ​ນັກ​ງານ​ຜ່ານ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ 19    - ảnh 1ທ່ານນາຍົກລັຖະມົນຕີ ຫງວຽນຊວັນຟຸກ ກ່າວຄໍາເຫັນໃນກອງປະຊຸມລະຫວ່າງຄະນະປະຈໍາລັດຖະບານ ກັບ ບັນດາທ້ອງຖິ່ນ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຖືກດໍາເນີນໃນຕອນບ່າຍວັນທີ 12 ສິງຫາ (ພາບ: VGP) 

ພາຍໃຕ້ການຊີ້ນຳນຳພາຂອງພັກ, ການຄຸ້ມຄອງຂອງລັດ, ການຊີ້ນຳບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ 19, ທຸກຂັ້ນ, ທຸກຂະແຫນງການ ແລະ ທ້ອງຖິ່ນຕ່າງໆຂອງຫວຽດນາມ ໃນໄລຍະຜ່ານມາ ໄດ້ຜັນຂະຫຍາຍມາດຕະການການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ 19 ໃນໄລຍະ 1 ຢ່າງວ່ອງໄວ, ຂ້ຽວຂາດ, ຄົບຊຸດ  ແລະ ບັນລຸໄດ້ບັນດາໝາກຜົນຕັ້ງຫນ້າ ໂດຍໄດ້ຮັບການຕີລາຄາສູງ ຄວາມເຫັນດີເຫັນພ້ອມຈາກປະຊາຊົນ ແລະ ປະຊາຄົມສາກົນ.

ໂດຍແມ່ນຫນ້າທີ່ສຳຄັນແຖວຫນ້າ ສະນັ້ນ ບັນດາຄຳສັ່ງຂອງລັດຖະບານ ລ້ວນແຕ່ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ທຸກຂັ້ນ, ທຸກຂະແຫນງການ ແລະ ທ້ອງຖິ່ນຕ່າງໆ ບໍ່ຄວນປະຫມາດຢ່າງເດັດຂາດ, ບໍ່ຄວນພໍໃຈຕໍ່ກັບບັນດາໝາກຜົນຜ່ານມາ ຕ້ອງສືບຕໍ່ປະຕິບັດບັນດາມາດຕະການແກ້ໄຂຢ່າງຂ້ຽວຂາດກວ່າ, ຄົບຊຸດ ແລະ ມີປະສິດທິຜົນກວ່າອີກ. ເພື່ອປະຕິບັດບັນດາຫນ້າທີ່ນີ້ຢ່າງມີຄວາມຮັບຜິດຊອບ, ບັນດາພະນັກງານການນຳເກັ່ງ ບໍ່ພຽງແຕ່ແມ່ນຜູ້ເຜີຍແຜ່ການຊີ້ນຳຈາກຂັ້ນສູງເທົ່ານັ້ນ ຫາກຕ້ອງມີແນວຄວາມຄິດ, ການກະທຳ, ແຜນການແກ້ໄຂໃຫ້ທ້ອງຖິ່ນ, ອົງກອນ, ຫົວຫນ່ວຍຂອງຕົນ ເພື່ອຮັກສາວຽກງານການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ 19 ແລະ ພັດທະນາເສດຖະກິດສັງຄົມຢູ່ໃນລະດັບສູງສຸດ.

ນັ້ນແມ່ນຫນ້າທີ່ຄວບຄູ່ ຊື່ງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນເປັນຫລາຍເທື່ອແລ້ວວ່າ: ໄປຄຽງຄູ່ກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ 19 ຕ້ອງສືບຕໍ່ຊີ້ນຳການສ້າງແຜນການພັດທະນາເສດຖະກິດ ສັງຄົມ ໃຫ້ເໝາະສົມກັບສະພາບການເກີດໂລກລະບາດຢູ່ພາຍໃນປະເທດ ແລະ ການຜັນແປຢ່າງສັບສົນປະຈຸບັນຢູ່ໃນໂລກ.

ຕາມຕົວເລກຂອງຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI)ແລ້ວ, ເປັນຄັ້ງທຳອິດພາຍຫລັງທົດສະຫວັດ, ຈຳນວນວິສາຫະກິດຖອນຕົວອອກຈາກຕະຫລາດ ໃນ 6 ເດືອນຕົ້ນປີ 2020 ແມ່ນຫລາຍກວ່າຈຳນວນວິສາຫະກິດຈົດທະບຽນສ້າງຕັ້ງໃຫມ່. ຖ້າຫາກວ່າ ສະພາບການໂລກລະບາດຍັງຄົງສືບຕໍ່ຜັນແປຍາກທີ່ຄາດຄະເນລ່ວງຫນ້າໄດ້, ອາດຈະມີເກືອບພຽງແຕ່ 30% ຈຳນວນວິສາຫະກິດຮັກສາການເຄື່ອນໄຫວດໍາເນີນທຸລະກິດບໍ່ເກີນ 3 ເດືອນ, 50% ຈຳນວນວິສາຫະກິດ ຄົງຕົວໄດ້ໃນເວລາພຽງແຕ່ 5 ເດືອນເທົ່ານັ້ນ. ຜົນຕາມມາຂອງທ່າອ່ຽງນີ້ ອາດຈະມີຄົນງານນັບລ້ານໆຄົນ ວ່າງງານ. ສະນັ້ນ ຫນ້າທີ່ຄວາມຮັບຜິດຊອບສຳຄັນຂອງຫົວຫນ້າບັນດາກະຊວງ, ຂະແຫນງການ, ທອ້ງຖິ່ນ ນັ້ນແມ່ນຕ້ອງມານະພະຍາຍາມປະຕິບັດບັນດາຄາດໝາຍພັດທະນາເສດຖະກິດສັງຄົມ, ປັບປຸງກຳລັງແຮງພາຍໃນ, ກຽມພ້ອມບືນຕົວຂຶ້ນໃນໄລຍະຫລັງໂຄວິດ 19.

 “ພະນັກງານເກັ່ງຄືແນວໃດ” ກໍ່ຈະສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານຫນ້າທີ່ຮັບປະກັນຊີວິດສັງຄົມ, ເບິ່ງແຍງດູແລ ຊີວິດການເປັນຢູ່ຂອງປະຊາຊົນ. ບັນດາການຄົ້ນຄ້ວາລ້ວນແຕ່ເນັ້ນຫນັກຢ່າງແຮງວ່າ ຜົນສະທ້ອນຢ່າງຫນັກຫນ່ວງຈາກໂລກລະບາດໂຄວິດ 19 ຈະກະທົບຢ່າງແຮງເຖິງການຫລຸດຜ່ອນຄວາມທຸກຍາກ, ທາງກົງແມ່ນຜ່ານເຊື້ອພະຍາດ ແລະ ທາງອ້ອມແມ່ນຜ່ານການບໍ່ມີລາຍຮັບ. ພະນັກງານການນຳເກັ່ງ ແນ່ນອນວ່າ ຈະສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານການເບິ່ງແຍງດູແລໃຫ້ປະຊາຊົນ ດ້ວຍບັນດາການກະທຳລະອຽດ, ແທດຈິງ ຫາກບໍ່ພຽງແຕ່ດ້ວຍຄຳເວົ້າຊື່ໆເທົ່ານັ້ນ.

ໂລກລະບາດພວມສົ່ງຜົນກະທົບຢ່າງເລິກກວ້າງ, ຮອບດ້ານເຖິງເສດຖະກິດ, ສັງຄົມ, ຄວາມໝັ້ນຄົງ, ການປ້ອງກັນຊາດ ແຕ່ ຄວາມຈິງ ນັ້ນແມ່ນໂອກາດ ເພື່ອທົດສອບພະນັກງານທຸກຂັ້ນ ສະແດງໃຫ້ເຫັນຄຸນທາດບັນ “ຕ້ານໂລກລະບາດຄືດັ່ງຕ້ານສັດຕູ”, ສະແດງໃຫ້ເຫັນພູມປັນຍາ, ບົດບາດຊີ້ນຳນຳພາກໍ່ຄືກຳລັງຄວາມສາມາດໃນການແກ້ໄຂບັນດາກໍລະນີຫຍຸ້ງຍາກທີ່ສຸດ. ສິ່ງນີ້ ນັບມື້ນັບມີຄວາມໝາຍໃນວຽກງານບຸກຄະລາກອນເມື່ອກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ພວມດຳເນີນໄປໃນຂອບເຂດທົ່ວປະເທດ ກ້າວໄປເຖິງກອງປະຊຸມຜູ້ແທນທົ່ວປະເທດໃຫຍ່ຄັ້ງທີ 13 ຂອງພັກ.

ຕອບກັບ

ຂ່າວ/ບົດ​ອື່ນ