ຄຸນ​ຄ່າ​ຂອງ​ປະ​ເທດ​ຊາດ, ຂອງ​ຊາດ ໂດດ​ເດັ່ນ​ຂຶ້ນ​ໃນ​ສະ​ພາບປະ​ສົບ​ກັບຄວາມ​ຫ​ຍຸ້ງ​ຍາກ ແລະ​ ຍືນ​ຍົງຄົງ​ຕົວ​ຕະ​ຫລອດ​ການ

(VOVWORLD) -ເຫດການສະເຫລີມສະຫລອງ 75 ປີແຫ່ງວັນຊາດຫວຽດນາມ ດຳເນີນໃນສະພາບທີ່ມີຄວາມຍຸ້ງຍາກຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19 ເກີດຂຶ້ນໃນຂອບເຂດທົ່ວໂລກແຕ່ກໍ່ເຊັ່ນດຽວກັນກັບໄລຍະກ່ອນນີ້ 3 /4  ສະຕະວັດ , ຊາດຫວຽດນາມ ໄດ້ ແລະ ພວມໝັ້ນແກ່ນຜ່ານຜ່າທຸກຄວາມຫຍຸ້ງຍາກ, ຢັ້ງຢືນໃຫ້ເຫັນບັນດາຄຸນຄ່າມູນເຊື້ອ ແລະ ອະນາຄົດອັນສົດໃສຂອງຊາດ.

ໂລກລະບາດໂຄວິດ 19 ບໍ່ພຽງແຕ່ແມ່ນວິກິດການດ້ານສາທາລະນະສຸກເທົ່ານັ້ນ ຫາກຍັງເຮັດໃຫ້ສະພາບການໂລກຖືກຕ່າວປີ້ນ ດ້ວຍຄວາມເສຍຫາຍໃຫຍ່ຫລວງກ່ຽວກັບສຸຂະພາບ, ຊີວິດອິນຊີຂອງມະນຸດ, ເຮັດໃຫ້ພື້ນຖານເສດຖະກິດ, ການຄ້າ, ການລົງທຶນໃນທົ່ວໂລກຖືກຊຸດໂຊມຢ່າງຫນັກຫນ່ວງ, ໃນນັ້ນ ມີຫວຽດນາມ. ໂດຍພາຍໃຕ້ການຊີ້ນຳນຳພາຂອງພັກ ແລະ ເສີມຂະຫຍາຍເຈດຈຳນົງ, ຈິດໃຈຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມ ໄດ້ຮ່ວມແຮງຮ່ວມໃຈ, ເປັນຈິດຫນຶ່ງໃຈດຽວ, ມີຫົວຄິດປະດິດສ້າງ, ມານະພະຍາຍາມປະຕິບັດ “ຄາດໝາຍຄວບຄູ່” ທັງຂ້ຽວຂາດ “ຕ້ານໂລກລະບາດຄືດັ່ງຕ້ານສັດຕູ”  ທັງຕັດສິນໃຈຮັກສາ, ຟື້ນຟູການຜະລິດ, ພັດທະນາເສດຖະກິດ, ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ເພື່ອ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ”. ມາຮອດປະຈຸບັນ ຫວຽດນາມ ຍັງຄົງສືບຕໍ່ຄວບຄຸມ, ກຳຈັດ ໂລກລະບາດ ແລະ ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ.

ຄຸນ​ຄ່າ​ຂອງ​ປະ​ເທດ​ຊາດ, ຂອງ​ຊາດ ໂດດ​ເດັ່ນ​ຂຶ້ນ​ໃນ​ສະ​ພາບປະ​ສົບ​ກັບຄວາມ​ຫ​ຍຸ້ງ​ຍາກ ແລະ​ ຍືນ​ຍົງຄົງ​ຕົວ​ຕະ​ຫລອດ​ການ - ảnh 1 ເຖິງວ່າ ຖືກຜົນສະທ້ອນຈາກໂລກລະບາດກໍຕາມ ແຕ່ເສດຖະກິດຫວຽດນາມ ຍັງຄົງຮັກສາສະຖຽນລະພາບ, GDP 6 ເດືອນຕົ້ນປີ 2020 ສືບຕໍ່ບັນລຸການເຕີບໂຕທາງບວກ ດ້ວຍລະດັບເກືອບ 2% (ພາບປະກອບ:  Tapchitaichinh.vn)

ເຖິງວ່າ ຖືກຜົນສະທ້ອນຈາກໂລກລະບາດກໍຕາມ ແຕ່ເສດຖະກິດຫວຽດນາມ ຍັງຄົງຮັກສາສະຖຽນລະພາບ, GDP 6 ເດືອນຕົ້ນປີ 2020 ສືບຕໍ່ບັນລຸການເຕີບໂຕທາງບວກ ດ້ວຍລະດັບເກືອບ 2%. ການຄ້າເກີນດຸນແມ່ນບັນລຸມຸນຄ່າເກືອບ 11 ຕື້ໂດລາສະຫະລັດ. ກະແສງເງິນລົງທຶນ FDI ເຂົ້າຫວຽດນາມ ໄດ້ເພີ່ມຂຶ້ນຢ່າງແຮງໃນຊຸມເດືອນຜ່ານມາ. ຕາມການຈັດອັນດັບຄວາມແຂງແກ່ນດ້ານການເງິນ ຈາກວາລະສານ The Economist ເດືອນພຶດສະພາປີ 2020 ຫວຽດນາມ ຢືນອັນດັບ 12/66 ພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ, ນອນໃນກຸ່ມ ປອດໄພ ໃນສະພາບເກີດໂລກລະບາດ. ກ່ອນສອງສາມມື້ດຳເນີນພິທີສະເຫລີມສະຫລອງວັນຊາດຫວຽດນາມ ຄັ້ງທີ 75, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະຄັ້ງທີ 6 ຂອງອະນຸກຳມະການເສດຖະກິດ ສັງຄົມ ກະກຽມກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ ໂດຍໄດ້ຕີລາຄາວ່າ:

ຄຸນ​ຄ່າ​ຂອງ​ປະ​ເທດ​ຊາດ, ຂອງ​ຊາດ ໂດດ​ເດັ່ນ​ຂຶ້ນ​ໃນ​ສະ​ພາບປະ​ສົບ​ກັບຄວາມ​ຫ​ຍຸ້ງ​ຍາກ ແລະ​ ຍືນ​ຍົງຄົງ​ຕົວ​ຕະ​ຫລອດ​ການ - ảnh 2 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະຄັ້ງທີ 6 ຂອງອະນຸກຳມະການເສດຖະກິດ ສັງຄົມ ກະກຽມກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ (ພາບ: TTXVN)

ໃນຄວາມຍຸ້ງຍາກລວມ, ພວກເຮົາໄດ້ມານະພະຍາຍາມຜ່ານຜ່າ. ຄຸນຄ່າປະເທດຊາດ, ຄຸນຄ່າຂອງຊາດໃນສະພາບປະສົບກັບຄວາມຍຸ້ງຍາກນັ້ນ ແມ່ນໄດ້ຍົກສູງຂຶ້ນ. ໃນການສຳຫລວດຫາງສຽງ ໂດຍຄະນະໂຄສະນາສຶກສາສູນກາງ ຫາກໍ່ປະກາດຫວ່າງແລ້ວນີ້ ມີ 97% ຈຳນວນປະຊາຊົນຖືກຖາມ ລ້ວນແຕ່ມີຄວາມເຊື່ອໝັ້ນວ່າ ບັນດາມາດຕະການແກ້ໄຂໃນການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ຂອງພັກ, ລັດ ລ້ວນແຕ່ບັນລຸໝາກຜົນ”.

 

  ຫວນຄືນໄລຍະ 75 ປີຜ່ານມາ, ຫວຽດນາມ ບັນລຸໄດ້ຜົນງານສຳຄັນຫລາຍຢ່າງ ດ້ວຍການເຕີບໂຕເສດຖະກິດຍາມໃດກໍ່ຮັກສາຢູ່ໃນລະດັບສູງສົມຄວນ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ, ມີສະຖຽນລະພາບດ້ານການເມືອງສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບໄດ້ຮັບປະກັນ, ລະບອບກົດໝາຍນັບມື້ນັບໄດ້ສ້າງໃຫ້ສົມບູນແບບ. ຫວຽດນາມ ກໍ່ໄດ້ເປີດກວ້າງການພົວພັນການຕ່າງປະເທດ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ ແລະ ປະກອບສ່ວນຢ່າງຕັ້ງຫນ້າ, ມີຄວາມຮັບຜິດຊອບໃຫ້ແກ່ສັນຕິພາບ, ການຮ່ວມມືຢູ່ພາກພື້ນ ແລະ ໃນທົ່ວໂລກ.

ໃນສະພາບຄວາມຫຍຸ້ງຍາກນັ້ນ ລັດຖະບານຫວຽດນາມ ພວມສຸມໃສ່ປະຕິບັດບົດບາດສ້າງສາພັດທະນາໃຫ້ເປັນຢ່າງດີ ແລະ ຕັດສິນໃຈປ່ຽນໃຫມ່, ສ້າງໂຄງປະກອບເສດຖະກິດຄືນໃຫມ່ໃຫ້ຍຶນຍົງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຫັນເປັນເສດຖະກິດດີຈີຕອນ. ບັນດາຜົນງານອັນຍິ່ງໃຫຍ່ມີຄວາມໝາຍປະຫວັດສາດໃນໄລຍະຜ່ານມາເປັນການພິສູດໃຫ້ເຫັນຈິດໃຈ, ເຈດຈຳນົງອັນແຮງກ້າຂອງຊາດຫວຽດນາມ.

ປະຈຸບັນ ທັງຫວຽດນາມ ແລະ ໂລກ ລ້ວນແຕ່ປະສົບກັບສິ່ງກີດຂວາງໃນການພັດທະນາ ບໍ່ພຽງແຕ່ໂລກລະບາດໂຄວິດ 19 ເທົ່ານັ້ນ ຫາກການປະທະກັນໃນທົ່ວໂລກ ຍັງສົ່ງຜົນສະທ້ອນເຖິງການພັດທະນາ, ບັນຫາຄວາມຄາດຫວັງຂອງຊາດ, ການປ່ຽນໃຫມ່ປະດິດຄິດສ້າງ ດ້ວຍພື້ນຖານວັດທະນະທຳ, ຊາວຫວຽດນາມ ນັ້ນແມ່ນບັນຫາຕ້ອງໄດ້ຢັ້ງຢືນເພື່ອຜ່າຜ່າຄວາມຍຸ້ງຍາກຍຸດທະສາດ ນຳປະເທດຫວຽດນາມ ກ້າວຂຶ້ນໃນໄລຍະຈະມາເຖິງ

ວັນຊາດຄັ້ງທີ 75 ຂອງຫວຽດນາມ ແມ່ນກົງກັບຈຸດເວລາ ຫວຽດນາມ ພວມດຳລົງຕຳແຫ່ນງປະທານ ອາຊຽນ, ປະທານ AIPA 41 ແລະ ຄະນະກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ. ສິ່ງນີ້ ສະແດງໃຫ້ເຫັນຖານະບົດບາດຂອງຫວຽດນາມນັບມື້ນັບເພີ່ມຂຶ້ນ ບົນເວທີສາກົນ, ຢັ້ງຢືນບົດບາດ ຫວຽດນາມ ເປັນເພື່ອນມິດ, ເປັນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈຂອງເພື່ອນມິດ ແລະ ຄູ່ຮ່ວມມືສາກົນ.

ຄຸນ​ຄ່າ​ຂອງ​ປະ​ເທດ​ຊາດ, ຂອງ​ຊາດ ໂດດ​ເດັ່ນ​ຂຶ້ນ​ໃນ​ສະ​ພາບປະ​ສົບ​ກັບຄວາມ​ຫ​ຍຸ້ງ​ຍາກ ແລະ​ ຍືນ​ຍົງຄົງ​ຕົວ​ຕະ​ຫລອດ​ການ - ảnh 3ພິທີເລີ່ມເຄື່ອນໄຫວປີຫວຽດນາມດຳເນີນບົດບາດເປັນປະທານ ອາຊຽນ 2020 (ພາບ: baoquocte.vn) 


ຕໍ່ຫນ້າສະພາບການໂລກລະບາດພວມຜັນແປໄປຢ່າງສັບສົນ, ຫວຽດນາມ ໄດ້ຍູ້ແຮງບັນດາການເຄື່ອນໄຫວການຕ່າງປະເທດ, ການຮ່ວມມືສາກົນ ດ້ວຍຫລາຍຮູບການທີ່ມີຫົວຄິດປະດິດສ້າງ, ມີໄຫວພິບ, ຫນູນຊ່ວຍອຸປະກອນການແພດໃຫ້ແກ່ 40 ປະເທດ, ອົງການຈັດຕັ້ງສາກົນ. ນັບແຕ່ເດືອນກຸມພາປີ 2020 ມາຮອດປະຈຸບັນ, ໄດ້ມີ 30 ກອງປະຊຸມຂັ້ນສູງ ອອນລາຍ, ການໂອ້ລົມທາງໂທລະສັບຂອງທ່ານເລຂາທິການໃຫຍ່, ປະທານປະເທດ, ທ່ານນາຍົກລັດຖະມົນຕີ, ທ່ານນາງປະທານສະພາແຫ່ງຊາດ ກັບການນຳບັນດາປະເທດ, ອົງການຈັດຕັ້ງໃຫຍ່ຂອງສາກົນ. ການເຊື່ອມໂຍງຮອບດ້ານ, ເປັນເຈົ້າການ ໄດ້ສ້າງຂີດໝາຍ ຫວຽດນາມ ບົນເວທີສາກົນ ດ້ວຍບັນດາການປະກອບສ່ວນຕັ້ງຫນ້າໃຫ້ແກ່ພາລະກິດສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ ພາກພື້ນ ແລະ ໂລກ.

ໝາກຜົນຂອງປີ 2020 ກໍ່ຄື ໝາກຜົນການປະຕິວັດຂອງໄລຍະ 75 ປີ ໃນລະດູໃບໄມ້ຫລົ່ນ ປະຈຸບັນໄດ້ກາຍເປັນຄຸນຄ່າໃຫຍ່, ຍືນຍົງຄົງຕົວຕະຫລອດການຂອງຊາດຫວຽດນາມ. ໃນໂອກາດວັນຊາດນີ້ ຄຸນຄ່າດັ່ງກ່າວ ຍິ່ງສະແດງໃຫ້ເຫັນວ່າ ພວກເຮົາມີຄວາມເຊື່ອໝັ້ນຕໍ່ອະນາຄົດອັນສົດໃສຂອງປະເທດຊາດ, ຂອງຊາດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ