ຄຸນຄ່າປະຫວັດສາດຂອງໄຊຊະນະວັນທີ 30/4/1975

ດ້ວຍ​ໄຊ​ຊະ​ນະ​ຂອງ​ການ​ບຸກ​ໂຈມ​ຕີ​ຂະ​ໜາດ​ໃຫຍ່ ແລະ ການ​ລຸກ​ຮື້​ຂຶ້ນ​ຍາມ​ລະ​ດູ​ບານ​ໃໝ່​ປີ 1975 ຊຶ່ງຈຸດຍອດ​ສູງແມ່ນບັ້ນ​ຮົບ​ໂຮ່​ຈິ​ມິນ​ປະ​ຫວັດ​ສາດນັ້ນ, ການ​ຕ່ໍ່​ສູ້​ຕ້ານ​ຈັກ​ກະ​ພັດ​ອາ​ເມ​ລິ​ກາ​ກູ້​ຊາດ​ຂອງກອງ​ທັບ ແລະ ປະ​ຊາ​ຊົນ​ຫວຽດ​ນາມ​ໄດ້​ຮັບ​ໄຊ​ຊະ​ນະ​ຢ່າງ​ສົມ​ບູນ. ວິ​ລະ​ກຳ​ນີ້​ໄດ້​ເປີດ​ໄລ​ຍະ​ທີ່​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມໃນ​ປະ​ຫວັດ​ສາດ​ຕ້ານ​ສັດ​ຕູ​ຜູ້​ຮຸກ​ຮານ​ຂອງ​ຊາດ​ຫວຽດ​ນາມ.

ຄຸນຄ່າປະຫວັດສາດຂອງໄຊຊະນະວັນທີ 30/4/1975 - ảnh 1
ລົດ​ຖັງ​ຂອງ​ທະ​ຫານ​ປົດ​ປ່ອຍ​ບຸກ​ເຂົ້າ​ທຳ​ນຽບ​ເອ​ກະ​ລາດ​ເມື່ອ​ວັນ​ທີ 30/4/1975

     ມະ​ຫາ​ໄຊ​ລະ​ດູ​ບານ​ໃໝ່​ປີ 1975 ບໍ່​ພຽງ​ແຕ່​ສິ້ນ​ສຸດ​ ການ​ຕ່ໍ່​ສູ້​ຕ້ານ​ຈັກ​ກະ​ພັດ​ອາ​ເມ​ລິ​ກາ​ກູ້​ຊາດໃນ​ຕະຫຼອດ 21 ປີ ເທົ່າ​ນັ້ນ, ຫາກ​ຍັງ​ສິ້ນ​ສຸດການ​ປົກ​ຄອງ​ຂອງ​ລັດ​ທິ​ລ່າ​ເມືອງ​ຂຶ້ນແບບ​ເກົ່າ ແລະ ລັດ​ທິ​ລ່າ​ເມືອງ​ຂຶ້ນແບບ​ໃໝ່​ທີ່​ແກ່​ຍາວ​ມາ​ເປັນ​ເວ​ລາ 117 ປີ ຢູ່​ປະ​ເທດ​ຫວຽດ​ນາມ (1858-1975) . ມະ​ຫາ​ໄຊ​ລະ​ດູ​ບານ​ໃໝ່​ປີ 1975 ໄດ້​ໄຂ​ສັງ​ກາດ​ໃໝ່​ແຫ່ງ​ປະ​ຫວັດ​ສາດ​ຂອງ​ຊາດ​ຫວຽດ​ນາມ, ສັງ​ກາດ​ເອ​ກະ​ລາດ, ເອ​ກະ​ພາບ ແລະ ກ້າວ​ຂຶ້ນ​ສູ່​ລັດ​ທິ​ສັງ​ຄົມ​ນິ​ຍົມ.

    ໄຊ​ຊະ​ນະ​ແຫ່ງ​ຄວາມ​ຄາດ​ຫວັງ​ມີ​ເອ​ກະ​ລາດ​ແຫ່ງ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ

   ມະ​ຫາ​ໄຊ​ລະ​ດູ​ບານ​ໃໝ່​ປີ 1975 ແມ່ນ​ການ​ເຕົ້າ​ໂຮມ​ກຳ​ລັງ​ແຮງ​ຂອງກອງ​ທັບ ແລະ ປະ​ຊາ​ຊົນ​ທົ່ວ​ປະ​ເທດ, ກຳ​ລັງ​ແຮງ​ຂອງ​ທົ່ວ​ທັງ​ຊາດ. ນັ້ນ​ແມ່ນ​ກຳ​ລັງ​ແຮງ​ຂອງ​ສົງ​ຄາມ​ປະ​ຊາ​ຊົນ​ຫວຽດ​ນາມ​ທີ່​ມະ​ຫັດ​ສະ​ຈັນ ດ້ວຍ​ການ​ເສຍ​ສະຫຼະ​ຢ່າງ​ໃຫຍ່ຫຼວງ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ, ນັກ​ຮົບ​ພາກ​ໃຕ້​ບົນ​ແນວ​ໜ້າ​ໃຫຍ່ ແລະ ການ​ລຳ​ລຽງ​ຊ່ວຍ​ໜູນ​ຢ່າງ​ສຸດ​ໃຈ​ຂອງ​ແນວຫຼັງ​ພາກ​ເໜືອ. ພົນ​ຈັດ​ຕະ​ວາ ເຈີນ​ຫງອກ​ໂຖ ຮອງ​ປະ​ທານ​ສະ​ມາ​ຄົມ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ສານ​ພິດ​ສີ​ສົ້ມ​/ດີ​ໂອ​ຊິນ ຫວຽດ​ນາມ ອະ​ດີດ​ຫົວ​ໜ້າ​ຄະ​ນະ​ການ​ຮົບ​ຂອງ​ປີກ​ໜຶ່ງ​ໃນ​ບັ້ນ​ຮົບ​ໂຮ່​ຈິ​ມິນ ໄດ້​ຫວນ​ຄືນ​ວ່າ :

   “ ສະ​ໜາມ​ຮົບ​ພາກ​ໃຕ້​ຕີ​ອາ​ເມ​ລິ​ກາ ແມ່ນ​ລຳ​ບາກ​ກາກ​ກຳ​ ແລະ ດຸ​ເດືອດທີ່​ສຸດ, ມັນ​ແຕກ​ຕ່າງ​ກັບ​ສົງ​ຄາມ​ອື່ນໆ. ກອງ​ທັບ ແລະ ປະ​ຊາ​ຊົນ​ຫວຽດ​ນາມ​ດ້ວຍ​ອາ​ວຸດບໍ່​ທັນ​ສະ​ໄໝ ໄດ້​ລຸກ​ຂຶ້ນ​ຕ້ານ​ຄືນ​ພວກ​ຈັກ​ກະ​ພັດ”

    ພາຍຫຼັງ​ທີ່​ໄດ້​ຍາດ​ເອົາ​ຊະ​ນະ​ຢູ່ຫຼາຍ​ທ້ອງ​ຖິ່ນ, ທ້າຍ​ເດືອນ 4/1975, ກອງ​ທັບ ແລະ ປະ​ຊາ​ຊົນຫວຽດ​ນາມ​ໄດ້​ບຸກ​ເຂົ້າປົດ​ປ່ອຍ​ນະ​ຄອນ​ໄຊ​ງ່ອນ. ເວ​ລາ 11 ໂມງ 30 ນາ​ທີ, ທຸງໄຊ​ຊະ​ນະ​ໄດ້​ບິວ​ສະ​ບັດ​ເທິ່ງ​ຊັ້ນ​ດາດ​ຟ້າ​ຂອງ​ທຳ​ນຽບ​ເອ​ກະ​ລາດ. ການ​ບຸກ​ໂຈມ​ຕີ​ໂດຍ​ຕັດ​ສິນ​ໃຈ​ເອົາ​ໄຊຊະ​ນະ​ນັ້ນ ໄດ້ ສິ້ນ​ສຸດ​ການ​ຕ່ໍ່​ສູ້​ຕ້ານ​ຈັກ​ກະ​ພັດ​ອາ​ເມ​ລິ​ກາ​ກູ້​ຊາດຂອງ​ຊາດ​ຫວຽດ​ນາມ​ທີ່​ແກ່​ຍາວ​ຕະຫຼອດ 21 ປີ. ຮອງ​ສາດ​ສະ​ດາ​ຈານ, ດ​ຣ ຫງວຽນ​ແມ້ງ​ຮ່າ ຫົວ​ໜ້າ​ສະ​ຖາ​ບັນ​ປະ​ຫວັດ​ສາດ​ພັກ ຢືນ​ຢັນ​ວ່າ : 

  “ປູ​ຍ່າ​ຕາ​ຍາຍ​ຂອງ​ພວກ​ເຮົາ ໄດ້​ມີ​ຄຳ​ວ່າ : ສົງ​ຄາມ​ເພື່ອ​ພື້ນ​ຖານ​ສັນ​ຕິ​ພາບ​ແບບ​ຍືນຍ​ົງ. ຊາດ​ຫວຽດ​ນາມ​ແມ່ນ​ຊາດ​ໜຶ່ງ​ທີ່​ຮັກ​ຫອມ​ສັນ​ຕິ​ພາບ​ທີ່​ສຸດ, ແຕ່​ຍາມ​ໃດ​ກໍ​ຕ້ອງຕໍ່​ສູ້ຕ້ານ​ບັນ​ດາ​ອິດ​ທິ​ກຳ​ລັງ​ເຂົ້າ​ມາ​ຮ​ຸກ​ຮານ ເພື່ອ​ຍາດ​ເອົາ​ສັນ​ຕິ​ພາບ, ເອ​ກະ​ພາບ​ມາ​ໃຫ້​ປະ​ເທດ​ຊາດ​ຄືນ. ແນ່ນອນ​ວ່າ ສົງ​ຄາມ​ແມ່ນ​ຄວາມ​ເສຍ​ຫາຍ, ແມ່ນ​ການ​ເສຍ​ສະຫຼະ​ຊີ​ວິດ. ຄວາມ​ເສຍ​ຫາຍ ແລະ ​ການ​ເສຍ​ສະຫຼະ​ຊີ​ວິດຂອງ​ພວກ​ເຮົາ​ໃນການ​ຕ່ໍ່​ສູ້​ຕ້ານ​ຈັກ​ກະ​ພັດ​ອາ​ເມ​ລິ​ກາ​ກູ້​ຊາດ ແມ່ນ​ໃຫຍ່ຫຼວງ​ທີ່​ສຸດ, ແຕ່​ພວກ​ເຮົາ​ຮອມ​ຮັບ​ເພື່ອ​ຍາດ​ເອົາ​ເອ​ກະ​ລາດ, ເອ​ກະ​ພາບ​ ແລະ ສັນ​ຕິ​ພາບມາ​ໃຫ້​ປະ​ເທດ​ຊາດຄືນ”

    ໄຊ​ຊະ​ນະ​ຂອງ​ນ້ຳ​ໃຈ​ມະ​ຫາ​ສາ​ມັກ​ຄີ​ແຫ່ງ​ຊາດ

  ຄວາມ​ສາ​ມັກ​ຄີ, ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ໃນ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ແລະ ສາ​ມັກ​ຄີ​ສາ​ກົນ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ທີ່​ສຳ​ຄັນ ເພື່ອ​ຍາດ​ເອົາຊ​ຊະ​ນະໃນການ​ຕ່ໍ່​ສູ້​ຕ້ານ​ຈັກ​ກະ​ພັດ​ອາ​ເມ​ລິ​ກາ​ກູ້​ຊາດ. ພັນ​ເອກ, ຮອງ​ສາດ​ສະ​ດາ​ຈານ, ດ​ຣ ເຈີນ​ຫງອກ​ລອງ ອະ​ດີດ​ຮອງ​ຫົວ​ໜ້າ​ສະ​ຖາ​ບັນ​ປະ​ຫວັດ​ສາດ​ການ​ທະ​ຫານ​ຫວຽດ​ນາມ ເນັ້ນ​ໜັກ​ວ່າ : 

    “ ຖ້າ​ຫາກ​ພິ​ຈາ​ລະ​ນາ​ກຳ​ລັງ​ບົ່ມ​ຊ້ອນ​ດ້ານ​ເສດ​ຖະ​ກິດ ແລະ ການ​ທະ​ຫານນັ້ນ, ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ຫວຽດ​ນາມ​ແມ່ນ​ຢູ່​ໃນ​ທ່າ​ອ່ອນກວ່າ. ແຕ່​ສຳ​ລັບ​ກຳ​ລັງ​ແຮງ​ສັງ​ລວມນັ້ນ, ຫວຽດ​ນາມ​ລື່ນ​ກາຍຫຼາຍ. ດ້ວຍ​ກຳ​ລັງ​ແຮງ ແລະ ຄວາມ​ສາ​ມາດນັ້ນ, ຊາດ​ຫວຽດ​ນາມ​ໄດ້​ຮູ້​ຈັກ​ວິ​ທີ​ຍາດ​ເອົາ​ໄຊ​ຊະ​ນະ​ເທື່ອ​ລະ​ກ້າວ, ຕີ​ເອົາ​ໄຊ​ຊະ​ນະ​ສັດ​ຕູ​ໃນ​ແຕ່​ລະ​ຍຸດ​ທະ​ສາດ ເພື່ອ​ທັງ​ຕີ​ໃຫ້​ອາ​ເມ​ລິ​ກາ​ໃຫ້​ຖອຍ​ໄປ, ທັງ​ໂຄ່ນ​ລົ້ມ​ອຳ​ນາດ​ການ​ປົກ​ຄອງ​ຫ່​ຸ່ນ​ໄຊ​ງ່ອນ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ  ”

    ສົງ​ຄາມ​ໄດ້​ຜ່ານ​ພົ້ນ​ໄປ, ແຕ່​ບັນ​ດາ​ບົດ​ຮຽນ​ປະ​ຫວັດ​ສາດ​ອັນ​ລ້ຳ​ຄ່າ​ໃນການ​ຕ່ໍ່​ສູ້​ຕ້ານ​ຈັກ​ກະ​ພັດ​ອາ​ເມ​ລິ​ກາ​ກູ້​ຊາດ ຍາມ​ໃດ​​ກໍ​ຖືກປະ​ຊາ​ຊົນ​ຫວຽດ​ນາມ ແລະ ເພື່ອ​ນ ມິດ​ສາ​ກົນເຕື້ອງ​ເຖິງ ດ້ວຍ​ຄວາມ​ເອກ​ອ້າງທະ​ນົງ​ໃຈ. ຮອງ​ສາດ​ສະ​ດາຈານ, ດ​ຣ ຫງວຽນ​ຈ້ອງ​ຟຸກ ອະ​ດີດຫົວ​ໜ້າ​ສະ​ຖາ​ບັນ​ປະ​ຫວັດ​ສາດ​ພັກ ຢືນ​ຢັນ​ວ່າ :

    “ ບົດ​ຮຽນ​ໃຫຍ່ກວ່າ​ໝູ​່​ຍັງ​ຄົງ​ແມ່ນ​ລັດ​ທິ​ຮັກ​ຊາດ, ເຊີດ​ຊູ​ນ້ຳ​ໃຈ​ມະ​ຫາ​ສາ​ມັກ​ຄີ​ແຫ່ງ​ຊາດ. ນອກ​ຈາກນັ້ນ ຍັງ​ມີ​ບົດ​ບາດ​ນຳ​ພາ​ຂອງ​ພັກ ຈາກ​ແນວ​ທາງ​ສົງ​ຄາມ ຈົນ​ເຖິງວິ​ທີ​ຊີ້​ນຳ​ການ​ຈັດ​ຕັ້ງ​ປະ​ຕິບ​ັດ​ຕົວ​ຈິງ. ສຸດ​ທ້າຍ ພວກ​ເຮົາ​ຕ້ອງ​ເວົ້າ​ເຖິງ​ບົດ​ຮຽນ​ກ່ຽວ​ກັບ​ການ​ຍາດ​ແຍ່ງ​ກຳ​ລັງ​ແຮງ​ທັງ​ຊາດ, ສົມ​ທົບ​ກຳ​ລັງ​ແຮງ​ທັງ​ຊາດ ກັບ​ກຳ​ລັງ​ແຮງ​ຂອງ​ຍຸກ​ສະ​ໄໝ, ກຳ​ລັງ​ແຮງ​ຢູ່​ພາຍ​ໃນ​ປະ​ເທດ​ກັບ​ກຳ​ລັງ​ແຮງ​ພາຍນອກ, ຍາດ​ແຍ່ງ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ປະ​ຊາ​ຊົນ​ຜູ້​ກ້າວ​ໜ້າ​ໃນ​ໂລກ ເພື່ອຍາດ​ເອົາ​ເອ​ກະ​ລ​າດ ”

    ການ​ຜັນ​ແປ​ທັງ​ໝົດ​ໃນ ການ​ຕ່ໍ່​ສູ້​ຕ້ານ​ຈັກ​ກະ​ພັດ​ອາ​ເມ​ລິ​ກາ​ກູ້​ຊາດ​ໄດ້​ພິ​ສູດ​ໃຫ້​ເຫັນ​ຄວາມ​ຖືກ​ຕ້ອງ​ແນວ​ຄິດ​ຍຸດ​ທະ​ສາດ​ບຸກ​ໂຈມ​ຕີ, ວິ​ທີ​ການ​ປະ​ຕິ​ວັດ , ທິດ​ນຳ​ຊີ້​ນຳ​ຍຸດ​ທະ​ສາດ, ແບບ​ວິ​ທີ​ດຳ​ເນີນ​ສົງ​ຄາມ ແລະ ສິ​ລະ​ປະ​ການ​ທະ​ຫານ​ຂອງກອງ​ທັບ​ຫວຽດ​ນາມ ພາຍ​ໃຕ້​ການຊີ້​ນຳນ​ຳ​ພາຢ່າງ​ສະຫຼາດ​ສອງ​ໃສ​ຂອງ​ພັກ​ກອ​ມູ​ນິດ​ຫວຽດ​ນາມ. ບັນ​ດາ​ແນວ​ຄິດ ແລະ​ ຈິດ​ໃຈ​ນັ້ນ ໄດ້, ພວມ ແລະ ຖືກ​ໝູນ​ໃຊ້​ເຂົ​້າ​ໃນ​ກິດ​ຈະ​ການ​ສ້າງ​ສາ, ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາດ .

ຕອບກັບ

ຂ່າວ/ບົດ​ອື່ນ