ຄຸນຄ່າເປັນເອກະລັກສະເພາະຂອງແນວທາງ “ການທູດແບບຕົ້ນໄມ້ໃຜ່ ຫວຽດນາມ”

(VOVWORLD) -“ການທູດແບບຕົ້ນໄມ້ໃຜ່ ຫວຽດນາມ” ແມ່ນຄຳນິຍາມໂດຍມີນັກການທູດຫລາຍທ່ານໄດ້ເວົ້າເຖິງເມື່ອເຕື້ອງເຖິງນະໂຍບາຍການຕ່າງປະເທດ ຂອງ ຫວຽດນາມ. ຄຳນິຍາມນີ້ບໍ່ແມ່ນທິດທາງການທູດແບບໃຫມ່ ຫາກແມ່ນການຄັດກອງ, ລວບລວມ, ຫັນແນວທາງການຕ່າງປະເທດເປັນຫລາຍຮູບແບບ ຫາກພັກກອມມູນິດ ຫວຽດນາມ ໄດ້ ແລະ ພວມປະຕິບັດບັນດາການປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງປະເທດຊາດ.
ຄຸນຄ່າເປັນເອກະລັກສະເພາະຂອງແນວທາງ “ການທູດແບບຕົ້ນໄມ້ໃຜ່ ຫວຽດນາມ” - ảnh 1"ການທູດແບບຕົ້ນໄມ້ໃຜ່ ຫວຽດນາມ"ແມ່ນຄຳນິຍາມໂດຍນັກການທູດຫລາຍທ່ານໄດ້ເວົ້າເຖິງເມື່ອເຕື້ອງເຖິງນະໂຍບາຍການຕ່າງປະເທດ ຂອງ ຫວຽດນາມ. ພາບ:vneconomy.vn

ຕໍ່ຫນ້າການຜັນແປໃຫຍ່ຫລວງຂອງຍຸກສະໄຫມ, ພິເສດ ໃນໄລຍະແຕ່ປີ 2020 ມາຮອດປະຈຸບັນ, ການຕ່າງປະເທດຂອງຫວຽດນາມ ນັບມື້ນັບສະແດງໃຫ້ເຫັນສີສັນ ຈະແຈ້ງ ເພື່ອປົກປັກຮັກສາຜົນປະໂຫຍດຂອງປະເທດຊາດຢ່າງໝັ້ນແກ່ນ ແລະ ເສີມຂະຫຍາຍຢ່າງແຮງໃນໂລກ ລວມ. ນັ້ນແມ່ນ ສືບຕໍ່ປັບປຸງໂສມຫນ້າການຕ່າງປະເທດຢ່າງສະດວກ ເພື່ອປົກປັກຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ເອກະລາດ,ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ ແລະ ຍົກສູງຖານະບົດບາດ ອິດທິພົນຊື່ສຽງຂອງປະເທດຊາດໃນເວທີສາກົນກວ່າອີກ.

ສີສັນ “ການທູດແບບຕົ້ນໄມ້ໃຜ່ ຫວຽດນາມ”

 ທ່ານ ບຸ່ຍແທງເຊີນ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ກ່າວວ່າ: ໃນກອງປະຊຸມການຕ່າງປະເທດທົ່ວປະເທດຄັ້ງທີ 1 ປີ 2021, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຖືວ່າ:ໃນໄລຍະກວ່າ 90 ປີຜ່ານມາ, ພາຍໃຕ້ການຊີ້ນຳຂອງພັກກອມມູນິດ ຫວຽດນາມ ແລະ ປະທານໂຮ່ຈີມິນ, ບົນພື້ນຖານໝູນໃຊ້ຫລັກການພື້ນຖານຂອງ ລັດທິ ມາກ - ເລນິນ ຢ່າງມີຫົວຄິດປະດິດສ້າງ, ໂດຍສືບທອດ ແລະ ເສີມຂະຫຍາຍມູນເຊື້ອ, ສີສັນການຕ່າງປະເທດ, ການທູດ ແລະ ວັດທະນະທຳຂອງຊາດ, ຮັບເອົາສິ່ງຍອດຢ້ຽມດ້ານວັດທະນະທຳຂອງໂລກ ແລະ ແນວຄິດກ້າວຫນ້າຂອງຍຸກສະໄຫມໂດຍມີການຄັດເລືອກນັ້ນ, ຫວຽດນາມ   ໄດ້ສ້າງທິດທາງການຕ່າງປະເທດ ແລະ ການທູດເປັນເອກະລັກສະເພາະໃນຍຸກໂຮ່ຈີມິນ. ທິດທາງການທູດນັ້ນແມ່ນເຕັມໄປດ້ວຍສີສັນ“ການທູດແບບຕົ້ນໄມ້ໃຜ່ ຫວຽດນາມ”, ຕາມນັ້ນແລ້ວ: ຮາກໝັ້ນແກ່ນ, ລຳຕົ້ນແຂງແຮງ, ງ່າມີຄວາມຍືດຫຍຸ່ນ. ທ່ານລັດຖະມົນຕີ ບຸ່ຍແທງເຊີນເນັ້ນຫນັກວ່າ:

 “ຮາກໝັ້ນແກ່ນ ແມ່ນມູນເຊື້ອເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ແມ່ນຜົນປະໂຫຍດແຫ່ງຊາດ, ຂອງຊາດ. ລຳຕົ້ນແຂງແຮງ ນັ້ນແມ່ນຄຸນທາດອົງອາດກ້າຫານໃນສິ່ງທົດສອບນາໆປະການ, ແມ່ນບັນຫາຫລັກຂອງແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫລາຍຮູບຫລາຍແບບ ຫລາຍຝ່າຍ ພ້ອມແລ້ວເປັນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນໃນໄລຍະປ່ຽນແປງໃຫມ່ ໂດຍໄດ້ຢັ້ງຢືນຜ່ານພຶດຕິກຳຕົວຈິງ ແລະ ໄດ້ເສີມສ້າງໃນກວ່າ 36 ປີຜ່ານມາ. ງ່າມີຄວາມຍືດຫຍຸ່ນ ແມ່ນຢຶດໝັ້ນ, ຮັກສາເປົ້າໝາຍແນວຄິດຢ່າງໝັ້ນແກ່ນ, ແຕ່ໃນສະພາບການໃຫມ່, ເງື່ອນໄຂໃຫມ່ລ້ວນແຕ່ຮັບມືຢ່າງມີໄຫວພິບ”

         ນະໂຍບາຍ ການທູດແບບຕົ້ນໄມ້ໃຜ່ ຫວຽດນາມໄດ້ສ້າງຄວາມປະທັບໃຈຕໍ່ເພື່ອນມິດສາກົນ. ຕາມນັກຂ່າວເວີ່ຍເວີ່ຍ ວິທະຍຸກະຈາຍສຽງ -ໂທລະພາບສູນກາງຈີນແລ້ວ, ການທູດແບບຕົ້ນໄມ້ໃຜ່ ຫວຽດນາມ” ຕາມການຊີ້ນຳຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ອາດພັນລະນາດ້ວຍປະໂຫຍກທີ່ວ່າ “ຫລັກໝັ້ນການເມືອງ ຈະແຈ້ງ, ວິທີການທາງການທູດ ມີໄຫວພິບ”

ສ່ວນ ທ່ານ Kyril Whittaker, ສະມາຊິກ ພັກກອມມູນິດ ອັງກິດ ໄດ້ໃຫ້ຂໍ້ສັງເກດວ່າ: ນະໂຍບາຍການຕ່າງປະເທດແບບໄມ້ໃຜ່ ໄດ້ຊີ້ໃຫ້ເຫັນກຳລັງແຮງຂອງ ຫວຽດນາມ ບໍ່ປະລະຫລັກການ, ແຕ່ຍາມໃດກໍ່ມີ ໄຫວພິບ ແລະ ຮັບມືກັບໂລກທີ່ພວມປ່ຽນແປງ, ຊອກວິທີການສ້າງສາຍພົວພັນໃຫມ່ໃນຂະນະພວມພັດທະນາບັນດາສາຍພົວພັນທີ່ພວມມີຢູ່ແລ້ວປະຈຸບັນຂອງຫວຽດນາມ.

ຄຸນຄ່າເປັນເອກະລັກສະເພາະຂອງແນວທາງ “ການທູດແບບຕົ້ນໄມ້ໃຜ່ ຫວຽດນາມ” - ảnh 2ຄະນະຜູ້ແທນ ຫວຽດນາມ ມີຄວາມດີໃຈ ເມື່ອ ຫວຽດນາມໄດ້ຮັບເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດອາຍຸການ 2023- 2025. ພາບ: TTXVN

ໃນຂະນະນັ້ນ ທ່ານ ຄຳວິສັນ ແກ້ວສຸວັນ ອະດີດຜູ້ຊ່ວຍວຽກຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດ ລາວ ຖືວ່າ: ທິດທາງການທູດແບບຕົ້ນໄມ້ໃຜ່ ຫວຽດນາມແມ່ນສອດຄ່ອງກັບທຸກຍຸກສະໄຫມ, ນຳໃຊ້ການທູດເພື່ອຍູ້ການປະທະກັນໃຫ້ຖອຍໄປ, ຕິດພັນກັບພຶດຕິກຳຕົວຈິງຂອງໂລກ, ນຳ ຫວຽດນາມ ເຊື່ອມໂຍງເຂົ້າກັບການຜັນແປຂອງຍຸກສະໄຫມ.  ສ່ວນທ່ານ Veeramalla Anjaiah, ນັກຄົ້ນຄ້ວາຂັ້ນສູງຂອງສູນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ (CSEAS)  ຂອງອິນໂດເນເຊຍ ຖືວ່າ: ນະໂຍບາຍ ການທູດແບບຕົ້ນໄມ້ໃຜ່ ຫວຽດນາມ ໄດ້ປະກອບສ່ວນນຳມາເຊິ່ງຜົນງານຂອງ ຫວຽດນາມ.

ປະກອບເຂົ້າໃນການພັດທະນາ ແລະ ນຳຫວຽດນາມເຊື່ອມໂຍງຢ່າງເຂັ້ມແຂງ

ໃນສະພາບການໂລກມີການຜັນແປຫລາຍຢ່າງ ແລະ ສັບສົນໃນ 2 ປີຜ່ານມາ, ຂະແຫນງການທູດ ຫວຽດນາມ ໄດ້ເພີ່ມທະວີ, ປັບປຸງການພົວພັນກັບບັນດາປະເທດໃຫຍ່, ປະເທດບ້ານໃກ້ເຮືອນຄຽງ, ຄູ່ຮ່ວມມືສຳຄັນ ແລະ ເພື່ອນມິດສາກົນ, ນຳຈຳນວນປະເທດທີ່ມີການພົວພັນ  “ຄູ່ຮ່ວມມືຍຸດທະສາດຮອບດ້ານ”ກັບ ຫວຽດນາມ ຂຶ້ນເປັນ 4 ປະເທດ, ຈຳນວນປະເທດມີການພົວພັນການທູດຂຶ້ນເປັນ 190 ປະເທດ. ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນຮອງປະທານ  ສະມັດຊາໃຫຍ່ ສປຊ ຊຸດທີ 77 ອາຍຸການ  2022- 2023, ໄດ້ຮັບເລືອກຕັ້ງເຂົ້າສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025, ເປັນສະມາຊິກ ຄະນະກຳມະການລະຫວ່າງລັດຖະບານ ສົນທິສັນຍາ 2003 ກ່ຽວກັບການປົກປັກຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງ UNESCO ອາຍຸການ 2022 – 2026. ທ່ານ ລັດຖະມົນຕີ ບຸ່ຍແທງເຊີນ ຊີ້ແຈ້ງວ່າ:

“ສະພາບການຍິ່ງສັບສົນ, ຍິ່ງຕ້ອງຢຶດໝັ້ນກ່ຽວກັບຫລັກການ, ຍິ່ງມີ ໄຫວພິບກ່ຽວກັບລັດຖະນະໂຍບາຍ. ເພື່ອເຮັດໄດ້ສິ່ງນັ້ນ ຂະແຫນງການທູດ ຈະສືບຕໍ່ສູ້ຊົນ, ມານະພະຍາຍາມຈົນສຸດຄວາມສາມາດ, ຕັດສິນໃຈພັດທະນາພື້ນຖານການທູດ ຫວຽດນາມ ປອດໃສ, ໝັ້ນຄົງເຂັ້ມແຂວງ, ນຳຫນ້າ,ຮອບດ້ານ, ທັນສະໄຫມ, ເປັນເຈົ້າການ, ຮັບມື.. ເພື່ອສົມກັບພາລະກຳອັນຫນັກຫນ່ວງ ແຕ່ມີຄວາມສະຫງ່າລາສີ ຊື່ງພັກ, ລັດ ແລະ ປະຊາຊົນ  ໄດ້ມອບໝາຍໃຫ້”

         ຕໍ່ຫນ້າການຜັນແປອັນສັບສົນຂອງສະພາບການສາກົນ, ການທູດແບບຕົ້ນໄມ້ໃຜ່ ຫວຽດນາມຍັງຄົງສືບຕໍ່ຮັກສາທ່າສະຖຽນລະພາບ ແລະ ບືນຂຶ້ນ ຍ້ອນມີ ຮາກທີ່ໝັ້ນແກ່ນ, ນັ້ນແມ່ນຢຶດໝັ້ນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫລາຍຮູບຫລາຍແບບຫລາຍຝ່າຍ, ຍົກສູງຫລັກການພື້ນຖານຂອງ ກົດບັດ ສປຊ ແລະ ກົດໝາຍສາກົນ ເພື່ອຜົນປະໂຫຍດແຫ່ງຊາດ ຂອງຊາດ ພ້ອມທັງມີຄວາມຄ່ອງແຄ້ວ, ມີໄຫວພິບ, ປະດິດຄິດສ້າງ. ຜ່ານນັ້ນ ຫວຽດນາມກໍ່ໄດ້ຢັ້ງຢືນວ່າ ແມ່ນປະເທດຫນຶ່ງທີ່ເຕັມໄປດ້ວຍຄຸນທາດ,ຈິງໃຈ, ບໍລິສຸດຜຸດຜ່ອງ, ໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮັບຜິດຊອບ ພ້ອມທັງຮັກສາໂສມຫນ້າການຕ່າງປະເທດຢ່າງສະດວກໃຫ້ແກ່ການພັດທະນາປະເທດຊາດ ແລະ ປົກປັກຮັກສາປະເທດຊາດໃນສະພາບການໂລກມີຫລາຍປັດໄຈຜັນແປສັບສົນ ແລະ ຂາດສະຖຽນລະພາບ

ຕອບກັບ

ຂ່າວ/ບົດ​ອື່ນ