ຄຸນສົມບັດສິນທຳປະຕິວັດແມ່ນສິ່ງລ້ຳຄ່າສູງສົ່ງທີ່ສຸດ

(VOVWORLD) -ນັບແຕ່ກ່ອນມາຮອດປະຈຸບັນ, ໃນວຽກງານພະນັກງານ, ພັກກອມມູນິດຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງວຽກງານບຳລຸງກໍ່ສ້າງ, ສ້າງທຸກເງື່ອນໄຂເພື່ອໃຫ້ຜູ້ມີຄວາມເກັ່ງກ້າສາມາດ, ມີຄຸນທາດ ຄຸນສົມບັດດີ ອຸທິດສ່ວນໃຫ້ແກ່ປະເທດຊາດ

ຄຸນສົມບັດສິນທຳປະຕິວັດແມ່ນສິ່ງລ້ຳຄ່າສູງສົ່ງທີ່ສຸດ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ

(ພາບ: nhandan.com.vn)

ໂດຍເປັນປະທານກອງປະຊຸມຂອງຄະນະປະຈຳຊີ້ນຳສຸູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃນວັນທີ 25 ພະຈິກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຖືວ່າ, ເລື່ອງແກ້ໄຂປະຕິບັດວິໄນພະນັກງານຂັ້ນສູງນັບຮ້ອຍຄົນ, ນັບທັງກຳມະການກົມການເມືອງ, ກຳມະການສູນກາງໃນອາຍຸການຊຸດທີ 12 ຂອງພັກ ໄດ້ສ້າງການນາບຂູ່, ກ່າວເຕືອນ. ນັບທັງຂະນະທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກໃກ້ຈະດຳເນີນໄປນັ້ນ, ການລົງວິໄນຂອງພັກຍັງສືບຕໍ່ດຳເນີນ.

ກ່ອນໜ້ານັ້ນ, ໃນການກ່າວປາໄສທີ່ກອງປະຊຸມພະນັກງານທົ່ວປະເທດສະຫຼຸບວຽກງານຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນຜ່ານມາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ສະຫງວນເວລາຫຼາຍ ເພື່ອຕັກເຕືອນຖັນແຖວຫຼັກແຫຼ່ງແກ່ນສານຂອງພັກ ຍາມໃດກໍ່ຕ້ອງຮັກສາຄຸນສົມບັດສິນທຳປະຕິວັດໃຫ້ໄດ້, ຕ້ານທຸກປະກົດການຂອງລັດທິສ່ວນຕົວ, ເຮັດລ້ອນໜ້າທີ່ຄວາມຮັບຜິດຊອບຕໍ່ພັກ ແລະ ປະຊາຊົນ. ຮັກສາຄຸນສົມບັດປະຕິວັດ ແລະ ລະບຽບວິໄນຂອງພັກ ບໍ່ພຽງແຕ່ແມ່ນຄວາມເປັນຫວ່ງຂອງທ່ານເລຂາທິການໃຫຍ່, ປະທານປະເທດເທົ່ານັ້ນ ແຕ່ນັ້ນຍັງແມ່ນຄວາມສຸດຈິດສຸດໃຈລວມຂອງປະຊາຊົນຫວຽດນາມອີກດ້ວຍ.

ນັບແຕ່ກ່ອນມາຮອດປະຈຸບັນ, ໃນວຽກງານພະນັກງານ, ພັກກອມມູນິດຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງວຽກງານບຳລຸງກໍ່ສ້າງ, ສ້າງທຸກເງື່ອນໄຂເພື່ອໃຫ້ຜູ້ມີຄວາມເກັ່ງກ້າສາມາດ, ມີຄຸນທາດ ຄຸນສົມບັດດີ ອຸທິດສ່ວນໃຫ້ແກ່ປະເທດຊາດ, ແຕ່ກໍ່ເດັດດ່ຽວແກ້ໄຂບັນດາກໍລະນີທີ່ມີການລະເມີດຢ່າງເຂັ້ມງວດ. ເກືອບ 35 ປີແຫ່ງການປ່ຽນແປງໃໝ່, ພັກກອມມູນິດຫວຽດນາມ ໄດ້ປະກາດໃຊ້ ແລະ ຊີ້ນຳຈັດຕັ້ງການປະຕິບັດມະຕິ, ຄຳສັ່ງ, ຂໍ້ກຳນົດ, ຂໍ້ຕົກລົງຫຼາຍສະບັບກ່ຽວກັບວຽກງານພະນັກງານຢ່າງຄົບຊຸດ. ຍ້ອນແນວນັ້ນ, ຍັງບໍ່ທັນມີເວລາໃດທີ່ພັກມີຖັນແຖວພະນັກງານໄດ້ຮັບການບຳລຸງກໍ່ສ້າງຢ່າງມີແບບມີແຜນ, ມີລະດັບຄວາມຮູ້, ມີກຳລັງຄວາມສາມາດ ແລະ ສະພາບແວດລ້ອມເຮັດວຽກທີ່ສະດວກຄືໃນປະຈຸບັນ. ແຕ່ກໍ່ມີສິ່ງເປັນໜ້າວິຕົກກັງວົນຍ້ອນສະພາບເສື່ອມທາດຂາດຄຸນທາງດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງພາກສ່ວນບໍ່ໜ້ອຍຂອງພະນັກງານ, ສະມາຊິກພັກທີ່ຍັງບໍ່ທັນຍູ້ໃຫ້ຖອຍໄປ.

ຍ້ອນເຫດນັ້ນ, ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12 ໄດ້ປະກາດໃຊ້ມະຕິກ່ຽວກັບການເພີ່ມທະວີການກໍ່ສ້າງ, ປັບປຸງພັກ; ສະກັດກັ້ນ, ຍູ້ການເສື່ອມທາດຂາດຄຸນທາງແນວຄິດດ້ານການເມືອງ, ຄຸນສົມບັດ, ແບບແຜນດຳລົງຊີວິດ, ບັນດາປະກົດການ “ຜັນແປເອງ”, “ຫັນປ່ຽນເອງ” ຢູ່ພາຍໃນໃຫ້ຖອຍໄປ. ໜຶ່ງໃນບັນດາໜ້າທີ່, ມາດຕະການແກ້ໄຂໄດ້ຮັບການປະຕິບັດຢ່າງແຮງນັ້ນແມ່ນ: “ຮັດແໜ້ນລະບຽບວິໄນພາຍໃນພັກ, ປະຕິບັດບັນດາຫຼັກການຈັດຕັ້ງຂອງພັກຢ່າງເຂັ້ມງວດ; ພະນັກງານ, ສະມາຊິກພັກລະເມີດຕ້ອງມີຮູບການແກ້ໄຂຢ່າງທັນການ, ຊັດເຈນ, ຮັບປະກັນຄວາມເປີດເຜີຍ, ໂປ່ງໄສ, ມີຄວາມຍຸຕິທຳ”. ດ້ວຍການຊີ້ນຳຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາ ເຊິ່ງໂດຍກົງແມ່ນທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ, ວຽກງານກໍ່ສ້າງພັກ, ປັບປຸງພັກ ໄດ້ຮັບການປະຕິບັດຢ່າງຂ້ຽວຂາດ, ຢຶດໝັ້ນ, ມີແບບມີແຜນ, ເຄັ່ງຄັດ ແລະ ກໍ່ມີມະນຸດສະທຳທີ່ສຸດ. ມີຫຼາຍກໍລະນີຍັງຄົງຄ້າງ, ສັບສົນແກ່ຍາວ ເບິ່ງຄືວ່າມິດງຽບໄປແລ້ວ, ກໍ່ໄດ້ນຳມາແກ້ໄຂໃຫ້ຖືກຄົນ, ຖືກໂທດ. ຍັງບໍ່ທັນມີຍາມໃດທີ່ມີພະນັກງານຖືກລົງວິໄນຫຼາຍຄືອາຍຸການນີ້, ໃນນັ້ນມີພະນັກງານຂຶ້ນກັບສູນກາງຄຸ້ມຄອງກວ່າ 100 ຄົນ.

ກ່າວຄຳເຫັນອັດກອງປະຊຸມຄັ້ງທີ 11, ຄະນະບໍລິຫານງານສູນກາງພັກຊຸດທີ 12, ເມື່ອເຕື້ອງເຖິງການປະຕິບັດວິໄນພະນັກງານ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເນັ້ນໜັກວ່າ: “ເຈັບປວດແທ້, ແຕ່ກໍ່ຕ້ອງເຮັດ, ບໍ່ມີວິທີອື່ນແລ້ວ! ທຸກສິ່ງທຸກຢ່າງແມ່ນເພື່ອພາລະກິດລວມຂອງພັກ, ຂອງປະເທດຊາດ, ຂອງປະຊາຊົນ. ນີ້ແມ່ນບົດຮຽນຢ່າງເລິກເຊິ່ງ, ມີຄ່າທີ່ສຸດໃຫ້ແກ່ພວກເຮົາທຸກຄົນ. ສະເໜີໃຫ້ກຳມະການສູນກາງພັກ ແລະ ພະນັກງານ, ສະມາຊິກພັກ, ລັດຖະກອນແຕ່ລະຄົນຕ້ອງຝຶກຝົນຫຼໍ່ຫອມ, ເປັນແບບຢ່າງ, ເບິ່ງຄືນຕົວເອງ, ແກ້ໄຂດັດແປງເອງຢ່າງເປັນປະຈຳ, ຫຼີກລ້ຽງຈາກການຖືກຍົວະຍຸດ້ານວັດຖຸ, ຄວາມທະເຍີທະຍານມັກໃຫຍ່ໄຝ່ສູງຄືທີ່ໄດ້ພາດມາແລ້ວ, ກໍ່ໃຫ້ເກີດຜົນຮ້າຍຢ້ອນຫຼັງ, ສ້າງຄວາມເສຍຫາຍຍາກທີ່ຈະຄາດຄະເນລ່ວງໜ້າໄດ້”. ສິ່ງທີ່ເປັນໜ້າຊື່ນຊົມແມ່ນ, ບັນດາໝາກຜົນໃນການກໍ່ສ້າງ, ປັບປຸງພັກ ໄດ້ເປັນການປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດຕື່ມອີກ, ສ້າງບັນຍາກາດໃໝ່, ຈິດໃຈໃໝ່ໃນວິວັດການຈັດຕັ້ງການປະຕິບັດ ນຳມະຕິເຂົ້າສູ່ການດຳລົງຊີວິດຕົວຈິງ, ເພື່ອໃຫ້ປະເທດຫວຽດນາມ ສ້າງພາລະກິດອັນໃຫຍ່ຫຼວງ, ຄວາມສາມາດບົ່ມຊ້ອນ, ອິດທິພົນຊື່ສຽງ ແລະ ທີ່ຕັ້ງຄືໃນປະຈຸບັນ.

ແຕ່ດົນນານມາແລ້ວ, ການແກ້ໄຂລົງວິໄນພະນັກງານທີ່ມີການລະເມີດ ຍາມໃດກໍ່ໄດ້ຮັບການປະຕິບັດຢ່າງລະມັດລະວັງ, ເຄັ່ງຄັດ, ທ່ຽງທຳ, ພາວະວິໄສ ແລະ ແນ່ນອນວ່າ ໃກ້ຈະຮອດກອງປະຊຸມໃຫຍ່ຕ້ອງປະຕິບັດຢ່າງລະມັດລະວັງກວ່າ, ເຄັ່ງຄັດ, ສ່ອງໄສ, ທ່ຽງທຳ, ພາວະວິໄສກວ່າອີກ ເພື່ອປະກອບສ່ວນຄັດເລືອກບຸກຄະລາກອນໃຫ້ເໝາະສົມເຂົ້າອົງຄະນະພັກຊຸດໃໝ່. ນີ້ແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃໝ່, ແມ່ນຄວາມຮຽກຮ້ອງຈຳເປັນທີ່ຂາດບໍ່ໄດ້ໃນກອງປະຊຸມໃຫຍ່ແຕ່ລະຄັ້ງ.

ດ້ວຍບັນດາຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດເຊິ່ງປະເທດຍາດມາໄດ້ໃນຕະຫຼອດໄລຍະ 35 ປີແຫ່ງການປ່ຽນແປງໃໝ່, ໂດຍສະເພາະແມ່ນໃນອາຍຸການຄັ້ງທີ 12 ຂອງພັກຍິ່ງເຫັນແຈ້ງ, ແຕ່ລະວຽກງານຂອງພັກ, ໃນນັ້ນການແກ້ໄຂລົງວິໄນພະນັກງານ ຍາມໃດກໍ່ເລີ່ມມາຈາກສະພາບການຕົວຈິງ, ຍ້ອນຄວາມຮຽກຮ້ອງ, ຈຸດປະສົງລວມຂອງພາລະກິດແຫ່ງການປະຕິວັດ, ເພື່ອໃຫ້ພັກສົມກັບຄວາມໄວ້ເນື້ອເຊື່ອໃຈ, ຄວາມຮັກແພງຂອງປະຊາຊົນ, ເພື່ອໃຫ້ພະນັກງານແຕ່ລະຄົນແມ່ນຜູ້ຮັບໃຊ້ປະຊາຊົນຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ