ຄຸ້ມຄອງເພື່ອຊຸກຍູ້ ການພັດທະນາ ອິນເຕີແນັດ

(vovworld) - ອິ​ນ​ເຕີ​ແນັດ ​ເລີ່​ມປະກົດ​ຕົວຢູ່ ຫວຽດນາມ ​ເມື່ອ​ປີ 1997 ​ແລະ ມາ​ຮອດ​ປະຈຸ​ບັນມີ​ບາດກ້າວ​ພັດທະນາ​ຢ່າງ​​ແຂງ​ແຮງ. ​ບັນລຸ​​ໄດ້ຜົນ​ງານ​ດັ່ງກ່າວ ຍ້ອນ ຫວຽດນາມ ມີ​ນະ​ໂຍບາຍ​ຢ່າງ​ຖືກຕ້ອງ​ໃນ​ການ​ຄຸ້ມ​ຄອງ ​ແລະ ຊຸກຍູ້​ການ​ພັດທະນາ​ ອິ​ນ​ເຕີ​ແນັດ ​. ​ໃນ​ລາຍການ​ສະຖານະ​ການ​ການ​ເມືອງ​ພາກ​ນີ້,​ ນັກ​ຂ່າວ ທູ​ຮວາ ມີ​ບົດ​ຂຽນ​ທີ່​ພາດ​ຫົວ​ເລື່ອງ​ວ່າ: “ຄຸ້ມ​ຄອງ ​ເພື່ອ​ຊຸກຍູ້ການ ພັດທະນາອິ​ນ​ເຕີ​ແນັດ ​ ” ​ເນື່ອງ​ໃນ​ໂອກາດ​ລະນຶກ 15 ປີ ​ແຫ່ງ​ວັນ ຫວຽດນາມ ​​ເຊື່ອມ​ຕໍ່​ລະບົບ ອິນ​ເຕີ​ແນັດ​ທົ່ວ​ໂລກ​ຢ່າງ​ເປັນ​ທາງ​ການ.

ຄຸ້ມຄອງເພື່ອຊຸກຍູ້ ການພັດທະນາ ອິນເຕີແນັດ  - ảnh 1

        ຫວຽດນາມ ​ເລີ່​ມຕົ້ນ​ການ​ເຊື່ອມ​ຕໍ່ ອິ​ນ​ເຕີ​ແນັດ ​​ເມື່ອ​ວັນ​ທີ 19/11/1997. 15 ປີ ຜ່ານ​ມາ, ການ​ພັດທະນາ ອິ​ນ​ເຕີ​ແນັດ ​ ຢູ່ ຫວຽດນາມ ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ແຂງ​ແຮງ ຈາກ​ວິທີ​​ແບບ​ເກົ່າ   ຫັນ​ມາ​ນຳ​ໃຊ້​ລະບົບຄວາມ​ໄວ​ສູງ​ແລະ ບັນ​ລຸ​ການ​ເຕີບ​ໂຕ​ຢູ່​ໃນ​ລະດັບ​ສູງ​ຢ່າງ​ລຽນ​ຕິດ. ​ແຕ່​ປີ 1997 - 2003, ຫວຽດນາມ ມີ​ປະມານ 1,8 ລ້ານ​ຄົນ​ນຳ​ໃຊ້ ອິ​ນ​ເຕີ​ແນັດ​. ມາ​ຮອດ​ປະຈຸ​ບັນ,   ຫວຽດນາມ ມີ 19 ບໍລິສັດ​ສະຫນອງ​ບໍລິການ ອິ​ນ​ເຕີ​ແນັດ, ອັດຕາ​ສ່ວນ ​ແລະ ຈຳນວນ​ຜູ້ນຳ​ໃຊ້ ອິ​ນ​ເຕີ​ແນັດ ​ ​ເພີ່ມ​ຂຶ້ນ 10 ​ເທົ່າ, ປີ 2003 ມີ 3,1 ລ້ານ​ຄົນ​ນຳ​ໃຊ້ ອິ​ນ​ເຕີ​ແນັດ ​ແຕ່ຮອດ​​ເດືອນ 10/2012 ​​​ແມ່ນ 31,1 ລ້ານ​ຄົນ. ການບໍລິການ​ນຳ​ໃຊ້ ອິ​ນ​ເຕີ​ແນັດ ​3 G ​ເມື່ອ​ເດືອນ 10/2009 ​ເປັນ​ຂີດ​ໝາຍ​ແຫ່ງ​ການ​ພັດທະນາ​ຂອງ ອິ​ນ​ເຕີ​ແນັດຄວາມ​ໄວ​ສູງ ​ແລະ ພາຍຫລັງ 3 ປີ ຈຳນວນ​ຜູ້ນຳ​ໃຊ້ການ​ບໍລິການ​ດັ່ງກ່າວ​​ແມ່ນ​​ເພີ່ມ​ຂຶ້ນ​ເຖິງ 16 ລ້ານ​ຄົນ, ​ເທົ່າ​ກັບ 18% ຈຳນວນ​ພົນລະ​ເມືອງ ຫວຽດນາມ. ຕາມ​ການ​ຕີ​ລາຄາ​ຂອງ​ອົງການ​ພັນ​ທະ​ພາບໂທລະ​ຄົມ​ສາກົນ (ITU) ​ແລ້ວ, ​ໄລ່​ມາ​ຮອດ​ປີ 2011, ຫວຽດນາມ ຢືນ​ອັນ​ດັບ 4 ​ໃນ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ກ່ຽວ​ກັບອັດຕາ​ສ່ວນ​ຜູ້ນຳ​ໃຊ້ ອິນ​​ເຕີ​ແນັດຕາມ​ຈຳນວນ​ປະຊາກອນ. ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ແມ່ນ​ປະ​ເທດ​ມີ​ການ​ເຕີບ​ໂຕ ດ້ານອິນ​​ເຕີ​ແນັດ ​​ໄວ​ກວ່າ​ໝູ່​ໃນ​ພາກ​ພື້ນ ​ແລະ ນອນ​ໃນ​ຈຳນວນ​ບັນດາ​ປະ​ເທດ​ມີ​ການ​​ເຕີບ​ໂຕ​ສູງ​ສຸດ​ຢູ່​ໃນ​ໂລກ ດ້ວຍ​ລະດັບ ກວ່າ 12% ​ໃນ​ໄລຍະ 2000 - 2010. ປະຈຸ​ບັນ ​ເຄືອ​ຂ່າຍ ອິນ​​ເຕີ​ແນັດ ​ສະຫນອງ​ການ​ບໍລິການ​ເຖິງ 99,85% ​​ເຂດ​ຕົວ​ເມືອງ ​ແລະ 84,46% ຢູ່​ເຂດຊົນນະບົດ​. ອິນ​ເຕີ​ແນັດ ພັດທະນາ​ຢ່າງ​ແຂງ​ແຮງ​ຄື​ດັ່ງກ່າວ, ຍ້ອນ ຫວຽດນາມ ມີ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ສ້າງ​ເງື່ອ​ນ​ໄຂ​ສະດວກ​ເພື່ອ​ໃຫ້ ອິນ​​ເຕີ​ແນັດ ພັດທະນາ. ທ່ານ ລື​ວຫວູຫາຍ,​ຫົວຫນ້າ​ກົມ​ກະຈາຍສຽງ ​ໂທລະພາບ ​ແລະ ສື່​ເອ​ເລັກ​ໂຕ​ນິກ, ສັງກັດ​ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ສື່ສານ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “​ໃນ​ເອກະສານ​ນິຕິ​ກຳ​ທັງ​ໝົດ​ຂອງ ຫວຽດນາມ ລ້ວນ​ແຕ່​ຢືນຢັນ​ວ່າ: ການ​ສົ່ງ​ເສີມ​ນຳ​ໃຊ້ ອິນ​​ເຕີ​ແນັດ ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ວັດທະນະທຳ,​ ສັງຄົມ ​ເພື່ອ​ຍົກ​ສູງ​ສະມັດ​ຕະພາບ​ການ​ອອກ​ແຮງ​ງານ, ​ເປີດ​ກວ້າງ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ, ຫນູນ​ຊ່ວຍ​ປະຕິ​ຮູບ, ຍົກ​ສູງ​ຄຸນ​ນະພາ​ບ​ໃຫ້​ແກ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ ຮັບປະກັນ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ ​ແລະ​ອື່ນໆ. ນີ້​ແມ່ນ​ບັນດາ​ນະ​ໂຍບາຍ​ຄຸ້ມ​ຄອງ ​ເພື່ອ​ຊຸກຍູ້​ການ​ພັດທະນາ​ຂອງ ອິນ​​ເຕີ​ແນັດ ຊຶ່ງ​ບັນດາ​ປະ​ເທດ​ໃນ​ໂລກ​ລ້ວນ​ແຕ່​ມຸ່ງ​ໄປ​ເຖິງ. ​ແລະ ຫວຽດນາມ ຈະ​ສືບ​ຕໍ່​​​ເດີນຕາມ​ນະ​ໂຍບາຍ​ພັດທະນາ ອິນ​​ເຕີ​ແນັດ ຕາມ​ການ​ກຳນົດ​ທິດ​ຄື​ດັ່ງກ່າວ.”

        15 ປີ ຜ່ານ​ມາ, ອິນ​​ເຕີ​ແນັດ ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ຮອບດ້ານ​ເຖິງ​ຊີວິດ​ສັງຄົມ ​ແລະ ສ້າງ​ກຳລັງ​ຫນູນ​ຢ່າງ​ແຂງ​ແຮງ​ເພື່ອ​ພັດທະນາ​ເສດຖະກິດ​ສັງຄົມ​ຢູ່ ຫວຽດນາມ. ​ໃນ​ທ່າ​ອ່ຽງເຊື່ອມ​ໂຍງ, ອິນ​​ເຕີ​ແນັດ ​ແມ່ນ​ຂົວ​ເຊື່ອມ​ຕໍ່​ສຳຄັນ ລະຫວ່າງ ຫວຽດນາມ ກັບ​ໂລກ. ​ເພາະສະ​ນັ້ນ ຫວຽດນາມ ນັບ​ມື້​ນັບ​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງານ​ຄຸ້ມ​ຄອງ ອິນ​​ເຕີ​ແນັດ ​ເພື່ອ​ຮັບປະກັນ​ການ​ພັດທະນາ ​ແລະ ບົດບາດ​ສຳຄັນຂອງ​ ອິນ​​ເຕີ​ແນັດ​ໃນ​ຊີວິດ​ເສດຖະກິດ​ສັງຄົມ​ທຸກ​ດ້ານ.  ທີ່​ພິທີ​ລະນຶກ 15 ປີ ​ແຫ່ງ​ວັນຫວຽດນາມ ນຳ​ໃຊ້ ອິນ​​ເຕີ​ແນັດ, ທ່ານ ມາຍ​ລຽມຈືກ, ອະດີດ​ຮອງ​ລັດຖະມົນຕີ​ກະຊວງ​ໄປສະນີ​ໂທລະ​ຄົມ ຫວຽດນາມ ຊຶ່ງ​ແມ່ນ​ຜູ້​ມີ​ບົດ​ບາດ​ສຳຄັນ​ໃນ​ກາ​ນຊຸກຍູ້​ການ​ພັດທະນາ​ຂອງ ອິນ​​ເຕີ​ແນັດ ຢູ່ ຫວຽດນາມ​ໃຫ້​ຮູ້​ວ່າ:

        “ຈີນ​ຕະນາ​ການ​ຄຸ້ມ​ຄອງ ອິນ​​ເຕີ​ແນັດ ​ໃນ​ແຕ່ລະ​ໄລຍະ​ມີ​ການ​ປ່ຽນ​ແປງ. ກ່ອນ​ປີ 1997 ອິນ​​ເຕີ​ແນັດ ​ເລີ່​ມຜັນ​ຂະຫຍາຍ​ຢູ່ ຫວຽດນາມ ພວກ​ເຮົາ​ຄຸ້ມ​ຄອງ​ຕາມ​ທັດສະນະ. ຫລັງ​ຈາກ​ນັ້ນ ພວກ​ຂ້າພະ​ເຈົ້າ ​ໄດ້​ສ້າງທັດສະນະ​ຊີ້​ນຳ, ສະ​ແດງ​ໃຫ້​ເຫັນ​ການ​ປ່ຽນ​ໃຫມ່​ສູງ​ສຸດ​ໃນ​ຄຳ​ສັ່ງ​ເລກທີ 58 ຂອງ​ກົມ​ການ​ເມືອງ ​ແມ່ນ​ການ​ຄຸ້ມ​ຄອງ​ຕ້ອງ​​ອີງ​ຕາມ​ຄວາມ​ຕ້ອງການ​ພັດທະນາ. ຕາມ​ຂ້າພະ​ເຈົ້າ​ແລ້ວ, ທັດສະນາ​ຢ່າງ​ແຂງ​ແຮງ​ເ​ພື່ອຊຸກຍູ້​ການ​ພັດທະນະຂອງ ອິນ​​ເຕີ​ແນັດ ຢູ່ ຫວຽດນາມ.

ຄຸ້ມຄອງເພື່ອຊຸກຍູ້ ການພັດທະນາ ອິນເຕີແນັດ  - ảnh 2
ຫວຽດນາມ ຢືນ​ອັນ​ດັບ 4 ​ໃນ​ພາກ​ພື້ນ ອາຊີ​
ຕາ​ເວັນ​ອອກສຽງ​ໃຕ້​ກ່ຽວ​ກັບອັດຕາ​ສ່ວນ​ຜູ້ນຳ​ໃຊ້
ອິນ​​ເຕີ​ແນັດ
ພາບ: internet

        ​ໃນ​ຄວາມ​ມານະ​ພະຍາຍາມ​ປ່ຽນ​ໃຫມ່​ບັນດາ​ນະ​ໂຍບາຍ​ຄຸ້ມ​ຄອງ​ຢ່າງ​ແຂງ​ແຮງ, ຊຸກຍູ້ ອິນ​​ເຕີ​ແນັດ ພັດທະນາ, ປີ 2012 ນີ້, ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ສື່ສານ ຫວຽດນາມ ​ໄດ້​ຍື່ນ​ສະ​ເຫ​ນີຕໍ່​ລັດຖະບານ ດຳລັດ​ໃຫມ່​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ອິນ​​ເຕີ​ແນັດ, ​ໃນ​ນັ້ນ ຊຸກຍູ້​ພັດທະນາ​ເນື້ອ​ໃນ, ການ​ໝູນ​ໃຊ້ ອິນ​​ເຕີ​ແນັດ, ສ້າງ​ກົນ​ໄກ​ຮັບປະກັນ​​ແກ່​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ວິ​ສາ​ຫະກິດ,​ຜູ້ນຳ​ໃຊ້ ​ໄດ້​ຮັບ​ການ​ປະຕິບັດ​ຢູ່​​ໃນພາບ​ຄວາມ​ປອດ​ໄພ​ສູງ​ສຸດ. ດຳ​ລັດ​ສະບັບ​ນີ້ ​ໄດ້​ຮັບການ​ຮັບຮ​ອງ​ເອົາ​ຈະ​ແມ່ນ​ສະຖານະ​ດ້ານ​ກົດໝາຍ​ຢ່າງ​ສະດວກ​ເພື່ອ​ໃຫ້ ອິນ​​ເຕີ​ແນັດ ພັດທະນາ, ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ເສດຖະກິດ, ສັງຄົມ

ຕອບກັບ

ຂ່າວ/ບົດ​ອື່ນ