ຄວນຕີລາຄາຢ່າງພາວະວິໄສກ່ຽວກັບສິດເສລີໃນການເຊື່ອຖື, ການເຫລື້ອມໃສສາສະຫນາຢູ່ ຫວຽດນາມ

(VOVWORLD) -ໃນແຈ້ງການອອກວັນທີ 2 ທັນວາປີ 2022, ທ່ານ Antony Blinken ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ປະກາດຂໍ້ຕົກລົງ ນຳຫວຽດນາມເຂົ້າບັນຊີລາຍຊື່ຕິດຕາມພິເສດກ່ຽວກັບສິດເສລີໃນການເຊື່ອຖື, ການເຫລຶ້ືອມໃສສາສະຫນາ, ໂດຍບໍ່ຫົວຊາຕໍ່ຄວາມຈິງທີ່ມີຊີວິດຊີວາກ່ຽວກັບສິດເສລີເຊືື່ອຖືການເຫລື້ອມໃສສາສະຫນາຢູ່ ຫວຽດນາມ ໃນສະພາບການທີ່ຊາວຄຼິດ ພວມກະກຽມຕ້ອນຮັບວັນບຸນ ຄຼິດສະມາດ ໃນທຸກແຖບຖິ່ນຂອງປະເທດຊາດ. ເລື່ອງ ອາເມລິກາ ນຳຫວຽດນາມ ເຂົ້າບັນຊີລາຍຊື່ຕິດຕາມພິເສດກ່ຽວກັບສິດເສລີໃນການເຊື່ອຖືການເຫລື້ອມໃສສາສະຫນາ ເປັນການສະແດງໃຫ້ເຫັນຢ່າງຈະແຈ້ງການຕີລາຄາຜິດເຂວ, ຂາດພາວະວິໄສກ່ຽວກັບສະພາບການສິດເສລີໃນການເຊື່ອຖື, ການເຫລື້ອມໃສສາສະຫນາຢູ່ ຫວຽດນາມ.

ຄວນຕີລາຄາຢ່າງພາວະວິໄສກ່ຽວກັບສິດເສລີໃນການເຊື່ອຖື, ການເຫລື້ອມໃສສາສະຫນາຢູ່ ຫວຽດນາມ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ມອບດອກໄມ້ອວຍພອນສຳນັກສັງຄະລາດໃຫຍ່ຮ່າໂນ້ຍ ເນື່ອງໃນໂອກາດວັນບຸນຄຼິດສະມາດ (ພາບ: TTXVN)

ໂດຍແມ່ນປະເທດມີຫລາຍສາສະຫນາ, ຫວຽດນາມ ມີບັນດາສາສະຫນາໄດ້ສ້າງຕັ້ງຢູ່ພາຍໃນປະເທດຄື: ສາສະຫນາ ຮ່ວາຫາວ, ກາວດ່າຍ.. ໄປຄຽງຄູ່ກັບບັນດາສາສະຫນາອື່ນທີ່ມາຈາກພາຍນອກຄື: ຄິດທະສາສະຫນາ, ພຸດທະສາສະຫນາ, ສາສະຫນາໂປແຕສະຕັງ.. ປະຈຸບັນ ທົ່ວປະເທດ ມີປະຊາຊົນກວ່າ 26,5 ລ້ານຄົນເຊື່ອຖືສາສະຫນາ (ກວມເອົາ 27% ຈຳນວນປະຊາກອນ), 43 ອົງການຈັດຕັ້ງຂຶ້ນກັບ 16 ສາສະຫນາໄດ້ຮັບການຮັບຮອງຈາກລັດ ຫລື ໄດ້ຮັບຫນັງສືຈົດທະບຽນເຄື່ອນໄຫວ.

ການເຄື່ອນໄຫວດ້ານສາສະຫນາແມ່ນຟົດຟື້ນ, ເປັນຫລາຍຮູບແບບ ແລະ ອຸດົມສົມບູນ

ໃນທຸກແຖບຖິ່ນຂອງປະເທດຊາດ, ພິເສດແມ່ນຢູ່ບັນດານະຄອນໃຫຍ່, ບັນດສູນສາສະຫນາໃຫຍ່ຄື: ຮ່າໂນ້ຍ, ເຫວ້, ນະຄອນ ໂຮ່ຈີມິນ, ຫາຍຟ່ອງ, ນາມດິ້ງ, ນິງບິ່ງ, ໄຕນິງ, ເກີນເທີ… ການເຄື່ອນໄຫວດ້ານສາສະຫນາໄດ້ດຳເນີນໄປຢ່າງຟົດຟື້ນ, ເປັນຫລາຍຮູບແບບ ແລະ ອຸດົມສົມບູນ. ມີການເຄື່ອນໄຫວດ້ານສາສະຫນາຫລາຍໆຢ່າງໄດ້ກາຍເປັນການດຳເນີນຊີວິດດ້ານວັດທະນະທຳວົງຄະນາຍາດໂດຍມີການເຂົ້າຮ່ວມຂອງປະຊາຊົນທຸກຊັ້ນວັນນະເປັນຈຳນວນຫລວງຫລາຍ.

ບັນດາວັນບຸນໃຫຍ່ສຳຄັນ, ງານບຸນດ້ານສາສະຫນາໄດ້ຮັບການຈັດຕັ້ງຂຶ້ນນັບມື້ນັບເຄັ່ງຂຶມ, ມີຂອບຂະຫນາດໃຫຍ່ກວ່າກ່ອນນີ້ ແລະ ນັບມື້ນັບດຶງດູດສາສະນີກະຊົນເຂົ້າຮ່ວມເປັນຈຳນວນຫລວງຫລາຍ.  ງານບຸນຂອງຫລາຍສາສະຫນາໄດ້ກາຍເປັນງານບຸນລວມຂອງທົ່ວປະເທດຄື: ວັນບຸນຄຼິດສະມາດ, ງານບຸນ ລາວາງ. ພິເສດ ວັນວິສາຂະບູຊາ ໄດ້ຮັບການຮອງຈາກ ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ວ່າ ແມ່ນຫນຶ່ງໃນບັນດາວັນບຸນດ້ານສາສະຫນາຂອງໂລກຢ່າງເປັນທາງການ. ນອກນັ້ນ ຍັງມີຫລາຍງານບຸນ ໄດ້ຮັບຄວາມສົນໃຈຈາກປະຊາຊົນໃນທົ່ວປະເທດ ແລະ ຕີລາຄາສູງ.

ພັກ, ລັດ ຫວຽດນາມ ຖືເປັນສຳຄັນຕໍ່ສິດເສລີໃນການເຊື່ອຖື, ການເຫລື້ອມໃສສາສະຫນາຂອງປະຊາຊົນ

ຄວາມຈິງ ການເຄື່ອນໄຫວ, ການເຊື່ອຖືເຫລື້ອມໃສສາສະຫນາໃນປະຊົນຊົນທຸກຊັ້ນວັນນະຢູ່ ຫວຽດນາມ ໃນຊຸມປີຜ່ານມາ ນັບມື້ນັບຟົດຟື້ນ ແລະ ມີທິດເພີ່ມຂຶ້ນ. ການເຄື່ອນໄຫວດັ່ງກ່າວບໍ່ພຽງແຕ່ແມ່ນການເຄື່ອນໄຫວດ້ານສາສະຫນາ, ສິດເສລີໃນການເຊື່ອຖືການເຫລື້ອມໃສສາສະຫນາໃນວົງຄະນາຍາດຂອງປະຊາຊົນທີ່ເຊື່ອຖືສາສະຫນາເທົ່ານັ້ນ ຫາກຍັງກາຍເປັນວັນບຸນດຶງດູດປະຊາຊົນເຂົ້າຮ່ວມເປັນຈຳນວນຫລວງຫລາຍ. ປະຈຸບັນ ມີຫລາຍງານບຸນສາສະຫນາໄດ້ແຜ່ຂະຫຍາຍອອກ, ມີຜົນສະທ້ອນອັນໃຫຍ່ຫລວງໃນວົງຄະນາຍາດ ສັງຄົມ ຕົວຢ່າງ ຄື: ວັນບຸນຄິຼດສະມາດ ພຽງແຕ່ແມ່ນຫນຶ່ງໃນຈຳນວນ 8.000 ງານບຸນທີ່ເຊື່ອຖື, ເຫລື້ອມໃສສາສະຫນາໃນປີຫນຶ່ງຢູ່ ຫວຽດນາມ ເທົ່ານັ້ນ. ຊຸມມື້ນີ້ ບັນຍາກາດຕ້ອນຮັບວັນບຸນຄິິຼດສະມາດ ພວມດຳເນີນໄປຢ່າງຟົດຟື້ນໃນທົ່ວທຸກເຂດຊາວຄິຼິດຢູ່ ຫວຽດນາມ.

ຄວາມຈິງຊີ້ໃຫ້ເຫັນວ່າ: ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ປະຊາຊົນໄດ້ເຂົ້າຮ່ວມການເຄື່ອນໄຫວດ້ານສາສະຫນາ, ການເຊື່ອຖື ເຫລື້ອມໃສສາສະຫນາຢ່າງເສລີພາບ. ການເຄື່ອນໄຫວດ້ານສາສະຫນາເປັນຫລາຍຮູບແບບຢູ່ຫວຽດນາມ ເປັນການພິສູດໃຫ້ເຫັນສິດເສລີໃນການເຊື່ອຖື, ການເຫລື້ອມໃສສາສະຫນາ ຢູ່ ຫວຽດນາມ ໄດ້ ແລະ ພວມໄດ້ຮັບປະກັນ. ບໍ່ພຽງແຕ່ສຳລັບປະຊາຊົນທີ່ເຊື່ອຖືສາສະຫນາຄິຼດເທົ່ານັ້ນ ຂອບຂະຫນາດ ແລະ ການເຄື່ອນໄຫວດ້ານສາສະຫນາຂອງປະຊາຊົນເຊື່ອຖືສາສະຫນາອື່ນ ກໍ່ນັບມື້ນັບເພີ່ມຂຶ້ນ ແລະ ດຳເນີນໄປຢ່າງຟົດຟື້ນ, ຊີວິດດ້ານຈິດວິນຍານ ຂອງປະຊາຊົນ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກອຳນາດການປົກຄອງ.

ເລື່ອງ ອາເມລິກາ ນຳຫວຽດນາມ ເຂົ້າບັນຊີລາຍຊື່ຄວນຕິດຕາມພິເສດກ່ຽວກັບສິດເສລີໃນການເຊື່ອຖື, ການເຫລື້ອມໃສສາສະຫນາ ແມ່ນການຕີລາຄາຂາດພາວະວິໄສ, ບໍ່ຖືກຕ້ອງຕາມຄວາມຈິງກ່ຽວກັບສິດເສລີໃນການເຊື່ອຖື, ການເຫລື້ອມໃສສາສະຫນາ ຢູ່ຫວຽດນາມ. ນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ແມ່ນເຄົາລົບ ແລະຮັບປະກັນສິດທິມະນຸດກໍ່ຄືສິດເສລີ ໃນການເຊື່ອຖື, ການເຫລື້ອມໃສສາສະຫນາຂອງປະຊາຊົນ.

 ສິ່ງນີ້ໄດ້ລະບຸໃນລັດຖະທຳມະນູນປີ 2013, ລະບົບກົດໝາຍຂອງຫວຽດນາມ ແລະ ໄດ້ຮັບປະກັນການເຄົາລົບປະຕິບັດໃນສະພາບຕົວຈິງ.

ບັນດາຄວາມມານະພະຍາຍາມ ແລະ ຜົນງານຂອງຫວຽດນາມກ່ຽວກັບການຮັບປະກັນສິດເສລີໃນການເຊື່ອຖື, ການເຫລື້ອມໃສສາສະຫນາຂອງປະຊາຊົນ ໄດ້ຮັບການຮັບຮູ້ຈາກປະຊາຄົມສາກົນຢ່າງກວ້າງຂວາງ. ສະນັ້ນ ກະຊວງການຕ່າງປະເທດ ອາເມລິກາ ຄວນໃຫ້ຂໍ້ສັງເກດຢ່າງຖືກຕ້ອງກັບຄວາມຈິງ ແລະ ສະພາບພາວະວິໄສກວ່າເມື່ອຕີລາຄາໝາກຜົນແຫ່ງການເຊື່ອຖື ການເຫລື້ອມໃສສາສະຫນາຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ