ຄວນມີວິທີແກ້ໄຂທາງການທູດໃໝ່ໃຫ້ແກ່ແຫຼມເກົາຫຼີ

ຄວນມີວິທີແກ້ໄຂທາງການທູດໃໝ່ໃຫ້ແກ່ແຫຼມເກົາຫຼີ - ảnh 1
ສາທາລະນະລັດປະ​ຊາ​ຊົນປະຊາທິປະ​ໄຕ ​ເກົາຫຼີ ​ເດັດ​ດຽວ​ຈະດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍຄັ້ງ​ທີ່ 3. (ພາບປະກອບ )

   ໃນຂະນະທີ່ ສາທາລະນະລັດປະ​ຊາ​ຊົນປະຊາທິປະ​ໄຕ ​ເກົາຫຼີ ​ເດັດ​ດຽວ​ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍຄັ້ງ​ທີ່ 3 ​ເພື່ອ​ແນ​ໃສ່​ໂຕ້​ຕອບ​ຕໍ່​ມະຕິ​ລົງ​ໂທດ​ໃໝ່​ຂອງ ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ກ່ຽວກັບ​ກໍລະນີ​ຍິງ​ດາວ​ທຽມ​ຂອງ​ປະ​ເທດ​ນີ້​ເມື່ອ​ເດືອນ​ທັນວາ​ປີ​ກາຍ​ນີ້, ວັນ​ທີ 30/1, ສາທາ​ລະນະ​ລັດ​ເກົາຫຼີ ​ໄດ້​ປະກາດ​ຍິງ​ລູກ​ສອນ​ໄຟ​ສົ່ງ​ດາວ​ທຽມ​ຂຶ້ນ​ສູ່​ວົງ​ໂຄຈອນ​ສຳ​ເລັດ​ຜົນ. ​ເຫດການ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ສະພາບ​ການ​ໃນ​ແຫຼມ​ເກົາຫຼີ ຖືກ​ຕົກ​ຢູ່​ໃນ​ຄວາມ​ເຄັ່ງ​ຕຶງ​ຄັ້ງ​ໃໝ່ ​ແລະ ຫາງ​ສຽງ​ຄາດ​ຄະ​ເນ​ວ່າ ຖ້າ​ຫາກ​ບໍ່​ມີ​ວິທີ​ແກ້​ໄຂ​ທາງ​ການ​ທູດ​ໃໝ່ ທີ່​ຮອບດ້ານ​ກ່ວາ​ນັ້ນ, ​ແນ່ນອນ​ວ່າ ສະພາບ​ການ​ໃນ​ພາກ​ພື້ນ​ນີ້ ຍາກ​ທີ່​ຈະ​ຢູ່​ໃຕ້​ການຄວບ​ຄຸມຂອງ​ຝ່າຍ​ຕ່າງໆ​ໃນ​ຊຸມ​ມື້​ທີ່​ຈະ​ມາ​ເຖິງ​ໄດ້.

        ລູກ​ສອນ​ໄຟ Naro ​ໄດ້​ຖືກ​ຍິງ​ອອກ​ຈາກ​ຖານ​ຍິງ​ທີ່​ສູນ​ອະວ​ະກາດ ສາທາ​ລະນະ​ລັດ​ເກົາຫຼີ ທີ່​ຝັ່ງ​ທະ​ເລ​ທາງ​ທິດ​ໃຕ້​ຂອງ​ປະ​ເທດ​ນີ້​ເມື່ອ​ຕອນ​ບ່າຍ​ວັນ​ທີ 30/1 ຕາມ​ເວລາ​ທ້ອງ​ຖິ່ນ. ການ​ຍິງ​ດັ່ງກ່າວ ​ໄດ້​ຖືກ​ດຳ​ເນີນ​ຖືກ​ຕາມ​ແຜນການ ​ແລະ ລູກ​ສອນ​ໄຟ​ສາມາດ​ບັນລຸ​ລະດັບ​ເປົ້າ​ໝາຍ. ຂ່າວ​ຄາວ​ດັ່ງກ່າວ​ໄດ້​ຮັບ​ການ​ຢັ້ງຢືນ​ຈາກ​ບັນດາ​ເຈົ້າ​ໜ້າ​ທີ່ ສາທາ​ລະນະ​ລັດ​ເກົາຫຼີ ​ແລະ ນີ້​ແມ່ນ​ຄວາມ​ມານະ​ພະຍາຍາມ​ຍິງ ລູກ​ສອນ​ໄຟສົ່ງ​ດາວ​ທຽມ​ຂຶ້ນ​ສູ່​ວົງ​ໂຄຈອນ​ຄັ້ງ​ທີ່ 3 ຂອງ ສາທາ​ລະນະ​ລັດ​ເກົາຫຼີ​ໃນ​ຮອບ 4 ປີ ທີ່​ຜ່ານ​ມາ. ຈະ​ບໍ່​ມີ​ຫຍັງ​ນຳ​ມາ​ເວົ້າ ຖ້າ​ຫາກ​ຄວາມ​ມວ່ນຊື່ນ​ດັ່ງກ່າວ​ບໍ່​ແມ່ນ​ຂອງ ສາທາ​ລະນະ​ລັດ​ເກົາຫຼີ ​ແລະ ການ​ພົວພັນ​ລະຫວ່າງ ​ເຊີ​ອູ​ນ-ພຽງ​ຢາງ​​ໃນ​ຫຼາຍ​ປີຜ່ານມາ ດຳ​ເນີນ​ໄປ​ດ້ວຍ​ດີ. ​ແຕ່​ຄວາມ​ຈິງ ພັດ​ກົງກັນຂ້າມ. ​ແຕ່​ດົນ​ນານ​ມາ​ແລ້ວ, ຄວາມ​ເຄັ່ງ​ຕຶງ​ລະຫວ່າງ 2 ພາກ​ເກົາຫຼີ ພ້ອມ​ກັບ​ທ່າ​ທີ​ເປັນ​ປໍ​ລະ​ປັກຂອງອາເມລິກາ, ສາທາ​ລະນະ​ລັດ​ເກົາຫຼີ ກ່ຽວກັບ ບັນຫານິວເຄຼຍຂອງ ສາທາລະນະລັດປະ​ຊາ​ຊົນປະຊາທິປະ​ໄຕ ​ເກົາຫຼີ ໄດ້ ທຳລາຍທຸກໆຄວາມມານະພະຍາຍາມສ້າງສັນຕິພາບໃນແຫຼມເກົາຫຼີ. ຍ້ອນເຫດ ນີ້ເອງ, ໂຄງການລູກ​ສອນ​ໄຟຂອງ ສາທາ​ລະນະ​ລັດ​ເກົາຫຼີ ໄດ້ເຮັດໃຫ້ ປະເທດ​ເພື່ອນ​ບ້ານ​ໃກ້​ຄຽງມີ​ຄວາມ​ໂກດ​ແຄ້ນ​ທີ່​ສຸດ ​ແລະ ​ໃນ​ຖະ​ແຫຼ​ງການ​ຫຼ້າ​ສຸດ, ພຽງ​ຢາງ​ໄດ້​ຖື​ວ່າ ​ເປັນ​ຄວາມ​ບໍ່​ຍຸ​ຕິ​ທຳ​​ເມື່ອ​ກໍລະນີ​ຍິງລູກ​ສອນ​ໄຟໄລຍະ​ໄກ​​ເພື່ອ​ສົ່ງ​ດາວ​ທຽມ​ຂຶ້ນ​ສູ່​ວົງ​ໂຄຈອນຂອງປະ​ເທດ​ນີ້ ພັດ​ຕ້ອງຮັບ​ຄຳ​ສັ່ງ​ລົງ​ໂທດ​ຂອງສະຫະ​ປະຊາ​ຊາດ.

     ພາຍຫຼັ້ງທີ່ ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ຮັບຮອງ​ເອົາ ຄຳ​ສັ່ງ​ລົງ​ໂທດ​ເພີ່ມ​ເຕີມ​ແນ​ໃສ່ ສາທາລະນະລັດປະ​ຊາ​ຊົນປະຊາທິປະ​ໄຕ ​ເກົາຫຼີ ຂະນະ​ທີ່​ປະ​ເທດ​ນີ້​ດຳ​ເນີນ​ການ​ຍິງ ລູກ​ສອນ​ໄຟ​ເມື່ອ​ວັນ​ທີ 12/12/2012, ​ພຽງ​ຢ່າງ​ໄດ້​ກ່າວ​ນາບ​ຂູ່ຫຼາຍ​ເທື່ອ​ແລ້ວວ່າ ຈະດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍຄັ້ງ​ທີ່ 3. ​ໃນ​ມໍ່​ມາ​ນີ້, ທີ່​ກອງ​ປະຊຸມ​​ເລ​ຂາອົງຄະ​ນະ​ພັກ​ຂັ້ນ​ຮາກ​ຖານ​ຂອງ​ພັກ​ແຮງ​ງານ​ເກົາຫຼີ, ທ່ານ ກິມກີ​ນາມ ​ເລຂາ​ທິການພັກ ຮັບຜິດຊອບ​ການ​ໂຄສະນາ​ຂອງ​ເກົາຫຼີ ​ໄດ້​ຮຽກຮ້ອງ​ໃຫ້​ທົ່ວ​ປວງ​ຊົນ ​ເຂົ້າ​ຮ່ວມ​ການ​ສູ້​ຢັນ​ຢ່າງ​ຂະໜາດ​ໃຫຍ່ ​ເພື່ອ​ຕອບ​ໂຕ້​ຕໍ່​ການ​ນາບ​ຂູ່​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຈາກ​ຝ່າຍ ສາທາ​ລະນະ​ລັດ​ເກົາຫຼີ ​ແລະ ອາ​ເມ​ລິ​ກາ. ກ່ອນ​ໜ້ານັ້ນ, ພຽງ​ຢາງ​ໄດ້​ນາບ​ຂູ່​ວ່າ ຈະ​ບຸກ​ໂຈມ​ຕີ ​ເຊີ​ອູ​ນ ຖ້າ​ຫາກ​ວ່າ ປະ​ເທດ​ນີ້​ສືບ​ຕໍ່​ເດີນ​ຕາມ ຄຳ​ສັ່ງ​ລົງ​ໂທດ​ໃໝ່​ຂອງສະຫະ​ປະຊາ​ຊາດ, ພ້ອມກັນ​ນັ້ນ​ກໍ​​ຖະ​ແຫຼ​ງ ວ່າ ຈະ​ປະຕິ​ເສດທຸກໆ​ການ​ເຈລະຈາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຍົກ​ເລີກ​ໂຄງການ​ນິວ​ເຄຼຍຂອງ​ປະ​ເທດ​ນີ້. ​ແຕ່​ກ່ອນ​ເປັນ​ຕົ້ນ​ມ​າ, ສາທາລະນະລັດປະ​ຊາ​ຊົນປະຊາ ທິປະ​ໄຕ​ເກົາຫຼີ ຍາມ​ໃດ​ກໍ​ຮັກສາ​ຫຼັກໝັ້ນທີ່​ວ່າ ການ​ທົດ​ລອງ​ນິວ​ເຄຼຍ ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ ​ແລະ ຈະ​ບໍ່​ມີ​ຫຍັງ​ທີ່​ສາມາດ​ຂັດຂວາງ​ປະ​ເທດ​ນີ້​ກາຍ​ເປັນ​ປະ​ເທດ​ມະຫາ​ອຳນາດ​ດ້ານ​ການ​ທະຫານ​ໄດ້.

    ​ໃນ​ຕົວ​ຈິງ, ສາທາລະນະລັດປະ​ຊາ​ຊົນປະຊາທິປະ​ໄຕ​ເກົາຫຼີຍັງ​ຄົງ​ປະຕິບັດ​ທຸກສິ່ງ​ທຸກ​ຢ່າງ​ທີ່​ເຂົາ​ເຈົ້າ​ນາບ​ຂູ່​ຈະ​ປະຕິບັດ. ​ເພາະສະ​ນັ້ນ, ​ເລື່ອງ​ ສາທາລະນະ ລັດປະ​ຊາ​ຊົນປະຊາທິປະ​ໄຕ​ເກົາຫຼີ ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍຄັ້ງ​ທີ່ 3​ ​ໃນ​ຊຸມ​ມື້​ທີ່​ຈະ​ມາ​ເຖິງ, ​ແນ່ນອນ​ວ່າ ​ແມ່ນ​ສິ່ງ​ທີ່​ບໍ່​ຕ້ອງການ​ຄາດ​ຄະ​ເນ. ມາ​ຮອດ​ຈຸດ​ເວລາ​ນີ້, ບັນດາ​ແຫຼ່ວຂ່າວ​ການ​ທະຫານ ​ແລະ ການ​ສືບ​ລາຊະການ​ລັບ​ຂອງ ສາທາລະນະລັດເກົາຫຼີ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ບັນດາ​ການ​ເຄື່ອນ​ໄຫວ​ກະກຽ​ມ​ໃຫ້​ແກ່​ການ​ທົດ​ລອງ​ນິວ​ເຄຼຍຄັ້ງ​ນີ້ ພວມ​ຖືກ ສາທາລະນະລັດປະ​ຊາ​ຊົນປະຊາ ທິປະ​ໄຕ​ ເກົາຫຼີປະຕິບັດ.

   ຈາກສະພາບການປະຈຸບັນ, ວົງການນັກໄຈ້ແຍກໄດ້ໃຫ້ຂໍ້ສັງເກດວ່າ ເຖິງເວລາ ແລ້ວ, ຄວນມີ ວິທີການແກ້ໄຂໃໝ່ທີ່ຮອບດ້ານກ່ວາເພື່ອທົດແທນບັນດາ ມາດຕະ ການແກ້​ໄຂ​ເກົ່າ​ທີ່​ບໍ່​ສາມາດ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ໃນ​ໄລຍະ​ຍາວ​ນານ. ສິ່ງ​ທີ່​ສຳຄັນ​ຂອງ​ບັນຫາ​ແມ່ນ​ຢູ່​ບ່ອນ​ວ່າ ​ໃນ​ຂະນະ​ທີ່​ພຽງ​ຢາງ​ຍາມ​ໃດ​ກໍ​ຢືນຢັນ​ການ​ຍິງ​ດາວ​ທຽມ​ຂອງ​ຕົນ​ແມ່ນ​ເພື່ອ​ແນ​ໃສ່​ພັດທະນາ​ວິທະຍາສາດ​ເຕັກນິກ ຊຶ່ງ​ນອນ​ໃນ​ແຜນການ​ສ້າງ​ລັດ​ໃຫ້​ເຂັ້ມ​ແຂງ ​ແລະ ຈະ​ເລີ​ນຮຸ່ງ​ເຮືອງ, ​ແຕ່ອາ​ເມ​ລິ​ກາ ​ແລະ ສາທາລະນະ ລັດເກົາຫຼີ ພັດ​ຖືວ່ານັ້ນ​ແມ່ນບັນດາ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟທີ່​ປອມ​ແປງ, ​ແມ່ນ​ກະທຳ​ເກາະ​ຜິດ​ລະດັບ​ສູງ​ທີ່​ນາບ​ຂູ່​ສັນຕິພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ. ສິ່ງ​ທີ່​ສຳຄັນ​ໃນ​ປະຈຸ​ບັນ, ນັ້ນ​ແມ່ນ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຈົ່ງ​ລະງັບ​ໃຈ, ຫຼີກ​ລ້ຽງ​ທຸກ​ການ​ກະທຳ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ປີນ​ຂັ້ນ​​ໄດ, ກໍ່​ຜົນ​ສະທ້ອນ​ເຖິງ​ຈຸດໝາຍ​ລົບ​ລ້າງ​ອາວຸດ​ນິວ​ເຄຼຍ​ໃນ​ແຫຼມ​ເກົາຫຼີ. ​ແຕ່​ເບິ່ງ​ຄື​ວ່າ ການ​ຍິງ​ລູກ​ສອນ​ໄຟ​ຂອງ ສາທາລະນະລັດ​ເກົາຫຼີ ​​ໃນ​ຈຸດ​ເວລາ​ທີ່​​ເຄັ່ງຮ້ອນ​ນີ້ ປຽບ​​ເໝືອນ​ການ​ທ້າ​ທາຍ​ທີ່​ມີ​ຕໍ່​ອຳນາດ​ການ​ປົກຄອງ​ຂອງ​ພົນ​ເອກ ກິມຢອງ​ອຸນ, ​ແຫຼມ ​ເກົາຫຼີ ​ແນ່ນອນ​ວ່າ ຈະ​ມີ​ບັນດາ​ການ​ຜັນ​ແປ​ທົ່ວ​ຊົ່ວ​ຮ້າຍ​ລົງ​ໃນຊຸມ​ມື້​ທີ່​ຈະ​ມາ​ເຖິງ ​ແລະ ສັນຕິພາບ​ຢູ່​ພາກ​ພື້ນ​ນີ້​ຍັງ​ຄົງ​ແມ່ນ​ສິ່ງພວມ​ລໍຄອຍ.

ຕອບກັບ

ຂ່າວ/ບົດ​ອື່ນ