ຄວບຄຸມສິດອຳນາດ ແມ່ນບາດກ້າວຫັນບັນດາມະຕິກ່ຽວກັບການກໍ່ສ້າງພັກໃຫ້ເປັນລະອຽດ

(VOVWORLD) -ວັນທີ 23 ກັນຍາ ປີ 2019, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ໄດ້ເຊັນປະກາດໃຊ້ ຂໍ້ກຳນົດເລກທີ  205 ຂອງສູນກາງ ວ່າດ້ວຍການຄວບຄຸມຄອງອຳນາດໃນວຽກງານພະນັກງານ ແລະ ຕ້ານວີ້ງເຕັ້ນຕຳແຫນ່ງ, ແລ່ນສິດອຳນາດ. ຂໍ້ກຳນົດນີ້ ແມ່ນວິທີການ ແມ່ນມາດຕະການເພື່ອຄວບຄຸມສິດອຳນາດໃນວຽກງານພະນັກງານ, ພິເສດ ແມ່ນບາດກ້າວຫັນມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ແລະ ບັນດາມະຕິຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ ກ່ຽວກັບການກໍ່ສ້າງພັກ ໃຫ້ເປັນລະອຽດ.

ຄວບຄຸມສິດອຳນາດ ແມ່ນບາດກ້າວຫັນບັນດາມະຕິກ່ຽວກັບການກໍ່ສ້າງພັກໃຫ້ເປັນລະອຽດ - ảnh 1ກອງປະຂຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຂຸດທີ XIV (ພາບ: Moha) 

ກິດຈະການປ່ຽນແປງໃຫມ່ຂອງ ຫວຽດນາມ ໄດ້ວາງອອກຫລາຍຫນ້າທີ່ສຳຄັນ, ຫນັກຫນ່ວງ ກ່ຽວກັບເສດຖະກິດ, ການເມືອງ, ສັງຄົມ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການຕ່າງປະເທດ. ບັນດາຫນ້າທີ່ນັ້ນ ຮຽກຮ້ອງ ພັກກອມມູນິດ ຫວຽດນາມ ຕ້ອງເພີ່ມເຕີມ, ພັດທະນາໂຄງການການເມືອງ, ແນວທາງ, ຍົກສູງກຳລັງຄວາມສາມາດໃນການຊີ້ນຳນຳພາ, ສິດອຳນາດ ແລະ ກຳລັງຕໍ່ສູ້ຂອງພັກ ຢ່າງບໍ່ຢຸດຢັ້ງ. ລັດ ຕ້ອງສ້າງລະບອບລະບຽບການ, ກົດໝາຍໃຫ້ສົມບູນແບບ ຕາມທິດກໍ່ສ້າງ, ຍົກສູງຜົນສັກສິດ, ປະສິດທິຜົນໃນການເຄື່ອນໄຫວລັດແຫ່ງອຳນາດນິຕິບັນຍັດ ສັງຄົມນິຍົມ ແລະ ລະບົບການເມືອງ. ດ້ານອື່ນ ພະນັກງານ, ສະມາຊິກພັກ, ລັດຖະກອນ, ເປັນຕົ້ນແມ່ນພະນັກງານການນຳ, ຄຸ້ມຄອງ ຕ້ອງມີຄຸນສົມບັດ, ພູມປັນຍາ, ອິດທິພົນຊື່ສຽງ ແລະ ກຳລັງຄວາມສາມາດໃຫມ່ ຢ່າງພຽງພໍ ຈຶ່ງສາມາດເຮັດສຳເລັດຫນ້າທີ່ຄວາມຮັບຜິດຊອບ ແລະ ສິດອຳນາດທີ່ໄດ້ຮັບການມອບໝາຍ. ປະຕິບັດສິດອຳນາດ ແລະ ຄວບຄຸມສິດອຳນາດຢ່າງຖືກຕ້ອງ ບໍ່ພຽງແຕ່ປ້ອງກັນ, ສະກັດກັ້ນປະກົດການຫຍໍ້ທໍ້, ການສວຍໃຊ້ສິດອຳນາດໃນວຽກງານພະນັກງານເທົ່ານັ້ນ ຫາກຍັງຮັບປະກັນໃຫ້ແກ່ການຊີ້ນຳນຳພາ, ຄຸ້ມຄອງການເຄື່ອນໄຫວຢ່າງມີປະສິດທິຜົນ, ມີຜົນສັກສິດໃນໄລຍະ ຫວຽດນາມ ພວມເຊື່ອມໂຍງເຂົ້າກັບທົ່ວໂລກຢ່າງເລິກເຊິ່ງກວ້າງຂວາງອີກດ້ວຍ.

ຄວບຄຸມສິດອຳນາດລັດແມ່ນສວມບົດບາດສຳຄັນ ແລະ ແມ່ນສິ່ງທີ່ຈຳເປັນ

ຕໍ່ຫນ້າຄວາມຮຽກຮ້ອງ, ຫນ້າທີ່ໃນສະພາບການໃຫມ່, ເລື່ອງພັກກອມມູນິດຫວຽດນາມ ປະກາດໃຊ້ ຂໍ້ກຳນົດວ່າດ້ວຍການຄວບຄຸມສິດອຳນາດໃນວຽກງານພະນັກງານ ແລະ ຕ້ານການວີ້ງເຕັ້ນຕຳແຫນ່ງ, ວີ້ງເຕັ້ນສິດອຳນາດ ແມ່ນສິ່ງທີ່ຈຳເປັນ ເພື່ອແນໃສ່ຍົກສູງກຳລັງຄວາມສາມາດຂອງພັກ, ກໍ່ສ້າງພັກໃຫ້ມີຄວາມປອດໃສໝັ້ນຄົງເຂັ້ມແຂງ.  ການຄວບຄຸມສິດອຳນາດ ແຕ່ດົນນານມາແລ້ວ ແມ່ນສິ່ງທີ່ຄວນເຮັດສຳລັບທຸກພັກກຳອຳນາດ ແລະ ຖືກຕ້ອງກັບທຸກລັດແຫ່ງອຳນາດນິຕິບັນຍັດໃນໂລກ. ເຖິງວ່າ ຍັງມີຫລາຍທັດສະນະແຕກຕ່າງກັນ ກ່ຽວກັບວິທີການ, ຮູບການ, ລັກສະນະ ທີ່ໄດ້ກຳນົດໃນລະບົບກົດໝາຍຂອງທຸກປະເທດ, ແຕ່ການຄວບຄຸມສິດອຳນາດລັດ ສວມບົດບາດສຳຄັນ ແລະ ແມ່ນສິ່ງທີ່ຈຳເປັນສຳລັບທຸກປະເທດ. ຄວາມຈິງ ສະພາບສວຍໃຊ້ສິດອຳນາດ, ສວຍໃຊ້ຖານະຕຳແຫນ່ງ ຍາມໃດກໍ່ຍັງຄົງແມ່ນສິ່ງທີ່ຊ້ອນແຝງ ແລະ ເກີດຂຶ້ນເປັນປະຈຳຢູ່ທຸກປະເທດ ແລະ ໃນທຸກລະບອບການເມືອງ. ສະນັ້ນ ປະເທດໃດໆຢາກພັດທະນາຢ່າງວ່ອງໄວ, ມີສະຖຽນລະພາບ ແລະ ຍື່ນຍົງ ກໍ່ລ້ວນແຕ່ຕ້ອງຄວບຄຸມສິດອຳນາດລັດ ແລະ ຮັບປະກັນລັກສະນະເຂັ້ມງວດຂອງກົດໝາຍ. ພົ້ນເດັ່ນຄືຢູ່ ອາເມລິກາ, ຫນ້າທີ່ປ້ອງກັນ ຕ້ານການສໍ້ລາດບັງຫລວງ ໄດ້ຮັບການປະຕິບັດຢ່າງຮອບດ້ານ ແລະ ສັງລວມ, ໂດຍເລີ່ມຕົ້ນຈາກຂອດປ້ອງກັນ ສະກັດກັ້ນ ແລະ ເພີ່ມທະວີການຕິດຕາມກວດກາ. ລັດຖະບານ ກໍ່ສວມບົດບາດສຳຄັນໃນການສະເຫນີ, ຮຽບຮຽງ ແລະ ແນະນຳການປະຕິບັດກົດໝາຍ ຄືດັ່ງຢູ່ ຫວຽດນາມ. ຫລືວ່າ ໃນລະບົບການເມືອງ ລາຊະອານາຈັກ ອັງກິດ, ການຄວບຄຸມສິດອຳນາດ ແມ່ນວິທີການດີເພື່ອຮັບປະກັນມາດຖານຂອງພື້ນຖານສັງຄົມປະຊາທິປະໄຕ. ສະນັ້ນ ອາດຈະເຫັນໄດ້ວ່າ ການຄວບຄຸມສິດອຳນາດ, ການປ້ອງກັນ ຕ້ານການສໍ້ລາດບັງຫລວງ, ການປອ້ງກັນ ສະກັດກັ້ນບັນດາການກະທຳລະເມີດກົດໝາຍ, ບໍ່ໄປຕາມມາດຖານຈັນຍາບັນຂອງພະນັກງານ, ລັດຖະກອນ ແມ່ນບັນຫາທີ່ໄດ້ຮັບຄວາມເອົາໃຈໃສ່ ແລະ ສ້າງລະບອບລະບຽບການ ແລະ ປະຕິບັດຈາກທຸກປະເທດເກືອບທັງໝົດ, ໃນນັ້ນ ມີຫວຽດນາມ .

ຍົກສູງກຳລັງຄວາມສາມາດຊີ້ນຳນຳພາ ແລະ ກຳລັງຕໍ່ສູ້ຂອງພັກ

ເປັນທີ່ຈະແຈ້ງແລ້ວວ່າ ເລື່ອງປະກາດໃຊ້ຂໍ້ກຳນົດວ່າດ້ວຍການຄວບຄຸມສິດອຳນາດໃນວຽກງານພະນັກງານ ແລະ ຕ້ານການວີ້ງເຕັ້ນຕຳແຫນ່ງ, ວີ້ງເຕັ້ນສິດອຳນາດ ແມ່ນວຽກງານປົກກະຕິຂອງພັກກອມມູນິດ ຫວຽດນາມ ແລະ ລັດຫວຽດນາມ, ແລະ ກໍ່ເຊັ່ນດຽວກັບທຸກປະເທດຍັງຄົງປະຕິບັດ. ນັ້ນຍັງບໍ່ທັນເວົ້າເຖິງເງື່ອນໄຂປະຫວັດສາດ, ວັດທະນະທຳ, ການເມືອງ, ສັງຄົມ ແລະ ຄວາມຈິງຂອງປະຫວັດຄວາມເປັນມາຂອງຊາດຫວຽດນາມ. ຕາມນັ້ນແລ້ວ ເສັ້ນທາງປະຕິວັດກຳມະຊິບ, ເອກະລາດຂອງຊາດ ແມ່ນຕິດພັນກັບສັງຄົມນິຍົມ ແມ່ນການເລືອກເຟັ້ນຂອງປະຫວັດສາດ, ຂອງປະທານ ໂຮ່ຈີມິນ ແລະ ຂອງຊາດຫວຽດນາມ. ນີ້ແມ່ນເສັ້ນທາງປະຕິວັດຢ່າງແທ້ຈິງ, ກ້າວຫນ້າ, ເໝາະສົມກັບກົດເກນການພັດທະນາຢ່າງພາວະວິໄສ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການ ຄວາມມຸ່ງມາດປາດຖະຫນາຂອງປະຊາຊົນ. ບົນເສັ້ນທາງນັ້ນ ພັກກອມມູນິດຫວຽດນາມ ບໍ່ມີຜົນປະໂຫຍດໃດນອກເຫນືອຜົນປະໂຫຍດຂອງຊາດ ຂອງປະຊາຊົນ.

ເພື່ອຕອບສະຫນອງຄວາມຮຽກຮ້ອງຂອງໄລຍະປະຕິວັດໃຫມ່, ພັກກອມມູນິດຫວຽດນາມ ຍົກສູງກຳລັງຄວາມສາມາດຊີ້ນຳນຳພາ ແລະ ກຳລັງຕໍ່ສູ້ຂອງພັກຢ່າງບໍ່ຢຸດຢັ້ງ. ເລື່ອງປະກາດໃຊ້ ຂໍ້ກຳນົດວ່າດ້ວຍການຄວບຄຸມສິດອຳນາດໃນວຽກງານພະນັກງານ ຕາມທິດໃຫ້ມີຄວາມສົມບູນ, ເພີ່ມເຕີມ, ຫັນບັນດາມະຕິຂອງຄະນະບໍລິຫານງານສູງກາງພັກ, ກົມການເມືອງ, ຄະນະເລຂາທິການ ໃຫ້ເປັນລະອຽດ ເພື່ອກໍ່ສ້າງພັກໃຫ້ມີຄວາມປອດໃສ, ໝັ້ນຄົງເຂັ້ມແຂງ ພ້ອມທັງຍົກສູງກຳລັງຄວາມສາມາດຊີ້ນຳນຳພາ, ກຳລັງຕໍ່ສູ້ຂອງພັກ ແມ່ນການເຄື່ອນໄຫວປົກກະຕິ ມີຄວາມຈຳເປັນ ຕອບສະຫນອງພຶດຕິກຳຕົວຈິງຢູ່ຫວຽດນາມໃນໄລຍະໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ