ຄວາມ​ຄືບ​ໜ້າ​ໃໝ່​ໃນວິ​ວັດ​ທະ​ນາ​ການ​​ສ້າງສັນ​ສິ​ພາບ ຢູ່​ພາກ​ຕາ​ເວັນ​ອອກ ຢຸ​ແກຼນ

(VOVWORLD) -ພາຍຫຼັງຕົກເຂົ້າສູ່ສະພາບຈົນຕາແຈມາເປັນເວລາຍາວນານ, ວິວັດການເຈລະຈາຊອກຫາວິທີການແກ້ໄຂໃຫ້ແກ່ການປະທະກັນທີ່ນອງເລືອດຢູ່ພາກຕາເວັນອອກ ຢູແກຼນ ໄດ້ບັນລຸ ຄວາມຄືບໜ້າທີ່ດີ, ເປີດໂອກາດສ້າງຄວາມຫວັງໃຫຍ່ກ່ຽວກັບການສ້າງພື້ນຖານສັນຕິພາບອັນຢ່າງແທ້ຈິງໃຫ້ແກ່ປະເທດເອີລົບຕາເວັນອອກ.
ຄວາມ​ຄືບ​ໜ້າ​ໃໝ່​ໃນວິ​ວັດ​ທະ​ນາ​ການ​​ສ້າງສັນ​ສິ​ພາບ ຢູ່​ພາກ​ຕາ​ເວັນ​ອອກ ຢຸ​ແກຼນ - ảnh 1ການນຳ ຂອງ ກຸ່ມ 4 ປະເທດ Normandy (ພາບ: AP)

ພາຍຫຼັງເກີດຂຶ້ນມາເປັນເວລາ 5 ປີ ແລະ ເຮັດໃຫ້ມີຜູ້ເສຍຊີວິດ 13.000 ຄົນ, ການປະທະກັນຢູ່ ພາກຕາເວັນອອກຢູແກຼນມີໂອກາດ ອາດຈະແກ້ໄຂໄດ້ ພາຍຫຼັງການພົບປະສຸດຍອດຂອງກຸ່ມ 4 ປະເທດ Normandy ລວມມີ ປະມຸກບັນດາປະເທດ ລັດເຊຍ, ເຢຍລະມັນ, ຝລັ່ງ ແລະ ຢູແກຼນ ຢູ່ຝລັ່ງ ໃນວັນທີ 9 ທັນວາທີ່ຜ່ານມາ.

        ກອງປະຊຸມ Normandy

ນີ້ແມ່ນຄັ້ງທຳອິດພາຍຫຼັງການພົບປະກ່ອນນັ້ນ 3 ປີ ຂອງ ບັນດາການນຳສູງສຸດຂອງ 4 ປະເທດທີ່ມີບົດບາດ ແລະ ຜົນສະທ້ອນສຳຄັນທີ່ສຸດໃນການປະທະກັນ. ນະທີ່ນີ້, ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ, ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ, ທ່ານ Vlodymyr Zelensky ປະທານາທິບໍດີ ຢູແກຼນ ແລະ ທ່ານນາງ Angela Merkel ນາຍົກລັດຖະມົນຕີ ເຢຍລະມັນ, ບັນລຸໄດ້ຄຳໝັ້ນສັນຍາຢ່າງຄົບຖ້ວນໃນການປະຕິບັດຄຳສັ່ງຢຸດຍິງຢູ່ ພາກຕາເວັນອອກ ຢູແກຼນ ຈົນຮອດທ້າຍປີນີ້, ພ້ອມທັງເຫັນດີເປັນເອກະພາບຈະດຳເນີນການແລກປ່ຽນຊະເລີຍເສິກ ຕາມຮູບແບບ “ທັງໝົດປ່ຽນເອົາທັງໝົດ”.

ຕາມນັ້ນແລ້ວ, ອຳນາດການປົກຄອງ Kiev ຈະສົ່ງ ສະເລີຍເສິກ 250 ຄົນເພື່ອແລກເອົາ ຊະເລີຍເສິກ 100 ຄົນຈາກ ສາທາລະນະອ້າງຊື່ເອງ Donetsk ກໍ່ຄື Luhansk ຢູ່ Donbass, ກ່ອນທ້າຍປີ 2019, ສືບຕໍ່ຖອນກຳລັງປະກອບອາວຸດຢູ່ບັນດາສະຖານທີ່ປະທະກັນ ຈົນຮອດທ້າຍເດືອນມີນາ ປີ 2020, ດຳເນີນຫັນເປັນການປອດການທະຫານຢູ່ 3 ບ່ອນຕື່ມອີກ, ປະຕິບັດການເກັບກູ້ລະເບີດຍັງບໍ່ທັນແຕກ ແລະ ພາຍໃນ 30 ວັນຈະມາເຖິງ ຈະສ້າງບັນດາດ່ານຊາຍແດນໃໝ່ໃຫ້ປະຊາຊົນເດີນທາງໄປມາຢູ່ເຂດຊາຍແດນ ເພື່ອຮັບໃຊ້ໃຫ້ແກ່ເປົ້າໝາຍມະນຸດ, ເຫັນດີເປັນເອກະພາບສືບຕໍ່ຈັດຕັ້ງການພົບປະສຸດຍອດຂອງກຸ່ມ 4 ປະເທດ ຊ້າທີ່ສຸດແມ່ນ ພາຍຫຼັງ 4 ເດືອນຈະມາເຖິງ.

  ຄວາມໄວ້ເນື້ອເຊື່ອໃຈໄດ້ຮັບການສ້າງຂຶ້ນ

ຄວາມຈິງ ໝາກຜົນນີ້ ຍັງບໍ່ທັນຕອບສະຫນອງຄວາມຫວັງນັ້ນແມ່ນອາດຈະຢຸດຕິການປະທະກັນຢ່າງທັນທີໄດ້. ເຖິງຢ່າງໃດກໍຕາມ ມັນມີຄວາມໝາຍສຳຄັນແທ້ຈິງ ນັ້ນແມ່ນສ້າງຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງລັດເຊຍ ແລະ ຢູແກຼນ. ການພົວພັນລະຫວ່າງສອງປະເທດນີ້ ໄດ້ຕົກເຂົ້າສູ່ສະພາບເຄັ່ງຕຶງຢ່າງແຮງ ນັບແຕ່ປີ 2014 ເປັນຕົ້ນໄປ  ເມື່ອລັດເຊຍ ຕົກລົງໂຮມແຫລມ Crimea ຄືນໃຫມ່ ພາຍຫລັງການລົງປະຊາມະຕິ ທວງເອົາເອກະລາດຂອງແຫລມນີ້. ຊ້ຳບໍ່ໜຳ ໃນປີກາຍນີ້ ປະທານາທິບໍດີ ຢູແກຼນ ຄາວນັ້ນແມ່ນທ່ານ Petro Poroshenko ຍັງຖະແຫລງວ່າ Kiev “ພວມຕົກເຂົ້າສູ່ສົງຄາມຍົກທຸກກຳລັງພົນ” ກັບ ມົດສະກູ ພາຍຫລັງເຫດປະທະກັນລະຫວ່າງສອງຝ່າຍຢູ່ຊ່ອງແຄບທະເລ Kerch. ສະນັ້ນ ການພົບປະສຸດຍອດສອງຝ່າຍຢູ່ ປາຣີ ລະຫວ່າງປະທານາທິບໍດີ ລັດເຊຍ Vladimir Putin ແລະ ປະທານາທິບໍດີ ຢູແກຼນ Volodymyr Zelensky ຢູ່ ນອກກອງປະຊຸມກຸ່ມ  4       ປະເທດ ໄດ້ຮັບຖືວ່າແມ່ນເຫດການປະຫວັດສາດ ບາດລ້ຽວປັບປຸງການພົວພັນລະຫວ່າງສອງປະເທດດັ່ງກ່າວ ກໍ່ຄືວິວັດທະນາການສັນຕິພາບຢູ່ພາກຕາເວັນອອກຢູແກຼນ.

ກ່າວຄຳເຫັນທີ່ການຖະແຫລງຂ່າວຮ່ວມພາຍຫລັງກອງປະຊຸມ Normandy, ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ຕີລາຄາວ່າ ວິວັດທະນາການ ພວມດຳເນີນໄປຖືກທິດ ດ້ວຍບັນດາບາດກ້າວລະອຽດຄື: ແລກປ່ຽນສະເລີຍເສິກ, ຖອນກຳລັງທະຫານອອກຈາກ ຈຸດຮ້ອນເຮັ່ງ 3 ບ່ອນຢູ່ພາກພື້ນຊາຍແດນຕາມຂໍ້ຕົກລົງ. ໃນຂະນະນັ້ນ ທ່ານນາງ Angela Merkel ນາຍົກລັດຖະມົນຕີ ເຢຍລະມັນ ໄດ້ຢັ້ງຢືນວ່າ ກຸ່ມ 4 ປະເທດ Normandy ໄດ້ຜ່ານຜ່າສິ່ງກີດຂວາງໃນການແກ້ໄຂບັນຫາ Donbass.

ຄວາມຄືບຫນ້າຢູ່ພື້ນທີ່ຕົວຈິງ

ໃນວັນທີ 10 ທັນວາ ຝ່າຍຄ້ານ ຢູ່ ພາກຕາເວັນອອກ ຢູແກຼນ ຢືນຢັນ ພ້ອມແລ້ວແລກປ່ຽນບັນດາສະເລີຍເສິກກັບ Kiep ຕາມຂໍ້ຕົກລົງບັນລຸໄດ້ລະຫວ່າງປະທານາທິບໍດີລັດເຊຍ ແລະ ປະທານາທິບໍດີ ຢູແກຼນ. ລະອຽດ ແມ່ນ ຊາວ ຢູແກຼນ 53 ຄົນແລກເອົາພົນທະຫານ 88 ຄົນໃນທ້າຍປີນີ້.

ຕາມບັນດາບົດລາຍງານແຕກຕ່າງກັນ, ສະພາບການຢູ່ພາກຕາເວັນອອກ ຢູແກຼນ ໃນຊຸຸມມື້ຜ່ານມາ ແມ່ນມີຄວາມສະຫງົບ ເປັນການສະແດງໃຫ້ເຫັນຄວາມຕັ້ງຫນ້າຂອງບັນດາຝ່າຍໃນພື້ນທີ່ຕົວຈິງສຳລັບຄຳໝັ້ນສັນຍາດ້ານການເມືອງທີ່ບັນລຸໄດ້ລະຫວ່າງບັນດາການນຳ.

ແງ່ຫວັງ

ເຖິງວ່າ ໄດ້ຮັບການຄາດຄະເນອາດຈະປະເຊີນຫນ້າກັບສິ່ງທ້າທາຍຫລາຍຢ່າງກໍຕາມ ແຕ່ດ້ວຍບັນດາຄວາມຄືບຫນ້າຢ່າງຕັ້ງຫນ້າໃນການ ເຈລະຈາ ແລະ ໃນພື້ນທີ່ຕົວຈິງ, ຄວາມມານະພະຍາຍາມແກ້ໄຂການປະທະກັນທີ່ນອງເລືອດແກ່ຍາວເຄິ່ງທົດສະວັດຜ່ານມາຢູ່ພາກຕາເວັນອອກ ຢູແກຼນ ມີຄວາມຫວັງໃຫມ່. ຫາງສຽງຕັ້ງຄວາມຫວັງວ່າ ນີ້ແມ່ນບາດກ້າວສຳຄັນທຳອິດມຸ່ງໄປເຖິງການສິ້ນສຸດວິກິດການຕ່າງໆ, ຢຸດຕິຄວາມຫຍຸ້ງຍາກລຳບາກຂອງປະຊາຊົນນັບໝື່ນໆຄົນຢູ່ພາກຕາເວັນອອກ ຢູແກຼນ.  

ຕອບກັບ

ຂ່າວ/ບົດ​ອື່ນ