ຄວາມຄາດຫວັງສ້າງປະເທດຊາດພັດທະນາກະສິກຳໃຫ້ຍືນຍົງ

(VOVWORLD) - ປຸກລຸກຄວາມຄາດຫວັງບືນຕົວຂຶ້ນ, ກໍ່ສ້າງຊົນຊັ້ນຊາວນາໃຫ້ກາຍເປັນກຳລັງແຮງງານທີ່ກ້າວຫນ້າ, ມີສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ເສີມຂະຫຍາຍບົດບາດເປັນເຈົ້າຂອງຊົນຊັ້ນຊາວນາໃນການພັດທະນາກະສິກຳ, ເສດຖະກິດຊົນນະບົດ, ກໍ່ສ້າງຊົນນະບົດໃຫມ່ ແມ່ນແຜນນະໂຍບາຍອັນຖືກຕ້ອງຂອງພັກກອມມູນິດ ຫວຽດນາມ. ແຜນນະໂຍບາຍນີ້ພວມໄດ້ຮັບການຜັນຂະຫຍາຍໃນຕົວຈິງ, ເບື້ອງຕົ້ນໄດ້ສ້າງກຳລັງຫນູນເພື່ອໃຫ້ຊົນຊັ້ນຊາວນາຜ່ານຜ່າທຸກຄວາມຫຍຸ້ງຍາກ ສິ່ງທ້າທາຍ ພັດທະນາກະສິກຳໃຫ້ຈະເລີນຮຸ່ງເຮືອງ, ຮັ່ງມີ, ຊົນນະບົດມີຄວາມສີວິໄລ, ທັນສະໄຫມ.

ຄວາມຄາດຫວັງສ້າງປະເທດຊາດພັດທະນາກະສິກຳໃຫ້ຍືນຍົງ - ảnh 1ໝາກ ແອບເປີນຂຽວ ຢູ່ ຟາມ. ພາບ:ninhthuantourism.vn 

ແດດ ແລະ ລົມ ຢູ່ ແຂວງ ນິງທ້ວນ ພວມປະກອບສ່ວນເຂົ້າໃນຄວາມໄຝ່ຝັນໃນຜະລິດກະສິກຳແບບຍືນຍົງຂອງບັນດາເພື່ອນຫນຸ່ມຢູ່ທີ່ນີ້. ເພື່ອນ ຫງວຽນຮ່ວາງກວັກ ໄດ້ເລີ່ມກໍ່ສ້າງ ຟາມ ທີ່ມີຊື່ວ່າ “  Nắng va gió” “ແດດ ແລະ ລົມ” ນັບແຕ່ປີ 2018 ເພື່ອຢາກຫັນຄວາມໄຝ່ຝັນຂອງຕົນໃຫ້ປະກົດຜົນເປັນຈິງ. ຕາມເພື່ອນ ກວັກແລ້ວ, ບັນດາຜະລິດຕະພັນໂດຍຟາມຜະລິດອອກນັ້ນ ລ້ວນແຕ່ໄດ້ປະຕິບັດຕາມມາດຖານ Organic, ຮັບປະກັນຄວາມເຄັ່ງຄັດຂອງມາດຕະການກ່ຽວກັບຄຸນນະພາບ, ມີຍີ່ຫໍ້ແຈ້ງຕົ້ນກຳເນີດຂອງສິນຄ້າຕາມມາດຖານ Global GAP. ເພື່ອເຮັດໄດ້ສິ່ງນັ້ນ ບັນດານັກວິສາວະກອນ, ຫົວຫນ້າພາກສ່ວນປູກຝັງ, ແນະນຳຢ່າງລະອຽດໃຫ້ຊາວກະສິກອນຜູ້ທີ່ກຳລັງເຮັດວຽກຢູ່ໃນຟາມ ເພື່ອຜະລິດອອກໝາກແອບເປີຂຽວປອດສານພິດ, ຕອບສະຫນອງຄວາມຕ້ອງການຂອງຕະຫລາດ. ຈິນຕະນາການເຮັດກະສິກຳແບບຍືນຍົງ ຈາກນັ້ນໄດ້ແຜ່ຂະຫຍາຍອອກສູ່ວົງກວ້າງ.

 “ຄວາມໄຝ່ຝັນຂອງຂ້າພະເຈົ້າແມ່ນຢາກເຮັດສິ່ງໃດຫນຶ່ງມີລັກສະນະວົງຄະນະຍາດ. ເຮັດກະສິກຳ ບໍ່ແມ່ນຄິດແລ້ວເຮັດໄດ້ທັນທີ ຫາກເມື່ອຕົນເອງມີແນວຄວາມຄິດແລ້ວ ຕ້ອງຂຶ້ນແຜນການ, ທາບທາມຄຳເຫັນ, ຕ້ອງມີການປຽບທຽບ ແລະ ເຂົ້າສູ່ການປະຕິບັດ. ຕ້ອງມີວິວັດການ ແລະ ແຜນການລະອຽດ. ມີພຽງແຕ່ວິທີເຮັດແບບວິທະຍາສາດຈຶ່ງປະຕິບັດຄາດໝາຍວາງອອກໄດ້”

ນອກຈາກໝາກ ແອບເປີນຂຽວແລ້ວ, ບັນດາໜານໝາກອະງຸ່ນ ກໍ່ແມ່ນສິ່ງທີ່ເຮັດໃຫ້ເຂດດິນ ຟານຣາງ ແຂວງ ນິງທ້ວນຍິ່ງມີຊື່ສຽງ. ພາຍຫລັງ 5 ປີໄປທຳມາຫາກິນຢູ່ບັນດານະຄອນໃຫຍ່ ອ້າຍ ດ່າວແມ້ງຕຽບ ຢູ່ ບ້ານ ແຮວ່ງເຊີນ ຕາແສງ ນິງຫາຍ ເມືອງ ຟານຣາງ  ໄດ້ຕັດສິນໃຈກັບເບືອບ້ານ. ປະຈຸບັນ ຊາວກະສິກອນ ດ່າວແມ້ງຕຽບ ໄດ້ກາຍເປັນເສດຖີເງິນຕຶ້ຢູ່ ທ້ອງຖິ່ນ ແລະ ມີຊື່ສຽງແມ່ນຜູ້ທຳການຜະລິດລະດູການດຽວແຕ່ສ້າງລາຍຮັບເພື່ອກິນອີ່ມນຸ່ງອຸ່ນໃຫ້ທັງປີ.

ໂດຍມີຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ຊາວກະສິກອນ ຢູ່ ແຂວງ ນິງທ້ວນໄດ້ໝູນໃຊ້ກະສິກຳ, ເຕັກໂນໂລຊີສູງ, ກະສິກຳແບບຍືນຍົງເພື່ອແກ້ໄຂສິ່ງບໍ່ສະດວກດ້ານອາກາດ, ນຳມາເຊິ່ງປະສິດທິຜົນສູງໃຫ້ແກ່ເສດຖະກິດ, ສ້າງບັນດາຜະລິດຕະພັນປອດສານພິດ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງຕະຫລາດ.

ສິ່ງເປັນຫນ້າປິຕິຊົມຊື່ນ ນັ້ນແມ່ນ ບໍ່ພຽງແຕ່ສະເພາະຢູ່ ແຂວງ ນິງທ້ວນເທົ່ານັ້ນ ຫາກຈິນຕະນາການສ້າງຄວາມຮັ່ງມີຈາກກະສິກຳແບບຍືນຍົງ ໄດ້ປະກົດອອກຢູ່ທຸກແຖບຖິ່ນຂອງປະເທດຊາດ. ເຖິງວ່າ ປະສົບກັບຄວາມຫຍຸ້ງຍາກຍ້ອນການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດໂຄວິດ 19 ກໍຕາມ, ແຕ່ກະສິກຳຂອງຫວຽດນາມ ຍັງຄົງຮັບປະກັນຄາດໝາຍຄ້ຳປະກັນດ້ານສະບຽງອາຫານ ແລະ ສົ່ງອອກ ດ້ວຍວົງເງິນການສົ່ງອອກບັນລຸກວ່າ 3 ຕື້ USD ໃນປີກາຍນີ້ ແມ່ນລະດັບສູງສຸດນັບແຕ່ກອ່ນມາ. ມະຕິເລກທີ 19 ຂອງກອງປະຊຸມຄັ້ງທີ 5 ຄະນະບໍລິການງານສູນກາງພັກຊຸດທີ XIII ວ່າດ້ວຍກະສິກຳ, ຊົນນະບົດ ແລະ ຊາວກະສິກອນຮອດປີ 2030, ວິໄສທັດຮອດປີ 2045  ເປັນຄັ້ງທຳອິດກຳນົດວ່າ ກະສິກຳແມ່ນທ່າໄດ້ປຽບແຫ່ງຊາດ. ທ່ານ ເລມີງຮວານ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໃຫ້ຮູ້ວ່າ:

“ມີຫລາຍອົງການຈັດຕັ້ງສາກົນ ພວມຕີລາຄາສູງບົດບາດຂອງລະບົບສະບຽງອາຫານຂອງ ຫວຽດນາມ. ປະຈຸບັນ ເຂົາເຈົ້າພ້ອມແລ້ວທີ່ຈະຫນູນຊ່ວຍພວກເຮົາກ່ຽວກັບບັນດາຮູບແບບ, ບົດຮຽນປະສົບການ, ການໃຫ້ຄຳປຶກສາດ້ານເຕັກນິກກໍ່ຄືແຫລ່ງທຶນໃດຫນຶ່ງເພື່ອໃຫ້ຫວຽດນາມ ມີຮູບແບບ, ມີໂຄງການປະສົບຜົນສຳເລັດເພື່ອຢັ້ງຢືນໃຫ້ເຫັນ ພື້ນຖານກະສິກຳສີຂຽວ, ປອດສານພິດ, ກະສິກຳແບບໝູນວຽນ ແມ່ນເລື່ອງລາວທີ່ມີຄວາມເປັນໄປໄດ້.”

ຄວາມຄາດຫວັງສ້າງປະເທດຊາດພັດທະນາກະສິກຳໃຫ້ຍືນຍົງ - ảnh 2ຟາມ "ແດດ ແລະ ລົມ". ພາບ: ninhthuantourism.vn

ກະສິກຳ, ຊົນນະບົດ, ຊາວກະສິກອນ ຍາມໃດກໍສວມບົດບາດສຳຄັນໃນວິວັດການສ້າງສາ ແລະ ພັດທະນາປະເທດຊາດ. ຄວາມຄາດຫວັງສ້າງປະເທດຊາດແຫ່ງກະສິກຳເພື່ອໃຫ້ຊົນນະບົດຫວຽດນາມ ໃຫມ່ອ່ຽມກວ່າ, ພັດທະນາກວ່າ, ຊາວກະສິກອນເປັນມືອາຊີບກວ່າໃນການຜະລິດ ແລະ ດຳເນີນທຸລະກິດ ເພື່ອໃຫ້ກະສິກຳກາຍເປັນອາຊີບຫນຶ່ງຮັບໃຊ້ສຸຂະພາບຂອງທົ່ວສັງຄົມ ແລະ ກໍ່ແມ່ນອາຊີບສ້າງຄວາມຮັ່ງມີໃຫ້ປະເທດຊາດ. ດ້ວຍຈຳນວນພົນລະເມືອງ 100 ລ້ານຄົນ, ໃນນັ້ນ 65% ປະຊາຊົນແມ່ນດຳລົງຊີວິດ ຢູ່ ເຂດຊົນນະບົດ, ກະສິກຳໄດ້ຮັບການຢັ້ງຢືນວ່າແມ່ນທ່າໄດ້ປຽບຂອງປະເທດຊາດ, ສະນັ້ນ ຄວາມຍືນຍົງ, ອາຊີບໝັ້ນຄົງ ຍັງແມ່ນພື້ນຖານເພື່ອພັດທະນາ ພາລະກຳບົດບາດທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງຫວຽດນາມ ບົນເວທີສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ