ຄວາມຈົນຕາແຈໃນການແກ້ໄຂວິກິດການຊາວອົບພະຍົບ

(vovworld)- ໃນ​ຂະ​ນະ​ທີ່​ເອີ​ລົບ ບໍ່​ທັນ​ຊອກ​ໄດ້​ມາດ​ຕະ​ການ​ທີ່ມ​ີ​ປະ​ສິດ​ທິ​ຜົນ​ ເພື່ອ​ແກ້​ໄຂວິ​ກິດ​ການ​ຊາວ​ອົບ​ພະ​ຍົບ, ບົດ​ລາຍ​ງານຫວ່າງ​ແລ້ວນີ້ຂອງ ຂ້າ​ຫລວງ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ​ຊາວ​ອົບ​ພະ​ຍົບ (UNHCR) ໃຫ້​ຮູ້​ວ່າ: ມີ​ຊາວ​ອົບ​ພະ​ຍົບ​ຢ່າງ​ຫນ້ອຍ​ສຸດ 700 ຄົນ​ຖືກ​ເສຍ​ຊີ​ວິດ ແລະ ຫລາຍ​ຄົນ​ຖືກ​ຫາຍ​ສາບ​ສູນ​ບົນ​ທະ​ເລ​ເມ​ດີ​ຕາ​ລາ​ເນ​ໃນ​ ຊຸ​ມມື້​ຜ່ານ​ມາ. ​ວິ​ນາດ​ສະ​ກຳນີ້​ອີກ​ຄັ້ງ​ຫນຶ່ງ​ໄດ້ກ່າວ​ເຕືອນ​ເຖິງ​ເລື່ອງ​ຂາດ​ບັນ​ດາ​ມາດ​ຕະ​ການ​​ແກ້​ໄຂວິ​ກິດ​ການ​ຊາວອົບ​ພະ​ຍົບປະ​ຈຸ​ບັນ.

ຄວາມຈົນຕາແຈໃນການແກ້ໄຂວິກິດການຊາວອົບພະຍົບ - ảnh 1
ການ​ປະ​ຊຸມ​ຂ່າວ​ພາຍ​ຫລັງ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຢູ່ຊີ​ຣີ
(AFP/TTXVN)

        ຊາວ​ອົບ​ພະ​ຍົບ​ເດີນ​ທາງ​ເຖິງ ເອີ​ລົບ​ຄັ້ງ​ນີ້ ສ່ວນ​ຫລາຍ​ແມ່ນ​ມາ​ຈາກ​ບັນ​ດາ​ປະ​ເທດ ອາ​ຟ​ຼິ​ກາ. ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ເສື້ອ​ຊູ​ຊີບ ແລະ ​ຕ້ອງ​ຢູ່​ໃນ​ບັນ​ດາ​ກຳ​ປັ່ນ​ບໍ່​ມີ​ເຄື່ອງ​ຈັກ ພຽງ​ແຕ່​ອີງ​ໃສ່​ກຳ​ລັງ​ແຮງ​ຂອງ​ບັນ​ດາກຳ​ປັ່ນ​ຄ້າ​ຂາຍ​ສິນ​ຄ້າ​ລຳ​ໃຫຍ່​ເທົ່າ​ນັ້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຂົາ​ເຈົ້າ​​ພັດບໍ່​ຫົວ​ຊາ​ຕໍ່​ທ​ຸກ​ຄວາມ​ອັນ​ຕະ​ລາຍ​ເພື່ອ​ຊອກ​ຫາ​ເສັ້ນ​ທາງ​ເຖິງ ເອີ​ລົບ.

        ຈຳ​ນວນ​ຜູ້​ຖືກ​ເສຍ​ຊີ​ວິດ​ເພີ່ມ​ຂຶ້ນ​ຫລາຍ

        ເລື່ອງ​​ກີດ​ຂວາງ​ເສັ້ນ​ທາງ​ເຖິງ ປະ​ເທດ ເກຼັກ ພາຍ​ຫລັງ​ຂໍ້​ຕົກ​ລົງ ລະ​ຫວ່າງ ອີ​ຢູ ແລະ ຕວກ​ກີ ໄດ້​ບັງ​ຄັບ​ໃຫ້​ຊາວ​ອົບ​ພະ​ຍົບ​ຕ້ອງ​ເລືອ​ກ​ເຟັ້ນ​ເສັ້ນທາງ​ຈາກ ລີ​ບີ ເຖິງ ອີ​ຕາ​ລີ ​ຊື່ງ​ແມ່ນ​ເສັ້ນ​ທາງ​ທີ່​ຍາວກວ່າ ແລະ ອັນ​ຕະ​ລາຍກວ່າ. ອາ​ກາດອຳ​ນວຍ​ຄວາມ​ສະ​ດວກ​ແມ່ນ​ເງື່ອນ​ໄຂ​ດີ​ສຸດ​ເພື່ອ​ໃຫ້​ກຳ​ປັ່ນ​ຂົນ​ສົ່ງ​ຊາວ​ອົບ​ພະ​ຍົບ​ເລີ່ມ​ເດີນ​ທາງ​ໃນ​ພາບ​ດຽວ. ສິ່ງ​ດັ່ງ​ກ່າວ​ໄດ້​ກໍ່​ກຳ​ລັງ​ດ​ັນ​ຢ່າງ​ແຮງ​ຕໍ່​ກຳ​ລັງ​ກູ້​ໄພ​ກູ້​ຊີບ​ເມື່ອ​ມີ​ເກີດ​ເຫດ. ຕ​າມ​ການ​ສະ​ຖິ​ຕິ, ບັນ​ດາ​ກໍ​ລະ​ນີ​ກຳ​ປັ່ນ​​ຂົນ​ສົ່ງ​ຊາວ​ອົບ​ພະ​ຍົບ​ໄປ​ຍັງ​ເອີ​ລົບ​ຖືກຈົມ​ນ້ຳໃນ​ຊຸມມື້​ຜ່ານ​ມາ ໄດ້​ເຮັດ​ໃຫ້​ຈຳ​ນວນ​ຜູ້​ຖືກ​ເສຍ​ຊີ​ວິດ​ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະ​ຈຸ​ບັນ​ຂຶ້ນ​ເຖິງກວ່າ 2.500 ຄົນ, ໃນ​ນັ້ນ ສ່ວນ​ຫລາຍ​ແມ່ນ​ແມ່​ຍິງ ແລະ ເດັກ​ນ້ອຍ. ກອງ​ທຶນ​ ສ​ປ​ຊ ເພື່ອ​ເດັກ​ນ້ອຍ (UNICEF) ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາບ​ການນີ້. UNICEF ຍັງ​ກ່າວ​ເຕືອນ​ວ່າ ສະ​ພາບ​ການນີ້​ອາດ​ຈະ​ເພີ່ມ​ຂຶ້ນ ຍ້ອນ​ຕົ້ນ​ລະ​ດູ​ຮ້ອນ​ໄດ້​ເກີດ​ມີ​ຫລາຍ​ກໍ​ລະ​ນີ​ຂ້າມ​ຊາຍ​ແດນ​ຢູ່​ທະ​ເລ​ເມ​ດີ​ຕາ​ລາ​ເນ, ເປັນ​ຕົ້ນ​ແມ່ນ​ຢູ່​ເຂດ​ທະ​ເລ​ລະ​ຫວ່າງ​ລີ​ບີ ແລະ ອີ​ຕາ​ລີ. ໃນ​ບົດ​ລາຍ​ງານ​ປະ​ກາດ​ເມື່ອ​ວັນ​ທີ 29/5, UNICEF ໃຫ້​ຮູ້​ວ່າ: ອົງ​ການນີ້​ຈະ​ສົມ​ທົບ​ກັບ​ລັດ​ຖະ​ບານ ອີ​ຕາ​ລີ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ​ ເພື່ອ​ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ, ເປັນ​ຕົ້ນ​ແມ່ນ​ວຽກ​ງານ​ໂຄ​ສະ​ນາ ແລະ ສ​ະ​ຫນອງ​ອຸ​ປະ​ກອນ​ກູ້​ຊີບ​ທີ່​ຈຳ​ເປັນ ໂດຍ​ໄວ.

        ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກໄພ​ອົບ​ພະ​ຍົບ

​        ເລື່ອງ​ບັນ​ດາ​ປະ​ເທດ​ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ​ຍັງບໍ່​ທັນ​ຊອກ​ໄດ້ມາດ​ຕະ​ການ​ແກ້​ໄຂວິ​ກິດ​ການ​ຊາວ​ອົບ​ພະ​ຍົບນັ້ນ ​ໄດ້​ສ້າງ​ກາ​ລະ​ໂອ​ກາດ​ທີ່​ດີ​ເພື່ອ​ໃຫ້​ບັນ​ດາ​ອົງ​ການກໍ່​ກາ​ນ​ຮ້າຍ ແລະ ອາດ​ຊະ​ຍາ​ກຳ​ດຳ​ເນີນ​ຈຸດ​ໝາຍ​ຂອງ​ຕົນ. ກະ​ແສ​ຊາວ​ອົບ​ພະ​ຍົບ​ເພີ່ມ​ຂຶ້​ນ​ຢ່າງ​ແຮງ ແມ່ນ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​​ການບໍ​ລິ​ການ​ຂົນ​ສົ່ງ​ຊາວ​ອົບ​ພະ​ຍົບ​ໄປ​ຍັງ​ເອີ​ລົບ​ເພີ່ມ​ຂຶ້ນ​ຢ່າງ​ແຮງ. ປີ 2015, 90% ຈຳ​ນວນ​ຊາວ​ອົບ​ພະ​ຍົບ​ໄປ​ເຖິງ ເອີ​ລົບ ຕ້ອງ​​ອີງ​ໃສ່​ພວກ​ອາດ​ຊະ​ຍາ​ກຳ ແລະ ​ການ​ຂ້າມ​ຊາຍ​ແດນ​ຄັ້ງ​ຫນຶ່ງ​ຕ້ອງ​ເສຍ​ຄ່າ​ແຕ່ 3.200 -6.500 USD. ​ຕາມ​ຕົວ​ເລກ​ສະ​ຖິ​ຕິບໍ່​ທັນ​ຄົບ​, ບໍ​ລິ​ການນີ້​ໄດ້​ຊ່ວຍ​ໃຫ້​ອົງ​ການກໍ່​ການ​ຮ້າຍ​ຫາ​ລາຍ​ໄດ້ 5 ຕື້ USD ໃນ​ປີ 2015. ຕາມ​ການຄາດ​ຄະ​ເນຂອງ Europol ແລ້ວ: ປີ 2016 ຈຳ​ນວນ​ຊາວ​ອົບ​ພະ​ຍົບຍັງ​ຢູ່​ໃນ​ລະ​ດັບ​ສູງກວ່າ​ເມື່ອ​ທຽບ​ໃສ​່​ປີ 2015. ສ​ະ​ເພາະ ຢູ່ ລີ​ບີ, ປະ​ຈຸ​ບັນ ມີ​ປະ​ມານ 800.000 ຄົນ ພວມ​ລໍ​ຖ​້າ​ກາ​ລະ​ໂອ​ກາດ​ເພື່ອ​ຂ້າ​ມ​ທະ​ເລ​ໄປ​ຍັງ ອີ​ຢູ, ໂດຍບໍ່​ຫົວ​ຊາ​ຕໍ່​ຄວາມ​ອັນ​ຕະ​ລາຍ​​ເຖິງຊີ​ວິດ​ອີ​ນຊີ.

ເລື່ອງ​ບັນ​ດາ​ ​ພວກອາດ​ຊະ​ຍາ​ກຳຈັດ​ຕັ້ງ​ການບໍ​ລິ​ການ​ຂ້າມ​ຊາຍ​ແດນ​ເຮັດ​ໃຫ້​ວິ​ກິດ​ການ​ອົບ​ພະ​ຍົບ​ຢູ່ ເອີ​ລົບ ຍິ່ງ​ຮ້າຍ​ແຮງກວ່າ ແລ​ະ​ວິ​ນາດ​ສະ​ກຳ​ມະ​ນຸດ​ສະ​ທຳ​​ກໍເພີ່ມ​ຂຶ້ນ. ນອກນັ້ນ ເປັນສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ສະ​ຫງົບ​ປອດ​ໄພ, ດ້ານ​ການ​ເມືອງໃຫຍ່​ຫລວງ​ຕໍ່​ອີ​ຢູ, ເປັນ​ຕົ້ນ​ແມ່ນ​ໄພ​ອັນ​ຕະ​ລາຍ​ກ່ຽວ​ກັບ​ການກໍ່​ການ​ຮ້າຍ.

        ​ການຊອກ​ຫາ​ມາດ​ຕະ​ການ​ແກ້​ໄຂ

 ​ປະ​ກົດ​ການ​ຊາວ​ອົບ​ພະ​ຍົບ​ສືບ​ຕໍ່​ຊອກ​ຫາ​ເສັ້ນ​ທາງ​ໄປ​ຍັງ ເອີ​ລົບ ແມ່ນ​ການ​ພິ​ສູດ​ໃຫ້​ເຫັນ​ວ່າ ໃນ​ໄລ​ຍະ​ຜ່ານ​ມາ, ບັນ​ດາ​ການ​ນຳ ຍັງ​ບໍ່​ທັນ​ເອົາ​ໃຈ​ໃສ່​ແກ້​ໄຂ​ບັນ​ດາ​ສາຍ​ເຫດ​ພາ​ໄປ​ເຖິງວິ​ກິດ​ການນີ້​ຢ່າງ​ເຖ​ິງ​ຖອງ. ບັນ​ດາ​ປະ​ເທດ ເອີ​ລົບ ປະ​ຈຸ​ບັນ​ ບໍ່​ທັນ​ຊອກ​ໄດ້​ບັນ​ດາ​ມາດ​ຕະ​ການ​ ມີ​ປະ​ສິດ​ທິ​ຜົນຢ່າງ​ພຽງ​ພໍ​ເພື່ອ​ໃຫ້​ມີ​ການ​ປະ​ສານ​ງານ​ລວມ​ໃນ​ທົ່ວ​ພາກ​ພື້ນ​ເພື່​​ອ​ແນ​ໃສ່ແກ້​ໄຂ​ບັນ​ຫາ​ອົບ​ພະ​ຍົບ​ຢ່າງ​ຂ້ຽວ​ຂາດ. ວິ​ທີ​ແກ້​ໄຂ​ຂອງ ເອີ​ລົບ​ປະ​ຈຸ​ບັນ ສ່ວນ​ຫລາຍ​ແມ່ນ​ແກ້​ໄຂ​ຕາມ​​ສະ​ຖາ​ນະ​ການ, ສະ​ກັດ​ກັ້ນ​ຈາກ​ທາງ​ໄກ ດ້ວຍ​ບັນ​ດາ​ມາດ​ຕະ​ການ​ຄື ສົ່ງ​ກຳ​ລັງ​ພິ​ເສດ​ເຂົ້າ ຊີ​ຣີ ແລະ ລີ​ບີ ແຕ່ບໍ​ທັນ​ແຂງ​ແຮງ​ເທື່ອ.

        ໃນ​ສະ​ພາບ​ການນັ້ນ, ຫາງ​ສຽງ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ຊາວ​ອົບ​ພະ​ຍົບ​ລະ​ຫວ່າງ  ອີຢູ ແລະ ຕວກ​ກີ ຫາ​ກໍ​ບັນ​ລຸ​ໄດ້​ໃນ​ທ້າຍ​ເດືອນ 3/2016 ອາດ​ຈະ​ຖືກ​ລົ້ມ​ລະ​ລາຍ​​ໃນຂະ​ນະ​ທີ​່​ຊຸມມື້​ຫວ່າງ​ແລ້ວນີ້ ການ​ນຳສອງ​ຝ່າຍ​ຍົກ​ອອກ​ບັນ​ດາ​ຖ​ະ​ແຫລງ​ການ​ແຂງ​ກະ​ດ້າງ​ຢ່າງ​ລຽນ​ຕິດ​ກ່ຽວ​ກັບ​ການ​ຍົກ​ເວັ້ນ​ວິ​ຊາ​ໃຫ້​ແກ່​ພົນ​ລະ​ເມືອງ​ຕວກ​ກີ ເຂົ້າ​ອີ​ຢູ, ​ນີ້ແມ່ນບັນ​ຫາ​ສຳ​ຄັນ​ໃນ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ຝ່າຍ. ຜູ້​ໃຫ້​ຄຳ​ປືກ​ສາ​ດ້ານ​ເສດ​ຖະ​ກິດ​ຂອງ ປະ​ທາ​ນາ​ທິ​ບໍ​ດີ ຕວກ​ກີ Yigit Bulut ເນັ້ນ​ຫນັກ​ວ່າ Ankara ອາດ​ຈະ​ຢຸດ​ຕິ​ຂໍ້​ຕົກ​ລົງ​ທັງ​ໝົດ​ກັບ ອີ​ຢູ ຖ້າ​ຫາກ​ກຸ່ມນີ້ ບໍ່​ຮັກ​ສາ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ການ​ຍົກ​ເວັ້ນ​ວິ​ຊາ​ໃຫ້​ແກ່​ພົນ​ລະ​ເມືອງ ຕວກ​ກີ ຢູ່ ເຂດ Schengen, ຍູ້ ອີ​ຢູ ຕົກ​ເຂົ້າ​ສູ່​ສະ​ພາບ​ຕ້ອງ​ຊອກ​ຫາ​ມາດ​ຕະ​ການ​ ​ແກ້​ໄຂ​ບັນ​ຫາ​ຊາວ​ອົບ​ພະ​ຍົບ​ເຂົ້າ​ມາເປັນ​ຈຳ​ນວນ​ຫລວງ​ຫລາຍ ໂດຍບໍ່​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ຝ່າຍ​ຕວກ​ກີ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຝ່າຍ ອີ​ຢູ ຍັງ​ຄົງ​ເດັດ​ດ່ຽວ​ຮຽກ​ຮ້ອງ​ປະ​ເທດນີ້ ຕ້ອງ​ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຕ້ານກໍ່​ການ​ຮ້າຍ, ແມ່ນ​ຫນຶ່ງ​ໃນ 5 ມາດ​ຕາ​ສຳ​ຄັນ ຊື່ງ​ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ກ່ອນ​ທີ່ ພົນ​ລະ​ເມືອງ ຕວກ​ກີ ອາດ​ຈະ​ໄດ້​ຍົກ​ເວັ້ນ​ວິ​ຊາ ເຂົ້າ​ອີ​ຢູ. ເມື່ອ​ຂ​ໍ້​ຕົກ​ລົງ​ກ່ຽວ​ກັບ​ຊາວ​ອົບ​ພະ​ຍົບ​ນັບ​ມື້​ນັບ​ຍາກ​ທີ່​ປະ​ຕິ​ບັດ​ໄດ້, ອີ​ຢູ ກໍ​ຄິດ​ໄລ່​ເຖິງວິ​ທີ​ການ​ເພື່ອ​ໃຫ້​ເກຼັກ ກາຍ​ເປັນ​ສູນ​ຕ້ອນ​ຮັບ​ຊາວ​ອົບ​ພະ​ຍົບ ແລະ ອີ​ຢູ ຈະ​ສົ່ງ​ບ້ວງ​ສິນ​ເຊື່ອ​ທີ່​ໄດ້​ໝັ້ນ​ໝາຍ​ໃຫ້​ແກ່ ຕວກ​ກີ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ປະ​ຈຸ​ບັນ ເກຼັກ ກໍ​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເມື່ອ​ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ຫນີ້​ສາ​ທາ​ລະ​ນະ​ພວມ​ຢູ່​ໃນ​ລະ​ດັບສູງ, ພື້ນ​ຖານ​ເສດ​ຖະ​ກິ​ດ ຖືກ​ຊຸດ​ໂຊມ.

        ໃນ​ຂະ​ນະ​ນັ້ນ, ວົງ​ການ​ໄຈ້​ແຍກ​ຖື​ວ່າ ​ຂໍ້ກຸນ​ແຈ​ເພື່ອ​ແກ້​ໄຂວິ​ກິດ​ການ​​ອົບ​ພະ​ຍົ​ບ​ປະ​ຈຸ​ບັນ ຢ່າງ​ສິ້ນ​ເຊິງນັ້ນ ແມ່ນ​ອີງ​ໃສ່ເລື່ອງ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ຢູ່​ບັນ​ດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ ແລະ ອາ​ຟ​ຼູ​ິ​ກາ​ເຫນືອ. ພິ​ເສດ ແມ່ນ​ບັນ​ດາ​ປະ​ເທດ​ຖືກ​ສົງ​ຄາມ​ກາງ​ເມືອງ ແລະ ຖືກ​ຜົນ​ກະ​ທົບ​ຢ່າງ​ແຮງ​ຈາ​ກວ​ິ​ກິດ​ການ​ລະ​ດູ​ບານ​ໃຫມ່ ອາ​ຣັບ ຄື: ອີ​ຣັກ, ຊີ​ຣີ, ລີບີ, ເຢ​ແມນ ຫລື ອີ​ຢີບ. ຮອດ​ຈຸດ​ເວ​ລາ​ທີ່​ເອີ​ລົບ ແລະ ໂລກ ຕ້ອງ​ມີ​ການ​ກະ​ທຳ​ໃນ​ລະ​ດັບ​ທົ່ວ​ໂລກ​ເພື່ອ​ຊ່ວຍ​ບັນ​ດາ​ປະ​ເທ​ດ​ພາຍ​ໃນ​ພາກ​ພື້ນ​ຟື້ນ​ຟູ​ຢ່າງ​ແຮງກວ່າ, ມີ​ກຳ​ລັງ​ຄວາມ​ສາ​ມາດ​ຢ່າງ​ແຮງ​ເພື່ອ​ຮັກ​ສາ​ສະ​ພາບ​ການ​ເສດ​ຖະ​ກິດ, ສັງ​ຄົມ​ໃຫ້​ເປັນ​ປົກ​ກະ​ຕິ.

        ເຖິງວ່າ ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ຫລວງ​ຫລາຍ​ກໍ​ຕາມ ແຕ່​ມາ​ຮອດ​ປະ​ຈຸ​ບັນ ເອີ​ລົບ​ຍັງ​ບໍ່​ທັນ​ຊອກ​ໄດ້​ມາດ​ຕະ​ການ​ສັງ​ລວມ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ, ມາດ​ຕະ​ການ​ພື້ນ​ຖານ​ໃດ​ໃຫ້​ແກ່​ບັນ​ຫາ​ຊາວ​ອົບ​ພະ​ຍົບ. ບັນ​ດາ​ມາດ​ຕະ​ການ​ຖືກ​ຍົກ​ອອກ​ມາ ພຽງ​ແຕ່​ມີ​ລັກ​ສະ​ນະ​ຊົ່ວ​ຄາວ ແລະ ປະ​ເຊີນ​ຫນ້າ​ເທົ່າ​ນັ້ນ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກ່ຽວ​ກັບ​ໄລ​ຍະ​ສັ້ນ ເອີ​ລົບ ຍັງ​ຄົງ​ຈະ​ສືບ​ຕໍ່​ປະ​ເຊີນ​ຫນ້າ​ກັບ​ບັນ​ດາ​ກຳ​ລັງ​ດັນ​ໃຫຍ່​ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ຊາວ​ອົບ​ພະ​ຍົບ.

 

ຕອບກັບ

ຂ່າວ/ບົດ​ອື່ນ