ຄວາມບໍ່ລົງລອຍກັນໄດ້ກີດຂວາງກອງປະຊຸມລັດຖະມົນຕີການຕ່າງປະເທດຍີ່ປຸ່ນ-ຈີນ-ສເກົາຫຼີ

(vovworld) - ຕາມ​ກະຊວງ​ການ​ຕ່າງປະ​ເທດ ຍີ່ປຸ່ນແລ້ວ, ກອງປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ ຍີ່ປຸ່ນ - ຈີນ - ສ.​ເກົາຫຼີ ຄັ້ງທີ 8 ໄຂຂຶ້ນຢ່າງເປັນທາງການໃນວັນທີ 24/8, ຢູ່ ໂຕກຽວ, ປະເທດ ຍີ່ປຸ່ນ. ຖ້າໄດ້ຮັບການດຳເນີນຖືກຕາມແຜນການທີ່ໄດ້ວາງອອກ,  ນີ້ຈະແມ່ນກອງປະຊຸມຂັ້ນລັດຖະມົນຕີທຳອິດໃນ 5 ປີຜ່ານມາ, ເພື່ອແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງລະຫວ່າງ 3 ປະເທດ​ບ້ານ​ໃກ້​ເຮືອນ​ຄຽງ​ໃນ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ​ມີ​ການ​ກະທຳ​ຫຍໍ້​ທໍ້​ຫຼາຍ​ຢ່າງ​ຂອງ​ບັນດາ​ຝ່າຍ​ກ່ອນ​ທີ່​ດຳ​ເນີນ​ກອງ​ປະຊຸມ, ຈະ​ມີ​ການ​ກະທົບ​ບໍ່​ແມ່ນ​ໜ້ອຍ​ເຖິງ​ໝາກຜົນ​ຂອງ​ເຫດການ​ສຳຄັນ​ນີ້.

ຄວາມບໍ່ລົງລອຍກັນໄດ້ກີດຂວາງກອງປະຊຸມລັດຖະມົນຕີການຕ່າງປະເທດຍີ່ປຸ່ນ-ຈີນ-ສເກົາຫຼີ - ảnh 1
ລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່ປຸ່ນ Fumio Kishida ​ແລະ​
ຄູ່​ຕຳ​ແໜ່​ງ ທ່ານ ຫວາງ​ຢີ ຂອງ​ຈີນ
(ພາບ: IndianExpress)

​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດຄັ້ງ​ທີ 8, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດບັນດາ​ປະ​ເທດ ສ​.ເກົາຫຼີ, ຈີນ ​ແລະ ຍີ່ປຸ່ນ ​ໄດ້​ປະຊຸມ​ຢູ່ ​ໂຕ​ກຽວ​ໃນ​ວັນ​ທີ 21/8. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ທ່ານ​ຮອງລັດຖະມົນຕີ​ການ​ຕ່າງປະ​ເທດ ສ.​ເກົາຫຼີ Kim Hyoung-zhin ພ້ອມ​ກັບ​ຄູ່​ຕຳ​ແໜ່​ງຈີນ ຫຼີວ​ເຈິ​ງໝິນ ​ແລະ Takeo Akiba ຂອງ ຍີ່ປຸ່ນ. ນີ້​ແມ່ນ​ກອງ​ປະຊຸມ​ຂັ້ນ​ຮອງລັດຖະມົນຕີ​ການ​ຕ່າງປະ​ເທດ​ຄັ້ງ​ທີ 11 ນັບ​ແຕ່​ກົນ​ໄກ​ນີ້​ເລີ່ມ​ໄດ້​ຮັບ​ການດຳ​ເນີນ​ເມື່ອ​ເດືອນ 3/2007, ອັນ​ໄດ້​ສ້າງ​ຊ່ອງ​ສຳຄັນ​ເພື່ອ​ແລກປ່ຽນ​ຄວາມ​ເຫັນ​ລະຫວ່າງ​ສາມ​ປະ​ເທດ.

        ປຶກສາ​ຫາລື​ຫຼາຍ​ເນື້ອ​ໃນ​ທີ່​ສຳຄັນ

        ​ເຂົ້າ​ຮ່ວມ​ກອງ​ປະຊຸມລັດຖະມົນຕີ​ການ​ຕ່າງປະ​ເທດ 3 ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຄັ້ງ​ນີ້, ມີລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່ປຸ່ນ Fumio Kishida ​ແລະ​ຄູ່​ຕຳ​ແໜ່​ງສອງ​ທ່ານ​, ແມ່ນທ່ານ Yun Byung Se ຂອງ ສ.​ເກົາຫຼີ ​ແລະ ທ່ານ ຫວາງ​ຢີ ຂອງ​ຈີນ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ລັດຖະມົນຕີ​ການ​ຕ່າງປະ​ເທດ​ ຈີນ​ໄປ ຍີ່ປຸ່ນ, ນັບ​ແຕ່​ທ່ານ​ສີ​ຈີ້​ນຜີງ ກາຍ​ເປັນ ປະທານ​ປະ​ເທດ ຈີນ ​ເມື່ອ​ປີ 2012.

        ​ໃນ​ການ​ປະຊຸມ, ລັດຖະມົນຕີ​ການ​ຕ່າງປະ​ເທດ 3 ປະ​ເທດ​ໄດ້​ແລກປ່ຽນ​ຫຼາຍ​ທັດສະນະ​ນຳ​ກັນ ​ໃນ​ບັນດາ​ບັນຫາ​ໃຫຍ່​ຂອງ​ພາກ​ພື້ນ ​ແລະ ທົ່ວ​ໂລກ, ກໍ່​ຄື​ຕີ​ລາຄາ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ສາມ​ຝ່າຍ ​ແລະ ບັນດາ​ທິດ​ທາງ​ພັດທະນາ​ໃນ​ອະນາຄົດ​ຂອງ​ການ​ຮ່ວມ​ມື​ນີ້. ບັນດາ​ຝ່າຍ​ອາດ​ຈະ​ເຕື້ອງ​ເຖິງ​ບັນດາ​ການ​ຂັດ​ແຍ້​ງກັນກ່ຽວ​ກັບ​ຜື​ນ​ແຜ່ນດິນ​ລະຫວ່າງ​ ຈີນ ​ແລະ ຍີ່ປຸ່ນ, ​ທີ່ກ່ຽວຂ້ອງ​ເຖິງ​ໝູ່​ເກາະ ​ເຊິ່ງ ​ໂຕ​ກຽວ​ເອີ້ນ​ວ່າ Senkaku, ສ່ວນ​ ປັກ​ກິ​ງ​ເອີ້ນ​ວ່າ ຕ້ຽວ​ອີ. ຄຽງ​ຂ້າງ​ນັ້ນ, ​ເຊີ​ອູ​ນ ​ແລະ ປັກ​ກິ​ງ ກໍ່​ສາມາດ​ປຶກສາ​ຫາລື​ກ່ຽວ​ກັບ​ເລື່ອງ ສ​.ເກົາຫຼີ ​ແລະ ອາ​ເມ​ລິ​ກາ ຜັນ​ຂະຫຍາຍ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ໄລຍະ​ສູງ, ​ໄລຍະ​ສຸດ​ທ້າຍ (THAAD). ນອກ​ນັ້ນ, ລັດຖະມົນຕີ​ການ​ຕ່າງປະ​ເທດ ສາມ​ທ່ານ​ຈະ​​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ເປີດ​ກວ້າງ​ການ​ຮ່ວມ​ມື​ທີ່​ມີ​ປະ​ໂຫຍ​ດ​ໃຫ້​ທຸກ​ຝ່າຍ ​ແລະ ຕີ​ລາຄາ​ສະພາບ​ການ​ໃນ​ປະຈຸ​ບັນ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ, ປຶກສາ​ຫາລື​ກ່ຽວ​ກັບ​ການ​ພັດທະນາ​ລູກ​ສອນ​ໄຟ ​ແລະ ນິວ​ເຄຼັຍ​ຂອງ ສປປ​.ເກົາຫຼີ.

ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຄັ້ງ​ນີ້​ກໍ່​ເພື່ອ​​ແນ​ໃສ່​ກະກຽມ​ເນື້ອ​ໃນ​ໃຫ້​ແກ່​ການ​ພົບ​ປະ​ຂັ້ນ​ສຸດ​ຍອ​ດ 3 ປະ​ເທດ, ອາດ​ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່​ນອກ​ກອງ​ປະຊຸມ​ຂັ້ນ​ສູງ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາກໍ່​ພົ້ນ​ເດັ່ນ​​ແຖວ​ໜ້າ​ໂລກ (ຈີ 20), ຈະ​ດຳ​ເນີ​ນ​ໄປ​ຢູ່​ຈີນ ​ໃນ​ຕົ້ນ​ເດືອນ 9.

        ດ້ວຍ​ຫຼາຍ​ເນື້ອ​ໃນ​ສຳຄັນ​ຄື​ແນວ​ນັ້ນ, ກະຊວງ​ການ​ຕ່າງປະ​ເທດ ສ. ​ເກົາຫຼີ ​ໄດ້​​ໃຫ້​ຂໍ້​ສັງ​ເກດ​ວ່າ ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ 3 ຝ່າຍ​ຈະ​ແມ່ນ​ກາລະ​ໂອກາດ​ເພື່ອ​​ໃຫ້​ຜູ້ຕາງໜ້າ​ການ​ທູ​ດຂັ້ນ​ສູງ​ຂອງ​ບັນດາ​ປະ​ເທດ​ອາດ​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່ພົ້ນ​ເດັ່ນ, ​ເປີດ​ກາລະ​ໂອກາດ​ກ່ຽວ​ກັບ​​ເລື່ອງ​ເປີ​ດກ້ວາງ​ການ​ພົວພັນ​ຮ່ວມ​ມື​ພ້ອມ​ກັນນຳ​ມາ​ເຊິ່ງຜົນ​ປະ​​ໂຫຍ​ດ​ໃຫ້​ແກ່​ທຸກໆ​ຝ່າຍທີ່​ກ່ຽວຂ້ອງ​.

ຄວາມ​ເຄັ່ງ​ຕຶງ​ກ່ອນ​ທີ່​ຈັດ​ກອງ​ປະຊຸມ

        ​ເຖິງ​ວ່າ 3 ປະ​ເທດ​ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ການຈັດ​ຕັ້ງ​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດກໍ່ຕາມ ​ແຕ່​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ ປັກ​ກິ່ງ ກັບ ​ໂຕ​ກຽວ ກໍ່​ຄື​ລະຫວ່າງ ປັກ​ກິ​ງ ກັບ ​ເຊີ​ອູ​ນ ​ໄດ້​ຮັບ​ຖື​ວ່າ​ຈະ​ສົ່ງ​ຜົນ​ສະທ້ອນ​ບໍ່​​ແມ່ນໜ້ອຍ​ເຖິງ​ໝາກຜົນ​ຂອງ​ກອງ​ປະຊຸມ.

           ການ​ຂັດ​ແຍ້​ງກັນຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ບັນຫາ​ອະທິປະ​ໄຕ​ຜືນ​ແຜ່ນ​ດິນ​ຢູ່​ໝູ່​ເກາະ ທີ່​ຈີນ ​ເອີ້ນ​ວ່າ ຕ໋ຽວອີ ​ສ່ວນ ຍີ່ປຸ່ນ ​ເອີ້ນ​ວ່າ Senkaku ປະຈຸ​ບັນ​ແມ່ນ​ປັດ​ໄຈ​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພົວພັນ ຈີນ - ຍີ່ປຸ່ນ. ກ່ອນ​ທີ່​ຈັດ​ຕັ້ງ​ກອງ​ປະ​ຊຸມ, ຝ່າຍ ຍີ່ປຸ່ນ ​ໄດ້​ອອກ​ຖະ​ແຫຼ​ງການ​ກ່ຽວ​ກັບ​​ແຜນການ​ເພີ່ມ​ງົບປະມານ​ປ້ອງ​ກັນ​ປະ​ເທດ​ ​ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຫຼັກ​ໝັ້ນຢ່າງ​ຈະ​ແຈ້ງຂອງ ຍີ່ປຸ່ນ ​ໃນ​ການ​ປັບປຸງກຳລັງ​​ແຮງ​ດ້ານ​ປ້ອງ​ກັນ​ປະ​ເທດ ​ແລະ ບັນດາ​ວິທີ​ການ​ຮັບ​ມື​ກັບ​ໄພ​ຂາດ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ຕາມ​ນັ້ນ​ແລ້ວ, ງົບປະມານ​ປ້ອງ​ກັນ​ປະ​ເທດ​ຈະ​ແມ່ນ​ຈຳນວນ​ເງິນ​ກ່ວາ 5.000 ຕື້​ເຢັນ (​ເທົ່າ​ກັບ​ກ່ວາ 50 ຕື້ USD) ​ໃນ​ປີ​ການ​ເງິນ 2017, ​ເພີ່ມ​ຂຶ້ນ 2,3% ​ເມື່ອ​ທຽບ​ໃສ່​ປີ 2016. ຖ້າ​ຫາກ​ໄດ້​ຮັບ​ການ​ຮັບຮອງ​ເອົາ ນີ້ຈະ​ແມ່ນ​ລະດັບ​ສະຖິຕິ ​ແລະ ລັດຖະບານ ຍີ​່ປຸ່ນ ຈະ​ສຸ​ມ​ໃສ່​ຍູ້​ແຮງ​ການ​ຜະລິດບັນດາ​ລະບົບປ້ອງ​ກັນ​ລູກ​ສອນ​ໄຟ​ທັນ​ສະ​ໄໝ. ​ໂຕ​ກຽວ ກໍ່​ຄິດ​ໄລ່ຊັ່ງຊາ​​​ເຖິງເລື່ອງ​ຕໍ່​ກຳ​ປັ່ນ​ລາດ​ຕາ​ເວັນ​ຕື່ມ​ອີກຢູ່​ບັນດາ​ເຂດ​ອ​້ອມ​ແອ້ມ​ໝູ່​ເກາະ Senkaku, ທີ່​ຝ່າຍ ຈີນ ​ເອີ້ນ​ວ່າ ຕ້ຽວອີ ​ໃນ​ທະ​ເລ​ຮວາ​ຕູ​ງ. ຄາດ​ວ່າ, ລັດຖະບານ ຍີ່ປຸ່ນ ຈະຊອກ​ຫາ​ວິທີ​ຮັບຮອງ​ເອົາ​ງົບປະມານ​ຕໍ່ກ​່ຳປັ່ນ​ໃນ​ວາລະ​ປະຊຸມ​ຂອງ​ຄະນະ​ລັດຖະບານ​ຈະ​ມາ​ເຖິງ.

ຄວາມບໍ່ລົງລອຍກັນໄດ້ກີດຂວາງກອງປະຊຸມລັດຖະມົນຕີການຕ່າງປະເທດຍີ່ປຸ່ນ-ຈີນ-ສເກົາຫຼີ - ảnh 2
ລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່ປຸ່ນ Fumio Kishida
(ພາບ: Sputnik)

ຄວາມ​ເຄັ່ງ​ຕຶງ​ລະຫວ່າງ ຈີນ - ຍີ່ປຸ່ນ​ຍັງ​ຄົງ​ຄ້າງ​ຢູ່, ​ເມື່ອ​ກ່ອນ​​ໄຂ​ກອງ​ປະຊຸມລັດຖະມົນຕີ​ການ​ຕ່າງປະ​ເທດອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ໜຶ່ງ​ວັນ, ທ່ານນາງລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ຍີ່ປຸ່ນ Tomomi Inada  ​ໄດ້​ໄປ​ຢ້ຽມຢາມ​ຖານ​ທີ່​ໝັ້ນ​ຂອງ​ກຳລັງ​ປ້ອງ​ກັນ​ບົນ​ທະ​ເລ (MSDF) ຢູ່ Yokosuka, ທາງ​ທິດຕາ​ເວັນ​ຕົກ​ພາກ​ໃຕ້ ​ໂຕ​ກຽວ. ຕາມ​ທ່ານ​ນາງ Tomomi Inada  ​ແລ້ວ, MSDF ຄວນ​ມານະ​ພະຍາຍາມ​ປະຕິບັດ​ບັນດາ​ໜ້າ​ທີ່​ກ່າວ​ເຕືອນ ​ແລະ ຕິດຕາມ​ກວດກາ​ໃນ​ສະພາບ​ການ​ທີ່​ ຈີນ​ ພວມ​ຜັນ​ຂະຫຍາຍ​ການ​ກະທຳ​ຕ່າງໆ​ຢູ່​ທະ​ເລ​ນັບ​ມື້​ນັບ​ຂ້ຽວຂາດ​ກວ່າ.

        ກ່ອນ​ທີ່​ ຍີ່ປຸ່ນ​ຈະມີ​ການ​ກະທຳນີ້, ນັບ​ແຕ່​ຕົ້ນ​ເດືອນ 8 ມາ​ນີ້, ​ບັນດາ​ກຳ​ປັ່ນ​ຫາ​ປາ ​ແລະ ກຳ່​ປັ່ນ​ຕຳຫຼວດ​ຂອງ​ຈີນ​ຫຼາຍ​ລຳ​ໄດ້​ເຂົ້າ​ເຂດ​ທະ​ເລ​ຂອງ​ ຍີ່ປຸ່ນ, ຫຼື​ ປະກົດ​ຕົວ​ຢູ່​ເຂດ​ຕິດ​ກັບ​ໝູ່​ເກາະ​ເຊິ່ງ​ໂຕ​ກຽວ ​ເອີ້ນ​ວ່າ Senkaku, ສ່ວນ​ ຈີນ​ເອີ້ນ​ວ່າ ຕ້ຽວ​ອີ. ​ເຫດການ​ດັ່ງກ່າວ​ໄດ້​ພາ​ໃຫ້ ຍີ່ປຸ່ນຕ້ອງ​ສົ່ງ​ຈົດໝາຍ​ທາງ​ການຫຼາຍ​ຄັ້ງ​ເພື່ອຄັດຄ້ານ ຈີນ​ຢ່າງ​ແຮງ.

        ​ໃນ​ຂະນະ​ນັ້ນ, ​ເລື່ອງ ວໍ​ຊິງ​ຕັນ ​ແລະ ​ເຊີ​ອູ​ນ ​ເຫັນ​ດີ​ເປັນ​ເອກະສັນ​ຜັນ​ຂະຫຍາຍ​ລະບົບ​ຕີ​ສະກັດ​ລູກ​ສອນ​ໄຟ​ໄລຍະ​ສູງ, ​ໄລຍະ​ສຸດ​ທ້າຍ THAAD ຢູ່ ສ.​ເກົາຫຼີ​ ເມື່ອ​ເດືອນ 7/2016, ​ເພື່ອ​ເພີ່ມ​ຄວາມ​ສາມາດ​ປ້ອງ​ກັນ​ຕໍ່​ການ​ນາບ​ຂູ່​ຈາກ​ຝ່າຍ ສປປ.​ເກົາຫຼີ ນັ້ນ, ​ໄດ້​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ການ​ພົວພັນ​ລະຫວ່າງ ສ.​ເກົາຫຼີ - ຈີນ. ກະຊວງ​ການ​ຕ່າງປະ​ເທດ ຈີນ ຖື​ວ່າ, THAAD ຈະ​ສົ່ງ​ຜົນ​ສະທ້ອນ​ຢ່າງ​ຮ້າຍ​ແຮງ​ເຖິງ​ບັນດາ​ຜົນ​ປະ​ໂຫຍ​ດດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ຍຸດ​ທະ​ສາດ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ​ໃນ​ນັ້ນ​ລວມມີ​ທັງ ຈີນ. ປະທານ​ປະ​ເທດ ຈີນ, ສື​ຈິນຜີ​ງ ​ໄດ້​ຮຽກຮ້ອງ ສ​.ເກົາຫຼີ ​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ວິຕົກ​ກັງວົນ​ຂອງ​ຈີນ ​ແລະ  “ລະມັດລະວັງ“ ຕໍ່​ແຜນການ​ນີ້. ພ້ອມ​ກັບ​ການ​ກ່າວ​ເຕືອນ​ດັ່ງກ່າວ, ປັກ​ກິ​ງ ​ເລີ່​ມຍົກ​ເລີກ​ຖານະ​ສະໜອງ​ບັດ​ເຊີນ​ວີ​ຊາ​ດ້ານ​ການ​ຄ້າ​ໃຫ້​ບັນດາ​ວິ​ສາ​ຫະກິດ​ໃຫຍ່​ຂອງ ສ.​ເກົາຫຼີ, ຮັດ​ແຄບ​ການຄຸ້ມ​ຄອງ​ຕໍ່ກະ​ແສ​ວັດທະນະທຳ ສ.​ເກົາຫຼີ​ ທີ່​ພວມ​ແຜ່​ລາມ​ຢ່າງ​ກວ້າງຂວາງ​ຢູ່​ປະ​ເທດ​ນີ້.ຄວາມ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ​ສາມ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຢູ່ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ​ໃນ​ຕະຫຼອດ​ໄລຍະ​ຜ່ານ​ມາ ​ແມ່ນ​ສາຍ​ເຫດ​ທີ່​ພາ​ໃຫ້ການ​ພົບ​ປະ​ຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຖືກ​ໂຈະ​ໄວ້​ຫຼາຍ​ເທື່ອ. ຫາງ​ສຽງ​ຫວັງ​ວ່າ, ທີ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຄັ້ງ​ທີ 8 ນີ້, ບັນດາ​ຝ່າຍ​ຈະ​ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ບໍ່​ລົງ​ລອຍ​ກັນ​ເພື່ອ​ພ້ອມ​ກັນ​ຮ່ວມ​ມື, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ ​ແລະ ທົ່ວ​ໂລກ.

 

ຂ່າວ/ບົດ​ອື່ນ