ຄວາມປະທັບໃຈໃນການບໍລິຫານຂອງລັດຖະບານ ຫວຽດນາມ ໃນໄລຍະ 6 ເດືອນຕົ້ນປີ 2022

(VOVWORLD) -ໄລ່ລວມໃນ 6 ເດືອນ, GDP ເຕີບໂຕ 6,42% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ລື່ນກາຍແຜນການທີ່ໄດ້ວາງອອກໃນມະຕິເລກທີ 01 ຂອງລັດຖະບານ.
ຄວາມປະທັບໃຈໃນການບໍລິຫານຂອງລັດຖະບານ ຫວຽດນາມ ໃນໄລຍະ 6 ເດືອນຕົ້ນປີ 2022 - ảnh 1(ພາບປະກອບ: tapchicongthuong.vn)

ຕາມການສະຖິຕິ, ລະດັບເຕີບໂຕ GDP ໃນໄຕມາດທີ 2 ປີ 2022 ຂອງ ຫວຽດນາມ ບັນລຸ 7,72%, ສູງທີ່ສຸດນັບແຕ່ປີ 2011 ມານີ້. ໄລ່ລວມໃນ 6 ເດືອນ, GDP ເຕີບໂຕ 6,42% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ລື່ນກາຍແຜນການທີ່ໄດ້ວາງອອກໃນມະຕິເລກທີ 01 ຂອງລັດຖະບານ. ກ່ອນນັ້ນ, ມະຕິເລກທີ 01 ຂອງລັດຖະບານປີ 2022 ໄດ້ວາງອອກແຜນການເຕີບໂຕແຕ່ 5,1% ຫາ 5,7% ໃນໄລຍະ 6 ເດືອນຕົ້ນປີ. ໝາກຜົນທີ່ບັນລຸໄດ້ນັ້ນໄດ້ສ້າງຂີດໝາຍຕໍ່ການບໍລິຫານຂອງລັດຖະບານຢ່າງມີປະສິດທິຜົນໃນການພັດທະນາເສດຖະກິດ, ສັງຄົມໄລຍະ 6 ເດືອນຕົ້ນປີ 2022.

ຕາມຕົວເລກຂອງກົມໃຫຍ່ສະຖິຕິແລ້ວ, ເສດຖະກິດມະຫາພາກຂອງ ຫວຽດນາມ ໃນ 6 ເດືອນຕົ້ນປີ 2022 ສືບຕໍ່ໄດ້ຮັກສາໄວ້ຢ່າງມີສະຖຽນລະພາບ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ຄວາມດຸ່ນດ່ຽງໃຫຍ່ໄດ້ຮັບປະກັນ. ສິ່ງທີ່ໜ້າສົນໃຈ, ຈຳນວນວິສາຫະກິດສ້າງຕັ້ງໃໝ່ ແລະ ເຂົ້າຮ່ວມຕະຫຼາດຄືນໃໝ່ໃນໄລຍະ 6 ເດືອນ ເປັນຄັ້ງທຳອິດທີ່ລື່ນກາຍ 100.000/ ແຫ່ງ, ໃນນັ້ນຈຳນວນວິສາຫະກິດສ້າງຕັ້ງໃໝ່ແມ່ນກວ່າ 76.000 ແຫ່ງ, ຫຼາຍທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, ໄດ້ເປັນການຢືນຢືນຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຫວັງຂອງປະຊາຄົມວິສາຫະກິດຕໍ່ການຟື້ນຟູຢ່າງແຮງຂອງພື້ນຖານເສດຖະກິດໃນໄລຍະຈະມາເຖິງ.

ເພື່ອບັນລຸໄດ້ຜົນງານດັ່ງກ່າວແມ່ນຍ້ອນຄວາມສາມັກຄີ ແລະ ຄວາມມານະພະຍາຍາມຂອງທັງລະບົບການເມືອງ ແລະ ປະຊາຊົນທຸກຖ້ວນໜ້າ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ. ບັນດາໝາກຜົນດັ່ງກ່າວຍິ່ງເປັນໜ້າຊື່ນຊົມ, ຂະນະທີ່ໃນສະພາບການຢູ່ພາຍໃນປະເທດ ແລະ ສາກົນມີກາລະໂອກາດ, ຄວາມສະດວກ ແລະ ຄວາມຫຍຸ້ງຍາກ, ສິ່ງທ້າທາຍສະຫຼັບກັນໃນ 6 ເດືອນຕົ້ນປີ. ພິເສດ, ສະພາບການໂລກມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ສົ່ງຜົນສະທ້ອນຢ່າງຮ້າຍແຮງເຖິງການພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດຄື: ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ; ລາຄານ້ຳມັນ, ວັດຖຸດິບສົ້ນເຂົ້າເພີ່ມຂຶ້ນສູງ; ໄພເງິນເຟີ້ຢູ່ໃນລະດັບສູງ, ນະໂຍບາຍເງິນຕາຂອງຫຼາຍປະເທດມີການປ່ຽນແປງ… ຊ້ອນແຝງຄວາມສ່ຽງ, ສິ່ງທ້າທາຍຫຼາຍຢ່າງຕໍ່ການຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ການຄວບຄຸມໄພເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່, ສົ່ງຜົນສະທ້ອນເຖິງການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ຊີວິດການເປັນຢູ່ຂອງປະຊາຊົນ, ໂດຍສະເພາະແມ່ນຜູ້ທຸກຍາກ, ຜູ້ມີລາຍຮັບຕ່ຳ.

ໃນສະພາບການນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ສຸມໃສ່ 3 ຂອດບຸກທະລຸຍຸດທະສາດກ່ຽວກັບລະບອບລະບຽບການ, ຊັບພະຍາກອນມະນຸດ ແລະ ພື້ນຖານໂຄງລ່າງ, ຄືເປັນຄັ້ງທຳອິດໃນປະຫວັດສາດ, ລັດຖະບານໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດ 5 ກິດຈະກຳສຳຄັນລະດັບຊາດທີ່ກອງປະຊຸມສະໄໝສາມັນເທື່ອທີ 3 ຜ່ານມາ. ປະຕິບັດໂຄງການຟື້ນຟູ ແລະ ພັດທະນາ, ເລື່ອງປ່ອຍເງິນບັນດານະໂຍບາຍໜູນຊ່ວຍສ່ວນຫຼາຍແມ່ນບັນລຸໄດ້ໝາກຜົນທີ່ດີ, ມາຮອດປະຈຸບັນບັນລຸກວ່າ 48.000 ຕື້ດົ່ງ…

ລະດັບເຕີບໂຕ GDP ທີ່ໜ້າປະທັບໃຈໃນໄລຍະ 6 ເດືອນຕົ້ນປີ 2022 ຂອງ ຫວຽດນາມ ໄດ້ເຮັດໃຫ້ບັນດາອົງການຈັດຕັ້ງສາກົນມີການຕີລາຄາຢ່າງຕັ້ງໜ້າກ່ຽວກັບເສດຖະກິດຂອງ ຫວຽດນາມ. ຕາມການຄາດຄະເນຂອງກອງທຶນເງິນຕາສາກົນ (IMF) ແລ້ວ, ຫວຽດນາມ ນອນໃນຈຳນວນປະເທດມີລະດັບເຕີບໂຕສູງທີ່ສຸດໃນໂລກປີ 2022. ຫວຽດນາມ ກໍ່ແມ່ນປະເທດໜຶ່ງດຽວໃນໂລກເຊິ່ງທະນາຄານໂລກ (WB) ຄາດຄະເນດັດປັບທ່າເຕີບໂຕ GDP ແຕ່ລະດັບ 5,5% ໃນຕົ້ນເດືອນ ມັງກອນ 2022 ຂຶ້ນເປັນ 5,8% ໃນເດືອນ ມິຖຸນາ 2022 ໃນຂະນະທີ່ WB ຄາດຄະເນທຸກປະເທດອື່ນມີລະດັບທ່າເຕີບໂຕຫຼຸດລົງ. ກ່ອນໜ້ານັ້ນ, ທ້າຍເດືອນ ພຶດສະພາ, ອົງການຈັດອັນດັບຄວາມໄວ້ວາງໃຈ S&P Global Ratings ໄດ້ຍົກລະດັບຄວາມໄວ້ວາງໃຈແຫ່ງຊາດໄລຍະຍາວຂອງ ຫວຽດນາມ ຈາກລະດັບ BB ຂຶ້ນເປັນ BB+. ຫວຽດນາມ ກໍ່ເພີ່ມຂຶ້ນ 39 ຂັ້ນກ່ຽວກັບດັດຊະນີຄຸນນະພາບການດຳລົງຊີວິດດີທີ່ສຸດໃນໂລກ, ພຽງໃນເວລາ 1 ປີ ຫວຽດນາມ ກໍ່ເພີ່ມຂຶ້ນເຖິງ 48 ຂັ້ນ, ຢືນອັນດັບທີ 14 ໃນຕາຕະລາງຈັດອັນດັບການຟື້ນຟູພາຍຫຼັງໂລກລະບາດໂຄວິດ-19 ຂອງ Nikkei Asia…

ບັນດາໝາກຜົນຕັ້ງໜ້າກ່ຽວກັບການເຕີບໂຕໃນໄລຍະ 6 ເດືອນຕົ້ນປີ 2022 ຂອງ ຫວຽດນາມ ທີ່ບັນລຸໄດ້ນັ້ນ ແມ່ນຍ້ອນໝາກຜົນການຄວບຄຸມໂລກລະບາດ ແລະ ບັນດາລັດຖະນະໂຍບາຍຍຸດທະສາດຢ່າງຖືກທິດ, ສະຫຼາດສ່ອງໄສ, ທັນການໃນໄລຍະຜ່ານມາຂອງພັກ, ລັດ ຫວຽດນາມ. ຫວຽດນາມ ບໍ່ສາມາດບັນລຸໄດ້ລະດັບເຕີບໂຕສູງຖ້າຫາກບໍ່ປະສົບຜົນສຳເລັດໃນຍຸດທະສາດວັກຊິນ ນຳ ຫວຽດນາມ ກາຍເປັນໜຶ່ງໃນບັນດາປະເທດມີອັດຕາຜູ້ສັກວັກຊິນສູງທີ່ສຸດໃນໂລກ, ການຄວບຄຸມໂລກລະບາດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເນັ້ນໜັກທັດສະນະໃນກົງຈັກລັດຖະບານເປັນຫຼາຍຄັ້ງແມ່ນ “ຕິດແທດກັບພຶດຕິກຳຕົວຈິງ, ເລີ່ມ ຈາກພຶດຕິກຳຕົວຈິງ, ເຄົາລົບພຶດຕິກຳຕົວຈິງ, ຖືພຶດຕິກຳຕົວຈິງເປັນໄມ້ວັດແທກ” ເພື່ອບໍລິຫານການພັດທະນາເສດຖະກິດ, ສັງຄົມ. ການບໍລິຫານຂອງລັດຖະບານໃນໄລຍະຜ່ານມາ ໄດ້ຊ່ວຍໃຫ້ເສດຖະກິດ ຫວຽດນາມ ເຕີບໂຕຢ່າງໜ້າປະທັບໃຈ, ປະກອບສ່ວນບໍ່ໜ້້ອຍເຂົ້າໃນການປະຕິບັດໜ້າທີ່ປີ 2022 ແລະ ແຜນການພັດທະນາເສດຖະກິດ-ສັງຄົມໄລຍະ 2021 – 2025 ໃຫ້ປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ