ຄວາມປະເອີບໃຈກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍອີຣານ

(VOVWORLD) -

ອາເມລິກາ ແລະ ອີຣານ ຫາກໍ່ບັນລຸໄດ້ຂໍ້ຕົກລົງແລກປ່ຽນນັກໂທດ, ເຊິ່ງເປັນໜຶ່ງໃນບັນດາຂໍ້ຕິດຂັດຕົ້ນຕໍໃນການເຈລະຈານິວເຄຼຍຢູ່ ວຽນ (ປະເທດ ໂອຕຣິດ) ເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍ ເຊິ່ງ ອີຣານ ໄດ້ລົງນາມກັບບັນດາປະເທດມະຫາອຳນາດຂອງໂລກໃນປີ 2015 - ມີຊື່ເອີ້ນທາງການວ່າ ແຜນການເຄື່ອນໄຫວລວມຮອບດ້ານ (JCPOA). ເຖິງວ່າຈະໜ້ອຍ ແລະ ມີຫຼາຍລັກສະນະໜັກໄປທາງມະນຸດສະທຳກໍ່ຕາມ ແຕ່ຂໍ້ຕົກລົງສະບັບນີ້ໄດ້ນຳມາເຊິ່ງຄວາມປະເອີບໃຈກ່ຽວກັບແງ່ຫວັງຈະບັນລຸໄດ້ຂໍ້ຕົກລົງນິວເຄຼຍຊົ່ວຄາວໃນຊຸມວັນຈະມາເຖິງ.

ຄວາມປະເອີບໃຈກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍອີຣານ - ảnh 1ພາບປະກອບ

        ຕາມຂໍ້ຕົກລົງແລ້ວ, ນັກໂທດ 4 ຄົນຢູ່ ອີຣານ ຈະໄດ້ປ່ອຍຕົວເພື່ອແລກປ່ຽນເອົາ 4 ຄົນທີ່ຖືກກັກຂັງຢູ່ ອາເມລິກາ. ຄຽງຄູ່ກັນນັ້ນ, ບັນດາຊັບສິນຂອງ ອີຣານ ທີ່ຖືກປິດກັນ, ເປັນຕົ້ນແມ່ນຢູ່ ສ ເກົາຫຼີ, ກໍ່ຈະໄດ້ຍົກເລີກການປິດລ້ອມຕາມຂໍ້ຕົກລົງສະບັບນີ້. ພົນລະເມືອງ ອາເມລິກາ 4 ຄົນທີ່ຖືສອງສັນຊາດຖືກກັກຂັງຢູ່ ອີຣານ ໃນຫຼາຍປີຜ່ານມາດ້ວຍໂທດອື່ນແຕກຕ່າງກັນ, ໃນນັ້ນມີການເຄື່ອນໄຫວ້ປັນນັກສືບ. ຊາວ ອີຣານ ບາງຄົນ ກໍ່ຖືກຈັບຕົວຢູ່ ອາເມລິກາ, ດ້ວຍໂທດລະເມີດບັນດາຄຳສັ່ງຂວ້ຳບາດເປັນຕົ້ນ. ໄປຄຽງຄູ່ກັນນັ້ນ, ການສະສົມເງິນຕາຕ່າງປະເທດມີມູນຄ່າກ່ວາ 7 ຕື້ USD ຂອງເຕເຮຣານ ກໍ່ຖືກ ສ ເກົາຫຼີ “ປິດລ້ອມ” ຍ້ອນຄວາມກົດດັ່ນຈາກ ອາເມລິກາ.

        ເຖິງວ່າ, ຝ່າຍ ເຕເຮຣານ ຖືວ່າ ບັນຫາແລກປ່ຽນນັກໂທດນີ້ຖືກແຍກອອກຈາກຂໍ້ຕົກລົງນິວເຄຼຍ ແລະ ແມ່ນບັນຫາມະນຸດສະທຳຢ່າງສົມບູນກໍ່ຕາມ, ແຕ່ນີ້ແມ່ນສັນຍານຕັ້ງໜ້າໄດ້ຮັບການຮັບຮູ້, ເປີດຊ່ອງທາງໃຫ້ແກ່ການເຈລະຈາຟື້ນຟູ JCPOA.

ບັນດາການເຈລະຈາພວມຫຍັບເຂົ້າໃກ້ເສັ້ນໄຊ?

        ການເຈລະຈາເພື່ອແນໃສ່ຟື້ນຟູ JCPOA ໄດ້ເລີ່ມດຳເນີນໃນເດືອນ ເມສາ 2021 ຢູ່ວຽນ, ປະເທດ ໂອຕຣິດ, ແຕ່ຖືກໂຈະໄວ້ໃນເດືອນ ມີນາ ປີນີ້, ຍ້ອນມີທັດສະນະແຕກຕ່າງກັນດ້ານການເມືອງລະຫວ່າງ ເຕເຮຣານ ແລະ ວໍຊິງຕັນ. ໃນຮອບເຈລະຈານິວເຄຼຍ ຫລ້າສຸດເຊິ່ງໄດ້ຈັດຂຶ້ນຢູ່ ໂອຕຣິດ ໃນເດືອນສິງຫາ ຜ່ານມາ, ພາຍຫຼັງຖືກເລື່ອນມາເປັນເວລາ 5 ເດືອນ. ໃນວັນທີ 8 ສິງຫາ, ອີຢູ ໄດ້ຍົກອອກເອກະສານສະບັບສຸດທ້າຍຂອງຮ່າງຂໍ້ຕົກລົງກ່ຽວກັບການຟື້ນຟູ JCPOA. ຫລັງຈາກນັ້ນ, ອີຣານ ແລະ ອາເມລິກາ ໄດ້ແລກປ່ຽນທັດສະນະກ່ຽວກັບຂໍ້ສະເໜີຂອງ ອີຢູ ໂດຍທາງອ້ອມ, ແຕ່ເຖິງຢ່າງໃດກໍ່ຕາມ, ມາຮອດປະຈຸບັນ, ຍັງບໍ່ທັນບັນລຸໄດ້ໝາກຜົນໃດເທື່ອ ຍ້ອນຍັງມີຫຼາຍຂໍ້ທີ່ສຳຄັນບໍ່ທັນບັນລຸໄດ້ຄວາມເຫັນດີເຫັນພ້ອມຈາກທັງສອງຝ່າຍກໍ່ຄືອົງການຕິດຕາມກວດການິວເຄຼຍຂອງ ສປຊ.

        ເຕເຮຣານ ໄດ້ເນັ້ນໜັກຫຼາຍເທື່ອເຖິງປັດໄຈ “ຮັບປະກັນຄວາມໄວ້ເນື້ອເຊື່ອໃຈ” ໃນການເຈລະຈາຟື້ນຟູ JCPOA. ໃນການຕອບສຳພາດຕໍ່ນັກຂ່າວຂອງສະຖານີວິທະຍຸ NPR, ທີ່ເອົາລົງໃນແວັບໄຊຂອງກະຊວງການຕ່າງປະເທດ ອີຣານ ຫວ່າງແລ້ວນີ້, ທ່ານ Hossein Amir – Abdollahian, ລັດຖະມົນຕີການຕ່າງປະເທດ ອີຣານ ເນັ້ນໜັກວ່າ: ເຕເຮຣານ ຢຶດໝັ້ນທັດສະນະທີ່ວ່າ ການທູດແມ່ນມາດຕະການເພື່ອແກ້ໄຂທາງຕັນ, ພ້ອມທັງເຂັ້ມງວດ ແລະ ຢຶດໝັ້ນເພື່ອບັນລຸໄດ້ຂໍ້ຕົກລົງຍາວນານ ແລະ ໝັ້ນຄົງ.

        ໃນການຖະແຫຼງຂ່າວປະຈຳອາທິດເມື່ອວັນທີ 3 ຕຸລາ ຜ່ານມາ, ທ່ານ Nasser Kanani, ໂຄສົກກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ: ບັນດານັກປະສານງານ ເອີລົບ ແລະ ບັນດາຄົນກາງໄກ່ເກ່ຍ ພວມມານະພະຍາຍາມແລກປ່ຽນຂໍ້ມູນຂ່າວສານ ເພື່ອບັນລຸໄດ້ຂໍ້ຕົກລົງສະບັບໜຶ່ງ, ລະອຽດແມ່ນສານລະຫວ່າງ ອີຣານ ແລະ ອາເມລິກາ. ທ່ານ ຍັງຢັ້ງຢືນວ່າ: ຖ້າຫາກ ລັດຖະບານ ອາເມລິກາ ສະແດງເຈດຕະນາດີດ້ານການເມືອງນັ້ນ, ອາດຈະບັນລຸໄດ້ຂໍ້ຕົກລົງໄວ.

ຄວາມປະເອີບໃຈກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍອີຣານ - ảnh 2ທ່ານ Nasser Kanani, ໂຄສົກກະຊວງການຕ່າງປະເທດ ອີຣານ(ພາບ:IRNA/TTXVN)

ຈຸດເວລາທີ່ເໝາະສົມເພື່ອຟື້ນຟູ JCPOA

        ພາຍຫຼັງການເຈລະຈາເປັນເວລາເກືອບ 17 ເດືອນນັ້ນ, ບັນດານັກໄຈ້ແຍກຖືວ່າ ນີ້ແມ່ນຈຸດເວລາທີ່ເໝາະສົມເພື່ອຟື້ນຟູຂໍ້ຕົກລົງນິວເຄຼຍປີ 2015. ເລື່ອງຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ ບໍ່ພຽງແຕ່ເປັນການໂຈະ “ລູກລະເບີດໜ່ວຍໜຶ່ງຂອງ ອີຣານ”, ຊ່ວຍຫລຸດຄວາມສ່ຽງເກີດຄວາມບໍ່ສະຫງົບຢູ່ພາກພື້ນ ຕາເວັນອອກກາງເທົ່ານັ້ນ, ຫາກຍັງອາດຈະຊ່ວຍໃຫ້ຝ່າຍຕາເວັນຕົກຮັບມືກັບວິກິດການດ້ານພະລັງງານທີ່ຮ້າຍແຮງໃນລະດູໜາວພວມ ຫຍັບໃກ້ເຂົ້າມາອີກດ້ວຍ. ລະອຽດຄື, ຖ້າຫາກຂໍ້ຕົກລົງໄດ້ຮັບການຟື້ນຟູນັ້ນ ຈະຈຳກັດຄວາມສາມາດດ້ານນິວເຄຼຍຂອງ ເຕເຮຣານ ໄວ້ຊົ່ວຄາວ ແລະ ຊ່ວຍຍົກເລີກບັນດາມາດຕະການລົງໂທດສຳລັບ ເຕເຮຣານ, ສ້າງເງື່ອນໄຂຢຸດຕິການປິດກັ້ນຊັບສິນທີ່ມີມູນຄ່ານັບຕື້ USD ກໍ່ຄືລາຍຮັບຈາກນ້ຳມັນ ແລະ ອາຍແກັດ ຂອງອີຣານ. ຫຼັງຈາກນັ້ນ, ອີຣານ ອາດຈະ “ເພີ່ມເຕີມ” ນ້ຳມັນດິບປະມານ 1 ລ້ານຖັງ/ວັນເຂົ້າຕະຫຼາດ, ຢ່າງໜ້ອຍສຸດແມ່ນຈະໄປແທນທີໃຫ້ແຫຼ່ງນ້ຳມັນດິບທີ່ ລັດເຊຍ ສະໜອງໃຫ້ ເອີລົບ, ໄດ້ສ່ວນໃດສ່ວນໜຶ່ງຊ່ວຍໃຫ້ລາຄາພະລັງງານທົ່ວໂລກຫລຸດລົງ.

        ແຕ່ເຖິງຢ່າງໃດກໍ່ຕາມ, ເລື່ອງຟື້ນຟູ JCPOA ຈະລວມມີລະບົບຕິດຕາມກວດກາຢ່າງແໜ້ນແຟ້ນເພື່ອຢັ້ງຢືນຕື່ມວ່າ ອີຣານ ຕອບສະໜອງຄຳໝັ້ນສັນຍາຂອງຕົນຫຼືບໍ່. ຂໍ້ຕົກລົງຈະບໍ່ລວມເອົາການເຄື່ອນໄຫວດ້ານການທະຫານປອດນິວເຄຼຍໃດຂອງອີຣານ, ຍົກຕົວຢ່າງຄືການໜູນຊ່ວຍບັນດາອົງການກໍ່ການຮ້າຍ. ປະຈຸບັນ, ອີຣານ ຍັງຊອກຫາການຮັບປະກັນວ່າ: ໃນອະນາຄົດ, ອຳນາດການປົກຄອງ ອາເມລິກາ ຈະບໍ່ຖອນອອກຈາກຂໍ້ຕົກລົງນີ້ອີກເທື່ອໜຶ່ງ ຍ້ອນວ່າຫຼາຍເທື່ອແລ້ວທີ່ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ໄດ້ປະກາດວ່າ ເຂົາເຈົ້າຈະຮັກສາພັນທະຂອງຕົນ ແຕ່ບໍ່ສາມາດຮັບປະກັນດ້ານນິຕິກຳກັບອຳນາດການປົກຄອງລຸ້ນຕໍ່ໄປ ອີຣານ ຢາກໃຫ້ມີຄຳຮັບປະກັນໄດ້ລະບຸຢູ່ໃນເອກະສານສະບັບໃໝ່ ເພື່ອຫລຸດຜ່ອນຜົນກະທົບຫຍໍ້ທໍ້ອາດຈະເກີດຂຶ້ນສຳລັບພື້ນຖານເສດຖະກິດ ອີຣານ ຖ້າຫາກວ່າຂໍ້ຕົກລົງຖືກລົ້ມລະລາຍອີກເທື່ອໜຶ່ງ. ຕາມການຕີລາຄາຂອງບັນດາເຈົ້າໜ້າທີ່ຝ່າຍຕາເວັນຕົກແລ້ວ, ຖ້າຫາກການຮັບປະກັນນີ້ໄດ້ສ້າງເປັນເອກະສານໃນຂໍ້ຕົກລົງສະບັບໃໝ່ ຈະເອື້ອອຳນວຍໃຫ້ບັນດາບໍລິສັດຕ່າງປະເທດສືບຕໍ່ເຄື່ອນໄຫວຢູ່ ອີຣານ ໃນຮອບເວລາ 2,5 ປີ ໂດຍບໍ່ຕ້ອງເປັນຫ່ວງວ່າຈະຖືກລົງໂທດນັບທັງໃນຂະນະທີ່ຂໍ້ຕົກລົງລົ້ມລະລາຍ.

        ເຖິງວ່າ ມີສັນຍານອາດຈະເປັນໄປໄດ້ຫຼາຍກໍ່ຕາມ, ແຕ່ບັນດານັກໄຈ້ແຍກໄດ້ຕີລາຄາວ່າ, ຂໍ້ຕົກລົງສະບັບໃໝ່ເບິ່ງຄືວ່າມີເນື້ອໃນໜ້ອຍ ແລະ ອ່ອນກ່ວາເມື່ອທຽບໃສ່ JCPOA 2015. ແຕ່ເຖິງຢ່າງໃດກໍ່ຕາມ, ໃນສະພາບການປະຈຸບັນ, ບໍ່ວ່າບັນລຸໄດ້ຂໍ້ຕົກລົງໃດກໍ່ລ້ວນແຕ່ເປັນໜ້າຮັບຮູ້, ສ້າງຄວາມໄວ້ເນື້ອເຊື່ອໃຈ, ສ້າງທ່ວງທ່າໃຫ້ຂໍ້ຕົກລົງສະບັບສຸດທ້າຍ./.

ຕອບກັບ

ຂ່າວ/ບົດ​ອື່ນ