ຄວາມມັກໃຫຍ່ໄຝ່ສູງ Schengen ແລະ ສິ່ງທ້າທາຍຂອງໂລກລະບາດໂຄວິດ-19

(VOVWORLD) -ໂລກລະບາດໂຄວິດ-19 ພວມມີສັນຍານຫຼຸດລົງຢູ່ບາງພາກພື້ນ ແລະ ຫຼາຍປະເທດເອີລົບ ກໍ່ເລີ່ມຫຼຸດຜ່ອນການປິດລ້ອມ, ຟື້ນຟູການເຄື່ອນໄຫວຄືນໃໝ່.

ຄວາມມັກໃຫຍ່ໄຝ່ສູງ Schengen ແລະ ສິ່ງທ້າທາຍຂອງໂລກລະບາດໂຄວິດ-19 - ảnh 1ສົນທິສັນຍາ Schengen ຍັງບໍ່ສາມາດເລີ່ມເຄື່ອນໄຫວຄືນໃໝ່ໄດ້

(ພາບປະກອບ: AFP/TTXVN)

ເຖິງຢ່າງໃດກໍ່ຕາມ, ນັ້ນແມ່ນບັນຫາສະເພາະຢູ່ແຕ່ລະປະເທດ, ສ່ວນຢູ່ໃນລະດັບພາກພື້ນ, ບັນດາປະເທດຂຶ້ນກັບສະຫະພາບເອີລົບ (ອີຢູ) ຍັງຖືກແບ່ງແຍກກັນຍ້ອນຈຸດເວລາເປີດປະຕູຊາຍແດນພາຍໃນກຸ່ມຄືນໃໝ່. ຄວາມວິຕົກກັງວົນກ່ຽວກັບການຕິດແປດໂລກລະບາດໂຄວິດ-19 ແມ່ນຕົ້ນເຫດໃນຕົວຈິງ, ແຕ່ອີກຄັ້ງໜຶ່ງມັນກໍ່ເຮັດໃຫ້ສົນທິສັນຍາ Schengen, ເຊິ່ງເຄີຍອະນຸຍາດໃຫ້ຍົກເລີກການຄວບຄຸມຊາຍແດນ, ຍົກເວັ້ນວີຊາເຂົ້າ - ອອກເມືອງ ແລະ ຮັບປະກັນສິດເສລີໃນການໄປມາຢ່າງເສລີສຳລັບພົນລະເມືອງຂອງບັນດາປະເທດສະມາຊິກ ຢືນຢູ່ຕໍ່ໜ້າສິ່ງທ້າທາຍໃຫຍ່.

        ຕົ້ນເດືອນ ເມສາ 2020, ຄະນະກຳມະການເອີລົບ (EC) ສະເໜີໃຫ້ສືບຕໍ່ປິດປະຕູຊາຍແດນອີຢູ ແລະ ກຳນົດສົນທິສັນຍາ Schengen ແມ່ນຮອດວັນທີ 15 ພຶດສະພາ. ເຖິງຢ່າງໃດກໍ່ຕາມ, ມາຮອດຈຸດເວລານີ້ໄດ້ກາຍກຳນົດມາເປັນເວລາ 1 ອາທິດແລ້ວ, ແຕ່ສົນທິສັນຍາ Schengen ຍັງບໍ່ສາມາດເລີ່ມເຄື່ອນໄຫວຄືນໃໝ່ໄດ້. ໃນຂະນະນັ້ນ, ພື້ນຖານເສດຖະກິດຂອງກຸ່ມສຳພັນທະມິດດັ່ງກ່າວໄດ້ຮັບການຄາດຄະເນວ່າ ອາດຈະຖືກຫຼຸດລົງເຖິງ 10% ໃນປີ 2020 ນີ້, ເຊິ່ງເປັນການຫຼຸດລົງທີ່ບໍ່ເຄີຍມີມາກ່ອນນັບແຕ່ວິກິດການເສດຖະກິດທົ່ວໂລກໃນຊຸມປີ 1920.

ຄວາມບໍ່ລົງລອຍກັນໃນເລື່ອງເປີດປະຕູຊາຍແດນຄືນໃໝ່.

        ທີ່ກອງປະຊຸມທາງອອນລາຍຖືກດຳເນີນໃນວັນທີ 20 ພຶດສະພາ ຜ່ານມາ, ບັນດາລັດຖະມົນຕີທ່ອງທ່ຽວໃນອີຢູ ໄດ້ປຶກສາຫາລືກ່ຽວກັບທິດທາງການເປີດປະຕູຊາຍແດນຄືນໃໝ່ໃນລະດູແລ້ງ ຕາມຂໍ້ສະເໜີຂອງ EC. ເລື່ອງໂລກລະບາດໂຄວິດ- 19 ພວມມີການຫັນປ່ຽນຢ່າງຕັ້ງໜ້າ ໄດ້ສ້າງກຳລັງໜູນເພື່ອໃຫ້ບັນດາປະເທດກ່າວໄປເຖິງການຕົກລົງປຶກສາຫາລືເລື່ອງເປີດປະຕູຊາຍແດນຄືນໃໝ່ ແລະ ຟື້ນຟູຂະແໜງທ່ອງທ່ຽວ ພາຍຫຼັງຖືກຜົນສະທ້ອນຢ່າງໜັກໜ່ວງມາເປັນເວລາຍາວນານ.

        ເຖິງຢ່າງໃດກໍ່ຕາມ, ລັດຖະມົນຕີທັງ 27 ປະເທດອີຢູ ບໍ່ເຫັນດີເປັນເອກະພາບກ່ຽວກັບແຜນການທັງໝົດໂດຍອີຢູ ສະເໜີ. ທ່ານ Gari Capelli, ລັດຖະມົນຕີທ່ອງທ່ຽວ Croatia, ປະເທດດຳລົງຕຳແໜ່ງເປັນປະທານໝູນວຽນອີຢູ ຖືວ່າ, ຄວນປຶກສາຫາລືກ່ຽວກັບວິທີນຳໃຊ້ “ມາດຕະການແກ້ໄຂດ້ານການທ່ອງທ່ຽວ” ຕື່ມອີກ ຍ້ອນວ່າ ເອີລົບ ບໍ່ສາມາດຮັບຄວາມສ່ຽງຕື່ມອີກ ພາຍຫຼັງທີ່ປິດປະເທດມາເປັນເວລາກວ່າ 1 ເດືອນຜ່ານມາ. ຕາມທ່ານແລ້ວ, ບັນດາປະເທດຄວນເປີດປະຕູຊາຍແດນໂດຍມີຄວາມຮັບຜິດຊອບ ດ້ວຍວິທີລົງນາມໃນບັນດາຂໍ້ຕົກລົງ 2 ຝ່າຍ, ໂດຍສະເພາະແມ່ນລະຫວ່າງບັນດາປະເທດມີການຕິດແປດໂລກລະບາດຢູ່ໃນລະດັບດຽວກັນ, ເພື່ອຮັບປະກັນວ່າ ໂລກລະບາດຈະບໍ່ແຜ່ລະບາດຄືນໃໝ່. ສຳລັບບັນດາປະເທດທີ່ມີການຜັນແປທີ່ລະບາດອັນຕະລາຍນັ້ນ ຕ້ອງມີຄວາມລະມັດລະວັງກວ່າ ແລະ ຄວນເປີດປະຕູຊາຍແດນຕາມຫຼັງບັນດາປະເທດອື່ນ.

        ສ່ວນຝລັ່ງ ແມ່ນໄດ້ຮຽກຮ້ອງຕ້ອງໃຫ້ມີການສົມທົບກັນລະຫວ່າງບັນດາປະເທດ ເປັນຢ່າງດີກວ່າ. ເປົ້າໝາຍຂອງ ປາຣີ ແມ່ນເປີດປະຕູຊາຍແດນພາຍໃນກຸ່ມອີຢູ ຄືນໃໝ່ນັບແຕ່ວັນທີ 15 ມິຖຸນາ, ແຕ່ຕ້ອງຮັບປະກັນການຫຼີກລ້ຽງການເປີດປະຕູຊາຍແດນຢູ່ຫຼາຍລະດັບທີ່ແຕກຕ່າງກັນ. ໃນຂະນະນັ້ນ, ເຢຍລະມັນ ພັດຢາກເຕົ້າໂຮມ 11 ປະເທດທາງທິດໃຕ້ອີຢູ ເພື່ອປຶກສາຫາລືການສົມທົບກັນເປີດປະຕູຊາຍແດນຄືນໃໝ່.

        ອາດເວົ້າໄດ້ວ່າ, ປະຈຸບັນ, ບັນດາປະເທດເຂົ້າຮ່ວມສົນທິສັນຍາ Schengen ພວມຈັດວາງບັນດາມາດຕະການເປີດປະຕູຊາຍແດນແບບບໍ່ຄົບຊຸດ, ຕາມວີທີຂອງໃຜຂອງມັນ.

ຄວາມສາມັກຄີແມ່ນບັນຫາກຸນແຈຂອງສົນທິສັນຍາ Schengen

        ຄວາມບໍ່ລົງລອຍກັນໃນເລື່ອງເປີດປະຕູຊາຍແດນພາຍໃນກຸ່ມອີຢູ ບໍ່ເຮັດໃຫ້ຫາງສຽງມີຄວາມແປກປະຫຼາດໃຈ, ແຕ່ສິ່ງທີ່ຈະແຈ້ງນັ້ນແມ່ນ ສົນທິສັນຍານີ້ຕ້ອງການມີວິທີສຳຜັດເປັນອັນໜຶ່ງອັນດຽວກັນ. EC ໄດ້ສ້າງຫຼັກການລວມໃຫ້ແກ່ບັນດາປະເທດສະມາຊິກໃນວິວັດທະນາການຫຼຸດຜ່ອນການປິດລ້ອມ, ນຳບັນດາການເຄື່ອນໄຫວທາງດ້ານເສດຖະກິດ - ສັງຄົມກັບຄືນສູ່ສະພາບເປັນປົກກະຕິ.

        ທ່ານນາງ Ursula von der Leyen, ປະທານ EC ໄດ້ຮຽກຮ້ອງໃຫ້ 27 ປະເທດສະມາຊິກອີຢູ ຈົ່ງພ້ອມກັນສົມທົບເພື່ອຍົກເລີກບັນດາມາດຕະການຈຳກັດ. ທ່ານນາງໄດ້ກ່າວເຕືອນວ່າ, ການສົມທົບກັນແບບບໍ່ຄົບຖ້ວນໃນເລື່ອງຍົກເລີກບັນດາມາດຕະການຈຳກັດ ຈະກໍ່ຄວາມສ່ຽງຕໍ່ໃຫ້ທຸກໆປະເທດສະມາຊິກ ແລະ ອາດຈະກໍ່ຄວາມເຄັ່ງຕຶງລະຫວ່າງບັນດາປະເທດ. ທ່ານນາງ Ursula von der Leyen ຫວັງວ່າ, ເລື່ອງເປີດປະຕູຊາຍແດນຄືນໃໝ່ຂອງບັນດາປະເທດໃນໄລຍະຈະມາເຖິງ ຈະໄດ້ຮັບການປະຕິບັດຢ່າງມີລະບົບກວ່າ.

        ສ່ວນວົງການນັກຊ່ຽວຊານພັດໃຫ້ຂໍ້ສັງເກດວ່າ, ເອີລົບ ຂາດຄວາມສາມັກຄີໃນການຮັບມືກັບໂລກລະບາດໂຄວິດ-19. ທ່ານ Enrico Letta, ຫົວໜ້າສະຖາບັນໃຫ້ຄຳປຶກສາ Jacques Delors ຂອງອີຢູ, ເຄີຍເວົ້າອອກອາກາດໃນຄື້ນວິທະຍຸ France Info (ຝລັ່ງ) ວ່າ, ອີຢູ ຕ້ອງສົມທົບກັນເປີດປະຕູຊາຍແດນລະຫວ່າງບັນດາປະເທດຄືນໃໝ່. ແຕ່ບັນດາປະເທດອີຢູ ພັດບໍ່ຢາກມອບໃຫ້ອີຢູ ສິດຕັດສິນກ່ຽວກັບບັນດາບັນຫາເຊິ່ງເຂົາເຈົ້າຖືວ່າ ເຂົາເຈົ້າສາມາດດຳເນີນໄດ້ຜູ້ດຽວ.

        ເລື່ອງຟື້ນຟູສົນທິສັນຍາ Schengen ແນວໃດກໍ່ຈະຖືກດຳເນີນໄປ, ແຕ່ອີກຄັ້ງໜຶ່ງ ລັກສະນະໝັ້ນຄົງຂອງການໄປມາລວມລະຫວ່າງບັນດາປະເທດສະມາຊິກອີຢູ ຜັດຢືນຢູ່ຕໍ່ໜ້າສິ່ງທ້າທາຍຢ່າງໃຫຍ່ຫຼວງ.

ຕອບກັບ

ຂ່າວ/ບົດ​ອື່ນ