ຄວາມມຸ້ງຫວັງໄດ້ຮັບເອກະລາດເປັນແຫຼ່ງກຳລັງ ໃຫ້ແກ່ການພັດທະນາປະເທດຊາດ


​ (vovworld)-ໄຊຊະນະທີ່​ຍິ່ງ​ໃຫຍ່​ຂອງ​ການ​ປະຕິວັດ​ເດືອນ 8/1945 ​ໄດ້​ພາ​ໄປ​ເຖິງ​ການ​ສະຖາປະນາ​ປະ​ເທດ​ສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ, ​ເຊິ່ງ​ແມ່ນລັດ​ຂອງ​ກຳມະກອນ ຊາວນາ​ ລັດ​ທຳ​ອິດ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໃນ​ວັນ​ທີ 2/9/1945, ກ່ອນ​ນີ້ 67 ປີ ​ເຕັມ, ຄວາມ​ມຸ້ງ​ຫວັງ​ໄດ້​ຮັບ​ເອກະລາດ, ​ເສລີພາບ​ໃນ​ຊຸມ​ວັນ​ລະດູ​ໃບ​ໄມ້​ຫຼົ່ນ​ປີ 1945 ນັ້ນ ​ແມ່ນ​ກຳລັງ​ແຮງ​ເພື່ອ​ໃຫ້​​ຫວຽດນາມ​ ຫຼຸ​​ດພົ້ນ​ອອກ​ຈາກ​ປະ​ເທດ​ທີ່​ເປັນຂ້ອຍ​ຂ້າ​​ມາ​ເປັນ​ເວລານັບ​ຮ້ອຍ​ປີ, ລຸກ​ຮຶ້ຂຶ້ນ​ເປັນ​ເຈົ້າ​ຊາຕາກຳ​ຂອງ​ຕົນ ​ແລະ ສ້າງ​ສິ່ງ​ມະຫັດສະຈັນ​ໃນ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​​ໃນທຸກ​ວັນ​ນີ້

ຄວາມມຸ້ງຫວັງໄດ້ຮັບເອກະລາດເປັນແຫຼ່ງກຳລັງ  ໃຫ້ແກ່ການພັດທະນາປະເທດຊາດ - ảnh 1
ປະທານ Ho Chi Minh ອ່ານຖະແຫຼງປະກາດເອກະລາດໃນວັນທີ 2/9/1945
(ພາບ: google.com.vn)

        ”ພວກ​ຂ້າພະ​ເຈົ້າ, ລັດຖະບານ​ຊົ່ວຄາວ​ຂອງ​ປະ​ເທດສາທາລະນະ​ລັດ ປະຊາທິປະ​ໄຕຫວຽດນາມ​ ເປັນ​ກຽດ​ທີ່​ໄດ້ຖະ​ແຫຼ​ງ​ໃຫ້​ໂລກ​ໄດ້​ຮັບ​ຊາບ​ວ່າ ປະ​ເທດ​ຫວຽດນາມ​ ມີ​ສິດ​ຊົມ​ໃຊ້​ເສລີພາບ, ​ເອກະລາດ ​ແລະ ຄວາມ​ຈິງ​ຫວຽດນາມ ໄດ້​ກາຍ​ເປັນ​​ປະ​ເທດ​ເສລີພາບ, ​ເອກະລາດຢ່າງ​ແທ້​ຈິງ, ຊາວ​ຫວຽດນາມ ​ທັງ​ຊາດ​ຕັດສິນ​ໃຈ​ປະກອບ​ກຳລັງ, ​ເຫື່ອ​ແຮງ, ຊີວິດ ​ແລະ ຊັບ​ສົມບັດ​ຂອງ​ຕົນ ​ເພື່ອ​ຮັກສາ​ຄວາມ​ເສລີພາບ, ​ເອກະລາ​ດນັ້ນ​ໄວ້…”

        ບົດຖະ​ແຫຼ​ງ​ປະກາດ​ເອກະລາດ ​ໂດຍ​ທ່ານ​ປະທານ ​ໂຮ່ຈີ​ມິນ ອ່ານ​ທີ່​ພິທີ​ໂຮມ​ຊຸມນຸມ​ຢູ່​ສະໜາມ​ຫຼວງບາ​ດິ່ງ ປະຫວັດສາດ ​ເມື່ອ​ວັນ​ທີ 2/9/1945 ສະຖາປະນາ​ປະ​ເທດສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ ​ໄດ້​ເປັນ​ການ​ຢັ້ງຢືນ​ໄຊຊະນະ​ຢ່າງ​ສົມບູນ​ຂອງ​ການ​ປະຕິວັດ​ເດືອນ 8/1945, ສ້າງ​ພື້ນຖານ​ປະຊາທິປະ​ໄຕ, ຢັ້ງຢືນ​ສິດທິ​ມະນຸດ, ຄວາມ​ມຸ້ງ​ຫວັງ​ໄດ້​ຮັບ​ເອກະລາດ, ​ເສລີພາບ​ຂອງ​ຊາດ​ຫວຽດນາມ. ສາ​ສະ​ດາ​ຈານ Van Tao, ອະດີດ​ຫົວໜ້າ​ສະ​ຖາ​ບັນ​ປະຫວັດສາດ​ຫວຽດນາມ, ຖື​ວ່າ ຄວາມ​ມຸ້ງ​ຫວັງ​ໄດ້​ຮັບ​ເອກະລາດ, ​ເສລີພາບ ​ແມ່ນແຫຼ່ງກຳລັງທີ່ດຶງ​ດູດຊາວ​ຫວຽດນາມ​ ທຸກ​ຄົນ​ລຸກ​ຮຶ້ຂຶ້ນ​ຍາດ​ເອົາ​ອຳນາດ​ການ​ປົກຄອງເພື່ອສ້າງ​ພື້ນຖານ​ເອກະລາດ:

         ”ການ​ປະຕິວັດ​ເດືອນ 8 ​ແມ່ນ​ການ​ປະຕິວັດ​ຂະໜາດ​ໃຫຍ່, ເປັນ​ໜຶ່ງ​ດຽວ​ໃນ​ປະຫວັດສາດຫວຽດນາມ, ອັນ​​ໄດ້ສ້າງ​ເປັນ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ. ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ຂອງ​ການ​ປະຕິວັດ​ເດືອນ 8 ນັ້ນ​, ແມ່ນ​ການ​ປະຕິວັດ​​ໄດ້​ນຳ​ຫວຽດນາມ​ຈາກ​ປະ​ເທດທີ່​ເປັນ​ຂ້ອຍ​ຂ້າ​ກາຍ​ເປັນ​ປະ​ເທດ​ເສລີພາບ, ​ເອກະລາດ, ຫຼັງ​ຈາກ​ນັ້ນ​ແມ່ນ​ສືບ​ຕໍ່​ປ່ຽນ​ແປງ​ລະບອບ​ສັງຄົມ, ຈາກ​ສັງຄົມຫົວ​ເມືອງ​ຂຶ້ນ​ສັກ​ດີ​ນາ ກ້າວ​ຂຶ້ນ​ສູ່​ສັງຄົມ​ປະຊາທິປະ​ໄຕ ປະຊາ ຊົນ, ປະຈຸ​ບັນ​​ແມ່ນ​ຕາມກຳນົດ​ທິດ​ສັງຄົມ​ນິຍົມ”

ຄວາມມຸ້ງຫວັງໄດ້ຮັບເອກະລາດເປັນແຫຼ່ງກຳລັງ  ໃຫ້ແກ່ການພັດທະນາປະເທດຊາດ - ảnh 2

(ພາບ: google.com.vn)

        ​ວັນ​ທີ 2/9/1945, ​ໄດ້​​ໄຂສັງກາດ​ໃໝ່​ແຫ່ງ​ເອກະລາດ, ​ເສລີພາບ ​ແລະ ພັດທະນາ​ໃຫ້​ແກ່​ປະ​ເທດ​ຫວຽດນາມ. ອຳນາດ​ການ​ປົກຄອງ​ໃໝ່​ໄດ້​ນຳ​ມາ​ເຊິ່ງບັນດາ​ສິດຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ. ຕໍ່​ຈາກ​ນັ້ນ, ພາຍຫຼັງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດຄັ້ງ​ທຳ​ອິດ​​​ເມື່ອ​ປີ 1946 ຢ່າງ​ເສລີ ​ແລະ ປະຊາທິປະ​ໄຕ​ນັ້ນ, ລັດຖະບານ​ປະຕິວັດ​ຊົ່ວຄາວ ​ໄດ້​ກາຍ​ເປັນ​ລັດຖະບານ​ຂອງ​ປະ​ເທດ​ສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ, ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ, ​ເຊິ່ງລວມມີ​ຫຼາຍ​ພາກສ່ວນ, ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ປະຊາຊົນ ທຸກຊັ້ນ​ວັນນະ​ໃນ​ສັງຄົມ, ຕໍ່ສູ້​ເພື່ອ​ສິດຜົນປະ​ໂຫຍ​ດຂອງ​ທັງ​ຊາດ​ຫວຽດນາມ. ອຳນາດ​ການ​ປົກຄອງ​ປະຕິວັດ​​ໄດ້ດຶງ​ດູດການ​ສະໜັບສະໜູນ​ຂອງ​ທົ່ວ​ປວງ​ຊົນ, ​ແລະ ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ປະຊາຊົນ ​ເພາະວ່າ​ມັນ​ຖືກ​ກັບ​ຈິດ​ໃຈ​ຂອງ​ປະຊາຊົນ. ທະນາຍຄວາມ Luu Van Dat, ​ແມ່ນ​ປັນຍາ​ຊົນ​ຜູ້​ມີ​ຊື່​ສຽງ​ຢູ່​ຫວຽດນາມ, ​ເນັ້ນ​ໜັກ​ວ່າ:

        ”ສິ່ງ​ທີ່​ຂ້າພະ​ເຈົ້າ​ພໍ​ໃຈ​ທີ່​ສຸດ ​ແມ່ນ​ນ້ຳ​ໃຈ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ​​ແລະ ການນັບຖື​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ຂອງ​ປະທານ ​ໂຮ່ຈີ​ມິນ. ລຸງ​ໂຮ່​ເວົ້າ​ວ່າ​ຜູ້​ໃດ​ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ແມ່ນ​ຈະ​ຮັບ​ມາ​ເຮັດ​ວຽກ​ເພື່ອ​ຊ່ວຍ​ປະຊາຊົນ, ຊ່ວຍ​ປະ​ເທດ​ຊາດ. ​ໃນ​ເວລາ​ນັ້ນ​ສະມາຊິກ​ພັກ​ແມ່ນ​ມີ​ໜ້ອຍ, ​ແຕ່​ເຂົາ​ເຈົ້າ​ລ້ວນ​ແຕ່​ສະໜັບສະໜູນ​ລຸງ​ໂຮ່, ສະໜັບສະໜູນ​ຫວຽດມິນ ​ແລະ ພັກ. ​ເປັນ​ຍາ​ຊົນ​ໃນ​ເວລາ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ຢູ່​ພາຍ​ໃຕ້​ຄັນ​ທຸງ​ຂອງ​ປະທານ​ໂຮ່ຈີ​ມິນ, ​ເຂົາ​ເຈົ້າ​ພ້ອມ​ແລ້ວ​ທີ່​ຈະ​ເຮັດ​ວຽກ​ງານ​ທຸກ​ຢ່າງ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ”

        ພ້ອມ​ກັບ​ຄວາມ​ມຸ້ງ​ຫວັງ​ຢາກໄດ້​ຮັບ​ເສລີພາບ​ຂອງ​ປະຊາຊົນ, ປະທານ​ໂຮ່ຈີ​ມິນ​ໄດ້​ປຸກລຸກຈິດ​ໃຈ​​ຍົກຍ້ອງ​ປະ​ເທດຊາດ, ຫັນ​ຄວາມ​ມຸ້ງ​ຫວັງ​​ຢາກໄດ້​ຮັບເອກະລາດ, ​ເສລີພາບ​ເປັນ​​ແຫຼ່ງກຳລັງ ​ເພື່ອ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ ສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ. ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໄດ້​ຮັບ​ການກໍ່​ສ້າງ​ຂຶ້ນ​ຢ່າງ​ກວ້າງຂວາງ ​ແລະ ​​ໄດ້ເສີມ​ຂະຫຍາຍ​ກຳລັງ​ແຮງ​ອັນ​ໃຫຍ່​ຫຼວງ​ໃນ​ການ​ຕໍ່ສູ້ຕ້ານ​​ເສິກ​ຕ່າງ​ດ້າວ​ຂອງ​ຊາດ​ຫວຽດນາມ​ໃນ​ໄລຍະ​ຕໍ່​ມາ. ພິ​ເສດ, ບັນດາ​ຜົນງານ​ທີ່​ສຳຄັນ ​ແລະ ມີ​ຄວາມ​ໝາຍ​ປະຫວັດສາດ​ຂອງ​ຊຸມ​ປີ​ແຫ່ງ​ການ​ປ່ຽນ​ໃໝ່​ຫວ່າງ​ແລ້ວ​ນີ້, ​ໄດ້​ຊ່ວຍ​ໃຫ້​ຫວຽດນາມ​ຫຼຸດ​ພົ້ນ​ອອກ​ຈາກປະ​ເທດ​ທີ່​ຫຼ້າ​ຫຼັງ, ດ້ອຍ​ພັດທະນາ. ສາດສະດາຈານ Le Mau Han ຖື​ວ່າ, ຄວາມ​ມຸ້ງ​ຫວັງ​ຢາກ​ມີ​ເສລີພາບ, ​ເອກະລາດ​ໃນ​ການ​ປະຕິວັດ​ເດືອນ 8 ​ແລະ ວັນ​ສະຖາປະນາ​ປະ​ເທດ​ເມື່ອ​ປີ 1945 ​ໄດ້​ກາຍເປັນ​ແຫຼ່ງກຳລັງ​​ເພື່ອ​ພັດທະນາ​ປະ​ເທດ​ໃນ​ປະຈຸ​ບັນ:

        ”​ໄຊຊະນະ​ຂອງ​ການ​ປະຕິວັດ​ເດືອນ 8/1945 ​ແມ່ນ​ໄຊຊະນະ​ຂອງ​ແນວ​ຄິດ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ ຕາມ​ແນວ​ຄິດ ​ໂຮ່ຈີ​ມິນ ​ໂດຍ​ພັກ​ກອມ​ມູນິດ​ຫວຽດນາມ ​ເປັນ​ຜູ້​ຈັດ​ຕັ້ງ ​ແລະ ນຳພາ. ນັ້ນ​ແມ່ນ​ໄຊຊະນະ​​ຂອງແນວ​ຄິດ ຊົນຊາດ ​ແລະ ຄວາມ​ສະ​ເໝີ​ພາບ, ຊົນ​ຊາດ ​ແລະ ຄວາມ​ມະຫາ​ສາມັກຄີ. ນັ້ນ​ແມ່ນ​ບົດຮຽນ​ທີ່​ມີ​ຄວາມ​ໝາຍ​ພິ​ເສດ ​ໃນ​ຂະນະ​ທີ່​ປະຈຸ​ບັນ, ພວກ​ເຮົາ​ພວມ​ຕັ້ງ​ບັນຫາ​ຕ້ອງ​ຕັ້ງໜ້າ​ເສີມ​ຂະຫຍາຍ​ສິດ​ເສລີ, ປະຊາທິປະ​ໄຕ​ຂອງ​ປະຊາຊົນ ​ເພື່ອ​ປະຕິບັດ​ພາລະກິດ​ປ່ຽນ​​ແປງໃໝ່​ຢ່າງ​ມີ​ໄຊ”

        67 ປີ ​ພາຍຫຼັງ​ລະດູ​ໃບ​ໄມ້​ຫຼົ່ນ​ແຫ່ງ​ການປະຕິວັດ​ເດືອນ 8/1945 ​ແລະ ວັນ​ສະຖາປະນາ​ປະ​ເທດ, ບົດຮຽນ​ກ່ຽວ​ກັບ​ການ​ກໍ່ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ​ເສີມ​ຂະຫຍາຍ​ຈິດ​ໃຈ​ເອກະລາດ, ກຸ້ມ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ​ເພື່ອ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ຊຸມ​ເດືອນ​ປີ​ອັນ​ພິລະ​ອາດ​ຫານ​ນັ້ນ ຍັງ​ຄົງ​ຮັກສາ​ຄຸນ​ຄ່າ​ເດີມ​ໄວ້​ໄດ້. ຄວາມ​ມຸ້ງ​ຫວັງ​ກ່ຽວ​ກັບ​ເອກະລາດ, ​ເສລີພາບ​ໃນ​ລະດູ​ໃບ​ໄມ້​ຫຼົ່ນ​ປີ 1945 ນັ້ນ ຈະ​ສືບ​ຕໍ່​ແມ່ນ​ເຂັມ​ຊີ້​ທິດ, ​ເປັນ​​ແຫຼ່ງປຸກລຸກ​ບັນດາ​ແນວ​ຄິດ​ທີ່​ກ້າວໜ້າ, ບັນດາ​ນະ​ໂຍບາຍ​ປ່ຽນ​ໃໝ່, ​ລະດົມ​ກຳລັງ​ແຮງ​ຈາກປະຊາຊົນ​ເພື່ອ​ພັດທະນາປະ​ເທດ​ຊາດ ​ແລະ ​ເຊື່ອມ​ໂຍງ.

ຕອບກັບ

ຂ່າວ/ບົດ​ອື່ນ