ຄວາມມານະພະຍາຍາມກອບກູ້ເອົາສັນຍາການຄ້າ ສະຫະພາບເອີລົບ - ການາດາ

ພາຍຫຼັງ​ວິ​ວັດ​ການ​ເຈ​ລະ​ຈາ​ແກ່​ຍາວ​ເປັນ​ເວ​ລາ 7 ປີ, ສັນ​ຍາ​ການ​ຄ້າ ແລະ ເສດ​ຖະ​ກິດ​ຮອບ​ດ້ານ​ສະ​ຫະ​ພາບ​ເອີ​ລົບ EU - ກາ​ນາ​ດາ (CETA) ພວມ​ມີ​ໄພ​ຖືກ​ລົ້ມ​ລະ​ລາຍ​ຂະ​ນະ​ທີ່ EU ບໍ່​ໄດ້​ຮັບ​ການ​ເຫັນ​ດີ​ຈາກ​ປະ​ເທດ​ສະ​ມາ​ຊິກແບນ​ຊິກ. ຖ້າ​ຫາກ CETA ບໍ່​ໄດ້​ຮັບ​ການ​ລົງ​ນາມນັ້ນ, ນີ້​ຈະ​ແມ່ນ​ການ​ໃສ່​ບາດ​ຄ້ອນ​ໃຫຍ່​ຕໍ່ນະ​ໂຍ​ບາຍ​ການ​ຄ້າ​ຂອງ EU ຊຶ່ງ​ພວມ​ຖືກ​ຕົກ​ຢູ່​ໃນ​ສະ​ພາບ​ສັບ​ສົນ​ຍ້ອນ​ບັນ​ຫາ​ອັງ​ກິດ​ຖອນອອກ​ຈາກ EU ແລ​ະ ສະ​ພາບ​ການ​ເຕີບ​ໂຕ​ຖືກ​ຢຸດ​ສະ​ງັກ. ເພາະ​ສະ​ນັ້ນ, ໃນ​ຈຸດ​ເວ​ລານີ້, ທຸກໆ​ຄ​ວາມ​ມາ​ນະ​ພະ​ຍາ​ຍາມ​ທາງ​ການ​ທູດ​ພວມ​ຖືກ​ສຸມ​ກຳ​ລັງປະ​ຕິ​ບັດດ້ວຍ​ຄວາມ​ຫວັງ​ຊອກ​ຫາ​ທິດ​ທາງກອບກູ້​ເອົາ​ສັນ​ຍານີ້.

 

ຄວາມມານະພະຍາຍາມກອບກູ້ເອົາສັນຍາການຄ້າ ສະຫະພາບເອີລົບ - ການາດາ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກາ​ນາ​ດາ Justin Trudeau (VietnamPlus).

       ຕາມ​ແຜນ​ການ​ແລ້ວ, CETA ຈະ​ໄດ້​ຮັ​ບ​ການ​ລົງ​ນາມ​ໃນ​ຂອບ​ເຂດ​ການ​ເດີນ​ທາງ​ຢ້ຽມ​ຢາມ​ແບນ​ຊິກ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກາ​ນາ​ດາ Trudeau ເມື່ອ​ວັນ​ທ​ມີ 27/10 ນີ້. ແຕ່​ໃນ​ອາ​ທິດ​ແລ້ວນີ້, ອົງ​ການ​ນິ​ຕິ​ບັນ​ຍັດ​ເຂດ Wallonie ຂອງ​ແບນ​ຊິກໄດ້​ປ່ອນ​ບັດ​ປະ​ຕິເສດການ​ລົງ​ນາມ CETAຍ້ອນ​ບັນ​ດາ​ຄວາມ​ວິ​ຕົກ​ກັງ​ວົນ​ທີ່​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ມາດ​ຕະ​ຖານ​ກ່ຽວ​ກັບ​ການ​ບໍ​ລິ​ໂພກ, ອຸ​ປະ​ໂພກ ແລະ ການ​ປົກ​ປ້ອງສິ່ງ​ແວດ​ລ້ອມ​ຢູ່​ເອີ​ລົບ​ຈະ​ຖືກ​ຕົກ​ຕ່ຳ, ພ້ອມ​ກັນ​ນັ້ນ, ແມ່ນ​ຕະຫຼາດ​ແຮງ​ງານ​ຖືກ​ນາບ​ຂູ່. ສິ່ງນີ້​ກໍ​ມີ​ຄວາມ​ໝາຍ​ເຊັ່ນ​ດຽວ​ກັນ​ກັບ​ເລື່ອງ​ລັດ​ຖະ​ບານ​ແບນ​ຊິກບໍ່​ອາດ​ຮັບ​ຮອງ​ເອົາ​ຂໍ້​ຕົກ​ລົງ CETA ຍ້ອນ​ຕາມ​ກົດ​ລະ​ບຽບ,  ລັດ​ຖະ​ບານ​ແບນ​ຊິກພຽງ​ແຕ່​ຮັບ​ຮອງ​ເອົາ CETA ຂະ​ນະ​ທີ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ທຸກໆ​ອົງ​ການ​ນິ​ຕິ​ບັນ​ຍັດ​ຂັ້ນ​ສະ​ຫະ​ພັນ, ເຂດ ແລະ ປະ​ຊາ​ຄົມ​ພາ​ສາ​ສາດ​ຢູ່​ປະ​ເທດນີ້. ເພື່ອ​ມີ​ຜົນ​ບັງ​ຄັບ​ໃຊ​້,ຂໍ້​ຕົກ​ລົງ​ສະ​ບັບ​ນີ້, ຕ້ອງ​ໄດ້​ຮັບ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ຂອງ​ທັງ​ໝົດ 28 ລັດ​ຖະ​ສະ​ພາ​ບັນ​ດາ​ປະ​ເທດ​ພາ​ຄີ ແລະ 10 ລັດ​ຖະ​ສະ​ພາ​ເຂດ. ພຽງ​ແຕ່​ລັດ​ຖະ​ສະ​ພາ​ໜຶ່ງ​ດຽວບໍ່​ເຫັນ​ດີ​ເທ່ົານັ້ນ, CETA ຈະ​ບໍ່​ໄດ້​ປະ​ຕິ​ບັດ. ການ​ຜັນ​ແປນີ້ ໄດ້​ພາ​ໃຫ້​ເອກະ​ສານສະ​ບັບ​ນີ້ ຕົກ​ເຂົ້າ​ສູ່​ສະ​ພາບ​ລົ້ມ​ລະ​ລາຍ​ພາຍຫຼັງ​ທີ່​ການ​ເຈ​ລະ​ຈາ​ແກ່​ຍາວ​ເປັນ​ເວ​ລາ 7 ປີ.

     ເປັນ​ຫຍັງ CETA ຖືກ​ຄັດ​ຄ້ານ

   ເປັນ​ຫຍັງຂໍ້​ຕົກ​ລົງເສດ​ຖະ​ກິດ​ສະ​ບັບ​ໜຶ່ງຖືກ​ຄາດ​ຄະ​ເນວ​່າ​ຈະ​ຊ່ວຍ​ຍົກ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ເພີ່ມ​ຂຶ້ນ​ຕື່ມອີກ 20% ແລະ ສ້າງວຽກ​ເຮັດ​ງານ​ທຳ​ໃໝ່​ໃຫ້​ແກ່ 8 ໝື່ນ​ຄົນ ພັດ​ປະ​ສັບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເຊັ່ນ​ນັ້ນ. ແລະ ເບິ່ງ​ຄື​ວ່າ ສິ່ງນີ້ ອາດ​ຈະ​ສ້າງ​ປະ​ຖົມ​ປັດ​ໄຈ​ທີ່ບໍ່​ດີ ຊຶ່ງ​ຂັດ​ຂວາງ EU ເຊັນ​ບັນ​ດາ​ສັນ​ຍາ​ການ​ຄ້າ​ລາຍ​ໃຫຍ່​ອື່ນໆ.

     ຖ້າ​ຫາກ CETA ບໍ່​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ, ຄວາມ​ເສຍ​ຫາຍ​ທຳ​ອິດ ກໍ​ແມ່ນ​ເສດ​ຖະ​ກິດ. ເພາະ​ຕາມ​ການ​ປະ​ເມີນ​ຂອງ​ໜັງ​ສື​ພິມ ວົນ​ຈິດ​ລາຍ​ວັນແລ້ວ, CETA ອາດ​ຈະ​ຊຸກ​ຍູ້​ປະ​ລິ​ມານ​ການ​ຜະ​ລິດ​ເສດ​ຖະ​ກິດ​ຂອງ EU ຂຶ້ນ​ເຖິງ 5,8 ຕື້​ເອີ​ໂຣ​ໃນ​ແຕ່​ລະ​ປີ. ເປັນ​ໜ້າ​ວິ​ຕ​ົກ​ກັງ​ວົນ​ກ ຂຶ້ນ​ເຖິງ 5,8 ຕື້​ເອີ​ໂຣ​ໃນ​ແຕ່​ລະ​ປີ. ເປັນ​ໜ້າ​ວິ​ຕ​ົກ​ກັງ​ວົນ​ກວ່ານັ້ນ, ຖ້າ​ຫາກ CETA ປະ​ລາ​ໄຊ, ຈະ​ວາງ​ອອກ​ບັນ​ດາ​ຄຳ​ຖາມ​ໃຫຍ່​ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ​ບັນ​ດາ​ນະ​ໂຍ​ບາຍ​ການ​ຄ້າ​ຂອງ EU, ໃນ​ນັ້ນ ມີ​ທັງ​ຊາ​ຕະ​ກຳ​ຂອງ​ສັນ​ຍາ​ການ​ຄ້າ​ເສ​ລີ​ຂ້າມ​ປາ​ຊີ​ຝິກ (TTIP) ລະ​ຫວ່າງອາ​ເມ​ລິ​ກາ ແລະ EU. ປະ​ທານ​ສະ​ພາ​ເອີ​ລົບ Donald Tusk ໄດ້​ກ່າວ​ເຕືອນ​ວ່າ EUອາດ​ຈະ​ບໍ່​ມີ​ຍາມ​ໃດ​ທີ່​ອາດ​ຈະ​ລົງ​ນາມ​ຂໍ້​ຕົກ​ລົງ​ການ​ຄ້າ​ເສ​ລີ​ໃດໆ​ອີກ ຖ້າ​ຫາກ CETA ບໍ່​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ ແລະ CETA ອາດ​ຈະ​ແມ່ນ​ຂໍ້​ຕົກ​ລົງ​ການ​ຄ້າ​ສະ​ບັບ​ສຸດ​ທ້າຍ​ຂອງ​ກຸ່ມນີ້.

     ເປັນ​ອັນ​ວ່າ CETA ຖືກ​ຄັດ​ຄ້ານ​ຍ້ອນຫຼາຍ​ປະ​ເທດ​ມີ​ຄວາມ​ເປັນ​ຫ່ວງ​ກັງ​ວົນ​ຕໍ່​ການ​ຮັບ​ຮອງ​ເອົາ CETA ຈະ​ຖືກຫຼຸດ​ຜ່ອນ​ບັນ​ດາ​ມາ​ຕະ​ຖານ​ທາງ​ດ້ານ​ສິ່ງ​ແວດ​ລ້ອມ ແລະ ກົດ​ໝາຍ​ແຮງງ​ານ. ສະ​ເພາະ​ເຂດ Wallonie, ອຳ​ນາດ​ການ​ປົກ​ຄອງ​ຢູ່​ທີ່ນີ້​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ການ​ຮັບ​ຮອງ​ເອົາ CETA ຈະ​ລົບ​ລ້າງ 99% ອັດ​ຕາ​ພາ​ສີ​ລະ​ຫວ່າງ​ກາ​ນາ​ດາ ແລະ EU, ອັນ​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ສາ​ມາດ​ແກ່ງ​ແຍ້ງ​ກັບ​ສິນ​ຄ້າ​ລາ​ຄາ​ຕ່ຳ​ຈາກ​ກາ​ນາ​ດາ. ໃນ 1 ປີ​ທີ່​ຜ່ານ​ມາ, ການ​ຄັດ​ຄ້ານບັນ​ດາ​ຂໍ້​ຕົກ​ລົງ​ການ​ຄ້າ​ເສ​ລີ​ໄດ້​ເພີ່​ມ​ຂຶ້ນ​ຢູ່​ເອີ​ລົບເພາະ​ຖື​ວ່າ ບັນ​ດາ​ຂໍ້​ຕົກ​ລົງ​ໄດ້​ມອບ​ສິດຫຼາຍ​ເກີນ​ໄປ​ໃຫ້​ແກ່​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ນາໆ​ຊາດ ຊຶ່ງ​ຝ່າຍ​ຖືກ​ເສຍ​ປຽບ​ແມ່ນ​ຜູ້​ໃຊ້​ສອຍ, ຜູ້​ອອກ​ແຮງ​ງານ. ໃນ​ຂະ​ນັ້ນ, ຕາມ​ບັນ​ດາ​ເຈົ້າ​ໜ້າ​ທີ່ EU, ບັນ​ດາ​ຂໍ້​ຕົກ​ລົງ​ການ​ຄ້າ​ເສ​ລີ​ແມ່ນ​ໂອ​ກາດ​ທີ່​ດີ​ເພື່ອ​ໃຫ້​ເອີ​ລົບ​ສ້າງ​ໂລ​ກາ​ພິ​ວັດ​ເປັນ​ຮູບ​ປະ​ທຳ​ເພື່ອ​ຮັບ​ໃຊ້​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ.

      ຄ​ວາມ​ມາ​ນະ​ພະ​ຍາ​ຍາມ​ກອບກູ້​ເອົາ CETA

  ຕໍ່​ໜ້າ​ໄພ​ອັນ​ຕະ​ລາຍ CETA ຖືກ​ລົ້ມ​ລະ​ລາຍ, ບັນ​ດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ພວມ​ຖືກ​ດຳ​ເນີນ​ດ້ວຍ​ຄວາມ​ຫວັງ​ຊອກ​ຫາ​ທິດ​ທາງ​ກອບກູ້​ເອົາສັນ​ຍາ​ສະ​ບັບ​ນີ້. ວັນ​ທີ 24/10, ປະ​ທານ​ສະ​ພາ​ເອີ​ລົບ Donald Tusk ໄດ້​ປຶກ​ສາ​ຫາ​ລື​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແບນ​ຊິກ Michel , ພ​ອ້ມ​ທັງ​ພົບ​ປະ​ກັບ​ຜູ້​ວ່າ​ການ​ເຂດ Wallonie ຂອງ​ແບນ​ຊິກ ແນ​ໃສ່​ແກ້​ໄຂ​ສະ​ພາບບໍ່​ມີ​ທາງ​ອອກ. EU ໄດ້​​ວາງ​ກຳ​ນົດ​ເວ​ລາ​ສຸດ​ທ້າຍໃຫ້​ແບນ​ຊິກເພື່ອ​ຕົກ​ລົງ​ຈະ​ເຊັນ​ຂໍ້​ຕົກ​ລົງ​ກັບ​ກາ​ນາ​ດາ​ພາຍຫຼັງ​ເຈ​ລະ​ຈາ​ເປັນ​ເວ​ລາ 7 ປີຫຼືບໍ່? . ທ່ານ​ລັດ​ຖະ​ມົນ​ຕີ​ການ​ຄ້າ​ກາ​ນາ​ດາ ຖື​ວ່າ ທຸກໆ​ໂອ​ກາດ​ພວມ​ຂຶ້ນ​ກັບ EU , ພ້ອມ​ສະ​ແດງ​ຄວາມ​ປາດ​ຖະ​ໜາ ຈະ​ຊອກ​ຫາ​ໄດ້​ວິ​ທີ​ແກ້​ໄຂ​ໃຫ້​ແກ່​ບັນ​ຫານີ້.

       ປະ​ຈຸ​ບັນ, ບັນ​ດາ​ການ​ພົບ​ປະ​ພວມ​ຖືກ​ດຳ​ເນີນ​ຢ່າງ​ຮີບ​ເຮັ່ງ​ດ້ວຍຄວາມ​ມາ​ນະ​ພະ​ຍາຍາມເພື່ອ​ຜ່ານ​ຜ່າ​ສິ່ງ​ກີດ​ຂວາງ ເພາະ​ບັນ​ດາ​ຝ່າຍ​ກໍ​ລ້ວນ​ແຕ່ບໍ່​ຢາກ​ສິ້ນ​ເປືອງ​ເວ​ລາ 7 ປີ​ແຫ່ງ​ການ​ດຳ​ເນີນ​ການ​ເຈ​ລະ​ຈາ. ຜົນ​ໄດ້ ແລະ ຜົນ​ເສຍ​ຕ່າງ​ກໍ​ໃຫຍ່ຫຼວງ ແລະ ນີ້ບໍ່​ພຽງ​ແຕ່​ແມ່ນ​ຂອບ​ເຂດ​ທຳ​ມາ​ຄ້າ​ຂາຍ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ