ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງລັດ​ຖະ​ບານ​ຫວຽດ​ນາມ ໃນ​ການ​ຊີ້​ນຳ​ການ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ

(VOVWORLD) -ໄພພະຍຸນ້ຳຖ້ວມຢ່າງຮ້າຍແຮງຢູ່ ບັນດາແຂວງທາງພາກກາງຫວຽດນາມ ແຕ່ວັນທີ 6 ຕຸລາມາຮອດປະຈຸບັນ ໄດ້ກໍ່ຜົນເສຍຫາຍຢ່າງໃຫ່ຍຫຼວງ ໃນດ້ານຊີວິດອິຊີ ແລະ ຊັບສົມບັດ ຊື່ງໄດ້ເຮັດໃຫ້ປະຊາຊົນ 130 ຄົນເສຍຊີວິດ ແລະ 18 ຄົນຫາຍສາບສູນ, ເນື້ອທີ່ປູກຝັງນັບພັນເຮັກຕາຖືກນ້ຳຖ້ວມ, ເສັ້ນທາງຄົມມະນາຄົມຫຼາຍສາຍຖືກເຊາະເຈື່ອນ. ລັດຖະບານຫວຽດນາມ ໄດ້ພ້ອມກັບບັນດາທ້ອງຖິ່ນ ມານະພະຍາຍາມຜັນຂະຫຍາຍ ບັນດາມາດຕະການແກ້ໄຂຜົນຮ້າຍຈາກໄພທຳມະຊາດ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນເຂດຖືກພະຍຸນ້ຳຖ້ວມໃຫ້ເປັນປົກກະຕິ. ບັນດາຄວາມມານະພະຍາຍາມດັ່ງກ່າວ ໄດ້ຮັບການຕີລຄາຢ່າງຕັ້ງໜ້າຈາກຫາງສຽງ.
ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງລັດ​ຖະ​ບານ​ຫວຽດ​ນາມ  ໃນ​ການ​ຊີ້​ນຳ​ການ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ - ảnh 1

ທ່ານນາຍົກລັດຖະມົນຕີຫງວຽນຊັວນຝຸກ ເຮັດວຽກກັບບັນດາແຂວງພາກກາງ (ພາບ: VGP/Quang Hiếu)

      ພະຍຸນ້ຳຖ້ວມເກີດຂຶ້ນຢູ່ພາກກາງຄັ້ງນີ້ ແມ່ນຄັ້ງປະຫວັດສາດ. ພະຍຸຂະໜາດໃຫ່ຍ ແລະ ໃຫ່ຍພິເສດ ໄດ້ເກີດຂຶ້ນໃນທົ່ວ 16 ສາຍແມ່ນ້ຳໃຫ່ຍ ຊື່ງໄດ້ພາໃຫ້ເກີດນ້ຳຖ້ວມເປັນບໍລິເວນກ້ວາງ. ແຕ່ເຖິງຢ່າງໃດກໍ່ຕາມ, ຍ້ອນທຸກຂັ້ນໄດ້ເປັນເຈົ້າການໃນການຊີ້ນຳຢ່າງເດັດດ່ຽວ, ທັນການ, ຄວາມເສຍຫາຍຈາກພະຍຸນ້ຳຖ້ວມກໍ່ໄດ້ຫລຸດລົງໃນລະດັບຕຳ່ສຸດ.

ການຊີ້ນຳຢ່າງຂ້ຽວຂາດ, ທັນການ

  ໃນຊຸມວັນທີ່ຜ່ານມາ, ນອກຈາກການໄປກວດກາວຽກງານແກ້ໄຂຜົນຮ້າຍຈາກຝົນຕົກພະຍຸຢູ່ແຂວງກວາງບິນ ໂດຍກົງ ແລະ ເຮັດວຽກກັບການນຳ 5 ແຂວງຄື: ກວາງບິນ, ກວາງຈິ, ກວາງນາມ, ເທື່ອທຽນເຫ້ວ ແລະ ຮ່າຕິ໋ງ ແລ້ວ, ທ່ານນາຍົກລັດຖະມົນຕີຫງວຽນຊັວນຝຸກ ກໍ່ໄດ້ສົ່ງທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ເຈືອງຮ່ວາບິນ, ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄປບັນດາແຂວງທີ່ຖືກຜົນກະທົບຈາກຝົນຕົກພະຍຸ ເພື່ອພ້ອມກັບການນຳບັນດາທ້ອງຖິ່ນ ຊີ້ນຳວຽກງານແກ້ໄຂຜົນຮ້າຍ, ກູ້ໄພກູ້ຊີບ. ທ່ານນາຍົກລັດຖະມົນຕີ ໄດ້ປະກາດໂທລະເລກທາງການ 8 ສະບັບ ແລະ ບັນດາເອກະສານຊີ້ນຳວຽກງານຮັບມື, ແກ້ໄຂຜົນຮ້າຍຈາກສະພາບຝົນຕົກ, ພະຍຸ; ຫັກເງິນຈາກງົບປະມານສຳຮອງສູນກາງດ້ວຍມູນຄ່າ 500 ຕື້ດົ່ງ (ເທົ່າກັບ 21.5 ລ້ານ USD) ເພື່ອປະຕິບັດໜ້າທີ່ກູ້ໄພກູ້ຊີບ, ນະໂຍບາຍສະຫວັດດີການສັງຄົມ ແລະ ແກ້ໄຂຜົນຮ້າຍຈາກໄພທຳມະຊາດ.

   ບັນດາທ້ອງຖິ່ນໄດ້ຮຽກຮ້ອງວ່າ ໃຫ້ອີງຕາມສະພາບຕົວຈິງ ເພື່ອມີຄວາມຮັບຜິດຊອບ ໃນການນຳໃຊ້ງົບປະມານຂອງສູນກາງ ແລະ ທ້ອງຖິ່ນ, ພ້ອມກັບ “ບັນດາແຫຼ່ງການເງິນທີ່ຖືກຕ້ອງກັບກົດໝາຍອື່ນໆ” ເພື່ອປະຕິບັດໜ້າທີ່. ກ່າວຄຳເຫັນໃນການໄປກວດກາວຽກງານແກ້ໄຂຜົນຮ້າຍຈາກສະພາບຝົນຕົກ, ພະຍຸ ຢູ່ແຂວງກວາງບິນ ເມື່ອວັນທີ 24 ຕຸລາ, ທ່ານນາຍົກລັດຖະມົນຕີຫງວຽນຊັວນຝຸກ ເນັ້ນໜັກວ່າ:

  ຕ້ອງຜັນຂະຫຍາຍບັນດາວຽກງານທີ່ຕ້ອງເຮັດໃນທັນທີ ເພື່ອຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ເປັນປົກກະຕິ. ຕົວຢ່າງຄື: ສິ່ງແວດລ້ອມ ແລະ ບັນຫາໂລກລະບາດ. ຄຳຮຽກຮ້ອງອີກອັນໜຶ່ງ ນັ້ນແມ່ນ ບໍ່ໃຫ້ປະຊາຊົນອຶດຫິວ, ໜາວຈັດ, ບໍ່ມີບ່ອນເພີ່ງພາອາສ, ນັກຮຽກໄດ້ກັບຄືນສູ່ໂຮງຮຽນໂດຍໄວ. ບັນດາທ້ອງຖິ່ນຕ້ອງແກ້ໄຂວຽກງານກູ້ໄພກູ້ຊີບ, ຊ່ວຍເຫຼືອປະຊາຊົນໃຫ້ເປັນຢ່າງດີກ່ວາອີກ.

ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງລັດ​ຖະ​ບານ​ຫວຽດ​ນາມ  ໃນ​ການ​ຊີ້​ນຳ​ການ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ - ảnh 2

ທ່ານນາຍົກລັດຖະມົນຕີຫງວຽນຊັວນຝຸກ ລະດົມກຳລັງໃຈປະຊາຊົນເຂດຖືກພະຍຸ (ພາບ: VGP/Quang Hiếu)

    ໂດຍພາຍໃຕ້ການຊີ້ນຳຂອງທ່ານນາຍົກລັດຖະມົນຕີ, ອຳນາດການປົກຄອງບັນດາແຂວງພາກກາງ ໄດ້ສຸມແຫລ່ງກຳລັງ, ແກ້ໄຂຜົນຮ້າຍຈາກໄພທຳມະຊາດ, ຮັບປະກັນການສະໜອງ, ໜູນຊ່ວຍທັນຍາຫານ, ສະບຽງອາຫານ, ນ້ຳສະອາດ ແລະ ບັນດາເຄື່ອງໃຊ້ສອຍທີ່ຈຳເປັນ. ບັນດາແຂວງກໍ່ໄດ້ລະດົມກຳລັງຊ່ວຍປະຊາຊົນສ້ອມແປງເຮືອນຢູ່, ເຮັດອະນາໄມສິ່ງແວດລ້ອມ, ປ້ອງກັນ, ຕ້ານໂລກລະບາດ.

ສ້າງຄວາມເຫັນດີເຫັນພ້ອມຈາກຫາງສຽງ

   ການຊີ້ນຳຢ່າງຂ້ຽວຂາດ, ທັນການ, ລະອຽດຂອງລັດຖະບານ ໃນການແກ້ໄຂຜົນຮ້າຍຈາກສະພາບຝົນຕົກ, ພະຍຸຢູ່ພາກກາງຫວຽດນາມ ໃນຊຸມວັນທີີ່ຜ່ານມາ, ໄດ້ສະແດງໃຫ້ເຫັນຄວາມໃກ້ຊິດຕິດແທດ, ຄວາມເອົາໃຈໃສ່ຕໍ່ປະຊາຊົນຢູ່ເຂດນີ້. ຫາງສຽງຕີລາຄາວ່າ ນີ້ແມ່ນການໜູນຊ່ວຍທີ່ຈຳເປັນ ເພື່ອໃຫ້ປະຊາຊົນສາມາດຜ່ານຜ່າຄວາມຫຍຸ້ງຍາກໄປໄດ້. ທ່ານໂດ້ວັນຊິງ, ສະມາຊິກສະພາແຫ່ງຊາດແຂວງ ກວາງຈິ ຕີລາຄາວ່າ:

      ລັດຖະບານ, ບັນດາກະຊວງ, ຂະແໜງການ, ພິເສດແມ່ນກະຊວງສາທາລະນະສຸກ ໄດ້ສົມທົບກັບຄະນະກຳມະການປະຊາຊົນບັນດາແຂວງນະຄອນ, ອຳນາດການປົກຄອງທ້ອງຖິ່ນ ເພື່ອປະຕິບັດວຽກງານອະນາໄມສິ່ງແວດລ້ອມ ເພື່ອຕ້ານໂລກລະບາດ, ຮັບປະກັນບັນຫານ້ຳສະອາດ, ສະໜອງໄຟຟ້າ, ສະບຽງອາຫານ, ທັນຍາຫານ, ນ້ຳດື່ມ ແລະ ໃນໄລຍະຍາວນານ ຕ້ອງມີນະໂຍບາຍເພື່ອໜູນຊ່ວຍໃຫ້ປະຊາຊົນມີແຫຼ່ງກຳລັງຟື້ນຟູການຜະລິດ.

   ທ່ານນາງມາຍທີເຟືອງຮວາ ສະມາຊິກສະພາແຫ່ງຊາດແຂວງ ນາມດິ້ງ ຖືວ່າ:

   ນີ້ແມ່ນການຊີ້ນຳຢ່າງທັນການ, ເໝາະສົມກັບສະພາບຕົວຈິງໃນໄລຍະປະຈຸບັນຂອງທ່ານນາຍົກລັດຖະມົນຕີ. ຂ້າພະເຈົ້າຕີລາຄາສູງ ການຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຍ້ອນຕອບສະໜອງໄດ້ຕາມສະພາບການຢ່າງທັນການ.

   ທ່ານເລວັນຟອງ, ປະຊາຊົນບ້ານ ມີ້ແຈງ, ຕາແສງ ຫາຍແຈງ, ເມືອງ ຫາຍລັງ, ແຂວງ ກວາງຈິ ແບ່ງປັນວ່າ:

   ລັດໄດ້ສົ່ງເຂົ້າສານມາຢ່າງທັນການທີ່ສຸດ, ຮັບປະກັນຄວາມຕ້ອງການໃນສະເພາະໜ້າ ຂະນະທີ່ເຂົ້າສານ ເຂົ້າເປືອກຂອງປະຊາຊົນຖືກນຳປຽກໝົດ. ຕາງໜ້າໃຫ້ປະຊາຊົນຕາແສງຫາຍແຈງ, ຂໍຂອບອົກຂອບໃຈນຳພັກ, ລັດ ທີ່ໄດ້ມີຄວາມເອົາໃຈໃສ່ຕໍ່ປະຊາຊົນເຂດພະຍຸພວກຂ້າພະເຈົ້າ.

   ໃນເກືອບ 1 ເດືອນທີ່ຜ່ານມາ, ຢູ່ 6 ແຂວງທາງພາກກາງຫວຽດນາມ ໄດ້ຮັບຜົນສະທ້ອນຢ່າງລຽນຕິດ ຈາກພະຍຸ 3 ລູກ ແລະ ສະພາບຄວາມດັນອາກາດຕຳ່ ຊື່ງໄດ້ກໍ່ໃຫ້ເກີດຝົນຕົກທີ່ແກ່ຍາວ 2 ຄັ້ງ. ດ້ວຍການຊີ້ນຳຢ່າງທັນການຂອງລັດຖະບານ, ການເຂົ້າຮ່ວມຢ່າງຂ້ຽວຂາດຂອງບັນດາທ້ອງຖິ່ນ, ການໜູນຊ່ວຍຂອງປະຊາຊົນທົ່ວປະເທດນັ້ນ, ປະຊາຊົນຊາວພາກກາງຫວຽດນາມ ພວມບືນຕົວຂຶ້ນຫຼັງສະພາບພະຍຸນ້ຳຖ້ວມເປັນເທື່ອລະກ້າວ, ເພື່ອສ້າງຊີວິດການເປັນຢູ່ໃຫ້ເປັນປົກກະຕິ.

           

ຕອບກັບ

ຂ່າວ/ບົດ​ອື່ນ