ຄວາມມານະພະຍາຍາມຊອກຫາກາລະໂອກາດເຈລະຈາລະຫວ່າງອາເມລິກາ ແລະ ສປປ ເກົາຫລີ ຄືນໃຫມ່

(VOVWORLD) -ພາຍຫຼັງບັນດາການເຄື່ອນໄຫວທາງການທູດໄດ້ດຳເນີນຢ່າງລຽນຕິດຫວ່າງມໍ່ໆມານີ້, ວົງການໄຈ້ແຍກ ຖືວ່າ ຄວາມບໍ່ລົງລອຍກັນລະຫວ່າງອາເມລິກາ ແລະ ສປປ.ເກົາຫຼີ ກ່ຽວກັບວິທີການ ປອດນິວເຄຼຍຢູ່ແຫຼມເກົາຫຼີ ອາດຈະໄດ້ຮັບການຮັບແຄບເຂົ້າ

ພາຍຫລັງປະທານາທິບໍດີ ອາເມລິກາ Donald Trump ມີບັນດາຄຳຕັດສິນປ່ຽນແປງທີ່ກ່ຽວຂ້ອງເຖິງການພົບປະຄັ້ງປະຫວັດສາດລະຫວ່າງ ອາເມລິກາ ແລະ ສປປ ເກົາຫລີ , ຊຸມມື້ນີ້ ເຈົ້າຫນ້າທີ່ສອງປະເທດ ພັດຫ້າງຫາກະກຽມບັນດາການເຄື່ອນໄຫວທາງການທູດຢ່າງລຽນຕິດເພື່ອນຳວິວັດທະນາການເຈລະຈາກັບຄືນໃຫ້ຖືກທິດ. ເຖິງວ່າ ຄວາມຂັດແຍ້ງທີ່ແກ່ຍາວ ແລະ ຄວາມຜິດໂຕນກັນຫລາຍເກີນໄປກ່ຽວກັບທັດສະນະລະຫວ່າງສອງຝ່າຍແມ່ນຈະແຈ້ງ, ແຕ່ປະຊາຄົມສາກົນຍັງຄົງມີຄວາມຫວັງວ່າ ນີ້ຈະແມ່ນບາດກ້າວເລີ່ມຕົ້ນໃຫ້ແກ່ການພົວພັນໃຫມ່.

ຄວາມມານະພະຍາຍາມຊອກຫາກາລະໂອກາດເຈລະຈາລະຫວ່າງອາເມລິກາ ແລະ ສປປ ເກົາຫລີ ຄືນໃຫມ່ - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ ເກົາຫລີ Kim Jong un (ພາບປະກອບ:AFP/TTXVN)

ວັນທີ 24 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ສົ່ງຈົດໝາຍໃຫ້ການນຳ ສປປ ເກົາຫລີ Kim Jong un ຖີ້ມໂທດໃຫ້ “ຄວາມໂກດເຄືອງ ແລະ ທ່າທີ່ເປັນປໍລະປັກ” ຂອງພຽງຢາງ ເຮັດໃຫ້ການພົບປະລະຫວ່າງ ອາເມລິກາ ແລະ ສປປ ເກົາຫລີ ບໍ່ໄປຖືກທິດ. ເຖິງຢ່າງໃດກໍຕາມ, ພຽງໃນເວລາ 24 ຊົ່ວໂມງ ຫລັງຈາກນັ້ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປ່ຽນແປງທ່າທີເມື່ອເວົ້າວ່າ ການພົບປະອາດຈະດຳເນີນຕາມແຜນການ. ເລີ່ມຈາກນີ້ ບັນດາເຈົ້າຫນ້າທີ່ສອງຝ່າຍ ລົງມືຫ້າງຫາກະກຽມວຽກງານໃຫ້ການພົບປະຄັ້ງປະຫວັດສາດນີ້.

ຄວາມຕ້ອງການເຈລະຈາເພື່ອຮັດແຄບຊ່ອງຫວ່າງບໍ່ລົງລອຍກັນລະຫວ່າງສອງຝ່າຍແມ່ນມີຄວາມຈິງ

ເຖິງວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫລງຍົກເລີກກອງປະຊຸມສຸດຍອດ ອາເມລິກາ - ສປປ ເກົາຫລີ ແຕ່ສິ່ງນີ້ບໍ່ເຮັດໃຫ້ ພຽງຢາງ ສະແດງທ່າທີ່ໂກດເຄືອງ, ກົງກັນຂ້າມ ປະເທດນີ້ ພັດສະແດງທ່າທີ່ອ່ອນໂຍນຄ່ອງແຄ້ວ ຢືນຢັນວ່າຈະພ້ອມແລ້ວທີ່ຈະເຈລະຈາກັບ ວໍຊີງຕັນ ໃນບໍ່ວ່າເວລາໃດ.

        ບໍ່ຢຸດຕິໃນຄຳເວົ້າຊື່ໆ, ວັນທີ 26 ພຶດສະພາ, ການນຳ ສປປ ເກົາຫລີ Kim Jong un ໄດ້ຊຸກຍູ້ການພົບປະຄັ້ງທີ 2 ກັບປະທານາທິບໍດີ ສເກົາຫລີ Moon Jae in ຢູ່ ພາກເຫນືອ Panmujeom ແລກປ່ຽນບັນດາທັດສະນະ ເພື່ອແນໃສ່ຮັບປະກັນກອງປະຊຸມສຸດຍອດ ອາເມລິກາ -  ສປປ ເກົາຫລີ ປະສົບຜົນສຳເລັດ ຖ້າຫາກໄດ້ດຳເນີນ. ນີ້ແມ່ນການພົບປະຂັ້ນສຸດຍອດ ລະຫວ່າງ ສປປ ເກົາຫລີ ແລະ ສ.ເກົາຫລີ ຄັ້ງທີ 2 ພຽງໃນເວລາ 1 ເດືອນ, ຊື່ງແມ່ນສິ່ງທີ່ບໍ່ເຄີຍມີມາກອ່ນ. ໃນການພົບປະໂດຍບັງເອີນນີ້ ການນຳສອງທ່ານ ພ້ອມກັນຖືວ່າ ການພົບປະຂັ້ນສຸດຍອດ ອາເມລິກາ - ສປປ ເກົາຫລີ ຕ້ອງໄດ້ຮັບການຈັດຕັ້ງປະສົບຜົນສຳເລັດ ແລະ ຖືວ່າ “ຄວາມມານະພະຍາຍາມກ່ຽວກັບເລື່ອງປອດນິວເຄຼຍ ແລະ ສັນຕິພາບ ໃນແຫລມເກົາຫລີ ບໍ່ຄວນຢຸດຕິ”. ນັ້ນ ແມ່ນຍັງບໍ່ທັນເວົ້າເຖິງເລື່ອງ ກ່ອນນີ້ ສປປ ເກົາຫລີ ເປັນເຈົ້າການຍົກເລີກສະຖານທີ່ທົດລອງນິວເຄຼຍ Punggye – ri ຊື່ງແມ່ນສະຖານທີ່ປະເທດນີ້ ໄດ້ດຳເນີນເຫດທົດລອງນິວເຄຼຍມາແລ້ວ 6 ຄັ້ງ.

ໃນຂະນະນັ້ນ, ຝ່າຍອາເມລິກາກໍໄດ້ແຕ່ງຕັ້ງຄະນະຜູ້ແທນ ໂດຍທ່ານ Sung Kim ອະດີດເອກອັກຄະລັດຖະທູດອາເມລິກາປະຈຳ ສ.ເກົາຫຼີ, ປັດຈຸບັນແມ່ນເອກອັກຄະລັດຖະທູດອາເມລິກາປະຈຳຟີລິບປິນ ນຳໜ້າຄະນະ ເດີນທາງໄປເຖິງ ສປປ.ເກົາຫຼີ ໃນວັນທີ 27 ພຶດສະພາ   ເພື່ອເຈລະຈາກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດ ລະຫວ່າງອາເມລິກາ - ສປປ.ເກົາຫຼີ. ໄປຄຽງຄູ່ກັບການເດີນທາງດັ່ງກ່າວ, ມີຄະນະຜູ້ແທນໜຶ່ງອີກ ນຳໂດຍທ່ານ Joe Hagin ຮອງຫົວໜ້າຫ້ອງວ່າການທຳນຽບຂາວ ກໍໄປຮອດສິງກະໂປ ເພື່ອກະກຽມວຽກງານພະລາທິການ ແລະ ການປ້ອງກັນຄວາມປອດໄພໃຫ້ແກ່ການພົບປະດັ່ງກ່າວ.

        ບັນດາຄວາມມານະພະຍາຍາມດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ທັງ ສປປ.ເກົາຫຼີ ແລະ ອາເມລິກາ ລ້ວນແຕ່ມີຄວາມຕ້ອງການຢາກດຳເນີນການເຈລະຈາ ເພື່ອແນໃສ່ຮັດແຄບບັນດາຄວາມບໍ່ລົງລອຍກັນທີ່ພວມມີ ນັ້ນແມ່ນຮົ້ວກີດຂວາງໃນການພົວພັນສອງຝ່າຍມີມາແຕ່ດົນນານ. ສິ່ງດັ່ງກ່າວ ອີກເທື່ອໜຶ່ງໄດ້ເຮັດໃຫ້ຫາງສຽງມີຄວາມເຊື່ອໝັ້ນຕໍ່ການພົບປະຂັ້ນສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ດ້ວຍຄວາມຫວັງວ່າ ຈະສ້າງບາດກ້າວບຸກທະລຸໃຫ້ແກ່ບັນຫານິວເຄຼຍໃນແຫຼມເກົາຫຼີ, ເຖິງວ່າ ກ່ອນໜ້ານັ້ນ ເກືອບຄືຖືກພັງທະລາຍໄປແລ້ວ.

 ພະຍາຍາມຮັດແຄບຄວາມບໍ່ລົງລອຍກັນ

        ຄວາມມານະພະຍາຍາມຂອງທັງສອງປະເທດ ອາເມລິກາ ແລະ ສປປ.ເກົາຫຼີ ເພື່ອໃຫ້ການພົບປະໄດ້ດຳເນີນໄປໃຫ້ຖືກຕ້ອງຕາມການຄາດຄະເນ ເຊິ່ງໂລກໄດ້ຮັບຮູ້ ແຕ່ຫາງສຽງຍັງຄົງລະມັດລະວັງພໍສົມຄວນກ່ຽວກັບໝາກຜົນຂອງການພົບປະດັ່ງກ່າວ. ເຖິງຢ່າງໃດກໍຕາມ ພາຍຫຼັງບັນດາການເຄື່ອນໄຫວທາງການທູດໄດ້ດຳເນີນຢ່າງລຽນຕິດຫວ່າງມໍ່ໆມານີ້, ວົງການໄຈ້ແຍກ ຖືວ່າ ຄວາມບໍ່ລົງລອຍກັນລະຫວ່າງອາເມລິກາ ແລະ ສປປ.ເກົາຫຼີ ກ່ຽວກັບວິທີການ ປອດນິວເຄຼຍຢູ່ແຫຼມເກົາຫຼີ ອາດຈະໄດ້ຮັບການຮັບແຄບເຂົ້າ.

        ວິທະຍຸກະຈາຍສຽງ ແລະ ໂທລະພາບ ສ.ເກົາຫຼີ ໃຫ້ຮູ້ວ່າ ຄະນະຜູ້ແທນລະຫວ່າງອາເມລິກາ ແລະ ສປປ.ເກົາຫຼີ ໄດ້ພົບປະແລກປ່ຽນຄັ້ງສຸດທ້າຍ ກ່ຽວກັບວິທີການປອດນິວເຄຼຍຢູ່ແຫຼມເກົາຫຼີ ແລະ ວິທີຮັບປະກັນຄວາມປອດໄພລະບອບນະໂຍບາຍຂອງອຳນາດການປົກຄອງພຽງຢາງ. ສອງຝ່າຍອາດຈະປຶກສາຫາລືກ່ຽວກັບວິທີເຄື່ອນຍ້າຍລູກສອນໄຟນຳວິຖີຂ້າມທະວີບ (ICBM) ຂອງ ສປປ.ເກົາຫຼີອອກຈາກຜືນແຜ່ນດິນຂອງປະເທດນີ້. ນອກນັ້ນ, ສອງຝ່າຍກໍໄດ້ຖືວ່າ  ໄດ້ປະຕິບັດສຳເລັດການປຶກສາຫາລືກ່ຽວກັບໂຄງການດຳເນີນງານໃຫ້ກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ ເກົາຫຼີ, ຄາດວ່າ ຈະດຳເນີນໃນວັນທີ 12 ມິຖຸນາຢູ່ສິງກະໂປ.

        ເວລາດຳເນີນການພົບປະຄັ້ງປະຫວັດສາດລະຫວ່າງອາເມລິກາ - ສປປ ເກົາຫຼີ  ແມ່ນຍັງຍາວໄກ ແລະ ບໍ່ມີໃຜສາມາດຄາດຄະເນລ່ວງໜ້າໄດ້ວ່າສິ່ງໃດຈະເກີດຂຶ້ນແຕ່ນີ້ຮອດວັນທີ 12 ມິຖຸນາ. ເຖິງຢ່າງໃດກໍຕາມ ດ້ວຍບັນດາຄວາມມານະພະຍາຍາມທາງການທູດໄດ້ດຳເນີນຢ່າງລຽນຕິດໃນປັດຈຸບັນຂອງເຈົ້າໜ້າທີ່ທັງ 2 ຝ່າຍນັ້ນ, ກາລະໂອກາດ ເພື່ອໃຫ້ການພົບປະຂັ້ນສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ໄດ້ດຳເນີນນັ້ນແມ່ນມີຄວາມເປັນໄປໄດ້ສູງພໍສົມຄວນ, ອັນໄດ້ສ້າງປະຖົມປັດໄຈສະດວກໃນເລື່ອງປັບປຸງການພົວພັນລະຫວ່າງ ວໍຊິງຕັນ ແລະ ພຽງຢາງ.  

ຕອບກັບ

ຂ່າວ/ບົດ​ອື່ນ